ເສດຖະກິດຍາມກາງຄືນຄືປັດໄຈຊ່ວຍໃຫ້ການທ່ອງທ່ຽວຫຼວງພະບາງ ເພີ່ມສີສັນ ແລະ ຄວາມຈັບໃຈຂອງນັກທ່ອງທ່ຽວ

20:28 | 24/09/2023

ຍສໝ - ການມີຫຼາກຫຼາຍຮູບແບບຜະລິດຕະພັນການທ່ອງທ່ຽວ, ເສດຖະກິດຍາມກາງຄືນບໍ່ພຽງແຕ່ຊ່ວຍສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ປະຊາຊົນເທົ່ານັ້ນ ແຕ່ຫາກຍັງເປັນການເພີ່ມສີສັນ ແລະ ຄວາມປະທັບໃຈໃຫ້ກັບນັກທ່ອງທ່ຽວອີກດ້ວຍ.

ເສດຖະກິດກາງຄືນ - ປັດໄຈທີ່ເຮັດໃຫ້ການທ່ອງທ່ຽວຫຼວງພະບາງ ຂອງລາວ ເປັນໜ້າສົນໃຈ ເສດຖະກິດກາງຄືນ - ປັດໄຈທີ່ເຮັດໃຫ້ການທ່ອງທ່ຽວຫຼວງພະບາງ ຂອງລາວ ເປັນໜ້າສົນໃຈ
ນັກທ່ອງທ່ຽວເລືອກຊື້ອາຫານພື້ນເມືອງໃນຕະຫຼາດກາງຄືນຫຼວງພະບາງ(ພາບ: ຟາມາກຽນ ສຳນັກຂ່າວ ສານຫວຽດນາມ)

ນັກທ່ອງທ່ຽວເລືອກຊື້ອາຫານພື້ນເມືອງໃນຕະຫຼາດກາງຄືນຫຼວງພະບາງ(ພາບ: ຟາມາກຽນ ສຳນັກຂ່າວ ສານຫວຽດນາມ)

ໂດຍເປັນເມືອງທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງຂອງລາວມາຫຼາຍປີ, ຫຼວງພະບາງໄດ້ຮັບການຕີລາຄາສູງຈາກວາລະສານທ່ອງທ່ຽວທີ່ມີຊື່ສຽງຂອງໂລກຫຼາຍສະບັບວ່າ ເປັນອີກຈຸດໜຶ່ງທີ່ໜ້າສົນໃຈ ແລະ ເປັນໜ້າໄປທ່ຽວຊົມທີ່ສຸດ.

ບັນຫາດັ່ງກ່າວບໍ່ສະເພາະແຕ່ຍ້ອນຫຼວງພະບາງເປັນເມືອງມໍລະດົກໂລກ ຫຼື ເປັນພະລາດຊະວັງເມືອງເກົ່າແກ່ຂອງແຜ່ນດິນລ້ານຊ້າງເທົ່ານັ້ນ ແຕ່ຫາກເປັນເພາະອຳນາດການປົກຄອງມີຄວາມພະຍາຍາມເຮັດໃຫ້ຜະລິດຕະພັນການທ່ອງທ່ຽວມີຫຼາກຫຼາຍຮູບແບບເພື່ອດຶງດູດນັກທ່ອງທ່ຽວ ໃນນັ້ນມີທັງຕະຫຼາດກາງຄືນນຳອີກ.

ຕະຫຼາດກາງຄືນຫຼວງພະບາງ ຍາວຢຽດຕາມຖະໜົນ ສີສະຫວ່າງວົງ ປະມານ 1 ກມ ໃກ້ກັບພະລາດຊະວັງເຈົ້າຊີວິດ, ເປັນຖະໜົນຢູ່ໃຈກາງຂອງຕົວເມືອງຫຼວງພະບາງ. ຕະຫຼາດກາງຄືນຫຼວງພະບາງຍັງເປັນສະຖານທີ່ແລກປ່ຽນປະສົບການ, ເປັນສະຖານບັນເທິງທີ່ບໍ່ສາມາດພາດໄດ້ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃນຍາມຄໍ່າຄືນລາຕີ.

ຕະຫຼາດກາງຄືນຫຼວງພະບາງມີຫຼາຍກວ່າ 500 ຫ້າງຮ້ານຂາຍເຄື່ອງກັດຖະກຳພື້ນເມືອງ ພ້ອມດ້ວຍຮ້ານອາຫານການກິນ, ຮ້ານເຫຼົ້າ, ຮ້ານເບຍ ແລະ ສະຖານທີ່ຟັງເພງຜ່ອນຄາຍ... ຜູ້ຄົນທີ່ມາທ່ຽວຕະຫຼາດແຫ່ງນີ້ບໍ່ສະເພາະແຕ່ໄດ້ສຳຜັດກັບສິນຄ້າຫັດຖະກຳພື້ນບ້ານທີ່ຫຼາກຫຼາຍເຕັມໄປດ້ວຍສີສັນວັດທະນະທຳຂອງຄົນລາວ ເທົ່ານັ້ນ ແຕ່ຍັງໄດ້ສຳຜັດກັບອາຫານການກິນພື້ນເມືອງທີ່ລືຊື່ດ້ວຍລາຄາທີ່ຍ່ອມເຍົາ, ນອກຈາກນັ້ນ ກໍ່ຍັງເປັນສະຖານທີ່ພັກຜ່ອນຢ່ອນໃຈພາຍຫຼັງໄປທ່ຽວຊົມທົ່ວຕົວເມືອງຫຼວງພະບາງມາແລ້ວ.

ພາຍຫຼັງໄປທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໃນຕົວເມືອງຫຼວງພະບາງມາແລ້ວ, ໃນນັ້ນມີທັງນໍ້າຕົກຕາດກວາງຊີ, ອ້າຍບ່າວ ມີແຊວ ກັນກາ ນັກທ່ອງທ່ຽວຈາກປະເທດ ໂປໂລຍ ກໍມານັ່ງດື່ມເບຍລາວເຢັນໆກັບແກ້ມພ້ອມໝູ່ຂອງລາວ, ລາວຕີລາຄາວ່າ ຕະຫຼາດກາງຄືນເປັນໜຶ່ງໃນທາງເລືອກຂອງເຂົາ ຊຶ່ງຕະຫຼາດກາງຄືນບໍ່ສະເພາະແຕ່ເປັນສະຖານທີ່ໄດ້ສຳຜັດກັບຫຼາກຫຼາຍລົດຊາດຂອງອາຫານການກິນພື້ນເມືອງເທົ່ານັ້ນ ແຕ່ຍັງໄດ້ເປັນແຫຼ່ງຮຽນຮູ້ປະສົບການຫຼາຍສິ່ງຫຼາຍຢ່າງກ່ຽວກັບວັດທະນະທຳ, ປະເພນີຂອງລາວອີກດ້ວຍ.

ຕະຫຼາດກາງຄືນແຫ່ງນີ້ເລີ່ມເປີດເປັນທາງການແຕ່ຕົ້ນປີ 2000 ເປັນຕົ້ນມາ ດ້ວຍຈຸດປະສົງຕົ້ນຕໍຄື ເພື່ອໃຫ້ນັກທ່ອງທ່ຽວໄດ້ມີສະຖານທີ່ບັນເທິງ, ສ້າງເປັນຈຸດຈຳໜ່າຍສິນຄ້າພື້ນເມືອງ, ສ້າງວຽກເຮັດງານທຳ ແລະ ສ້າງລາຍໄດ້ໃຫ້ກັບປະຊາຊົນທ້ອງຖິ່ນ.

ເບື້ອງຕົ້ນຕະຫຼາດແຫ່ງນີ້ມີພຽງແຕ່ຂາຍສິນຄ້າຫັດຖະກຳ ແລະ ອາຫານພື້ນເມືອງເທົ່ານັ້ນ, ຕໍ່ມາກໍຄ່ອຍມີການບໍລິການກວ້າງອອກ. ນອກຈາກເຂດທີ່ຂາຍສິນຄ້າຫັດຖະກຳພື້ນເມືອງ ແລະ ອາຫານພື້ນບ້ານແລ້ວ ຍັງມີສະຖານທີ່ຟັງເພງ ແລະ ບັນເທິງຕື່ມອີກ.

ທ່ານ ເຈິນກວັກຮວ່າງ ນັກທ່ອງທ່ຽວຈາກແຂວງ ນາມດິງ ສສ ຫວຽດນາມ ໄປທ່ຽວຫຼວງພະບາງຄັ້ງທຳອິດ ລາວໄດ້ຕີລາຄາສູງຕໍ່ຮູບແບບຕະຫຼາດກາງຄືນຢູ່ທີ່ນີ້.

ທ່ານໃຫ້ທັດສະນະວ່າ ຕະຫຼາດກາງຄືນຫຼວງພະບາງ ເຮັດໃຫ້ຈິດຕະສາດຂອງນັກທ່ອງທ່ຽວຮູ້ສຶກສະບາຍຜ່ອນຄາຍອາລົມໄດ້ດີ ແລະ ຍັງເປັນແຫຼ່ງໃຫ້ພວກເຂົາເຈົ້າຮຽນຮູ້ຫັດຖະກຳພື້ນບ້ານ ແລະ ອາຫານການກິນພື້ນເມືອງຂອງຄົນລາວອີກດ້ວຍ, ເລືອກຊື້ສິນຄ້າໄດ້ຕາມໃຈມັກ ທັງເປັນສະຖານທີ່ບັນເທິງ, ພັກຜ່ອນຢ່ອນໃຈທີ່ດີເລີດ. ພ້ອມກັນນັ້ນ ຕະຫຼາດກາງຄືນຍັງໄດ້ສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ປະຊາຊົນທ້ອງຖິ່ນອີກດ້ວຍ.

ນັກທ່ອງທ່ຽວຕ່າງປະເທດຊື້ອາຫານການກິນໃນຕະຫຼາດກາງຄືນຫຼວງພະບາງ(ພາບ: ຟາມກຽນ ສຳນັກຂ່າສານຫວຽດນາມ)

ນັກທ່ອງທ່ຽວຕ່າງປະເທດຊື້ອາຫານໃນຕະຫຼາດກາງຄືນຫຼວງພະບາງ (ພາບ: ຟາມກຽນ ສຳນັກຂ່າສານຫວຽດນາມ)

ເມື່ອຕອບສຳພາດຕໍ່ນັກຂ່າວຂອງຫວຽດນາມ ປະຈຳລາວ, ທ່ານ ວົງດາວອນ ວົງໄຊຍະລາດ ຮອງຫົວໜ້າພະແນກຖະແຫຼງຂ່າວ - ວັດທະນະທຳ ແລະ ທ່ອງທ່ຽວ ຫຼວງພະບາງ ໃຫ້ທັດສະນະວ່າ: ວຽກງານການທ່ອງທ່ຽວຄືຂໍ້ກຸນແຈຂອງການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ສະນັ້ນ, ໃນຫຼາຍປີທີ່ຜ່ານມາ ຫຼວງພະບາງຈຶ່ງມີຄວາມພະຍາຍາມສ້າງຜະລິດຕະພັນທ່ອງທ່ຽວດ້ວຍຫຼາຍຮູບແບບ, ຫຼາຍສີສັນເພື່ອດຶງດູດນັກທ່ອງທ່ຽວໄດ້ມີທາງເລືອກໃນການຈັບຈ່າຍໃຊ້ສອຍ, ແລກປ່ຽນປະສົບການ ແລະ ບັນເທິງ.

ລູກເມືອງພວນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.