ເຕິນຮຽບຟາດ ຫັນກິດ​ຈະ​ກໍາ​ການຈັດ​ຊື້ເປັນດີຈີຕອນ ​ເພື່ອຍົກສູງຄວາມ​ສາ​ມາດ​ໃນ​ການ​ດໍາ​ເນີນ​ງານ ​ແລະ ​ຍາມໃດກໍ່ເປັນ​ຄູ່​ຮ່ວມ​ມື​ທີ່ໄວ້ເນື້ອ​ເຊື່ອໃຈ

19:22 | 30/12/2022

ຍສໝ - ພາຍຫຼັງ​ປະມານ 5 ປີ​ແຫ່ງ​ການຜັນຂະຫຍາຍ e-bidding ເພື່ອ​ປະມູນ​ຢ່າງເປີດ ເຜີຍ ​ແລະ ​ໂປ່​ງ​ໃສ, ​ໃນ​ປີ 2019, ເຕິນຮຽບຟາດ ສືບ​ຕໍ່​ຄົ້ນຄວ້າ​ບັນດາ​ມາດ​ຕະການ ​ແລະ ແອັບພິເຄຊັນ ​ເພື່ອເຊື່ອມຕໍ່ ແລະ ຍົກສູງ​ຄວາມ​ໂປ່​ງ​ໃສ​ໃນ​ບັນດາກິດຈະກໍາການຈັດ​ຊື້ ແຕ່ລາຄາຕະຫຼອດເຖິງການບໍລິການ​ຂອງ​ຜູ້​ສະໜອງ​ພາຍ​ໃນ ​ແລະ ສາກົນ.

ຫວຽດນາມ ປາດຖະໜາພ້ອມກັບ ສປປ ລາວ ເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ ປາດຖະໜາພ້ອມກັບ ສປປ ລາວ ເພີ່ມພູນຄູນສ້າງສາຍພົວພັນ
ປີ 2022, ຫວຽດນາມ ດຶງດູດທຶນ FDI ເກືອບ 27,72 ຕື້ USD ປີ 2022, ຫວຽດນາມ ດຶງດູດທຶນ FDI ເກືອບ 27,72 ຕື້ USD

ການດໍາເນີນ SAP Ariba ແມ່ນໜຶ່ງໃນບັນດາໂຄງການສຳຄັນໃນຍຸດທະສາດ ການຫັນເປັນດີຈີຕອນ ໄລຍະ 2021-2026 ຂອງ ເຕິນຮຽບຟາດ ເພື່ອຍົກສູງກຳລັງຄວາມສາມາດຂອງການຈັດຕັ້ງຈາກເຕັກໂນໂລຊີໄປສູ່ແຫຼ່ງຊັບພະຍາກອນມະນຸດ, ມຸ່ງໄປເຖິງການເຂົ້າສູ່ສາກົນ ແລະ ບັນລຸເປົ້າໝາຍລາຍຮັບ 1 ຕື້ໂດລາສະຫະລັດ. ທ່ານ ເຈິ່ນກຸຍແທງ, ຜູ້ກໍ່ຕັ້ງກຸ່ມບໍລິສັດ ເຕິນຮຽບຟາດ ກ່າວໃນກອງປະຊຸມນຳໃຊ້ພື້ນຖານ SAP Ariba ທາງການ ໃນວັນທີ 4 ກໍລະກົດ 2022.

ພາຍຫຼັງ​ປະມານ 5 ປີ​ແຫ່ງ​ການຜັນຂະຫຍາຍ e-bidding ເພື່ອ​ປະມູນ​ຢ່າງເປີດ ເຜີຍ ​ແລະ ​ໂປ່​ງ​ໃສ, ​ໃນ​ປີ 2019, ເຕິນຮຽບຟາດ ສືບ​ຕໍ່​ຄົ້ນຄວ້າ​ບັນດາ​ມາດ​ຕະການ ​ແລະ ແອັບພິເຄຊັນ ​ເພື່ອເຊື່ອມຕໍ່ ແລະ ຍົກສູງ​ຄວາມ​ໂປ່​ງ​ໃສ​ໃນ​ບັນດາກິດຈະກໍາການຈັດ​ຊື້ ແຕ່ລາຄາຕະຫຼອດເຖິງການບໍລິການ​ຂອງ​ຜູ້​ສະໜອງ​ພາຍ​ໃນ ​ແລະ ສາກົນ.

ມາຮອດເດືອນມັງກອນ 2021, ເຕິນຮຽບຟາດ ສືບຕໍ່ປັບປຸງ ແລະ ຍົກລະດັບລະບົບ SAP Ariba ສໍາລັບກິດຈະກໍາການຈັດຊື້ ໂດຍມີເປົ້າໝາຍ ຍົກສູງຄວາມສາມາດໃນການດໍາເນີນງານ ແລະ ​ຍາມໃດກໍ່ເປັນ​ຄູ່​ຮ່ວມ​ມື​ທີ່ໄວ້ເນື້ອ​ເຊື່ອໃຈ. ທຸກໆທຸລະກໍາ ແລະ ຂໍ້ມູນທີ່ແລກປ່ຽນລະອຽດລະຫວ່າງລູກ ຄ້າ ແລະ ຜູ້ສະຫນອງຈະໄດ້ປະຕິບັດຢ່າງໄວວາ ແລະ ໂປ່ງໃສ ເພື່ອຍົກສູງປະສິດທິຜົນການດໍາເນີນທຸລະກິດ.

Tân Hiệp phát số hoá hoạt động mua hàng để nâng cao năng lực vận hành và luôn là đối tác đáng tin cậy

ເຕິນຮຽບຟາດ ເປີດໃຊ້ລະບົບ SAP Ariba ຢ່າງເປັນທາງການແຕ່ວັນທີ 4 ກໍລະກົດ 2022. ພາບ: thoidai.com.vn

SAP Ariba ແມ່ນເຄືອຂ່າຍ B2B ທີ່ໃຫຍ່ທີ່ສຸດທົ່ວໂລກທີ່ຊ່ວຍໃຫ້ວິສາຫະກິດ ສາມາດເຊື່ອມຕໍ່ ແລະ ຮ່ວມມືກັບຜູ້ສະຫນອງນັບຫຼາຍລ້ານແຫ່ງຢ່າງເປັນເຈົ້າການ ແລະ ເປີດເຜີຍ. ຜ່ານນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຈຶ່ງ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຢ່າງລະອຽດ ​ແລະ ມີ​ປະສິດທິ​ຜົນ​ໃນ​ພື້ນຖານສະສົມ ​ແລະ ​ໜຶ່ງດຽວ.

ຫຼັງການດໍາເນີນຜັນຂະຫຍາຍ​ໂຄງການ, ໂລກລະບາດກໍ່​ແຜ່​ລະບາດ​ຢ່າງ​ແຮງໃນທົ່ວ​ປະ​ເທດ ​ເຮັດ​ໃຫ້ທົ່ວປະເທດຕ້ອງແຍກ​ຫ່າງ​ທາງ​ສັງຄົມເປັນວົງກວ້າງ, ​ເຮັດ​ໃຫ້​ວິ​ສາ​ຫະກິດປະສົບກັບຄວາມຫນຸ້ງຍາຫຼາຍຢ່ງ ເພື່ອ​ຮັກສາ​ກິດຈະກໍາການຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ​. ເຕິນຮຽບຟາດ ​ຍັງ​​ຕັດສິນໃຈປະ​ເຊີນ​ໜ້າ ​ແລະ ຊອກ​ຫາ​ວິທີ​ແກ້​ໄຂ​ເພື່ອ​ຮັກສາ​ການ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ​ຢ່າງ​ໝັ້ນຄົງ. ຮັກສາຄວາມຄືບຫນ້າໂຄງການຢ່າງສຸດຂີດ.

ຫຼັງຈາກ 157 ວັນແຫ່ງການທົດລອງລະບົບກັບຜູ້ສະຫນອງຫຼາຍກວ່າ 2000 ແຫ່ງ, ເຕິນຮຽບຟາດ ໄດ້ນໍາລະບົບ SAP Ariba ເຂົ້າໃນການເຄື່ອນໄຫວຢ່າງເປັນທາງການໃນວັນທີ 4 ກໍລະກົດ 2022.

ທ່ານ​ນາງຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ - ເຈີ່ນ​ອວຽນ​ເຟືອງ ໄດ້​ແບ່ງ​ປັນ​ທີ່ເຫດການວ່າ "ການເຄື່ອນໄຫວຢ່າງເປັນທາງການຂອງລະບົບ SAP Ariba ໄດ້ພິສູດໃຫ້ເຫັນສິ່ງທີ່ ທ່ານ ເຈິ່ນກຸຍແທງ, ຜູ້ກໍ່ຕັ້ງກຸ່ມບໍລິສັດ ເຕິນຮຽບຟາດ ເຄີຍເວົ້າວ່າ "ເຕິນຮຽບຟາດ ໄດ້ຖືກສ້າງຕັ້ງຂຶ້ນໂດຍຂ້າພະເຈົ້າ, ແຕ່ນໍາພາ ເຕິນຮຽບຟາດ ແມ່ນຖັນແຖວພະນັກງານ ພາລະກອນ". ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈ​ທີ່​ຖັນແຖວພະນັກງານ ເຕິນຮຽບຟາດ ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ພາກ​ພູມ​ໃຈ​ໃຫ້​ແກ່​ຜູ້​ກໍ່​ຕັ້ງ ​ດ້ວຍບົດບາດລຸ້ນສືບທອດ ພ້ອມ​ແລ້ວ​ທີ່​ຈະ​ເປີດກາລະໂອກາດໃຫ້ແກ່ ເຕິນຮຽບຟາດ ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ​ແຖວ​ໜ້າ​ຂອງ​ອາຊີ”.

ການໄດ້ນໍາລະບົບ SAP Ariba ເຂົ້າການເຄື່ອນໄຫວຢ່າງເປັນທາງການຈະ ປະກອບສ່ວນຊຸກຍູ້ການເຄື່ອນໄຫວການຄ້າເພີ່ມຂຶ້ນໃນທົ່ວໂລກຜ່ານເຄືອຂ່າຍ Ariba Network, ເຄືອຂ່າຍດໍາເນີນທຸລະກິດດີຈີຕອນທີ່ໃຫຍ່ທີ່ສຸດຂອງໂລກທີ່ ເຊື່ອມຕໍ່ວິສາຫະກິດຫຼາຍກວ່າ 4.2 ລ້ານແຫ່ງ ໃນ 190 ປະເທດ ແລະ ເຂດແຄວ້ນ.

Tân Hiệp phát số hoá hoạt động mua hàng để nâng cao năng lực vận hành và luôn là đối tác đáng tin cậy

ທ່ານ​ນາງຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ - ເຈີ່ນ​ອວຽນ​ເຟືອງ ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ຂະ​ບວນ​ການ​ປະຕິບັດສຳ​ເລັດ​ໂຄງ​ການ. ພາບ: thoidai.com.vn

ທ່ານ ຫງວຽນຮົ່ງຫວຽດ, ຜູ້ອໍານວຍການໃຫຍ່ SAP ຫວຽດນາມ ໃຫ້ຮູ້ວ່າ: “ມີ 3 ໂມດູນຂອງ SAP Ariba ທີ່ກຸ່ມບໍລິສັດ ເຕິນຮຽບຟາດ ຈະເຄື່ອນໄຫວ ໃນໄລຍະຈະມາເຖິງແມ່ນ: Sourcing, Contract, Supplier Lifecycle & Performance Manager, ສະສົມພ້ອມກັບລະບົບ SAP ERP. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າໂຄງການດັ່ງກ່າວຈະຊ່ວຍໃຫ້ບໍລິສັດບັນລຸເປົ້າຫມາຍໃນການປັບປຸງຄ່າໃຊ້ຈ່າຍ, ການປະຕິບັດຕາມ & ຍົກສູງລັກສະນະມີປະສິດທິຜົນ ໂປ່ງໃສໃນຂະບວນການຈັດຊື້ ແລະ ຮັດແໜ້ນການຮ່ວມມືກັບ ບັນດາຫົວໜ່ວຍສະໜອງ”.

ໃນປີ 2021, ເຖິງວ່າຈະໄດ້ຮັບຜົນກະທົບຈາກໂລກລະບາດກໍ່ຕາມ, ແຕ່ອັດຕາສົ່ງອອກຜະລິດຕະພັນຂອງ ເຕິນຮຽບຟາດ ຍັງເພີ່ມຂຶ້ນ 30% ເມື່ອທຽບໃສ່ປີ 2020. ປະຈຸບັນ, ຜະລິດຕະພັນຂອງ ເຕິນຮຽບຟາດ ພວມໄດ້ຮັບການສົ່ງອອກໄປຍັງ 20 ປະເທດ ແລະ ເຂດແຄ້ວນ ເຊັ່ນ: ອາເມລິກາ, ຍີ່ປຸ່ນ, ອົດສະຕາລີ, ການາດາ, ໂຮນລັງ, ສ.ເກົາຫຼີ , ສິງກະໂປ...

ນັບ​ແຕ່​ປີ 2012, ເຕິນຮຽບຟາດ ​ແມ່ນ​ບໍລິສັດ​ທຳ​ອິດ​ໃນ​ຂະ​ແໜງ NGK ຂອງ​ຫວຽດນາມ ທີ່​ເລືອກ​ເອົາ SAP ​ເປັນຖານຜະລິດ ​ແລະ ເປີດກວ້າງການ​ຫັນ​ເປັນດີຈີ​ຕອນ.

ວັນທີ 1 ມິຖຸນາ 2021, ເຕິນຮຽບຟາດ ສືບຕໍ່ປະຕິບັດໂຄງການ “ຫັນປ່ຽນການເຄື່ອນໄຫວຄຸ້ມຄອງການຈັດຊື້ ດ້ວຍມາດຕະການແກ້ໄຂ SAP Ariba”. ເຕິນຮຽບຟາດ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ຫັນ​ເປັນ​ດິີຈິີຕອນ​ຂອງ​ລະບົບຕ່ອງ​ໂສ້​ການ​ສະ​ໜອງ​ທັງ​ໝົດ, ຍົກ​ສູງ​ຄວາມ​ສາ​ມາດ​ດ້ານການ​​ຈັດ​ຕັ້ງ, ເປັນ​ມື​ອາ​ຊີບ ແລະ ຍາມໃດກໍ່ເປັນ​ຄູ່​ຮ່ວມ​ມື​ທີ່ໄວ້ເນື້ອ​ເຊື່ອໃຈ.

ບູນມີ

ເຫດການ
302 Found

Found

The document has moved here.