ເມືອງໂຮ້ຍອານ - 'ນະຄອນທີ່ໜ້າຫຼົງໄຫຼທີ່ສຸດໃນໂລກ'

15:02 | 09/09/2019

ຍສໝ - ວາລະສານທ່ອງທ່ຽວທີ່ມີຊື່ສຽງໃນໂລກ Travel + Leisure ຫາກໍ່ມອບລາງວັນໃຫ້ນະຄອນໂຮ້ຍອານ-ເປັນນະຄອນທີ່ໜ້າຫຼົງໄຫຼທີ່ສຸດໃນໂລກ.

ເມືອງໂຮ້ຍອານ - 'ນະຄອນທີ່ໜ້າຫຼົງໄຫຼທີ່ສຸດໃນໂລກ'

ຜູ້ຕາງໜ້າວາລະສານ Travel + Leisure ທີ່ມີຊື່ສຽງໄດ້ມອບລາງວັນ 'ນະຄອນທີ່ໜ້າຫຼົງໄຫຼທີ່ສຸດໃນໂລກ' ໃຫ້ແກ່ໂຮ້ຍອານ- (ພາບ: VGP)ໃນຄ່ຳຄືນຂອງວັນທີ 7 ກັນຍາ, ໃນຄ່ຳຄືນຂອງແຫ່ງດົນຕີພື້ນເມືອງ “ສີສັນມໍລະດົກ” ຈັດຂຶ້ນທີ່ສວນ ຮູບປັ້ນ ໂຮ້ຍອານ, ຜູ້ຕາງອຳນາດການປົກຄອງທ້ອງຖິ່ນ, ທ່ານ ຫງວຽ໋ນ ວັນ ເຊີນ (ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ້ຍອານ, ແຂວງກວ້າງນາມ) ໄດ້ຮັບລາງວັນ ຈາກຜູ້ຕາງໜ້າ ວາລະສານ Travel + Leisure.

ກ່ອນໜ້ານັ້ນ, ໃນເດືອນກໍລະກົດ, ຜູ້ອ່ານວາລະສານທ່ອງທ່ຽວ Travel + Leisure ທີ່ມີຊື່ສຽງໃນໂລກ ໄດ້ໂວດຄັດເລືອກ ໂຮ້ຍອານ ເປັນ "ນະຄອນທີ່ໜ້າຫົຼງໄຫຼທີ່ສຸດໃນໂລກ 2019".

ເມືອງເກົ່າ ໂຮ່ຍອານ ແມ່ນເມືອງເກົ່າຕັ້ງຢູ່ລຸ່ມແມ່ນໍ້າ ທູໂບ່ນ, ໃນເຂດທົ່ງພຽງແຄມຝັ່ງທະເລຂອງ ແຂວງກວ້າງນາມ, ຫ່າງຈາກນະຄອນດ່າໜັງ ປະມານ 30km ໄປທາງທິດໃຕ້. ຍ້ອນປັດໄຈດ້ານພູມສັນຖານ ແລະ ພູມອາກາດ ທີ່ເອື້ອອຳນວຍ, ໂຮ້ຍອານ ເຄີຍເປັນທ່າເຮືອສາກົນທີ່ຟົດຟື້ນ, ເປັນບ່ອນພົບປະກັນ ຂອງເຮືອສຳເຜົາຂົນສົ່ງສິນຄ້າ ປະເທດຍີ່ປຸ່ນ, ຈີນ ແລະ ຕາເວັນຕົກ ໃນຊ່ວງສັດຕະວັດທີ 17 ແລະ 18.

ເມືອງໂຮ້ຍອານ - 'ນະຄອນທີ່ໜ້າຫຼົງໄຫຼທີ່ສຸດໃນໂລກ'

ມູມໜຶ່ງຂອງເມືອງເກົ່າ ໂຮ້ຍອານ. (ພາບ: VGP)

ກ່ອນໄລຍະເວລານີ້, ສະຖານທີ່ແຫ່ງນີ້ເຄີຍມີຮ່ອງຮອຍຂອງທ່າເຮືອການຄ້າ ຈຳປາ ຫຼື ຖືກກ່າວເຖິງຕາມເສັ້ນທາງສາຍໄໝທາງ ທະເລ. ເຮືອນ, ວັດວາອາຮາມ ສ່ວນໃຫ່ຍຢູ່ທີ່ນີ້ແມ່ນສະຖາປັດຕະຍະກຳ ແບບດັ້ງເດີມຕັ້ງແຕ່ສະຕະວັດທີ 17 ເຖິງ 19, ຕັ້ງຢັງຢາຍຕາມ ຖະໜົນອັນຄັບແຄບ. ໂຮ້ຍອານຍັງແມ່ນດິນແດນແຫ່ງ ຮອງຮອຍດ້ານປະຫັວດສາດ ຂອງການປະສົມປະສານກັນຂອງວັດທະນະທຳ ຕາເວັນອອກ ແລະ ຕາເວັນຕົກ ກັບ ຫ້ອງການ, ວັດວາອາຮາມ ທີ່ມີຮ່ອງຮອຍຂອງຊາວຈີນ ຫຼື ຢີປຸ່ນ.

ວັນທີ 4 ທັນວາ 1999, ອົງການ UNESCO ໄດ້ຮັບຮອງເອົາເມືອງເກົ່າໂຮ້ຍອານເປັນມໍລະດົກວັດທະນະທຳໂລກ. ເປັນທີ່ຮູ້ກັນວ່າ ໃນຊ່ວງນີ້, ແຂວງກວ້າງນາມ ກຳລັງດຳເນີນການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 20 ປີ ຂອງເມືອງເກົ່າໂຮ້ຍອານ, ທີ່ໄດ້ຮັບການຍອມຮັບຈາກ UNESCO ວ່າແມ່ນມໍລະດົກວັດທະນະທຳໂລກ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.