ນ້ອງມີຄວາມສຸກ, ສຸຂະພາບແຂງແຮງ ແລະ ຄິດຮອດຫວຽດນາມ
ໃນຊຸມວັນເດືອນກໍລະກົດ 2022, ເນື່ອງໃນໂອກາດເຫດການໃຫຍ່ດຳເນີນຢູ່ເມືອງແປກ, ແຂວງຊຽງຂວາງ, ປະເທດລາວ, ພວກຂ້າພະເຈົ້າໄດ້ຖາມປະຊາຊົນຢູ່ທີ່ນີ້ກ່ຽວກັບ ຊາດຢ່າງ - ເດັກນ້ອຍບ້ານໂພນສະຫວັນໄຊ ໃນປີ 2018 ທີ່ເຄີຍໄປຫວຽດນາມ ເພື່ອປິ່ນປົວພະຍາດ ເຊິ່ງໄດ້ຮັບນ້ຳໃຈຫວຽດນາມຊ່ວຍເຫຼືອຢ່າງຫຼວງຫຼາຍ.
ຊາດຢ່າງ (ນອກສຸດເບື້ອງຂວາ) ກັບພໍ່ ແລະ ອ້າຍເຂີຍ. (ຮູບຖ່າຍໃນເດືອນກໍລະກົດ 2022). ພາບ: ວັນສື້ |
ໃນທັນທີ, ບັນດາຮູບພາບ ແລະ ຂໍ້ມູນກ່ຽວກັບນ້ອງໄດ້ຖືກສົ່ງໄປຫາຫ້ອງການບັນນາທິການຂອງວາລະສານ ຍຸກສະໄໝ. ຊາດຢ່າງ ໄດ້ສູງ 1m30; ນ້ຳໜັກ 33 ກິໂລ, ຜົມດຳ, ໜ້າຕາສົດໃສ. ແຕ່ລະມື້, ນອກໂມງຮຽນ, ຊາດຢ່າງ ຍັງຊ່ວຍພໍ່ແມ່ເຮັດວຽກບ້ານເຊັ່ນ: ຊັກເຄື່ອງ, ລ້າງຖ້ວຍ. ອັນນີ້ແມ່ນກົງກັນຂ້າມກັບສີ່ປີກ່ອນ, ໃນເວລານັ້ນ, ຊາດຢ່າງ ມີຜິວສີຂາວດ່ອນ, ຜົນອ່ອນບາງຕັດຊົງກະໂປະ, ນໍ້າຫນັກປະມານ 15 ກິໂລ, ບໍ່ຢາກກິນເຂົ້າ, ຂໍ້ມື ແລະ ສາຍສົ່ງນ້ຳເຕັມໄປໝົດ ເບິ່ງແລ້ວອີຕົນຫຼາຍ.
ເມື່ອເວົ້າເຖິງຫວຽດນາມ, ຊາດຍາງ ໃຫ້ຮູ້ວ່າ: “ນ້ອງຢາກກັບຄືນເມືອຫວຽດນາມ ເພື່ອກິນໄກ່ປີ້ງ, ຊີ້ນງົວປີ້ງ ແລະ ໝາກມ່ວງ. ໃນສິ້ນສຸດການປິ່ນປົວ, ທ່ານໝໍ ໄດ້ບອກນ້ອງຫຼາຍຄັ້ງວ່າຂ້ອຍຕ້ອງກັບຄືນໄປກວດ ແລະ ປິ່ນປົວ, ແຕ່ຍ້ອນບໍ່ມີເງື່ອນໄຂ, ຄອບຄົວຂອງນ້ອງບໍ່ສາມາດກວດໄດ້ອີກ”. ໃນປັດຈຸບັນ, ນ້ອງມີຄວາມສຸກ ແລະ ແຂງແຮງ.
ພະລັງໃຈຫວຽດນາມ
“ຕອນທີ່ ຊາດຢ່າງ ຢູ່ຫວຽດນາມ ເພື່ອປິ່ນປົວ, ມີຄົນຫວຽດນາມ (ບໍ່ຈື່ຊື່ – ນຂ) ໄດ້ພົບກັນພຽງຄັ້ງທຳອິດ ໄດ້ມອບເງິນໃຫ້ຄອບຄົວຂ້າພະເຈົ້າ 7 ລ້ານດົ່ງ ເພື່ອປິ່ນປົວ. ພວກເຮົາບໍ່ຮູ້ວ່າຄົນນີ້ເຮັດວຽກຢູ່ໃສ ຫຼື ກຳລັງເຮັດຫຍັງຢູ່, ແຕ່ຄອບຄົວກໍ່ຫວັງວ່າຈະໄດ້ພົບຜູ້ມີພະຄຸນນີ້ອີກຄັ້ງ ຖ້າໄດ້ກັບມາຫວຽດນາມ”, ພໍ່ Tsavtuam Yaj - ພໍ່ຂອງ ຊາດຢ່າງ ກ່າວຕື່ມ.
ຜູ້ຕາງໜ້າ ວາລະສານ ຍຸກສະໄໝ ແລະ ຄະນະປະສານງານທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ຊ່ວຍການປະຕິວັດລາວ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ ຊາດຢ່າງ ຢູ່ໂຮງໝໍເດັກສູນກາງ ຫວຽດນາມ ປີ 2018. ພາບ: ວັນສື້ |
ເມື່ອໄດ້ຮັບຮູ້ວ່າ ຝ່າຍຫວຽດນາມ ທຸກຄົນຖາມກ່ຽວກັບສຸຂະພາບຂອງ ຊາດຢ່າງ, ທັງຄອບຄົວລວມມີ: ພໍ່, ອ້າຍເຂີຍ (ເຊິ່ງເຄີຍພາລູກໄປປິ່ນປົວຢູ່ໂຮງໝໍເດັກສູນກາງ - ນຂ) ແລະ ຊາດຢ່າງນັ່ງເປັນລະບຽບແລ້ວຫາຄົນທີ່ຢູ່ບ້ານດຽວກັນຖ່າຍໃຫ້ ສົ່ງມາຫວຽດນາມ.
ໃນຕົ້ນເດືອນມັງກອນ 2018, ຊາດຢ່າງ ຢູ່ໃນສະພາບຂອງຄວາມເມື່ອຍລ້າ, ເບື່ອອາຫານ ແລະ ນ້ໍາຫນັກຕົວຂອງລາວແມ່ນພຽງແຕ່ 15 ກິໂລ. ຄອບຄົວຂອງນ້ອງໄດ້ພານ້ອງໄປໂຮງໝໍທ້ອງຖິ່ນເພື່ອກວດ ແຕ່ບໍ່ພົບເຫັນພະຍາດ. ປະມານເດືອນຕຸລາຂອງປີນັ້ນ, ຄອບຄົວໄດ້ພານ້ອງໄປປິ່ນປົວຢູ່ໂຮງໝໍໃນວຽງຈັນ ແລະ ໄດ້ຮັບແຈ້ງວ່ານ້ອງເປັນພະຍາດອັນຕະລາຍ ເຊິ່ງປິ່ນປົວໄດ້ຍາກ.
ຈາກວຽງຈັນ, ຄອບຄົວຂອງນ້ອງໄດ້ພາໄປກວດທີ່ປະເທດໄທ ແລະ ຜົນກວດພົບວ່າ ຊາດຢ່າງ ເປັນມະເຮັງກ້ອນເປົ້າ. ຕາມການຄາດຄະເນແລ້ວ, ຄ່າປິ່ນປົວຕ້ອງໃຊ້ແຕ່ 700.000 – 1.000.000 ບາດ (ເທົ່າກັບປະມານ 600 – 700 ລ້ານດົ່ງຫວຽດນາມ).
ວັນທີ 5 ພະຈິກ 2018, ຄອບຄົວໄດ້ນຳ ຊາດຢ່າງ ມາຫວຽດນາມ ແລະ ໄດ້ຮັບການປິ່ນປົວຢູ່ໂຮງໝໍເດັກສູນກາງ ດ້ວຍຈຳນວນເງິນພຽງ 21 ລ້ານດົ່ງ ໃນຂະນະທີ່ຈຳນວນເງິນຕ້ອງຈ່າຍແມ່ນ 67 ລ້ານດົ່ງ. ພໍ່ຂອງ ຊາດຢ່າງ ກ່າວວ່າ: “ເງິນຈຳນວນນີ້ບໍ່ພຽງພໍທີ່ຈະຈ່າຍຄ່າໂຮງໝໍ, ຍັງບໍ່ທັນເວົ້າຮອດລາຍຈ່າຍປະຈຳວັນ. ຄອບຄົວຕ້ອງຄິດໄລ່ເຖິງການຂາຍນາເພື່ອຈ່າຍບ້ວງຕ່າງໆ”.
ແຕ່ທັນໃດນັ້ນ, ມີຫຼາຍສ່ວນບຸກຄົນ, ຫົວໜ່ວຍ, ອົງການຈັດຕັ້ງໄດ້ຮ່ວມມືຊ່ວຍເຫຼືອ.
ໃນມື້ທຳອິດທີ່ມາໂຮງໝໍ, ເມື່ອບໍ່ມີອາສາສະໝັກໜູນຊ່ວຍການແປ, ຊູງ ອາ ເຊັງ (ຊາວເຜົ່າມົ້ງ, ບາດຊາດ, ລາວກາຍ, ຫວຽດນາມ) ເຊິ່ງລູກຂອງລາວພວມປິ່ນປົວຢູ່ທີ່ນີ້ໄດ້ແປຄຳຖາມແລກປ່ຽນລະຫວ່າງທ່ານໝໍ ແລະ ຊາດຢ່າງ. ພະແນກສັງຄົມສົງເຄາະ (ໂຮງໝໍເດັກສູນກາງ) ໄດ້ຊ່ວຍມອບບັດອາຫານຟຼີໃຫ້ ຊາດຢ່າງ ແລະ ພີ່ນ້ອງ. ວາລະສານ ຍຸກສະໄໝ, ຄະນະປະສານງານທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ; ກຸ່ມການກຸສົນ Ams 95-98; ຫ້ອງການຮ່ວມມືສາກົນ ແລະ ນັກສຶກສາລາວ ທີ່ພວມຮຽນຢູ່ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີຮ່າໂນ້ຍ ພ້ອມດ້ວຍຜູ້ມີໃຈສັດທາ ໄດ້ຮ່ວມກັນບໍລິຈາກເງິນ ແລະ ໃຫ້ການຊ່ວຍເຫຼືອ.
ຊາດຢ່າງ (ເດັກຢືນຢູ່ທາງກາງ) ແລະ ເພື່ອນຫວຽດນາມ ຊ່ວຍໃຫ້ລາວເອົາຊະນະຄວາມຕາຍ. ຖ່າຍຮູບຢູ່ໂຮງໝໍເດັກສູນກາງຫວຽດນາມ ປີ 2018. ພາບ: ວັນສື້ |
ພົນເອກ ເຈີ່ນດັກຟອງ, ຜູ້ຕາງໜ້າທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມຊ່ວຍການປະຕິວັດລາວ, ແບ່ງປັນວ່າ: “ມີນັກຮົບເກົ່າຈຳນວນໜຶ່ງໃນຄະນະປະສານງານທີ່ເຄີຍຕໍ່ສູ້ຢູ່ເຂດທົ່ງໄຫຫີນ, ແຂວງຊຽງຂວາງ, ລາວ. ໃນຊຸມປີນັ້ນ, ພວກຂ້າພະເຈົ້າໄດ້ຮັບການໜູນຊ່ວຍ ແລະ ຊ່ວຍເຫຼືອຢ່າງຫຼວງຫຼາຍຈາກປະຊາຊົນລາວ, ບັນດາຜູ້ມີຄຸນງາມຄວາມດີຕໍ່ກັບການປະຕິວັດຫວຽດນາມ. ດັ່ງນັ້ນ, ເມື່ອໄດ້ຂ່າວວ່າຫຼານຊາດຢ່າງ ຢູ່ ແຂວງຊຽງຂວາງ ເປັນພະຍາດອັນຕະລາຍ ແລະ ກໍາລັງປິ່ນປົວຢູ່ຫວຽດນາມ, ນັກຮົບເກົ່າຈໍານວນຫນຶ່ງ ໄດ້ຕິດຕໍ່ມາທັນທີ ເພື່ອແບ່ງປັນ ແລະ ຊ່ວຍເຫລືອຕໍ່ສະພາບການຂອງຫຼານນ້ອຍ. ພວກຂ້າພະເຈົ້າຫວັງວ່າຂອງຂວັນນີ້ຈະຊ່ວຍລະດົມກຳລັງໃຈ ແລະ ແບ່ງເບົາພາລະດ້ານເສດຖະກິດຂອງຄອບຄົວ ຊາດຢ່າງ ສ່ວນໃດສ່ວນໜຶ່ງ”.
ສຸຂະພາບແຂງແຮງ, ມີຄວາມສຸກ ຊາດຢ່າງ ກຽມຕ້ອນຮັບສົກຮຽນໃໝ່. ຄອບຄົວຂອງ ຊາດຢ່າງ, ໂດຍສະເພາະແມ່ນພໍ່ ແລະ ອ້າຍເຂີຍ, ເມື່ອໄດ້ຮັບໂທລະສັບຈາກພວກຂ້າພະເຈົ້າ ກໍລ້ວນແຕ່ເວົ້າວ່າ “ບໍ່ລືມ ຫວຽດນາມ!”. ພ້ອມກັນນັ້ນ ກໍສັ່ງໄວ້ວ່າ “ທຸກຄົນທີ່ມາແຂວງຊຽງຂວາງຈົ່ງຢ່າລືມມາຢ້ຽມຢາມ ຊາດຢ່າງ ເດີ້!”.
ວັນສື້ - ໄທທິ້ງ