ຫັນການຫາລ້ຽງຊີບເປັນຫຼາກຫຼາຍເພື່ອຊ່ວຍໃຫ້ຊາວ ຂະແມ ສ້າງຄວາມຮັ່ງມີ

22:53 | 15/07/2024

ຍສໝ - ດ້ວຍທິດນຳ “ໃຫ້​ຄັນເບັດ​ດີ​ກວ່າ​ໃຫ້​​ປາ”, ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ຊາວ​ເຜົ່າ​ ຂະ​ແມ​ ດຳລົງ​ຊີວິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ຫັນເປັນລະອຽດ​ບັນດາ​ແຜນນະໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ. ຈາກ​ນັ້ນ, ໄດ້ເປີດ​ໂອກາດ​ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ແລະ ບືນຕົວຂຶ້ນສ້າງ​ຄວາມ​ຮັ່ງມີ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ຊາວ ​ຂະແມ​ ໃນ​ບໍລິເວນ.

ຮັກສາອາຊີບ, ຮັກສາສິລະປະການພິມລວດລາຍຂີ້ເຜິ້ງຂອງຊົນເຜົ່າ ຢ້າວຕຽນ
VFC ໜູນຊ່ວຍກວ່າ 1,1 ຕື້ດົ່ງໃຫ້ແກ່ແມ່ຍິງຊົນເຜົ່າສ່ວນໜ້ອຍຢູ່ໂຮງຮຽນຫຼາຍແຫ່ງຂອງແຂວງ ກວາງນາມ
ຫັນການຫາລ້ຽງຊີບເປັນຫຼາກຫຼາຍເພື່ອຊ່ວຍໃຫ້ຊາວ ຂະແມ ສ້າງຄວາມຮັ່ງມີ

ຊາວ​ເຜົ່າ ຂະ​ແມ​ ເກັບ​​ຫອຍ​ທີ່​ລ້ຽງ​ຢູ່​ແຄມ​ຝັ່ງທະເລ.

ເສີມຂະຫຍາຍບັນດາ​ນະ​ໂຍບາຍຢ່າງມີປະສິດທິ​ຜົນ​

​ໂດຍ​ແມ່ນ​ສະຖານ​ທີ່​ທີ່​ມີ​ຊາວ​ເຜົ່າ​ ຂະ​ແມ​ ເຕົ້າໂຮມເປັນ​ຈຳນວນ​ຫຼວງ​ຫຼາຍ​ຂອງ​ແຂວງ, ​ໃນ​ໄລຍະ​ຜ່ານມາ​, ​ບັນດາເມືອງ: ​ຮວ່າ​ບິ່ງ, ຫວີງ​ເລີ້ຍ, ຮົ່ງ​ເຢິ່ນ ​ໄດ້​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​ໃນ​ການຫັນ​ການຫາລ້ຽງຊີບເປັນຫຼາກ​ຫຼາຍ, ໜູນ​ຊ່ວຍ​ຄອບຄົວ​ທຸກ​ຍາກ​ໃຫ້​ມີ​ລາຍ​ຮັບ​ໃຫ້​ດີ​ຂຶ້ນ. ຕົວຢ່າງເຊັ່ນ: ຮູບແບບການຫັນປ່ຽນດິນນາທີ່ມີປະສິດທິຜົນຕ່ຳ ມາເປັນການປູກພືດທັນຍາຫານ ແລະ ປະສົມກັບການລ້ຽງສັດ, ປູກລ້ຽງໝູນວຽນ ກຸ້ງ - ເຂົ້າ, ສ້າງຕັ້ງບັນດາກຸ່ມຮ່ວມມື ແລະ ສະຫະກອນເພື່ອໜູນຊ່ວຍເຊິ່ງກັນ ແລະ ກັນໃນການຜະລິດ ແລະ ບໍລິໂພກກະເສດຕະພັນ, ສົ່ງເສີມໃຫ້ຄົນໃນໄວເຮັດວຽກ ໄປເຮັດວຽກຢູ່ຕ່າງປະເທດ ຫຼື ໃນບໍລິສັດ, ໂຮງງານຜະລິດພາຍໃນ ແລະ ຕ່າງແຂວງ ອັນໄດ້ຊ່ວຍໃຫ້ຊາວ ຂະແມ ຫຼາຍຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງຍືນຍົງ. ທ່ານນາງ ກາວທິໂຊໂຄລ (ໝູ່ບ້ານ ຫວິງລົກ, ຕາແສງ ຫວິງຟູດົງ, ເມືອງ ເຟືອງລອງ) ແບ່ງປັນວ່າ: “ຂໍຂອບໃຈອຳນາດການປົກຄອງທ້ອງຖິ່ນທີ່ໄດ້ເອົາໃຈໃສ່ສ້າງເງື່ອນໄຂໃຫ້ຄອບຄົວຂອງຂ້າພະເຈົ້າ ນັບແຕ່ເງິນກູ້ເພື່ອລ້ຽງສັດ, ແນະນຳເຕັກນິກ, ຕະຫຼອດຮອດການຊອກແຫຼ່ງບໍລິໂພກທີ່ໝັ້ນຄົງໃຫ້ແກ່ທັງການປູກພືດ ​ແລະ ລ້ຽງສັດ, ຍ້ອນແນວນັ້ນ ຈາກ​ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ມາ​ຮອດ​ປະຈຸ​ບັນ, ​ເສດຖະກິດ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ​ນັບ​ມື້​ນັບ​ໝັ້ນຄົງ, ​ເຮືອນ​ຢູ່​ທີ່​ງາມ... ຈາກ​ນັ້ນ, ຂ້າພະ​ເຈົ້າຈຶ່ງ​ມີ​ເງື່ອນ​ໄຂ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ, ​ກິດ​ຈະ​ກໍາຂອງ​ທ້ອງ​ຖິ່ນ".

ຄຽງ​ຄູ່​ກັບ​ການ​ໜູນ​ຊ່ວຍ​ປະຊາຊົນ​ຫັນ​ປ່ຽນໂຄງ​ປະກອບ​ການ​ປູກ​ພືດ -​ ​ລ້ຽງສັດ ​ແລະ ສ້າງການຫາລ້ຽງຊີບ​ຢ່າງ​ມີ​ປະສິດທິ​ຜົນ, ​ໄລຍະ​ຍາວ, ບັນດາ​ທ້ອງ​ຖິ່ນ​ໃນ​ແຂວງ​ກໍ່​ເປີດ​ຊຸດ​ອົບຮົມ​ຖ່າຍທອດວິຊາ​ຊີບ ​ແລະ ຝຶກ​ອົບຮົມ​ວິຊາ​ຊີບ​ພື້ນ​ເມືອງ​ເຊັ່ນ: ການ​ຕ່ຳຫູກ, ຊ່າງ​ຕີ​ເຫຼັກ, ຖັກ​ແສ່ວ, ຊ່າງ​ໄມ້... ​ເພື່ອ​ໃຫ້​ປະຊາຊົນ​ມີ​ລາຍ​ຮັບ​ເພີ່ມເຕີມໃນເວລາວ່າງວຽກ. ທ່ານ ແຢງເອ໋ຍ - ​ຜູ້​ມີ​ອິດທິພົນຢູ່​ໝູ່​ບ້ານ ງໍ້​ກິມ (ຕາ​ແສງ ນິງ​ແທ້ງ​ເລີ້ຍ, ​ເມືອງ​ຮົ່ງ​ເຢິ່ນ), ​ໃຫ້​ຮູ້​ວ່າ: “ຈາກ​ການ​ໜູນ​ຊ່ວຍ​ເຮືອນ​ຢູ່, ທີ່​ດິນ​ຕະຫຼອດເຖິງ​ທຶນ​ຮອນ, ເຕັກນິກເພື່ອ​ສ້າງ​​ການຫາລ້ຽງຊີບ​ແບບ​ຍືນ​ຍົງ ​ໄດ້​ຊ່ວຍ​ເຫຼືອ​ຄອບ​ຄົວ​ຊາວ​ເຜົ່າ​ ຂະ​ແມ​ ຫຼາຍ​ຄົນ​ໃນ​ບໍລິເວນບ້ານ​ທີ່​ເຄີຍ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ຫຍຸ້ງຍາກ, ​ໃນ​ປະຈຸ​ບັນ​ໄດ້​ບືນຕົວຂຶ້ນສ້າງຄວາມ​ໝັ້ນຄົງໃນຊີວິດການເປັນຢູ່ ​ແລະ ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ສາມາດເວົ້າໄດ້ວ່າ ບັນດານະໂຍບາຍເຫຼົ່ານີ້ໄດ້ມີປະສິດຕິຜົນຢ່າງແທ້ຈິງ, ໄດ້ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ປະກອບສ່ວນກໍ່ສ້າງໝູ່ບ້ານໃຫ້ນັບມື້ນັບສົມບູນພູນສຸກ ແລະ ງາມຕາ”. ການ​ໜູນຊ່ວຍການຫາລ້ຽງຊີບໃຫ້​ຊາວ​ເຜົ່າ​ ຂະ​ແມ​ ບໍ່​ພຽງ​ແຕ່​ຢຸດ​ຢູ່​ການ​ໜູນ​ຊ່ວຍ “​ຄັນເບັດ” ດ້ວຍ​ເຄື່ອງ​ຈັກ, ​ເຄື່ອງ​ອຸປະກອນ​ເທົ່າ​ນັ້ນ, ​ຂະ​ແໜງ​ວິຊາ​ສະເພາະ​​ ຍັງ​ແນະນຳ “ວິທີ​ຫາ​ປາ” ໃຫ້​​ປະຊາຊົນ ຜ່ານ​ການ​ຈັດ​ຕັ້ງ​ບັນດາຊຸດ​ຝຶກ​ອົບຮົມ​ວິຊາ​ຊີບ. ປະສິດທິຜົນທີ່ບັນດາຮູບແບບດັ່ງກ່າວນໍາມາ ເຊິ່ງຈະຊ່ວຍໃຫ້ປະຊາຊົນຈໍານວນຫຼາຍປັບປຸງລາຍຮັບ ແລະ ຄວາມໝັ້ນຄົງໃນຊີວິດການເປັນຢູ່ຂອງເຂົາເຈົ້າ.

ຫັນການຫາລ້ຽງຊີບເປັນຫຼາກຫຼາຍເພື່ອຊ່ວຍໃຫ້ຊາວ ຂະແມ ສ້າງຄວາມຮັ່ງມີ

ຮູບ​ແບບການ​ປູກພຶດທັນຍາຫານລົງ​ທົ່ງ​ນາ​ຊ່ວຍ​ຊາວ ​ຂະ​ແມ​ ໃນ​ບໍລິເວນນະຄອນ ບາກລຽວ ໃຫ້ມີລາຍຮັບທີ່ໝັ້ນຄົງ.

ຍົກສູງຊີວິດການເປັນຢູ່

​ໂດຍໜູນຊ່ວຍການຫາລ້ຽງຊີບ, ​​ການ​ປ່ຽນ​ວຽກ​ເຮັດ​ງານ​ທຳ​ຂອງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ ໃນຊຸມປີຜ່ານມາ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ແຂວງ​, ​ປະຕິບັດຖືກຕ້ອງ​ຕາມເປົ້າໝາຍ ​ແລະ ​ຕາມຂໍ້ກຳນົດ. ນັບ​ແຕ່​ປີ 2021 ມາ​ຮອດ​ປະຈຸ​ບັນ, ​ແຂວງ​ໄດ້​ຜັນຂະຫຍາຍການ​ໜູນ​ຊ່ວຍ​ການ​ປ່ຽນ​ແປງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແຮງງານ​ນັບ​ພັນ​ຄົນ. ຈາກ​ການ​ນຳ​ໃຊ້​ທຶນ​ໜູນຊ່ວຍ​ຢ່າງ​ມີ​ປະສິດທິ​ຜົນ, ​ເສດຖະກິດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ນັບ​ມື້​ນັບ​ດີ​ຂຶ້ນ. ພິ​ເສດ, ພີ່ນ້ອງ​ບໍ່​ມີ​ຈິດ​ໃຈ​ລໍ​ຖ້າ ຫຼື ​ເພິ່ງ​ພາ​ອາ​ໄສ, ເຊິ່ງ​ໄດ້​ເປັນເຈົ້າການໃນການອອກແຮງງານ, ຮ່ຳ​ຮຽນ, ເຮັດ​ວຽກ​ຢ່າງ​ດຸໝັ່ນ, ບືນຕົວຂຶ້ນສ້າງຄວາມ​ຮັ່ງ​ມີ​ຢ່າງ​ຊອບທຳ.

ບັນດານະໂຍບາຍການໜູນຊ່ວຍພັດທະນາເສດຖະກິດຢູ່ເຂດຊົນເຜົ່າສ່ວນໜ້ອຍມີທີ່ຕັ້ງ ແລະ ບົດບາດສຳຄັນພິເສດສຳລັບຊົນເຜົ່າສ່ວນໜ້ອຍຢູ່ທ້ອງຖິ່ນ, ຈາກບັນດານະໂຍບາຍໄດ້ຜັນຂະຫຍາຍໃນບໍລິເວນ ຈະປະກອບສ່ວນປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່, ຮັບປະກັນສະຫວັດດີການສັງຄົມ, ຮັດແຄບຊ່ອງ​ຫວ່າງ​ລະ​ຫວ່າງ​ຄົນ​ຮັ່ງມີ ​ແລະ​ ທຸກ​ຍາກ​ໃນບໍລິເວນບັນດາ​ເມືອງ. ດ້ວຍ​ການ​ຮ່ວມ​ມື​​ຂອງທັງ​ລະບົບ​ການ​ເມືອງ, ຄວາມ​ຕັດສິນ​ໃຈ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ໄດ້​ຊ່ວຍ​ໃຫ້​ເສດຖະກິດ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ດີ​ຂຶ້ນ, ໂດຍຜ່ານ​ນັ້ນ​ ກໍ່ມານະ​ພະຍາຍາມ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສີສັນວັດທະນະທຳ​ຂອງ​ຊາດ, ຮັກສາ​ຄວາມ​ສາມັກຄີ​ລະຫວ່າງ​ບັນດາ​ເຜົ່າຢູ່ທ້ອງ​ຖິ່ນ.

ທ່ານ ຫງວຽນ​ວັນ​ເຖີຍ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ ຮົ່ງ​ເຢິ່ນ ໃຫ້ຮູ້ວ່າ: “ຈາກ​ແຫຼ່ງ​ທຶນ​ໜູນ​ຊ່ວຍ​ການ​ປ່ຽນ​ແປງ​ອາຊີບ​ໃຫ້​ແກ່​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ບັນດານະ​ໂຍບາຍ​ບຸລິມະສິດ ໄດ້ຊ່ວຍໃຫ້ຄອບຄົວ​ຊາວ​ ຂະ​ແມ ​ຫຼາຍ​ຄອບຄົວ​ໃນ​ເມືອງ​ມີ​ລາຍ​ຮັບ​ທີ່​ໝັ້ນຄົງ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເມືອງ​ຈະ​ສືບ​ຕໍ່​​ສົມທົບກັນປະຕິບັດ​ບັນດາ​ນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ ແລະ ບັນດາໂຄງການກ່ຽວ​ກັບ​ຊາວ​ເຜົ່າ ​ຂະ​ແມ ຢ່າງຄົບຊຸດ​ ເພື່ອ​ໃຫ້​ປະຊາຊົນ​ນັບ​ມື້​ນັບ​ຍົກ​ສູງຊີວິດ​ການ​ເປັນ​ຢູ່​, ບືນຕົວຂຶ້ນສ້າງຄວາມ​ຮັ່ງມີ​ເຂັ້ມ​ແຂງ”.

ນັກສຶກສາຊາວຊົນເຜົ່າສ່ວນໜ້ອຍ ເເລະ ເຂດທະເລໝູ່ເກາະ ກວາງນາມ ໄດ້ຮັບທຶນການສຶກສາ ວື່ອາຢີ່ງ ນັກສຶກສາຊາວຊົນເຜົ່າສ່ວນໜ້ອຍ ເເລະ ເຂດທະເລໝູ່ເກາະ ກວາງນາມ ໄດ້ຮັບທຶນການສຶກສາ ວື່ອາຢີ່ງ

ຍສໝ - ວັນທີ 27 ຕຸລາ, ຄະນະຊາວໜຸ່ມແຂວງ ກວາງນາມ ໄດ້ສົມທົບກັບພະແນກສຶກສາ ແລະ ບຳລຸງສ້າງ, ກອງທຶນທຶນການສຶກສາ ວື່ອາຢີ່ງ, ສະໂມສອນ “ເພື່ອຮ່ວາງຊາ - ເຈື່ອງຊາ ທີ່ຮັກແພງ” ຈັດຕັ້ງພິທີມອບທຶນການສຶກສາໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍ, ເຂດທະເລ, ເຂດທະເລໝູ່ເກາະ ແຂວງກວາງນາມ.

ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ: ຄວນບຸລິມະສິດ ໃຫ້ແກ່ທີ່ດິນທຳການຜະລິດ, ຮັບປະກັນຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນໜ້ອຍ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ: ຄວນບຸລິມະສິດ ໃຫ້ແກ່ທີ່ດິນທຳການຜະລິດ, ຮັບປະກັນຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນໜ້ອຍ

ຍສໝ - ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ມີ 4 ຂໍ້​ສະ​ເພາະສຳລັບ​ເຂດ​ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍ. ​ເຖິງຢ່າງໃດກໍ່ຕາມ, ຕາມ​ທ່ານ​ຮອງ​ປະທານ​ສະພາ​ຊົນ​ເຜົ່າຂອງສະພາ​​ແຫ່ງ​ຊາດ​ແລ້ວ, ບັນດາ​ນະ​ໂຍບາຍ​ກ່ຽວ​ກັບຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ກົດໝາຍ​ຍັງ​ບໍ່​ທັນ​ສະແດງອອກເຖິງ​ຫຼັກການໄດ້ເທື່ອ “... ມີ​ທີ່​ດິນ​ເພື່ອ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ຮັບປະກັນການດຳລົງ​ຊີວິດ” ໃຫ້ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍ. Dự thảo Luật Đất đai (sửa đổi) có 4 điều khoản ...

ມິງດຶກ

ເຫດການ
302 Found

Found

The document has moved here.