ນະຄອນ ຮ່າໂນ້ຍ ນຳໜ້າທົ່ວປະເທດກ່ຽວກັບການດຶງດູດໂຄງການ FDI

15:56 | 02/08/2023

ຍສໝ - ນັບ​ແຕ່​ຫວຽດນາມ​ເປີດ​ປະຕູ​ສູ່​ພາຍ​ນອກ, ຮ່າ​ໂນ້ຍ ຍາມ​ໃດ​ກໍ່ນຳໜ້າ​ໃນ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ (FDI), ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ເສຍຜົນປະໂຫຍດ​ຫຼາຍ​ຢ່າງກໍ່ຕາມ.

ນະຄອນ ຮ່າໂນ້ຍ ນຳໜ້າທົ່ວປະເທດກ່ຽວກັບການດຶງດູດໂຄງການ FDI
ຮ່າໂນ້ຍ​ເປັນ​ນະຄອນຫຼວງ​ຂອງ​​ປະ​ເທດ, ມີ​ທ່າ​ໄດ້​ປຽບ​ໃນ​ການ​ແກ່ງແຍ່້ງດ້ານ​ເສດຖະກິດ-ສັງຄົມ​ແບບ​ຍືນ​ຍົງ, ແຫຼ່ງກຳລັງຫຼາກຫຼາຍ, ​ຄຸນ​ນະພາ​ບສູງ, ມີຄວາມສາມາດບົ່ມຊ້ອນດ້ານຕະຫຼາດ, ການ​ບໍລິການ​ທີ່​ມີ​ຫຼາຍຮູບແບບ. ພາບ: ຫງອກເຊີນ

ຂົງ​ເຂດ​ທີ່​ດຶງ​ດູດ​ທຶນຫຼາຍ​ທີ່​ສຸດ​ຂອງ​ຮ່າ​ໂນ້ຍ ​ແມ່ນ​ອະສັງຫາລິມະຊັບ (ກວມ 63%), ຖັດຈາກນັ້ນແມ່ນ​ການບໍລິການ​ຄ້າ​ຂາຍ​ສິນ​ຄ້າ (9%)... ພິ​ເສດ, ​ໃນ​ໄລຍະ 2018 – 2020, ຮ່າ​ໂນ້ຍ ຍາມ​ໃດ​ກໍ່ຢູ່ໃນກຸ່ມ​ນຳ​ໜ້າ​ຂອງ​ປະ​ເທດ​ໃນ​ການ​ດຶງ​ດູດ FDI.

ກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ຫາກໍ່ປະກາດວ່າ ຮອດວັນທີ 20 ກໍລະກົດ, ຍອດທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນ, ຊື້ຫຸ້ນທຶນປະກອບຂອງນັກລົງທຶນຕ່າງປະເທດບັນລຸປະມານກວ່າ 16,2 ຕື້ USD, ເພີ່ມຂຶ້ນ 4,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ເມື່ອຄິດໄລ່ຕາມຂົງເຂດ, ຂະແໜງອຸດສາຫະກຳປຸງແຕ່ງ, ການຜະລິດໄດ້ນຳໜ້າໃນການດຶງດູດເງິນລົງທຶນ ດ້ວຍຍອດເງິນລົງທຶນບັນລຸເກືອບ 11 ຕື້ USD, ເພີ່ມຂຶ້ນ 9,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ໃນ 7 ເດືອນຜ່ານມາ, ມີ 94 ປະເທດ ແລະ ເຂດແຄ້ວນມີການລົງທຶນຢູ່ ຫວຽດນາມ; ບັນດາ​ປະ​ເທດ​ທີ່​ມີ​ໂຄງການ​ລົງທຶນ​ຢູ່​ຮ່າ​ໂນ້ຍ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ຄື: ຍີ່ປຸ່ນ,​ເກົາຫຼີ, ສິງກະ​ໂປ, ​ເອີ​ລົບ ​ແລະ ອາ​ເມ​ລິ​ກາ...ໃນນັ້ນ, ສິງກະໂປ ນຳໜ້າດ້ວຍຍອດເງິນລົງທຶນເກືອບ 3,64 ຕື້ USD, ກວມເອົາກວ່າ 22,4% ຍອດເງິນລົງທຶນເຂົ້າ ຫວຽດນາມ. ໄລ່ມາຮອດປະຈຸບັນ, ຮ່າໂນ້ຍ ໄດ້ນຳໜ້າດ້ວຍຍອດເງິນລົງທຶນຈົດທະບຽນກວ່າ 2,3 ຕື້ USD; ຖັດຈາກນັ້ນແມ່ນ ຫາຍຟ່ອງ ແລະ ນະຄອນ ໂຮ່ຈີມິນ.

ໂຄງການເຕົ້າໂຮມເຂົ້າບັນດາຂົງເຂດເຊັ່ນ: ການດຳເນີນທຸລະກິດອະສັງຫາລິມະຊັບ; ອຸດສາຫະກໍາປຸງແຕ່ງປະດິດສ້າງ; ກໍ່ສ້າງ; ການບໍລິການບັນເທີງ, ທີ່ພັກ ແລະ ອາຫານ; ການແພດ​ ແລະ​ ການ​ສຶກ​ສາ ...

ຮ່າໂນ້ຍ ປັບປຸງສະພາບແວດລ້ອມແຫ່ງການລົງທຶນທຸລະກິດຢ່າງບໍ່ຢຸດຢັ້ງ, ຖືເປັນສຳຄັນການພັດທະນາພື້ນຖານດີຈີຕອນ, ປະຕິຮູບກົດບັນຢັດ, ຫຼຸດຜ່ອນ, ເຊື່ອມຕໍ່ບັນດາລະບຽບການການບໍລິຫານ, ຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດ. ພ້ອມ​ກັນ​ນັ້ນ, ກໍ່ປະກາດ​ໃຊ້ ​ແລະ ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ວິ​ສາ​ຫະກິດ, ໜູນ​ຊ່ວຍ​ການ​ເລີ່​ມຕົ້ນທຸລະກິດ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ...

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.