ລັດຖະມົນຕີປ້ອງກັນປະເທດຂອງບັນດາປະເທດ ອາຊຽນ ເປັນເອກະພາບຊຸກຍູ້ການສ້າງສຳເລັດ COC

10:39 | 28/11/2023

ຍສໝ - ບັນດາລັດຖະມົນຕີປ້ອງກັນປະເທດຂອງບັນດາປະເທດອາຊຽນ ໄດ້ເລັ່ງໃຫ້ສຳເລັດການສ້າງກົດແຫ່ງການປະພຶດຮອບດ້ານ (COC) ລະຫວ່າງບັນດາຝ່າຍຢູ່ທະເລຕາເວັນອອກ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS).

ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ
ກອງ​ປະ​ຊຸມ ອາ​ຊຽນ - ຈີນ: ​ຮັບ​ຮູ້ຄວາມ​ຄືບ​ໜ້າ​ໃນ​ການ​ເຈ​ລະ​ຈາ COC ກອງ​ປະ​ຊຸມ ອາ​ຊຽນ - ຈີນ: ​ຮັບ​ຮູ້ຄວາມ​ຄືບ​ໜ້າ​ໃນ​ການ​ເຈ​ລະ​ຈາ COC

ບັນດາ​ລັດຖະມົນຕີ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປະຕິບັດຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ (DOC) ຢູ່​ທະ​ເລ​ຕາ​ເວັນ​ອອກ​ ຢ່າງ​ຄົບ​ຖ້ວນ ​ແລະ ຊົມ​ເຊີຍ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຄື: ກົດແຫ່ງການປະພຶດນອກຄວາມປາຖະໜາຢູ່​ທະ​ເລ, ຂໍ້​ແນະນຳ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ທາງ​ອາກາດ, ກໍຄືພື້ນຖານໂຄງລ່າງຕິດຕໍ່ໂດຍກົງ​ຂອງ​ອາ​ຊຽນ.

ລັດຖະມົນຕີປ້ອງກັນປະເທດຂອງບັນດາປະເທດ ອາຊຽນ ເປັນເອກະພາບຊຸກຍູ້ການສ້າງສຳເລັດ COC

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ຊຸກຍູ້​ບັນດາ​ຂໍ້​ລິ​ເລີ່​ມຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ

ຖະແຫຼງການຮ່ວມ ຈາກາຕາ ທີ່ຮັບການປະກາດພາຍຫຼັງກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ (ADMM) ຄັ້ງທີ 17 ຢູ່ ອິນໂດເນເຊຍ ເມື່ອວັນທີ 15 ພະຈິກ, ໄດ້ເນັ້ນວ່າ ບັນດາມາດຕະການຂ້າງເທິງນີ້ ຊ່ວຍເພີ່ມທະວີການຕິດຕໍ່ສື່ສານ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຫຼຸດຜ່ອນຄວາມເຄັ່ງຕຶງທາງອາກາດ ແລະ ທະເລ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພິ​ເສດ​ແມ່ນ​ການ​ຍັບ​ຍັ້ງ​ຕົນ​ເອງ​ຈາກ​ການ​ກະທຳ​ທີ່​ເພີ່ມ​ທະວີ​ຄວາມ​ຂັດ​ແຍ່ງ​ກັນ.

ໂດຍຮັບຮູ້ຂໍ້​ຕົກລົງ 5 ຈຸດ (5PC) ​ຢູ່ ​ມຽນມາ, ບັນດາປະ​ເທດ​ຖື​ວ່າ ຕ້ອງ​ມີ​ຕົວ​ຊີ້​ວັດ​ສະ​ເພາະ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ປະຕິບັດ ​ແລະ ​ຮຽກຮ້ອງ​ໃຫ້​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ ແລະ ໃຫ້​ມີຄວາມ​ອົດ​ກັ້ນສູງສຸດ.

ນອກຈາກ​ນັ້ນ, ບັນດາ​ປະ​ເທດ​ກໍ່ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ໄພ​ຂົ່ມຂູ່​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຕໍ່​ຄວາມ​ໝັ້ນຄົງ ​ແລະ ສັນຕິພາບ​ຂອງ​ພາກ​ພື້ນ, ​ໃນ​ສະພາບ​ການ​ຜັນ​ແປ​ຢ່າງ​ສັບສົນ​ຂອງ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ​ແບບເກົ່າ ​ແລະ ແບບ​ໃໝ່, ​ໃນ​ນັ້ນ​ມີ​ສະພາບຊຸດໂຊມຂອງ​ເສດຖະກິດ​ໂລກ​ ​ແລະ ການ​ປ່ຽນ​ແປງ​ທາງ​ດ້ານ​ພູມ​ສາດການເມືອງ, ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດັ່ງກ່າວ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.