ນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມກອງປະຊຸມສະຫຼຸບການເຄື່ອນໄຫວທະນາຄານໄລຍະ 6 ເດືອນຕົ້ນປີ 2023

08:15 | 25/08/2023

ຍສໝ - ກອງປະຊຸມໂດຍທະນາຄານແຫ່ງລັດ ຫວຽດນາມຈັດຕັ້ງດ້ວຍຮູບການໂດຍເຊິ່ງໜ້າຢູ່ ສຳນັກງານທະນາຄານແຫ່ງລັດ ຫວຽດນາມ (ຮ່າໂນ້ຍ) ແລະ ຮູບການທາງໄກເຊື່ອມຕໍ່ກັບ 63 ສະຖານທີ່ເປັນສາຂາທະນາຄານແຫ່ງລັດຢູ່ 63/63 ແຂວງ, ນະຄອນໃນທົ່ວປະເທດ.

ນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີ ມາເລເຊຍ ໄປຢ້ຽມຢາມຖະໜົນປື້ມ ຮ່າໂນ້ຍ ນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີ ມາເລເຊຍ ໄປຢ້ຽມຢາມຖະໜົນປື້ມ ຮ່າໂນ້ຍ
ນາຍົກລັດຖະມົນຕີ ຟ້າມມິງຈີງ ເຮັດວຽກກັບຄະນະປະຈຳພັກແຂວງ ບັກກ້ານ ນາຍົກລັດຖະມົນຕີ ຟ້າມມິງຈີງ ເຮັດວຽກກັບຄະນະປະຈຳພັກແຂວງ ບັກກ້ານ

ທະນາຄານແມ່ນເສັ້ນເລືອດຂອງເສດຖະກິດ, ເສັ້ນເລືອດຈໍລະຈອນໄດ້ດີຫຼືບໍ່ນັ້ນ, ແມ່ນຍ້ອນປະສິດທິຜົນການເຄື່ອນໄຫວ ການທະນາຄານ ແລະ ບົດບາດດັດປັບ ຂອງທະນາຄານແຫ່ງລັດ. ສະນັ້ນ, ການດັດປັບຕ້ອງມີຄວາມວ່ອງໄວ, ທັນການ, ຄ່ອງຕົວ ແລະ ມີປະສິດທິຜົນ, ຕ້ອງຖືເອົາຜົນປະໂຫຍດສ່ວນລວມ ແລະ ຜົນປະໂຫຍດ ຂອງປະຊາຊົນເໜືອກ່ວາສິ່ງໃດໝົດ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໃນຕອນເຊົ້າວັນທີ 15/7, ທີ່ກອງປະຊຸມສະຫຼຸບ ການເຄື່ອນໄຫວທະນາຄານໄລຍະ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍປະຕິບັດໜ້າທີ່ 6 ເດືອນທ້າຍປີ 2023. ກອງປະຊຸມໂດຍທະນາຄານແຫ່ງລັດ ຫວຽດນາມຈັດຕັ້ງດ້ວຍຮູບການໂດຍເຊິ່ງໜ້າຢູ່ ສຳນັກງານທະນາຄານແຫ່ງລັດ ຫວຽດນາມ (ຮ່າໂນ້ຍ) ແລະ ຮູບການທາງໄກເຊື່ອມຕໍ່ກັບ 63 ສະຖານທີ່ເປັນສາຂາທະນາຄານແຫ່ງລັດຢູ່ 63/63 ແຂວງ, ນະຄອນໃນທົ່ວປະເທດ.

ນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມກອງປະຊຸມສະຫຼຸບການເຄື່ອນໄຫວທະນາຄານໄລຍະ 6 ເດືອນຕົ້ນປີ 2023
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ກ່າວຄຳເຫັນ ທີ່ກອງປະຊຸມ ( ພາບ ; vov)

ກ່ຽວກັບໜ້າທີ່ວຽກງານ ແລະ ວິທີແກ້ໄຂຕົ້ນຕໍໄລຍະ 6 ເດືອນທ້າຍປີ 2023 ແລະ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງປະຕິບັດບັນດາມາດຕະການບໍລິຫານນະໂຍບາຍເງິນຕາຢ່າງເປັນເຈົ້າການ ແລະ ຄ່ອງຕົວໂດຍມີການຄວບຄຸມຢ່າງເໝາະສົມ ແລະ ທັນການ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ ແລະ ດຳເນີນທຸລະກິດ. , ຊຸກຍູ້ການເຕີບໂຕຕິດພັນກັບສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້;ໃຫ້ບຸລິມະສິດແກ່ການບໍລິໂພກ, ການລົງທຶນ ແລະ ການສົ່ງອອກ. ພ້ອມກັນນັ້ນ, ສືບຕໍ່ສຳຫຼວດກວດຄືນ, ສ້າງລະບອບລະບຽບການ, ກົນໄກ ນະໂຍບາຍກ່ຽວກັບເງິນຕາ ແລະ ທະນາຄານ; ສຸມໃສ່ຊຸກຍູ້ການແບ່ງຂັ້ນຄຸ້ມຄອງ ແລະສິດອຳນາດ, ຫຼຸດຜ່ອນລະບຽບການບໍລິຫານ.

ດີງເລື້ອງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.