ຂົງເຂດຖະແຫຼງຂ່າວ, ການສື່ສານ ມີທີ່ຕັ້ງສຳຄັນ ແລະ ນັບມື້ນັບມີຄວາມຈຳເປັນ

16:38 | 20/12/2022

ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ກອງປະຊຸມສະຫຼຸບວຽກງານປີ 2022, ຜັນຂະຫຍາຍໜ້າທີ່ປີ 2023 ຂອງກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ, ເຊິ່ງດຳເນີນໃນວັນທີ 18 ທັນວາ, ຢູ່ຮ່າໂນ້ຍ.

ມອບ-ຮັບ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຜູ້ເກົ່າ ແລະ ຜູ້ໃໝ່ ມອບ-ຮັບ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຜູ້ເກົ່າ ແລະ ຜູ້ໃໝ່
ຊຸກຍູ້ບົດບາດຂອງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ໃນການຕິດພັນລະຫວ່າງ ຫວຽດນາມ ແລະ ອາເມລິກາລາຕິນ ຊຸກຍູ້ບົດບາດຂອງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ໃນການຕິດພັນລະຫວ່າງ ຫວຽດນາມ ແລະ ອາເມລິກາລາຕິນ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ. ພາບ: TTXVN
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ. ພາບ: TTXVN

ຂົງເຂດຖະແຫຼງຂ່າວ, ການສື່ສານມີທີ່ຕັ້ງສຳຄັນ ແລະ ນັບມື້ນັບມີຄວາມຈຳເປັນໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ການສື່ສານຕ້ອງນຳໜ້າ, ແມ່ນໜຶ່ງໃນບັນດາກຳລັງໜູນໃຫ້ແກ່ການພັດທະນາ ແລະ ປ່ຽນແປງໃໝ່ປະດິດຄິດສ້າງຂອງ ຫວຽດນາມ ໃນສັງກາດດີຈີຕອນ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ກອງປະຊຸມສະຫຼຸບວຽກງານປີ 2022, ຜັນຂະຫຍາຍໜ້າທີ່ປີ 2023 ຂອງກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ, ເຊິ່ງດຳເນີນໃນວັນທີ 18 ທັນວາ, ຢູ່ຮ່າໂນ້ຍ.

ຕາມທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລ້ວ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຕ້ອງສຸມໃສ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ໂດຍສະເພາະແມ່ນໃນວຽກງານການສື່ສານ; ຫັນເປັນດີຈີຕອນ; ການຄຸ້ມຄອງແຫ່ງລັດ; ວິທະຍາສາດເຕັກໂນໂລຊີ… ເພີ່ມທະວີບັນດາມາດຕະການປົກປ້ອງປະຊາຊົນ, ຮັບປະກັນຄວາມປອດໄພໃຫ້ແກ່ເດັກທາງເຄືອຂ່າຍອີນເຕີເນັດ, ຊຸກຍູ້ໃຫ້ປະຊາຊົນນຳໃຊ້ພື້ນຖານດີຈີຕອນ ຫວຽດນາມ. ສືບຕໍ່ຍູ້ແຮງການຕໍ່ສູ້ກັບບັນດາພື້ນຖານຂ້າມຊາຍແດນ, ຮັບປະກັນການເຄົາລົບກົດໝາຍຂອງ ຫວຽດນາມ; ເພີ່ມທະວີການສຳຫຼວດ, ກວດກາ, ຈັດການຕໍ່ການກະທຳຜິດ, ຕໍ່ສູ້ກັບບັນດາປະກົດການທີ່ຜິດດ່ຽງໃນການເຄື່ອນໄຫວສື່ມວນຊົນ.

ບົດ​ລາຍ​ງານ​ສັງ​ລວມຂອງ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໃຫ້​ຮູ້​ວ່າ: ປີ 2022, ວຽກ​ງານ​ໜັງສືພິມ ​ແລະ ສື່ສານ ສືບ​ຕໍ່​ຢືນຢັນ​ບົດບາດ​ສຳຄັນ​ໃນ​ການ​ສະທ້ອນ​ຕົວ​ຈິງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ຂອງ​ສັງຄົມ ຫວຽດນາມ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ​ແຜ່​ຂະຫຍາຍ​ກຳລັງ​ແຮງ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສັງຄົມ. ວຽກ​ງານ​ແກ້​ໄຂ​ການ​ລະ​ເມີດ​ຫັນ​ໄປ​ສູ່​ການ​ກວດກາ ​ແລະ ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ອົງການ​ປົກຄອງ ​ແລະ ຫົວໜ້າ​ອົງການ​ຂ່າວ; ບັງຄັບ​ໃຫ້​ບັນດາ​ເວທີ​ປາ​ໄສ​ເຄືອ​ຂ່າຍ​ສັງຄົມ​ຂ້າມ​ຊາຍ​ແດນ​ປະຕິບັດ, ກວດກາ, ສະກັດ​ກັ້ນ, ລົບ​ລ້າງ​ຂໍ້​ມູນ​ທີ່​ຮ້າຍ​ແຮງ, ບັນລຸ​ກວ່າ 90% ຂໍ້​ກຳນົດ​ຂອງ​ລັດ ຫວຽດນາມ. ລາຍ​ຮັບ​ຈາກ​ການ​ພິມ​ຈຳໜ່າຍ, ພິມ​ຈຳໜ່າຍ ​ແລະ ຈຳໜ່າຍ​ປະມານ 96.433 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 5% ​ເມື່ອ​ທຽບ​ໃສ່​ປີ 2021...

ໄຊພອນ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.