ຫວຽດນາມ ເພີ່ມທະວີການຮ່ວມມືສາກົນເພື່ອປະຕິບັດ UNCLOS

10:28 | 13/12/2019

ຍສໝ - ນັບແຕ່ເມື່ອກາຍເປັນສະມາຊິກ UNCLOS ໃນປີ 1994, ຫວຽດນາມ ໄດ້ຕັ້ງຫນ້າເຄື່ອນໄຫວຢູ່ບັນດາກົນໄກທີ່ໄດ້ຮັບການສ້າງຕັ້ງຕາມ UNCLOS.

ຫວຽດນາມ ເພີ່ມທະວີການຮ່ວມມືສາກົນເພື່ອປະຕິບັດ UNCLOS

ພິທີສະເຫລີມສະຫລອງ 25 ປີແຫ່ງວັນສົນທິສັນຍາ ສປຊ ກ່ຽວກັບກົດໝາຍ ທະເລປີ 1982.(ພາບ:BNG)

ຫວຽດນາມ ຍາມໃດກໍ່ຕັ້ງຫນ້າພັດທະນາການພົວພັນກັບບັນດາປະເທດໃນໂລກ ຕາມນັ້ນແລ້ວ ໄດ້ເປີດກວ້າງ, ເພີ່ມທະວີການຮ່ວມມືສາກົນກ່ຽວກັບທະເລຢ່າງບໍ່ຢຸດຢັ້ງ. ມາຮອດປະຈຸບັນ ຫວຽດນາມ ໄດ້ສ້າງການພົວພັນທາງການທູດກັບ 189 ປະເທດ, ໃນນັ້ນ ສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 3 ປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດກັບ 13 ປະເທດ ແລະ ການພົວພັນຄູ່ຮ່ວມມືຮອບດ້ານກັບ 12 ປະເທດ. ໃນນັ້ນ ເປັນຫນ້າສົນໃຈ ແມ່ນການພົວພັນຄູ່ຮ່ວມມືກັບຫລາຍປະເທດ ໃນບັນດາບັນດາຂົງເຂດແຕກຕ່າງກັນທີ່ກ່ຽວຂ້ອງເຖິງທະເລ.

ເນື້ອໃນການຮ່ວມມືສາກົນກ່ຽວກັບທະເລຂອງຫວຽດນາມ ນັບມື້ນັບເຂົ້າສູ່ລວງເລິກ ແລະ ອຸດົມສົມບູນ ຈາກການຂຸດຄົ້ນຊັບພະຍາກອນທະລ ແລະ ເສດທະກິດທະເລ ຕະຫລອດຮອດການອະນຸລັກຮັກສາຊັບພະຍາກອນ, ສິ່ງແວດລ້ອມທະເລ, ສຳຫລວດກວາກາຊັບພະຍາກອນ, ສິ່ງແວດລ້ອມທະລໂດຍພື້ນຖານ, ພັດທະນາວິທະຍາສາດ ເຕັກໂນໂລຊີທະເລ, ດຶງດູດແຫລ່ງທຶນຊ່ວຍເຫລືອພັດທະນາຢ່າງເປັນທາງການ (ODA) ແລະ ບັນດາແຫລ່ງທຶນອື່ນລົງທຶນພື້ນຖານໂຄງລ່າງ, ບັນດາກິດຈະກຳປ້ອງກັນຕ້ານໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ.

ຫວຽດນາມ ກໍ່ຕັ້ງຫນ້າຮ່ວມມືກັບບັນດາປະເທດມີແຫລ່ງກຳລັງເຂັ້ມແຂງກ່ຽວກັບທະເລ. ນອກນັ້ນ ຫວຽດນາມ ກໍ່ຕັ້ງຫນ້າຈັດຕັ້ງ, ເຂົ້າຮ່ວມບັນດາກອງປະຊຸມ, ກອງປະຊຸມສຳມະນາວິທະຍາສາດສາກົນ, ບັນດາເວທີປາໄສກ່ຽວຂ້ອງເຖິງທະເລ ແລະ ມະຫາສະມຸດ. ຫວຽດນາມ ກໍ່ຕັ້ງຫນ້າຈັດຕັ້ງ, ເຂົ້າຮ່ວມບັນດາກອງປະຊຸມຄັ້ງຕ່າງໆ. ພົ້ນເດັ່ນ ແມ່ນ ຢູ່ ສປຊ, ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ຮັບຮອງເອົາບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs). ຫວຽດນາມ ກໍ່ໄດ້ຍົກອອກບັນດາຂໍ້ລິເລີ່ມກ່ຽວກັບການສ້າງຕັ້ງເວທີປາໄສການຮ່ວມມືເປີດກວ້າງລະຫວ່າງບັນດາປະເທດ G7 ແລະ ບັນດາປະເທດແຄມທະເລກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ ແລະ ປົກປັກຮັກສາສິ່ງແວດລ້ອມຊີວະພາບທະເລ.

ການເຄື່ອນໄຫວຮ່ວມມືສາກົນ ກ່ຽວກັບທະເລຂອງຫວຽດນາມ ໃນຊຸມປີຜ່ານມາ ໄດ້ຊ່ວຍລະດົມບັນດາແຫລ່ງກຳລັງ, ປັນຍາຈຳເປັນເພື່ອພັດທະນາເສດຖະກິດທະເລ, ຮັບໃຊ້ກິດຈະການຫັນປະເທດຊາດເປັນປະເທດ ອຸດສາຫະກຳ ແລະ ທັນສະໄຫມ ພ້ອມທັງຊີ້ໃຫ້ເຫັນຢ່າງຈະແຈ້ງຄວາມຕັດສິນໃຈຂອງຫວຽດນາມ ໃນການປະຕິບັດບັນດາເນື້ອໃນຂອງ UNCLOS ຢ່າງຄົບຖ້ວນ. ສິ່ງສຳຄັນແມ່ນ ໃນຕະຫລອດວິວັດທະນາການປະຕິບັດ UNCLOS, ພິເສດໃນໄລຍະມໍ່ໆມານີ້ ຫວຽດນາມ ໄດ້ຕໍ່ສູ້ບັນດາການກະທຳລະເມີດ UNCLOS ຂອງຈີນ ຢູ່ທະເລຕາເວັນອອກຢ່າງບໍ່ຢຸດຢັ້ງ ໂດຍສັນຕິວິທີ.

(ໄຊພອນ)

ເຫດການ
302 Found

Found

The document has moved here.