ໜີ້ສາທາລະນະ ສ.ອາເມຣິກາ ບັນລຸ 22.000 ຕື້ກວ່າໂດລາສະຫະລັດ

00:54 | 14/05/2019

ກະຊວງ​ການ​ເງິນ​ອາ​ເມຣິກາ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ສະຖິຕິ​​ເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ຍອດຈຳນວນໜີ້​​ສາທາລະນະ​ຂອງ ສ.​ອາ​ເມຣິກາ​ ໄດ້​ບັນລຸ​ເຖິງ 22.000 ຕື້ກວ່າໂດ​ລາ​ສະຫະລັດ.

ໜີ້ສາທາລະນະ ສ.ອາເມຣິກາ ບັນລຸ 22.000 ຕື້ກວ່າໂດລາສະຫະລັດ

ໜີ້ສາທາລະນະ ສ.ອາເມຣິກາ ບັນລຸ 22.000 ຕື້ກວ່າໂດລາສະຫະລັດ

ກະຊວງ​ການ​ເງິນ ​ອາ​ເມຣິກາ ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ສະຖິຕິ​​ເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ຍອດຈຳນວນໜີ້​​ສາທາລະນະ​ຂອງ ສ.​ອາ​ເມຣິກາ​ ໄດ້​ບັນລຸ​ເຖິງ 22.000 ຕື້ກວ່າ ​ໂດ​ລາ​ສະຫະລັດ​ ​​ເປັນ​ສະຖິຕິ​ສູງ​ສຸດ​ຄັ້ງໃໝ່. ສຳລັບໜີ້​​ເພີ່ມ​ຂຶ້ນຄັ້ງນີ້ຈະ​ສົ່ງ​ຜົນ​ເຮັດ​ໃຫ້​ຕົ້ນທຶນ​ດອກ​ເບ້ຍ​ເພີ່ມ​ຂຶ້ນຢ່າງ​ສູງ ​ແລະ ອາດຈະ​ເປັນ​ການ​ກົດ​ດັນ​ຕໍ່​ເສດຖະກິດ ​ແລະ ​ເຮັດ​ໃຫ້​ລັດຖະບານຫຍຸ້ງຍາກ​​ໃນ​ການ​ສະໜອງ​ທຶນ​ໃຫ້​ແກ່​ໂຄງການ​ລົງທຶນ​ທີ່​ສຳຄັນ​ໃນຕໍ່ໜ້າ. ພາຍຫລັງ ທ່ານ​ ໄມ​ເຄີ​ນ ປີ​ເຕີ​ເຊິ​ນ, ຫົວໜ້າ​ຄະນະບໍລິຫານ​ງານກອງທຶນ​ປີ​ເຕີ​ເຊິ​ນທີ່ຕິດຕາມບັນຫາ​ການ​ເງິນ​ ສ.ອາ​ເມຣິກາ ​ໄດ້​ອອກ​ຖະ​ແຫລງການ​ສະບັບ​ໜຶ່ງ ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ​ໃນ​ 11 ​ເດືອນ​ຜ່ານ​ມາ, ໜີ້​​ສາທາລະນະ​ຂອງລັດຖະບານ ສ.​ອາ​ເມຣິກາ​ ໄດ້​ເພີ່ມຂຶ້ນ 1.000 ຕື້​ໂດ​ລາ​ສະຫະລັດ ​ເຮັດ​ໃຫ້​ໜີ້​​ດັ່ງກ່າວ​ທະລຸ​ເຖິງ 22.000 ຕື້​ກວ່າໂດ​ລາ​ສະຫະລັດຢ່າງ​ວ່ອງ​ໄວເຊິ່ງ​ເປັນ​ການສະ​ແດງໃຫ້​ເຫັນ​ວ່າສະພາບ​ການ​ເງິນ ສ.​ອາ​ເມຣິກາ ​ບໍ່​ພຽງ​ແຕ່​ບໍ່​ສາມາດ​ສືບ​ຕໍ່ຄວບ​ຄຸມໄດ້​ເທົ່າ​ນັ້ນ​ແຕ່​ຍັງ​​ມີ​ທ່າ​ອ່ຽງຮ້າຍ​ແຮງ​ຂຶ້ນ​ຕື່ມອີກ​.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.