ຜູ້​ຊ່ຽວ​ຊານ​ເຕືອນ ສະ​ມາ​ຊິກ​ທີມ​ໝູ​ປ່າ ອາດ​ຈະ​ມີ​ປັນ​ຫາ​ດ້ານ​ຈິດ​ໃຈ ຈາກ​ເຫ​ດ​ການ​ຕິດ​ຖ້ຳ

11:58 | 12/07/2018

ຍ​ສ​ໝ - ຜູ້ຊ່ຽວຊານທາງດ້ານຈິດວິທະຍາເດັກ ເຊັ່ນ ປອ Andrea Danese ຈາກ King's College London ກ່າວວ່າ : ໃນໄລຍະຫຼາຍໆມື້ ຫຼື ເດືອນຕໍ່ຈາກນີີ້, ຄອບຄົວຂອງເດັກນ້ອຍ ທີ່ໄດ້ຮັບການຊ່ວຍເຫຼືອ ຈາກ ຖ້ຳຫຼວງ ຄວນເອົາໃຈໃສ່ ກ່ຽວກັບ ການປ່ຽນແປງທາງດ້ານພຶດຕິກໍາຕ່າງໆ ເຊັ່ນ: ພາວະຊຶມເສົ້າ, ຄວາມກະວົນກະວາຍ ຫຼື ບັນຫາສຸຂະພາບຈິດອື່ນໆ. ເຊິ່ງອາດຈະເປັນຜົນມາຈາກຄວາມກົດດັນ.

ຜູ້​ຊ່ຽວ​ຊານ​ເຕືອນ ສະ​ມາ​ຊິກ​ທີມ​ໝູ​ປ່າ ອາດ​ຈະ​ມີ​ປັນ​ຫາ​ດ້ານ​ຈິດ​ໃຈ ຈາກ​ເຫ​ດ​ການ​ຕິດ​ຖ້ຳ

ສະ​ມາ​ຊິກ​ທີມ​ເຕະ​ບານ​ເຍົາ​ວະ​ຊົນ ໝູ​ປ່າ ພັກ​ຮັກ​ສາ​ໂຕ ຢູ່ ໂຮງ​ໝໍ​ຊຽງ​ລາຍ. (ພາບ : Reuters)

ທ່ານ​ ປອ Andrea Danese ກ່າວວ່າການປ່ຽນແປງດ້ານພຶດຕິກໍາຂອງເດັກ ທີ່​ເວົ້າ​ມານີ້ບໍ່ແມ່ນ​ເລື່ອງຜິດປົກກະຕິ ແຕ່​ຢ່າງ​ໃດ ແລະ ອາດ​ຈະ​ເກີດຂຶ້ນກັບເດັກນ້ອຍຫຼາຍຄົນ, ເຖິງວ່າອາດ​ຈະບໍ່ແມ່ນທຸກຄົນກໍ່​ຕາມ ນັບ​ວ່າ​ເປັນ​ລັກ​ສະ​ນະການຕອບສະຫນອງຕໍ່ປະສົບການທີ່ເຈັບປວດ.

ຢ່າງໃດກໍ່ຕາມ, ນັກຈິດຕະສາດຫຼາຍຄົນຊີ້ ກາ​ນ​ທີ່ ເດັກນ້ອຍ ແລະ ຄູ​ຝືກ 13 ຄົນ ຫຼົງ​ຕິດ​ຢູ່ໃນຖ້ໍານຳ​ກັນ​ເປັນ​ກຸ່ມ ມີ​ອົງ​ປະ​ກອບຫຼາຍ ຕໍ່ການສ້າງຄວາມສໍາພັນແບບ​ເປັນກຸ່ມທີ່ແໜ້ນ​ແຟ້ນຂື້ນ ແລະ ຊ່ວຍສ້າງຂວັນ​ກຳ​ລັງ​ໃຈ.

ເຖິງ​ແມ່ນ​ວ່າ​ປະ​ສົບ​ການ​ທີ່​ຮຸນ​ແຮງ ໃນ​ຊ່ວງ​ເວ​ລາ 17 ມື້​ໃນ​ຖ້ຳ ອາດຈະເຮັດ​ໃຫ້ມີການປ່ຽນແປງສົ້ນພຶດຕິກໍາ ເຊັ່ນວ່າ: ຜູ້ທີ່ເຄີຍມີຄວາມມັກ​ໃນການ​ພະ​ຈົນ​ໄພມາກ່ອນ, ອາດຈະ ເຮັດສິ່ງດັ່ງ​ກ່າວ​ມີຄວາມໜ້ອຍ​ລົງ. ໃນຂະນະທີ່ຜູ້ທີ່ບໍ່ເຄີຍມັກການ​ພະ​ຈົນ​ໄພ ຫຼື ສ່ຽງໄພ ມາ​ກ່ອນ ອາດຈະເພີ່ມລະ​ດັບ​ຄວາມ​ທົນ​ທານ ແລະ ການ​ເປີດ​ຮັບ​ກັບ ຄວາມສ່ຽງຫຼາຍ​ຂື້ນຈາກປະສົບການນີ້.

ຄະ​ນະ​ດຽວ​ກັນ​ນັ້ນ ທ່ານ Luis Urzua, ຄົນ​ຂຸດ​ເໝືອງ ຫຼື ຂຸດ​ແຮ່​ທາດ ຫນຶ່ງໃນສາມ 33 ຄົນ ເຊິ່ງ​ເຄີຍ ຕິດ​ຢູ່ ໃນ​ເໝືອງ​ທອງ​ໃຕ້​ດິນ ເປັນ​ເວ​ລາ​ເຖິງ 69 ມື້ ກ່ອນຈະໄດ້ຮັບການຊ່ວຍເຫຼືອຊີ​ວິດ​ອອກ​ມາ 8 ປີກ່ອນ,ໃຫ້ ຄໍາແນະນໍາ ແກ່ສະມາ​ຊິກ ທີມຫມູປ່າໄທວ່າ: ຄວນໃຫ້​ຄວາມ​ສົນ​ໃຈ​ກັບ​ຄວາມສໍາພັນໃນຄອບຄົວເປັນ​ຫຼັກ ແລະ ຢ່າ​ຫຼັງ​ໄຫຼ​ໄປ​ກັບ​ການ​ສະ​ເໜີ​ທາງ​ດ້ານ​ການ​ເງິນຕ່າງໆ ທີ່​ຈະ​ຫຼັ່ງ​ໄຫ​ຼ​ເຂົ້າ​ມາ . ລວມທັງໂອກາດການ​ມີ​ຊື່​ສຽງ ທີ່ອາດຈະຕິດຕາມມາ​ອີກ.

ນອກນັ້ນ ລາວຍັງໄດ້ຮຽກຮ້ອງໃຫ້ສັງຄົມ ບໍ່ພະ​ຍາ​ຍາມກົດດັນໃຫ້ເດັກນ້ອຍເຫຼົ່ານີ້ ບອກເລົ່າປະສົບການຂອງເຂົາເຈົ້າ ຈົນກ່ວາພວກເຂົາເຈົ້າ ມີ​ຄວາມພ້ອມດ້ວຍຕົນເອງ.

ທ່ານ Luis Urzua ເວົ້າວ່າ: ເພື່ອນຂອງລາວທີ່​ເຄີຍ​ຕິດ​ຢູ່​ໃນ​ເໝືອງ​ທອງ​ໃຕ້​ດິນ​ນຳ​ກັນ ບາງຄົນຍັງມີບັນຫາເລື່ອງຄວາມສໍາພັນໃນຄອບຄົວທີ່ຕ້ອງຖືກແຕກ​ຫັກ ມີບັນຫາທາງດ້ານຈິດໃຈ ບໍ່ສາມາດນອນຫຼັບໄດ້ ຫຼື ບໍ່ສາມາດກັບມາເຮັດວຽກໄດ້ຕາມປົກກະຕິ.

ຫຼືບໍ່ສາມາດຍອມຮັບກັບ​ສະ​ພາບຄວາມເປັນຈິງໄດ້ ຫຼັງຈາກທີ່ຊື່ສຽງ ຄວາມສົນໃຈເຊິ່ງ​ເຄີຍໄດ້ຮັບ​ນັ້ນ​ຕ້ອງຖືກທໍາລາຍ.

ເຖິງ​ຢ່າງ​ໃດ​ກໍ່​ຕາມ ທ່ານ Luis Urzua ກຳ​ມະ​ກອນ​ຂຸດ​ເໝືອງ​ຢູ ຈີ​ເລ ໄດ້ຍ້ອງຍໍຊົມ​ເຊີຍ ລັດຖະບານໄທ ທີ່ຈັດການຮັບ​ມື​ກັບ ສະຖານະການ ກ່ຽວກັບເດັກທັງ 12 ຄົນ ໄດ້​ເປັນ​ຢ່າງ​ດີ. ໂດຍບໍ່​ເປີດ​ເຜີຍ​ຊື່ ຫຼື ຕົວ​ຕົນ​ເພື່ອ​ຊ່ວຍ​ຮັກ​ສາ​ຄວາມ​ເປັນ​ສ່ວນ​ຕົວ.

ນອກນັ້ນຍັງມີການກັກບໍ​ລິ​ເວນ ໃຫ້ຢູ່ໃນໂຮງຫມໍ ໄລຍະທໍາອິດ ເພື່ອໃຫ້ແນ່ໃຈວ່າເດັກເຫຼົ່ານີ້, ລວມທັງຄູຝຶກສອນ ປອດ​ຈາກ​ບັນ​ຫາຄວາມ​ສ່ຽງ​ເລື່ອງ​ການ​ຕິດ​ເຊື້ອ​ຕ່າງໆ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.