ທິມບານເຕະ ໂອລິມປິກຫວຽດນາມເລີ່ມແຂ່ງຂັນດ້ວຍຜົນດີ ໃນ ASEAN Games 2023:

18:12 | 20/09/2023

ຍສໝ - ການຍິງເຂົ້າ 2 ປະຕູຂອງ ກວກຫວຽດ ພ້ອມກັບການຍິງເຂົ້າປະຕູຂອງວັນຄາງ ແລະ ງວຽນຮ່ວາງ ໄດ້ຊ່ວຍໃຫ້ທິມໂອລິມປິກ ຫວຽດນາມ ເລີ່ມແຂ່ງຂັນດ້ວຍຜົນດີ

ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023 ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023
ດ່ານັ້ງ ເລີ່ມເຄື່ອງໄຫວງານບຸນຍິງບັ້ງໄຟດອກສາກົນ 2023 (DIFF 2023) ດ່ານັ້ງ ເລີ່ມເຄື່ອງໄຫວງານບຸນຍິງບັ້ງໄຟດອກສາກົນ 2023 (DIFF 2023)
ທິມບານເຕະ ໂອລິມປິກຫວຽດນາມເລີ່ມແຂ່ງຂັນດ້ວຍຜົນດີ ໃນ ASEAN Games 2023:

ໃນນັດແຂ່ງຂັນບານເຕະຊາຍ ສາຍ B ທີ່ໄດ້ດຳເນີນ ໃນຕອນບ່າຍວັນທີ 19 ກັນຍານີ້, ຢູ່ສະໜາມຫຼວງລິມປິງ, ນະຄອນຫາງໂຈ່ວ, ໃນຂອບເຂດງານມະຫາກຳກິລາເອຊຽນເກມຄັ້ງທີ 19 (ASIAD 2023), ທີມໂອລິມປິກຫວຽດນາມ ເອົາຊະນະ 4-2 ຕໍ່ທີມໂອລິມປິກມົງໂກນ. ການຍິງເຂົ້າ 2 ປະຕູຂອງ ກວກຫວຽດ ພ້ອມກັບການຍິງເຂົ້າປະຕູຂອງວັນຄາງ ແລະ ງວຽນຮ່ວາງ ໄດ້ຊ່ວຍໃຫ້ທິມໂອລິມປິກ ຫວຽດນາມ ເລີ່ມແຂ່ງຂັນດ້ວຍຜົນດີ ແລະ ມີກາລະໂອກາດໃຫຍ່ເພື່ອສາມາດເຂົ້າແຂ່ງຂັນໃນຮອບ 8 ທິມບານເຕະຊາຍຢູ່ ASIAD 2023.

ຕາມຕາຕະລາງການແຂ່ງຂັນ, ວັນທີ 21 ກັນຍານີ້, ທິມໂອລິມປິກຫວຽດນາມຈະມີການແຂ່ງຂັນນັດທີ 2 ກັບທິມໂອລິມປິກອີຣານ. ໃນນັດແຂ່ງຂັນສຸດທ້າຍໃນຮອບແຂ່ງຂັນໃນວັນທີ 24 ກັນຍານີ້, ທິມຫວຽດນາມຈະພົບກັບທິມໂອລິມປິກ ອາຣັບບີ ຊາອຸດິ.

ດີງເລື້ອງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.