ພິ​ທີ​ໄຂ​ງານ​ຕະຫຼາດ​ນັດ​​ການ​ທ່ອງ​ທ່ຽວສາ​ກົນ​ ​ເກີນ​ເທີ 2019

20:15 | 30/11/2019

ຍສໝ - ຕອນເຊົ້າວັນທີ 29 ພະຈິກ, ຢູ່ສູນສົ່ງເສີມການລົງທຶນ, ການຄ້າ ແລະ ງານຕະຫຼາດນັດ ວາງສະແດງ ເກີນເທີ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ເຂົ້າຮ່ວມພິທີໄຂງານຕະຫຼາດນັດການທ່ອງທຽວສາກົນ ເກີນເທີ 2019.

ພິ​ທີ​ໄຂ​ງານ​ຕະຫຼາດ​ນັດ​​ການ​ທ່ອງ​ທ່ຽວສາ​ກົນ​ ​ເກີນ​ເທີ 2019

ພິ​ທີ​ໄຂ​ງານ​ຕະຫຼາດ​ນັດ​​ການ​ທ່ອງ​ທ່ຽວສາ​ກົນ​ ​ເກີນ​ເທີ 2019. (ພາບ: baovanhoa.vn)

ຫານການດັ່ງກ່າວ ໂດຍສະຫະສະມາຄົມທ່ອງທ່ຽວຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ເກີນເທີ ແລະ ສະຫະສະມາຄົມທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ສົມທົບກັນຈັດຕັ້ງຂຶ້ນ ຊື່ງມີຂອບຂະໜາດໃຫ່ຍກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນ ຂອງເຂດທົ່ງພຽງແມ່ນ້ຳຂອງ.

ພິ​ທີ​ໄຂ​ງານ​ຕະຫຼາດ​ນັດ​​ການ​ທ່ອງ​ທ່ຽວສາ​ກົນ​ ​ເກີນ​ເທີ 2019

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມຮ້ານຂາຍອາຫານ. (ພາບ: baovanhoa.vn)

ດ້ວຍຫົວຂໍ້ “ການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງກັບທົ່ວປະເທດ”, ງານຕະຫຼາດນັດໄດ້ດຶງດູດການເຂົ້າຮ່ວມຂອງ 350 ວິສາຫະກິດທ່ອງທ່ຽວ, ອົງການສົ່ງເສີມການທ່ອງທ່ຽວທີ່ມາຈາກ 6 ປະເທດ: ສ.ເກົາຫຼີ, ອິນເດຍ, ກູບາ, ຍີ່ປຸ່ນ, ໄທ, ມາເລເຊຍ ແລະ 25 ແຂວງ ນະຄອນໃນທົ່ວປະເທດ ດ້ວຍຮ້ານວາງສະແດງ 320 ຮ້ານ ຊື່ງໄດ້ແນະນຳບັນດາຜະລິດຕະພັນທ່ອງທ່ຽວ, ບັນດາສະຖານທີ່ທ່ອງທ່ຽວ. ນີ້ກໍ່ແມ່ນໂອກາດເພື່ອບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດພົບປະແລກປ່ຽນ, ເຊັນການຮ່ວມມືຊື່ງກັນ ແລະ ກັນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.