ອາຊຽນເພີ່ມທະວີການສ້າງຄວາມສະດວກໃຫ້ການຂົນສົ່ງຂ້າມຊາຍແດນ

06:44 | 11/11/2023

ຍສໝ - ໃນລະຫວ່າງວັນທີ 9-10 ພະຈິກ, ຄະນະປະຕິບັດງານຂອງກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີ ຫງວຽນຢູຍເລີມ ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຂົນສົ່ງ ອາຊຽນ (ATM) ຄັ້ງທີ 29 ຢູ່ແຂວງຫຼວງພະບາງ, ປະເທດ ລາວ.

ທະຫານຊາຍແດນ ຫວຽດນາມ-ລາວ: ພ້ອມກັນຮ່ວມມື, ຮ້ອງເພງ ແລະ ມ່ວນຊື່ນ ທະຫານຊາຍແດນ ຫວຽດນາມ-ລາວ: ພ້ອມກັນຮ່ວມມື, ຮ້ອງເພງ ແລະ ມ່ວນຊື່ນ
ພົບປະແລກປ່ຽນ, ມອບຂອງຂວັນໃຫ້ບັນດາກໍາລັງທະຫານຊາຍແດນ, ຄູອາຈານ, ນັກຮຽນຫວຽດນາມ-ລາວ ພົບປະແລກປ່ຽນ, ມອບຂອງຂວັນໃຫ້ບັນດາກໍາລັງທະຫານຊາຍແດນ, ຄູອາຈານ, ນັກຮຽນຫວຽດນາມ-ລາວ

ກອງ​ປະຊຸມ​ຄັ້ງ​ນີ້​ມີ 10 ປະ​ເທດ​ອາ​ຊຽນ​ ເຂົ້າ​ຮ່ວມ ​ໂດຍ​ມີ​ລັດຖະມົນຕີ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ລາວ ​ເປັນ​ປະທານ ເເລະ ລັດຖະມົນຕີກະຊວງ​ຄົມມະນາຄົມຂົນ​ສົ່ງ​​ມາ​ເລ​ເຊຍ ​ເປັນ​ຮອງ​ປະທານ​ກອງ​ປະຊຸມ.

ກ່າວຄຳປາໄສ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ຫງວຽນຢູຍເລີມ ກ່າວວ່າ ຫວຽດນາມ ໄດ້ເປັນເອກະສັນ​ກັບ 7 ຂໍ້​ສະ​ເໜີ​ຂອງ​ຂັ້ນ STOM ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສົມທົບ​ກັບ​ບັນດາ​ປະ​ເທດ​ສະມາຊິກ ​ແລະ ຄະນະ​ເລຂາທິການ ອາ​ຊຽນ ເພື່ອຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຢ່າງ​ມີ​ປະສິດທິ​ຜົນ.

ສຳຫຼັບ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ພັດທະນາ​ຕາໜ່າງ​ທາງບົກ​ ອາ​ຊຽນ, ທ່ານ​ຮອງ​ລັດຖະມົນຕີ​ໃຫ້​ຮູ້​ວ່າ “ປະຈຸ​ບັນ, ຫວຽດນາມ ພວມຜັນ​ຂະຫຍາຍ​ບັນດາ​ລະບຽບ​ການ​ພາຍ​ໃນ​ຢ່າງ​ຮີບ​ດ່ວນ​ເພື່ອ​ສາມາດ​ລົງ​ນາມ​ໄດ້​ໃນເວລາ​​ໄວ​ທີ່ສຸດ, ຄາດ​ວ່າ​ໃນ​ເດືອນ​ພະຈິກ 2023 ນີ້”.

ອາຊຽນເພີ່ມທະວີການສ້າງຄວາມສະດວກໃຫ້ການຂົນສົ່ງຂ້າມຊາຍແດນ
ກອງປະຊຸມລັດຖະມົນຕີຂົນສົ່ງ ອາຊຽນ (ATM) ຄັ້ງທີ 29 ຢູ່ແຂວງຫຼວງພະບາງ, ປະເທດ ລາວ.(ທີ່ມາ: VGP)

ສິ້ນ​ສຸດ​ກອງ​ປະຊຸມ​ຄົບ​ຄະນະ, ບັນດາ​ລັດຖະມົນຕີໄດ້ເປັນເອກະສັນ​ອອກ​ຖະ​ແຫຼ​ງການ​ຮ່ວມ. ຕາມ​ນັ້ນ​ແລ້ວ, ກໍ່ສືບ​ຕໍ່​ຍູ້ແຮງ​ຕະຫຼາດ​ການບິນລວມ ​ປະ​ເທດ​ອາ​ຊຽນ, ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ແຜນການສັງລວມກ່ຽວກັບ​ການສະໜອງການ​​ບໍລິການ​ຮັບປະກັນ​ການເຄື່ອນໄຫວອາ​ຊຽນ (ເອກະສານພິມຄັ້ງ​ທີ 3) ​ເພື່ອ​ບັນລຸ​ໄດ້ເປົ້າ​ໝາຍກ່ຽວກັບການ​ຄຸ້ມ​ຄອງ​ການສັນຈອນທາງອາກາດຢ່າງລຸລ່ວງ.

ກ່ຽວ​ກັບ​ການ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ລົດ​ໄຟຟ້າ​ໃນ​ພາກ​ພື້ນ, ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາຂໍ້ສະເໜີແນະ​ດ້ານ​ນະ​ໂຍບາຍ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ລົດ​ໄຟຟ້າ ​ແລະ ປ້ອມສາກ​ໄຟ​ໃນ​ອາ​ຊຽນ, ​ໃນນັ້ນ​ ໄດ້​ຊີ້​ນຳ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ສາກ​ລົດ​ໄຟຟ້າ ​ແລະ ພື້ນຖານ​ໂຄງ​ລ່າງ​​ໜູນ​ຊ່ວຍ, ​ລວມມີບັນດາອຸປະກອນ​ສາກ​ໄຟ ​ແລະ ອຸປະກອນສະໜອງ​ໃຫ້ລົດ​ໄຟຟ້າ.

ສຳຫຼັບການເພີ່ມ​ທະວີ​ທີ່​ເຊື່ອມ​ຕໍ່​ພາຫະນະ​ທາງບົກ, ບັນດາຫົວໜ້າ​ຄະນະ​​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຈົດຈຳ​ກ່ຽວ​ກັບ​ການ​ພັດທະນາ​ຕາໜ່າງເສັ້ນ​ທາງບົກ​ອາ​ຊຽນ (AHN), ໃນນັ້ນ ອັບເດດ​ບັນດາເສັ້ນ​ທາງບົກ​​ອາ​ຊຽນ ​ແລະ ສ້າງເງື່ອນໄຂ​ສະດວກ​ໃຫ້​ແກ່​ການ​ປັບປຸງ​ເສັ້ນທາງ ກໍ່ຄື​ມາດຕະຖານ​ການອອກແບບເສັ້ນທາງບົກ​ສຳຫຼັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ໃນ​ອະນາຄົດ.

​ເພື່ອ​ແນ​ໃສ່​ເພີ່ມ​ທະວີການສ້າງ​ຄວາມ​ສະດວກ​ໃນ​ການ​ຂົນ​ສົ່ງ​ສິນຄ້າ​ຂ້າມ​ຊາຍ​ແດນ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບໃຫ້ສຳຫຼັບສິນຄ້າ, ກອງ​ປະຊຸມ​ໄດ້ຊົມເຊີຍ​ການໃຫ້​ສັດຕະຍາບັນທີ່ຄົບຊຸດ ອານຸສັນຍາ​ເລກທີ 6 (ກ່ຽວ​ກັບ​ເສັ້ນທາງ​ລົດ​ໄຟ​ຊາຍ​ແດນ ​ແລະ ສະຖານີລົດໄຟຄ່ຽນຖ່າຍ) ຂອງ​ກອບສັນຍາອາຊຽນ ກ່ຽວ​ກັບການສ້າງ​ຄວາມ​ສະດວກໃຫ້ສິນຄ້າ​ຜ່ານ​ແດນ​ (AFAFGIT). ຕາມນັ້ນແລ້ວ ກໍ່ສຳເລັດການ​ໃຫ້​ສັດຕະຍາບັນ​ບັນດາ​ອານຸສັນຍາໃນ AFAFGIT ທີ່ໄດ້ມີຜົນສັກສິດສຳຫຼັບ​​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ.

​ເພື່ອ​ຊຸກຍູ້​ຄວາມ​ສາມາດ​ຂອງ​ຕ່ອງ​ໂສ້​ການ​ສະໜອງ​ທາງ​ທະ​ເລ, ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາຄຳແນະນຳກ່ຽວກັບທ່າກຳປັ່ນ​ອັດສະລິຍະ, ໄດ້ກໍ່ສ້າງເພື່ອ​ວັດ​ແທກ ​ແລະ ​ວິ​ເຄາະຕົວເລກ​ດັດ​ຊະ​ນີ​ທ່າ​ກຳ​ປັ່ນອັດສະລິຍະ (SPPI) ສຳຫຼັບ 14 ທ່າ​ເຮືອໃນຕາງໜ່າງອາ​ຊຽນ.

ກອງ​ປະຊຸມ​ໄດ້​ເປັນເອກະສັນຈັດ​ຕັ້ງ​ກອງ​ປະຊຸມລັດຖະມົນຕີຂົນ​ສົ່ງ​ ອາ​ຊຽນ ຄັ້ງ​ທີ 30 ຢູ່​ມາ​ເລ​ເຊຍ​ ໃນ​ປີ 2024.

ດີງເລື້ອງ

ເຫດການ
302 Found

Found

The document has moved here.