ຫຼັກຖານພິສູດຢ່າງຈະແຈ້ງກ່ຽວກັບຄວາມເສລີທາງດ້ານສາສະໜາຢູ່ ຫວຽດນາມ

16:30 | 02/10/2022

ປະຈຸບັນ, ແຂວງ ດັກລັກ ມີສາສະນິກກະຊົນກ່ວາ 615.000 ຄົນ, ກວມເອົາ 30% ຈຳນວນປະຊາກອນ, ໃນນັ້ນເປັນຕົ້ນແມ່ນ 4 ສາສະໜາໃຫຍ່ຄື: ສາສະໜາກາໂຕລິກ, ສາສະໜາພຸດ, ສາສະໜາໂປແຕັດຕັງ, ສາສະໜາກາວດາຍ; ມີສຳນັກ ແລະ ສະຖານທີ່ເຄື່ອນໄຫວດ້ານສາສະໜາທາງການ 356 ແຫ່ງ ແລະ ມີຜູ້ມີຍົດສັກຕຳແໜ່ງ, ຕຳແໜ່ງໜ້າທີ່ວຽກງານ, ນັກບວດເກືອບ 1.400 ຄົນ.

ງານວາງສະແດງ ຮວ່າງຊາ, ເຈື່ອງຊາແມ່ນຂອງຫວຽດນາມ: ບັນດາພະຍານຫຼັກຖານປະຫວັດສາດ ແລະນິຕິກໍາ ງານວາງສະແດງ ຮວ່າງຊາ, ເຈື່ອງຊາແມ່ນຂອງຫວຽດນາມ: ບັນດາພະຍານຫຼັກຖານປະຫວັດສາດ ແລະນິຕິກໍາ
50 ປີແຫ່ງການສະສົມວັດຖຸສິ່ງຂອງທີ່ເປັນຫຼັກຖານພະຍານຄວາມຮັກຕໍ່ປະເທດ ລາວ 50 ປີແຫ່ງການສະສົມວັດຖຸສິ່ງຂອງທີ່ເປັນຫຼັກຖານພະຍານຄວາມຮັກຕໍ່ປະເທດ ລາວ
 ບັນດານັກຂ່າວສຳພາດ ຄຸນພໍ່ Ai Krol (ພາບ:baodaklak.vn)
ບັນດານັກຂ່າວສຳພາດ ຄຸນພໍ່ Ai Krol (ພາບ:baodaklak.vn)

ປະຈຸບັນ,ແຂວງ ດັກລັກ ມີສາສະນິກກະຊົນກ່ວາ 615.000 ຄົນ, ກວມເອົາ 30% ຈຳນວນປະຊາກອນ, ໃນນັ້ນເປັນຕົ້ນແມ່ນ 4 ສາສະໜາໃຫຍ່ຄື: ສາສະໜາກາໂຕລິກ, ສາສະໜາພຸດ, ສາສະໜາໂປແຕັດຕັງ, ສາສະໜາກາວດາຍ; ມີສຳນັກ ແລະ ສະຖານທີ່ເຄື່ອນໄຫວດ້ານສາສະໜາທາງການ 356 ແຫ່ງ ແລະ ມີຜູ້ມີຍົດສັກຕຳແໜ່ງ, ຕຳແໜ່ງໜ້າທີ່ວຽກງານ, ນັກບວດເກືອບ 1.400 ຄົນພວມດຳລົງຊີວິດຢູ່ບັນດາຮາກຖານສາສະໜາ. ແຕ່ຕົ້ນປີ 2021 ຮອດເດືອນ ມິຖຸນາ 2022, ແຂວງ ໄດ້ຈົດທະບຽນເຕົ້າໂຮມເຄື່ອນໄຫວທາງສາສະໜາໃຫ້ແກ່ 13 ກຸ່ມສາສະໜາໂປແຕັດຕັງ ທີ່ມີເງື່ອນໄຂຄົບຖ້ວນ, ຍົກຈຳນວນສະຖານທີ່ກຸ່ມສາສະໜາໂປແຕັດຕັງທີ່ໄດ້ການຈົດທະບຽບເຕົ້າໂຮມດຳເນີນຊີວິດຂຶ້ນເຖິງ 220 ແຫ່ງ. ບັນດາສາສະໜາອື່ນໆໃນບໍລິເວນແຂວງໄດ້ພັດທະນາຢ່າງບໍ່ຢຸດຢັ້ງກ່ຽວກັບຈຳນວນຜູ້ມີຍົດສັກຕຳແໜ່ງ, ຕຳແໜ່ງໜ້າທີ່ວຽກງານ, ສາສະນິກກະຊົນ, ສ້າງສຳນັກບູຊານັບມື້ນັບໃຫຍ່ໂຕ. ພໍ່ແມ່ປະຊາຊົນບັນດາສາສະໜາຕັ້ງໜ້າເຄື່ອນໄຫວການກຸສົນ, ຮັບປະກັນຊີວິດສັງຄົມ.

ສະເພາະໃນເມືອງ Ea Kar, ທາງທິດຕາເວັນອອກຂອງແຂວງ ດັກລັກ, ມີສາສະນິກກະຊົນເກືອບ 23.000 ຄົນ, ກວມເອົາ 15,55% ປະຊາກອນ. ໃນເມືອງມີທັງໝົດ 11 ຮາກຖານສາສະໜາ, ມີຜູ້ມີຍົດສັກ 24 ອົງ ແລະ ຕຳແໜ່ງໜ້າທີ່ວຽກງານ 122 ອົງທີ່ພວມດຳລົງຊີວິດໃນບັນດາສຳນັກ, ສະຖານທີ່ສາສະໜາ. ທ່ານຫງວຽນມິງຈວ່ຽນ, ຮອງປະທານຄະນະກຳມະການປະຊາຊົນເມືອງ Ea Kar, ໃຫ້ຮູ້ວ່າ:

“ອຳນາດການປົກຄອງທ້ອງຖິ່ນມີຄວາມເອົາໃຈໃສ່ເຖິງວຽກງານສາສະໜາ, ສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ຮາກຖານສາສະໜາເຄື່ອນໄຫວ, ແນະນຳກ່ຽວກັບລະບຽບການທີ່ດິນເພື່ອອະນຸຍາດກໍ່ສ້າງບັນດາສຳນັກບູຊາ. ແຕ່ລະປີ, ໃນໂອກາດງານບຸນສຳຄັນຕ່າງໆ, ອຳນາດການປົກຄອງລ້ວນແຕ່ຈັດຄະນະໄປອວຍພອນຜູ້ມີຍົດສັກ, ເພື່ອກຳແໜ້ນແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງບັນດາສາສະນິກກະຊົນ, ພ້ອມທັງປັບປຸງການພົວພັນລະຫວ່າງອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາສາສະໜາ.”

ບັນດາຜູ້ມີຍົດສັກ, ຕຳແໜ່ງໜ້າທີ່ວຽກງານ ກໍ່ຄືພຸດທະສາສະນິກກະຊົນລ້ວນແຕ່ຮັບຮູ້ບັນດາຄວາມມານະພະຍາຍາມຂອງອຳນາດການປົກຄອງທ້ອງຖິ່ນໃນການສ້າງເງື່ອນໄຂໃຫ້ແກ່ບັນດາສາສະໜາດຳເນີນຊີວິດແບບເສລີໃນການເຫຼື້ອມໃສ. ຄຸນພໍ່ Ai Krol, ຂຶ້ນກັບສະມາຄົມສາສະໜາ ໂປແຕັດຕັງ, ສາຂາ Ea Hiu, ແບ່ງປັນວ່າ:

“ໃນການດຳເນີນຊີວິດຂອງສະມາຄົມ, ອຳນາດການປົກຄອງທຸກຂັ້ນໄດ້ສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ສາຂາ. ທຸຸກສິ່ງທຸກຢ່າງດີງາມ, ບໍ່ມີສິ່ງເປັນກັງວົນ. ຊຸມປີກ່ອນ, ພວກຂ້າພະເຈົ້າໄດ້ດຳເນີນຊີວິດໃນໂບດຊົ່ວຄາວເທົ່ານັ້ນ. ສ່ວນປະຈຸບັນ, ອຳນາດການປົກຄອງທຸກຂັ້ນໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ພວກຂ້າພະເຈົ້າໄດ້ສ້າງໂບດໃຫຍ່ໂຕສວຍງາມ. ນັບແຕ່ເມື່ອມີໂບດແຫ່ງນີ້, ໃຜໆກໍ່ຮູ້ສຶກພາກພູມໃຈ”.

ບັນດາກໍລະນີສາສະນິກກະຊົນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ກໍ່ໄດ້ຮັບການໜູນຊ່ວຍທາງດ້ານເຮືອນຢູ່, ທຶນຮອນ, ສະໜອງງົວພັນເພື່ອຮັກສາການດຳລົງຊີວິດກິນຈາກອຳນາດການປົກຄອງ. ທ່ານ ອາຍກຽນ, ຮັບຜິດຊອບສະມາຄົມສາສະໜາໂປແຕັດຕັງ ບວນຢາບ, ໄດ້ແບ່ງປັນວ່າ:

“ຂ້າພະເຈົ້າເຫັນວ່າ, ອຳນາດການປົກຄອງທ້ອງຖິ່ນຢູ່ນີ້ກໍ່ດີຫຼາຍຍ້້ອນເຂົາໄດ້ໜູນຊ່ວຍໃຫ້ພໍ່ແມ່ປະຊາຊົນ, ຕົວຢ່າງຄືໂຄງການເຮືອນຢູ່ 134, ໂຄງການ 176. ສຳລັບບັນດາຄອບຄົວທຸກຍາກນັ້ນ ໄດ້ໜູນຊ່ວຍການລ້ຽງແບ້, ງົວ.”

ນັກຂ່າວສຳພາດປະຊາຊົນຢູ່ແຂວງ ດັກລັກ (ພາບ:baodaklak.vn)
ນັກຂ່າວສຳພາດປະຊາຊົນຢູ່ແຂວງ ດັກລັກ (ພາບ:baodaklak.vn)

ໂດຍໄດ້ເຫັນປະຈັກຕາ ແລະ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍ, ຄວາມເອົາໃຈໃສ່ຂອງອຳນາດການປົກຄອງທ້ອງຖິ່ນເວົ້າສະເພາະ, ຂອງພັກ ແລະ ລັດຖະບານ ຫວຽດນາມ ເວົ້າລວມ ສຳລັບວຽກງານຮັບປະກັນ ແລະ ເສີມຂະຫຍາຍສິດທິມະນຸດ, ທ່ານ Kitagawa Katsuhiro, ນັກຂ່າວສຳນັກຂ່າວສານ Jiji Press (ຍີ່ປຸ່ນ), ໄດ້ສະແດງຄວາມເຫັນວ່າ:

“ເມື່ອໄດ້ຢ້ຽມຊົມບັນດາຫໍທຳມະ ແລະ ໂບດ, ຂ້າພະເຈົ້າເຫັນແມ່ຍິງ, ເດັກນ້ອຍຮ້ອງເພງສັນລະເສີນພະເຈົ້າ, ມ່ວນຫຼາຍ. ຢູ່ຍີ່ປຸ່ນ, ຂ້າພະເຈົ້າ ບໍ່ເຄີຍເຂົ້າໂບດ ແຕ່ເມື່ອມາແຫ່ງນີ້ຂ້າພະເຈົ້າເຫັນບັນຍາກາດຢູ່ໂບດ ຫວຽດນາມ ຄຶກຄັກ ແລະ ໂລ່ງແຈ້ງຫຼາຍ. ຂ້າພະເຈົ້າເຫັນວ່າຊີວິດທາງສາສະໜາຂອງປະຊາຊົນບໍ່ມີຄວາມກົດດັນຫຍັງເລີຍ.”

ສ່ວນນາງ Jung Rina, ນັກຂ່າວຂອງ ສ. ເກົາຫຼີ, ແບ່ງປັນວ່າ:

“ຫວຽດນາມ ແມ່ນປະເທດທີ່ມີຫຼາຍຊົນເຜົ່າ, ມີວັດທະນະທຳອຸດົມສົມບູນ. ເມື່ອໄປຢາມ ໄຕງວຽນ, ຂ້າພະເຈົ້າເຫັນໄດ້ການດຳລົງຊີວິດຕົວຈິງຂອງປະຊາຊົນເຜົ່າສ່ວນໜ້ອຍ, ເມື່ອແລກປ່ຽນກັບປະຊາຊົນ ແລະ ອຳນາດການປົກຄອງ, ຂ້າພະເຈົ້າມີຄວາມຮູ້, ບົດຮຽນ ແລະ ເຂົ້າໃຈຕື່ມອີກກ່ຽວກັບເຂດ ໄຕງວຽນ. ການໄປປະຕິບັດຕົວຈິງໄດ້ຊ່ວຍໃຫ້ຂ້າພະເຈົ້າ ແລະ ນັກຂ່າວຕ່າງປະເທດຫຼາຍຄົນມີວິໄສທັດຕົວຈິງກ່ຽວກັບຄວາມເສລີໃນການດຳເນີນຊີວິດສາສະໜາຂອງປະຊາຊົນໄຕງວຽນ ເວົ້າສະເພາະ ແລະ ຂອງປະຊາຊົນ ຫວຽດນາມ ເວົ້າລວມ. ຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບສິ່ງດັ່ງກ່າວ.”

ທັດສະນະສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ແມ່ນເຄົາລົບ, ຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາຂອງ ປະຊາຊົນ. ຕົວຈິງໃນການເຄື່ອນໄຫວທາງສາສະໜາຢູ່ແຂວງ ດັກລັກ ໄດ້ສະແດງໃຫ້ເຫັນທັດສະນະນີ້ໄດ້, ພວມປະຕິບັດຢ່າງມີປະສິດທິຜົນ, ແມ່ນຫຼັກຖານຢ່າງຈະແຈ້ງກ່ຽວກັບສິດເສລີໃນການເຫຼື້ອມໃສ, ສາສະໜາຢູ່ ຫວຽດນາມ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.