ໃນປີ 2022, ຫວຽດນາມ ດຶງດູດ FDI ເກືອບ 27,72 ຕື້ USD

17:14 | 03/01/2023

ຍສໝ - ຕາມ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ແລ້ວ, ມາ​ຮອດ​ວັນ​ທີ 20 ທັນວາ, ຄາດ​ຄະ​ເນ​ວ່າ ບັນດາ​ໂຄງການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ໄດ້​ປ່ອຍເງິນ ​ເກືອບ 22,4 ຕື້ USD.

KOICA ໜູນ​ຊ່ວຍ​ເກືອບ 8,5 ລ້ານ USD ​ເພື່ອ​ສ້າງ​ມະຫາວິທະຍາ​ໄລ​ດີ​ຈີ​ຕອນ​ຢູ່ ຫວຽດນາມ KOICA ໜູນ​ຊ່ວຍ​ເກືອບ 8,5 ລ້ານ USD ​ເພື່ອ​ສ້າງ​ມະຫາວິທະຍາ​ໄລ​ດີ​ຈີ​ຕອນ​ຢູ່ ຫວຽດນາມ
ທະນາຄານໂລກ: ຄາດຄະເນວ່າ ເສດຖະກິດ ຫວຽດນາມ ຈະເຕີບໂຕ 7,5% ໃນປີ 2022 ທະນາຄານໂລກ: ຄາດຄະເນວ່າ ເສດຖະກິດ ຫວຽດນາມ ຈະເຕີບໂຕ 7,5% ໃນປີ 2022

ຕາມຂໍ້​ມູນ​ຈາກ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ໃຫ້​ຮູ້​ວ່າ: ມາ​ຮອດ​ວັນ​ທີ 20 ທັນວາ, ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ໃໝ່, ດັດປັບ ​ແລະ ປະກອບທຶນຊື້ຫຸ້ນສ່ວນ ​ແລະ ຊື້ສ່ວນທຶນປະກອບຂອງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ຢູ່ ຫວຽດນາມ ໄດ້ບັນລຸ​ເກືອບ 27.72 ຕື້ USD ​ເທົ່າ​ກັບ 89% ທຽບກັບໃນ​ໄລຍະ​ດຽວ​ກັນ​ຂອງ​ປີ 2021. ​ໃນ​ນັ້ນ, ທຶນ​ຈົດ​ທະບຽນ​ໃໝ່​ໄດ້​ຫຼຸດ​ລົງ, ​ແຕ່​ຈຳນວນ​ໂຄງການ​ລົງທຶນ​ໃໝ່​ກໍ່​ເພີ່ມ​ຂຶ້ນ, ທຶນ​ການ​ລົງທຶນ​ທີ່ດັດ​ປັບປຸງ​ກໍ່​ເພີ່ມ​​ ເມື່ອທຽບໃສ່ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ 2021.

ໃນປີ 2022, ຫວຽດນາມ ດຶງດູດ FDI ເກືອບ 27,72 ຕື້ USD

ໃນປີ 2022, ຫວຽດນາມ ດຶງດູດ FDI ເກືອບ 27,72 ຕື້ USD. (ພາບ: TTXVN)

ໃນຈຳນວນ 108 ປະເທດ ແລະ ເຂດແຄ້ວນທີ່ລົງທຶນເຂົ້າ ຫວຽດນາມ ໃນປີ 2022, ສິງກະໂປ ນຳໜ້າ ດ້ວຍຍອດຈຳນວນເງິນລົງທຶນເກືອບ 6,46 ຕື້ USD; ສ.​ເກົາຫຼີ​ ເປັນ​ອັນ​ດັບ​ສອງ​ ແລະ ​ຍີ່​ປຸ່ນ​ເປັນ​ທີ​ສາມ.

ຕາມ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ມາ​ຮອດ​ວັນ​ທີ 20 ທັນວາ, ຄາດ​ຄະ​ເນ​ວ່າ ບັນດາ​ໂຄງການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ໄດ້​ປ່ອຍເງິນ​ເກືອບ 22,4 ຕື້ USD, ​ເພີ່ມ​ຂຶ້ນ 13,5% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ ໄດ້​ລົງທຶນ​ເຂົ້າ 19 ໃນ 21 ​ຂະ​ແໜງ​ເສດຖະກິດ​ແຫ່ງ​ຊາດ. ໃນດ້ານຈໍານວນຂອງໂຄງການໃຫມ່, ພາກສ່ວນຂາຍສົ່ງ ແລະ ຂາຍຍ່ອຍ, ຂະແໜງການການຜະລິດ - ການປຸງແຕ່ງ ແລະ ກິດຈະກໍາວິທະຍາສາດ - ເຕັກໂນໂລຊີ ມືອາຊີບໄດ້ດຶງດູດໂຄງການຫຼາຍທີ່ສຸດ. ຖັດໄປແມ່ນ ທຸລະກິດອະສັງຫາລິມະຊັບ, ຂະແໜງການການ​ຜະ​ລິດ​ ແລະ ​ຈໍາ​ຫນ່າຍ​ໄຟ​ຟ້າ​.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.