ທວນຄືນປີ 2022: ບາດກ້າວຂະຫຍາຍຕົວຂອງການທູດປະຊາຊົນ

17:13 | 03/01/2023

ຍສໝ - ປີ 2022, ຄຽງ​ຄູ່​ກັບ​ສອງ​ເສົາ​ຄ້ຳ​ການພົວພັນການຕ່າງປະເທດ​ຂອງ​ພັກ ​ແລະ ການ​ທູດ​ແຫ່ງ​ລັດ, ​ເສົາ​ຄ້ຳ​ການ​ທູດ​ປະຊາຊົນ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຟົດ​ຟື້ນ ​ແລະ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງເຂັ້ມແຂງ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຂະ​ບວນການ​ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ ຂອງປະເທດຊາດຫຼັງຈາກໂລກລະບາດ.

ຮັກ​ຫອມສັນ​ຕິ​ພາບ ແມ່ນ​ຈຸດ​ພິ​ເສດ​ພົ້​ນ​ເດັ່ນ​ໃນ​ການ​ພົວ​ພັນການທູດປະຊາຊົນ ຮັກ​ຫອມສັນ​ຕິ​ພາບ ແມ່ນ​ຈຸດ​ພິ​ເສດ​ພົ້​ນ​ເດັ່ນ​ໃນ​ການ​ພົວ​ພັນການທູດປະຊາຊົນ
ຊຸກຍູ້ການຮ່ວມມືລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ ຊຸກຍູ້ການຮ່ວມມືລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ

ເປັນປີທີ່ຫນ້າຟົດຟື້ນ

ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແມ່ນ​ໄດ້ຮັບການຄວບ​ຄຸມແລ້ວ, ປະ​ເທດຊາດ​ໄດ້​ເປີດ​ປະຕູຄືນ​ໃໝ່ ​ແລະ ​ເຂົ້າ​ສູ່​ໄລຍະ​ແຫ່ງ​ການ​ຟື້ນ​ຟູ ​ແລະ ເຕີບໂຕ, ສະນັ້ນ ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ປະຊາຊົນ​ຫຼາຍຮູບ​ແບບ​ໄດ້​ດຳ​ເນີນ​ໂດຍກົງຢ່າງຟົດຟື້ນ.

ໂດຍທວນຄືນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ, ທ່ານ ຟານ​ແອງ​ເຊີນ, ຮອງ​ປະທານ, ​ເລຂາທິການ​ໃຫຍ່​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO) ​ໃຫ້​ຮູ້​ວ່າ ນອກຈາກ​ຈັດ​ຕັ້ງ​ຄະນະ​ຜູ້​ແທນທີ່ເຂົ້າ ​ແລະ ອອກ​, ສະຫະພັນ​ມິດຕະພາບ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ສະພາສັນຕິພາບໂລກ ​ຄັ້ງ​ທີ 22 ຢ່າງ​ສຳ​ເລັດ​ຜົນ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 100 ທ່ານ​ທີ່​ມາ​ຈາກ 45 ປະ​ເທດ, 56 ອົງການ​ໃນ​ທົ່ວ​ໂລກ ​ພ້ອມກັບ​ຜູ້​ແທນ​ຫວຽດນາມ 100 ກວ່າ​ທ່ານ. ຕາມ​ການຕີລາຄາຂອງການ​ນຳ​ຂອງ​ສະພາ​ ແລະ ​ຜູ້ແທນທີ່​ເຂົ້າ​ຮ່ວມ​ທັງ​ໝົດ​ແລ້ວ, ນັບ​ແຕ່​ປີ 1996 ​ເປັນ​ຕົ້ນ​ມາ, ນີ້​ແມ່ນ​ກອງ​ປະຊຸມ​ໃຫຍ່​ທີ່​ປະສົບ​ຜົນສຳ​ເລັດ​ທີ່​ສຸດ​ໃນ​ທຸກ​ດ້ານ. ຖະ​ແຫຼງການ​ທາງ​ການ​ເມືອງ ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ. ການຈັດຕັ້ງ​ກອງ​ປະຊຸມ​ໃຫຍ່​ປະສົບ​ຜົນສຳ​ເລັດ ​ໄດ້​ຊ່ວຍ​ຍົກ​ສູງ​ທີ່​ຕັ້ງ ​ແລະ ຄວາມໄວ້ເນື້ເຊື່ອໃຈຂອງ​ຫວຽດນາມ ເວົ້າ​ລວມ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ ​ເວົ້າ​ສະ​ເພາະ ​ໃນ​ການ​ເຄື່ອນ​ໄຫວ​ສັນຕິພາບ​ໂລກ, ຕໍ່ກັບບັນດາ​ອົງການຂອງ​ພັກ​ກອມ​ມູນິດ, ຝ່າຍ​ຊ້າຍ ​ແລະ ​ໃນ​ສາຍ​ຕາ​ຂອງ​ເພື່ອນ​ມິດ​ສາກົນ.

ທວນຄືນປີ 2022: ບາດກ້າວຂະຫຍາຍຕົວຂອງການທູດປະຊາຊົນ

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ມອບ​ຂອງຂວັນ​ໃຫ້​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 22 ຂອງ​ສະພາ​ສັນຕິພາບ​ໂລກ.(ພາບ: vtv)

ສະຫະພັນ​ມິດຕະພາບ​ ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ ​ແລະ ມິດຕະພາບ​ກັບ​ບັນດາ​ປະ​ເທດ ​ຄື: ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ, ປີ ມິດຕະພາບ ຫວຽດນາມ-ກຳປູເຈຍ, ສະ​ເຫຼີ​ມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ກຳປູເຈຍ; 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ - ອິນ​ເດຍ; 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ ແອດ​ສະ​ປາຍ; 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ - ສ​.ເກົາ​ຫຼີ, ອາ​ເມ​ເນຍ, ອາ​ແຊັກ​ໄບ​ຊານ, ເບ​ລາ​ຣຸດ, ອຸ​ສ​ເບີ​ກິ​ສ​ຖານ; 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ; 5 ປີແຫ່ງ​ ການພົວພັນຄູ່​ຮ່ວມ​ມື​ຮອບ​ດ້ານ​ກັບ​ກາ​ນາ​ດາ ...

ຄຽງ​ຄູ່​ກັນ​ນັ້ນ, ສະຫະພັນ​ມິດຕະພາບ ​ໄດ້​ຈັດ​ຕັ້ງ​ໂຄງການ​ແລກປ່ຽນ​ມິດຕະພາບ​ສາກົນ​ປີ 2022 ຢູ່ ຕວຽນກວາງ; ສົມທົບ​ກັບ​ຄະນະ​ພັກ​ແຂວງ ​ແລະ ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກາວ​ບັງ ​ເພື່ອ​ຜັນ​ຂະຫຍາຍ​ກອງ​ປະຊຸມ​ລະດັບ​ຊາດ ​ກ່ຽວ​ກັບ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ປີ 2022 ຢູ່​ແຂວງ ກາວ​ບັງ; ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສ້າງ​ຕັ້ງ 2 ສະ​ມາ​ຄົມ​ໃໝ່​ຄື: ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ເນ​ປານ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ໂອຕຣິດ.

ທວນຄືນປີ 2022: ບາດກ້າວຂະຫຍາຍຕົວຂອງການທູດປະຊາຊົນ

ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທັງເມືນ ​ໄດ້​ລົງ​ນາມ​ໃນ​ທຸງ​ສະພາ​ສັນຕິພາບ​ໂລກ.(ພາບ: TTXVN)

ໃນ​ວຽກ​ງານ​ເຜີຍ​ແຜ່, ເຊື່ອມຊຶມ ​ແລະ ຜັນ​ຂະຫຍາຍ​ແຜນການ​ປະຕິບັດ​ຄຳ​ສັ່ງ​ເລກທີ 12-CT/TW ລົງ​ວັນ​ທີ 5 ມັງກອນ 2022 ຂອງ​ຄະນະ​ເລຂາທິການພັກ ​ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ, ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ການ​ຕ່າງປະ​ເທດ. ສະຫະພັນ​ມິດຕະພາບ​ໄດ້​ເຜີຍ​ແຜ່​ບັນດາ​ເນື້ອ​ໃນ​ຂອງ​ຄຳ​ສັ່ງ​ໃຫ້​ບັນດາ​ອົງການ​ສະມາຊິກໃນລະບົບ. ບົນ​ພື້ນຖານ​ນັ້ນ, ຫຼາຍ​ອົງການ​ມິດຕະພາບ​ຢູ່​ທ້ອງ​ຖິ່ນ​ໄດ້​ແນະນຳ ​ແລະ ສົມທົບ​ກັບ​ຄະນະ​ພັກ​ແຂວງ, ຄະນະ​ປະຈຳ​ພັກ​ແຂວງ, ນະຄອນ ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມເຊື່ອມຊຶມ​ ກ່ຽວ​ກັບ​ຄຳ​ສັ່ງ​ເລກທີ 12-CT/TW ​ໃນ​ຫຼາຍ​ຮູບ​ຫຼາຍ​ແບບ ໃຫ້ແກ່ການນຳພະແນກ, ຂະແໜງການ, ຖັນແຖວນັກລາຍງານຂັ້ນແຂວງ, ນະຄອນ ແລະ ສະມາຊິກສະມາຄົມມິດຕະພາບພາຍໃນເຂດ; ຈາກນັ້ນ ກໍສ້າງແຜນການສະເພາະຂອງແຕ່ລະທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 12 ມີປະສິດທິຜົນສູງສຸດໃນທ້ອງຖິ່ນ.

ຄຽງ​ຂ້າງ​ນັ້ນ, ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ວຽກ​ງານ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງປະ​ເທດ​ ຍັງ​ສືບ​ຕໍ່​ໄດ້​ຮັບ​ການ​ເຄື່ອນ​ໄຫວ​ຢ່າງ​ເປັນເຈົ້າການ ແລະ ຕັ້ງໜ້າ​ກວ່າ​ອີກ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ສະຫຼຸບ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ລະດົມ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ໄລຍະ 2019 – 2025. ຕາມ​ນັ້ນ​ແລ້ວ, ​ໃນ​ປີ 2020 ມີ 490 ອົງການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງປະ​ເທດ ທີ່​ເຄື່ອນ​ໄຫວ​ຢູ່​ຫວຽດນາມ, ​ໃນ​ປີ 2021 ມີ 481 ອົງການຈັດຕັ້ງ, ໃນປີ 2022 ມີ 436 ອົງການຈັດຕັ້ງ. ຍອດ​ມູນ​ຄ່າ​ການ​ຊ່ວຍ​ເຫຼືອ​ແຕ່​ປີ 2020 ​ເຖິງ ເດືອນມິຖຸນາ 2022 ບັນລຸ​ເກືອບ 562 ລ້ານ USD ​ໃນ​ຫຼາຍ​ຂົງ​ເຂດ​ຄື: ສາທາລະນະ​ສຸກ, ການ​ສຶກສາ - ບຳລຸງ​ສ້າງ, ຊັບພະຍາກອນ​ທຳ​ມະ​ຊາດ - ສິ່ງ​ແວດ​ລ້ອມ, ໜູນ​ຊ່ວຍ​ດ້ານ​ຕຸລາການ, ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ແກ້​ໄຂ​ບັນຫາ​ສັງຄົມ.

ປີ 2022, ສະຫະພັນ​ມິດຕະພາບ ​ໄດ້ເປັນກຽດ​ຮັບໃບ​ຍ້ອງຍໍ​ໂດຍ​ທ່ານ​ນາຍົກລັດຖະມົນຕີມອບ ​ນອ້ນມີ​ບັນດາ​ຜົນງານ​ດີ​ເດັ່ນ​ໃນ​ປີ 2021, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງ​ສັງຄົມ​ນິຍົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ; ໃບຍ້ອງຍໍ ຍ້ອນຜົນສໍາເລັດທີ່ໂດດເດັ່ນດ້ານການທູດວັກຊີນໃນປີ 2021.

ການ​ທູດ​ປະຊາຊົນ​ເພື່ອ​ການ​ພັດທະນາ​ເສດຖະກິດ-ສັງຄົມ

ທີ່​ກອງ​ປະຊຸມທວນ​ຄືນ​ວຽກ​ງານ​ປີ 2022 ​ແລະ ຜັນ​ຂະຫຍາຍ​ປະຕິບັດ​ໜ້າ​ທີ່​ປີ 2023 ຂອງ​ສະຫະພັນ​ມິດຕະພາບ, ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ເນັ້ນ​ໜັກ​ວ່າ: ຫົວ​ຂໍ້​ການ​ທູດ​ປະຊາຊົນ​ຂອງ VUFO ປີ 2023 ​ແມ່ນ “ການ​ທູດ​ປະຊາຊົນ ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ”.

ຕາມນັ້ນແລ້ວ, ໃນປີ 2023, ລະບົບສະຫະພັນທັງໝົດ ຈະປະຕິບັດຕາມແຜນນະໂຍບາຍ, ແນວທາງຂອງພັກ ແລະ ລັດ ກ່ຽວກັບວຽກງານພາຍໃນ ແລະ ຕ່າງປະເທດຢ່າງແໜ້ນແຟ້ນ ເພື່ອປະຕິບັດວຽກງານຕ່າງປະເທດ ແລະ ສໍາເລັດຕາມແຜນການທີ່ວາງໄວ້, ໂດຍສະເພາະແມ່ນບັນດາເຫດການສໍາຄັນ ຄື: ສະເຫຼີມສະຫຼອງ 50 ປີ​ແຫ່ງ​ສັນຍາ​ປາຣີ (1973 – 2022), ​ການ​ແລກປ່ຽນ​ມິດຕະພາບ​ສາກົນ 2023 ຢູ່​ລາວ​ກາຍ...

ທວນຄືນປີ 2022: ບາດກ້າວຂະຫຍາຍຕົວຂອງການທູດປະຊາຊົນ

ຕອນບ່າຍວັນທີ 23 ພະຈິກ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 22 ຂອງສະພາສັນຕິພາບໂລກ.

ກ່ຽວ​ກັບ​ວຽກ​ງານ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ, ສະຫະພັນ​ມິດຕະພາບ ​ແລະ ບັນດາ​ຫົວໜ່ວຍ​ທີ່ຂຶ້ນກັບ ໄດ້​ຜັນ​ຂະຫຍາຍການຫັນເປັນ​ບັນດາ​ຂອບ​ເຂດ, ຄູ່​ຮ່ວມ​ມື ​ແລະ ກຳລັງ​ແຮງທີ່ຫຼາກຫຼາຍ; ຮັກສາ, ປັບປຸງ ແລະ ເປີດກວ້າງການພົວພັນຄູ່ຮ່ວມມື; ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດິຈິຕອນ.

ພ້ອມ​ກັນ​ນັ້ນ, ກໍສືບ​ຕໍ່​ປະຕິບັດ​ໂຄງການ​ແຫ່ງ​ຊາດ ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ລະດົມ​ການ​ຊ່ວຍ​ເຫຼືອ​ລ້າ​ຂອງ​ບັນດາອົງການບໍ່ຂຶ້ນກັບລັດຖະບານ​ຕ່າງ​ປະ​ເທດ ໄລຍະ 2019 - 2025 ​ແລະ ປະຕິບັດ​ລັດຖະດຳລັດ ເລກທີ58/2022/ND-CP ວ່າ​ດ້ວຍ​ການ​ຈົດທະບຽນ ​ແລະ ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ບໍ່​ຂຶ້ນກັບ​ລັດຖະບານ​ຕ່າງປະ​ເທດ​ຢູ່​ຫວຽດນາມ ​ເພື່ອ​ລະດົມ​ແຫຼ່ງກຳລັງ​ໃຫ້​ດີ​ທີ່​ສຸດ​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ. ວຽກ​ງານ​ບໍ່ຂຶ້ນກັບລັດຖະບານຕ່າງ​ປະ​ເທດ ​ຕ້ອງ​ຕິດ​ພັນ​ກັບ​ເປົ້າ​ໝາຍ​ການ​ເມືອງ ແລະ ການ​ຕ່າງ​ປະ​ເທດ; ແຜນ​ການ​ລະດົມ​ການ​ຊ່ວຍ​ເຫຼືອ​ທີ່​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ; ກໍ່ສ້າງຂໍ້ມູນສຳລັບຄວາມຕ້ອງການການຊ່ວຍເຫຼືອ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.