ບັນດາປະເທດລຸ່ມແມ່ນ້ຳຂອງຮ່ວມກັນສະກັດກັ້ນພະຍາດໄຂ້ຍຸງ-ໄຂ້ເລືອດອອກ

00:54 | 15/05/2019

ປະເທດລຸ່ມແມ່ນ້ຳຂອງ ລວມມີລາວ, ຫວຽດນາມ, ຈີນ, ມຽນມາ, ໄທ ແລະ ກຳປູເຈຍ ໄດ້ຮ່ວມກັນຈັດງານສຳມະນາວ່າດ້ວຍ ສະຖານະການ ແລະ ການຮ່ວມມືຄວບຄຸມ ປ້ອງກັນ ພະຍາດ ໄຂ້ຍຸງ ແລະ ໄຂ້ເລືອດອອກ ໃນເຂດຊາຍແດນ ອະນຸພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ປະຈຳປີ 2019 ຊ່ືງຈັດຂຶ້ນ ຢູ່ເມືອງຄຸນມິງ, ມົນທົນຢຸນໜານ ຂອງຈີນ.

ບັນດາປະເທດລຸ່ມແມ່ນ້ຳຂອງຮ່ວມກັນສະກັດກັ້ນພະຍາດໄຂ້ຍຸງ-ໄຂ້ເລືອດອອກ

ບັນດາປະເທດລຸ່ມແມ່ນ້ຳຂອງຮ່ວມກັນສະກັດກັ້ນພະຍາດໄຂ້ຍຸງ-ໄຂ້ເລືອດອອກ

ປະເທດລຸ່ມແມ່ນ້ຳຂອງລວມມີລາວ, ຫວຽດນາມ, ຈີນ, ມຽນມາ, ໄທ ແລະ ກຳປູເຈຍ ໄດ້ຮ່ວມກັນຈັດງານ ສຳມະນາວ່າດ້ວຍ ສະຖານະການ ແລະ ການຮ່ວມມືຄວບຄຸມ ປ້ອງກັນ ພະຍາດ ໄຂ້ຍຸງ ແລະ ໄຂ້ເລືອດອອກ ໃນເຂດຊາຍແດນອະນຸພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ປະຈຳ ປີ 2019 ຊ່ືງຈັດຂຶ້ນ ຢູ່ເມືອງຄຸນມິງ, ມົນທົນຢຸນໜານ ຂອງຈີນ ເປັນເວລາ 2 ວັນ ໂດຍມີບັນ ດາຊ່ຽວຊານ ກ່ຽວຂ້ອງ, ຜູ້ແທນຈາກ ໜ່ວຍງານສາທາ ລະນະສຸກຈາກ 6 ປະເທດເຂົ້າຮ່ວມ ເພື່ອປືກສາຫາລື ແລກປ່ຽນ ຄວາມຄິດເຫັນ ແລະ ຊອກຫາວິທີ ປ້ອງກັນພະຍາດ ດັ່ງກ່າວ ໃນເຂດຊາຍແດນ ແລະ ທັງ ເປັນກິດຈະກຳ ສ່ວນໜື່ງຂອງ “ ສັບປະດາລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 2 ໂດຍແມ່ນຄະນະ ກຳມະການ ສາທາລະນະສຸກ ຂອງມົນທົນ ຢຸນໜານ ແລະ ຄະນະກຳມະການ ສາທາລະນະສຸກ ແຫ່ງຊາດ ຮ່ວມກັນເປັນເຈົ້າພາບຈັດຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.