ການ​ເຕີບ​ໂຕ GDP ປີ 2022 ຂອງ ຫວຽດ​ນາມ ບັນ​ລຸກວ່າ 8%, ສູງ​ສຸດ​ໃນ​ຮອບ​ເວ​ລາ 12 ປີ​ຜ່ານ​ມາ

00:00 | 09/08/2023

ການເຕີບໂຕເສດຖະກິດປີ 2022 ບັນລຸ 8,02% ເມື່ອທຽບໃສ່ປີ 2021. ນີ້ແມ່ນລະດັບເຕີບໂຕສູງສຸດໃນໄລຍະ 2011 - 2022, ໃນນັ້ນ, ຂົງເຂດກະສິກຳ, ປ່າໄມ້ ແລະສິນໃນນ້ຳສືບຕໍ່ແມ່ນພື້ນຖານຂອງເສດຖະກິດ.

ADB ຄາດ​ຄະ​ເນ: ຫວຽດ​ນາມ ຈະ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ລະ​ດັບ​ການ​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປີ 2022 ແລະ ປີ 2023 ADB ຄາດ​ຄະ​ເນ: ຫວຽດ​ນາມ ຈະ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ລະ​ດັບ​ການ​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປີ 2022 ແລະ ປີ 2023
ສະ​ພາບ​ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ເປັນ​ປົກ​ກະ​ຕິ ແລະ ມີການ​ເຕີບ​ໂຕ​ທີ່​ດີ ສະ​ພາບ​ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ເປັນ​ປົກ​ກະ​ຕິ ແລະ ມີການ​ເຕີບ​ໂຕ​ທີ່​ດີ
ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມໃຫຍ່ສະຖິຕິ. ພາບ: hanoimoi.vn.

ເມື່ອກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ປະກາດຕົວເລກສະຖິຕິເສດຖະກິດ - ສັງຄົມ ໄຕມາດ III ປີ 2022, ຕອນເຊົ້າວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະການລົງທຶນຫວຽດນາມ ໃຫ້ຮູ້ວ່າ “ການເຕີບໂຕເສດຖະກິດປີ 2022 ບັນລຸ 8,02% ເມື່ອທຽບໃສ່ປີ 2021. ນີ້ແມ່ນລະດັບເຕີບໂຕສູງສຸດໃນໄລຍະ 2011 – 2022, ໃນນັ້ນ, ຂົງເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳສືບຕໍ່ແມ່ນພື້ນຖານຂອງເສດຖະກິດ. ຂົງເຂດດັ່ງກ່າວເພີ່ມຂຶ້ນ 3,36%, ປະກອບກວ່າ 5,1% ເຂົ້າໃນລະດັບຄວາມໄວການເຕີບໂຕມູນຄ່າເພີ່ມຂຶ້ນຂອງພື້ນຖານເສດຖະກິດ. ກໍ່ຕາມທ່ານນາງ ແລ້ວ, ປີ 2022, ເສດຖະກິດມະຫາພາກຂອງ ຫວຽດນາມ ສືບຕໍ່ມີສະຖຽນລະພາບ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາຄວາມດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ; ສະພາບແວດລ້ອມການລົງທຶນ, ດຳເນີນທຸລະກິດໄດ້ຮັບການປົວແປງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຟື້ນຟູ ແລະພັດທະນາເສດຖະກິດ - ສັງຄົມ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ການສະໜັບສະໜູນຂອງປະຊາຊົນ ແລະ ປະຊາຄົມວິສາຫະກິດ. ບາງຂະແໜງການໄດ້ມີການເຕີບໂຕສູງກວ່າ ເມື່ອທຽບໃສ່ປີທີ່ຍັງບໍ່ທັນເກີດໂລກລະບາດໂຄວິດ - 19.

ເຫດການ
302 Found

Found

The document has moved here.