ລາວ: ບັນດາເຂດ​ເສດ​ຖະ​ກິດ​ພິ​ເສດມອບພັນທະເຂົ້າງົບປະມານຂອງລັດໄດ້ 122,09 ຕື້ກີບ

12:05 | 15/01/2020

ການພັດທະນາເຂດເສດຖະກິດພິ ເສດ ຢູ່ ສປປ ລາວ ໄດ້ມີຈຸດພິເສດ ແລະ ມີຄຸນລັກສະນະແຕກຕ່າງກັບການພັດທະນາ ເຂດເສດ ຖະກິດພິເສດຢູ່ປະເທດອື່ນໆ, ເນື່ອງຈາກປະເທດອື່ນ ລັດຖະບານ ເປັນຜູ້ພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ, ໃຫ້ນະໂຍບາຍສົ່ງເສີມພິເສດ ແລະ ສ້າງເງື່ອນໄຂ ທີ່ອຳນວຍຄວາມ ສະດວກໄວ້ລໍຖ້າ ເພື່ອໃຫ້ນັກລົງທຶນ ເຂົ້າມາລົງທຶນໃນກິດຈະການຕ່າງໆ ຕາມເປົ້າໝາຍ ທີ່ລັດຖະບານໄດ້ກຳນົດໄວ້.

ລາວ: ບັນດາເຂດ​ເສດ​ຖະ​ກິດ​ພິ​ເສດມອບພັນທະເຂົ້າງົບປະມານຂອງລັດໄດ້ 122,09 ຕື້ກີບ

ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ.(ພາບ: ຂປລ)

ໃນ​ວັນ​ທີ 14 ມັງ​ກອນ 2020, ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ ໄດ້​ຈັດ​ກ​ອງ​ປະ​ຊຸ​ມສະຫລຸບວຽກງານ ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ປະຈຳ ປີ 2019 ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ມີບັນຮອງເຈົ້າແຂວງ, ຮອງເຈົ້າຄອງ ທີ່ເຂດ​ເສດ​ຖະ​ກິດ​ພິ​ເສດ ຕັ້ງຢູ່ ແລະ ບັນດາຮອງລັດຖະມົນຕີ, ຄະນະກົມ ແລະ ພະແນກການຈາກຂະແໜງການທີ່ກ່ຽວຂ້ອງ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ທົ່ວປະເທດ ເຂົ້າຮ່ວມ.

ການພັດທະນາເຂດເສດຖະກິດພິເສດ ໄດ້ສ້າງຄວາມເຊື່ອໝັ້ນ ສາມາດດຶງເອົາບໍລິສັດລາຍໃຫຍ່ ທີ່ມີຊື່ສຽງ ແລະ ມີຄຸນນະພາບຈາກຕ່າງປະເທດ ເຂົ້າມາລົງທຶນນັບມື້ນັບຫລາຍຂຶ້ນ ໂດຍສະເພາະ ຢູ່ເຂດສະຫວັນ-ເຊໂນ (ຈຸດC), ເຂດກວມລວມໄຊເຊດຖາ, ເຂດນິຄົມອຸດສາຫະກໍາ ການຄ້າວຽງຈັນ-ໂນນທອງ, ເຂດບໍ່ເຕ່ນແດນງາມ ແລະ ເຂດສາມຫລ່ຽມຄໍາ, ຊຶ່ງມາຮອດປັດຈຸບັນ ກໍ່ໄດ້ມີບໍລິສັດເຂົ້າມາລົງທຶນທັງໝົດ 806 ບໍລິສັດ, ສຳລັບປີ 2019 ໄດ້ມີບໍລິສັດເຂົ້າມາລົງທຶນ 202 ບໍລິສັດ, ມອບພັນທະເຂົ້າງົບປະມານຂອງລັດໄດ້ 122,09 ຕື້ກີບ, ສົ່ງອອກໄດ້ 394,4 ລ້ານໂດລາສະຫະລັດ ແລະ ສ້າງວຽກເຮັດງານທຳໄດ້ 26.756 ຄົນ (ລາວ 2.607 ຄົນ ກວມເອົາ 9.74%). ຜົນສຳເລັດທີ່ຍາດມາໄດ້ນັ້ນ ກໍ່ຍ້ອນການເອົາໃຈໃສ່ ແລະ ຊີ້ນຳຢ່າງໃກ້ຊິດ ຈາກທຸກພາກສ່ວນທັງສູນກາງ ແລະ ທ້ອງຖີ່ນ, ບວກກັບຄວາມຕັ້ງໃຈ, ຄວາມຈິງໃຈຂອງຜູ້ພັດທະນາ ແລະ ຜູ້ລົງທຶນແຕ່ລະເຂດ ທີ່ໄດ້ເອົາໃຈໃສ່ຂົນຂວາຍການລົງທຶນ ເຂົ້າມາໃນເຂດດັ່ງກ່າວ ໃຫ້ນັບມື້ນັບຫລາຍຂຶ້ນ.

ໃນໂອກາດດັ່ງ​ກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ການພັດທະນາເຂດເສດຖະກິດພິ ເສດ ຢູ່ ສປປ ລາວ ໄດ້ມີຈຸດພິເສດ ແລະ ມີຄຸນລັກສະນະແຕກຕ່າງກັບການພັດທະນາ ເຂດເສດ ຖະກິດພິເສດຢູ່ປະເທດອື່ນໆ, ເນື່ອງຈາກປະເທດອື່ນ ລັດຖະບານ ເປັນຜູ້ພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ, ໃຫ້ນະໂຍບາຍສົ່ງເສີມພິເສດ ແລະ ສ້າງເງື່ອນໄຂ ທີ່ອຳນວຍຄວາມ ສະດວກໄວ້ລໍຖ້າ ເພື່ອໃຫ້ນັກລົງທຶນ ເຂົ້າມາລົງທຶນໃນກິດຈະການຕ່າງໆ ຕາມເປົ້າໝາຍ ທີ່ລັດຖະບານໄດ້ກຳນົດໄວ້. ສ່ວນປະເທດເຮົາຍ້ອນເຫັນໄດ້ທ່າແຮງ ແລະ ຄວາມສຳຄັນຂອງການພັດທະນາເສດຖະກິດ ໃຫ້ມີຄວາມຫລາກຫລາຍ ບວກກັບເງື່ອນໄຂ ທີ່ຕັ້ງພູມສັນຖານ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ແລະ ງົບປະມານຂອງລັດ ມີຈຳນວນຈຳກັດ ຈຶ່ງໄດ້ສົ່ງເສີມ ໃຫ້ຜູ້ພັດທະນາເອກະຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນ ໂດຍການໃຫ້ນະໂຍບາຍ ສົ່ງເສີມພິເສດ ແນໃສ່ການພັດທະນາພື້ນຖານໂຄງລ່າງ, ການຜະລິດເພື່ອສົ່ງອອກ, ຍົກລະດັບສີມືແຮງງານ ແລະ ຖ່າຍທອດເຕັກໂນໂລຊີທີ່ທັນສະໄໝ.

ນອກຈາກນັ້ນ, ຕໍ່ກັບສະພາບການຫຍຸ້ງຍາກທັງພາຍໃນ ແລະ ຕ່າງປະເທດ, ລັດຖະບານແຫ່ງ ສປປ ລາວ ຍັງຄົງສືບຕໍ່ດໍາເນີນນະໂຍບາຍຄຸມເຂັ້ມ ທາງດ້ານການເງິນງົບປະມານ ດ້ວຍການຮັດກຸມທາງດ້ານລາຍຈ່າຍ ແລະ ປັບປຸງທາງດ້ານການ ບໍລິຫານຈັດເກັບລາຍຮັບ. ນະໂຍບາຍຄຸມເຂັ້ມທາງ ດ້ານການເງິນຄາດວ່າຈະສົ່ງຜົນ ໃຫ້ການຂາດດຸນ ງົບປະມານຫລຸດລົງ ຢູ່ໃນລະດັບ 4,3% ຂອງ GDP ໃນປີ 2019, ຫລຸດຈາກ 4,4% ໃນປີ 2018 ເນື່ອງຈາກມີການຄວບຄຸມ ລາຍຈ່າຍທາງດ້ານເງິນເດືອນ ແລະ ລາຍຈ່າຍດ້ານການລົງທຶນ ຢ່າງຮັດກຸມຂຶ້ນກວ່າເກົ່າ. ສິ່ງດັ່ງກ່າວ ຄາດວ່າຈະເຮັດໃຫ້ລາຍຈ່າຍພາກລັດ ຢູ່ໃນລະດັບຄົງທີ່ປະມານ 20% ຂອງ GDP ໃນປີ 2019. ລາຍຮັບຕໍ່ GDP ຄາດວ່າຈະດີຂຶ້ນກວ່າເກົ່າເລັກນ້ອຍໃນປີ 2019 ເນື່ອງຈາກຜົນຂອງຄວາມພະຍາຍາມ ໃນການຍົກລະດັບການບໍລິຫານດ້ານ ການຈັດເກັບລາຍຮັບ ແລະ ກອບນິຕິກໍາທີ່ ເຂັ້ມແຂງກວ່າເກົ່າ. ໃນຕໍ່ໜ້າ, ໜີ້ສິນສາທາລະນະຄາດວ່າ ຈະຫລຸດລົງຈາກ 57,2% ຂອງ GDP ໃນປີ 2018 ມາເປັນ 55,5% ຂອງ GDP ໃນປີ 2021. ແຕ່ການຄາດຄະເນຮອດປີ 2021 ນີ້ ກໍ່ອາດຕ້ອງໄດ້ຮັບຜົນກະທົບ ຈາກຄວາມສ່ຽງທີ່ເພີ່ມຂຶ້ນໃນອະນາຄົດ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.