ລາວ: ລວມຍອດຜະລິດຕະພັນພາຍໃນ ປີ 2020 ຄາດວ່າຈະຂະຫຍາຍ¬ຕົວ 6,5%

11:17 | 06/01/2020

ປີ 2020 ຄາດ​ຄະ­ເນ ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ (GDP) ຈະ​ຂະ­ຫຍາຍ­ຕົວ​ລະ­ດັບ 6,5% ຄິດ​ເປັນ​ມູນ​ຄ່າ 177.780 ຕື້​ກີບ ສະ­ເລ່ຍ​ຕໍ່​ຫົວ​ຄົນ 2.733 ໂດ​ລາ​ສະ­ຫະ­ລັດ GNI ສະ­ເລ່ຍ​ຕໍ່​ຫົວ​ຄົນ 2.161 ໂດ​ລາ​ສະ­ຫະ­ລັດ ໃນ​ນີ້​ຂະ­ແໜງ​ກະ­ສິ­ກຳ ເພີ່ມ​ຂຶ້ນ 2,7% ກວມ 15,2% ຂອງ GDP ຂະ­ແໜງ​ອຸດ­ສາ­ຫະ­ກຳ ເພີ່ມ​ຂຶ້ນ 7,3% ກວມ 32,03% ຂະ­ແໜງ­ການ​ບໍ­ລິ­ການ ເພີ່ມ​ຂຶ້ນ 6,9% ກວມ 41,47% ພາ­ສີ​ຈາກ​ການ​ນຳ​ເຂົ້າ ເພີ່ມ​ຂຶ້ນ 7,5% ກວມ 11,31%.

ລາວ: ລວມຍອດຜະລິດຕະພັນພາຍໃນ ປີ 2020 ຄາດວ່າຈະຂະຫຍາຍ¬ຕົວ 6,5%

ພາບປະກອບ

ເມື່ອ​ທຽບ­ໃສ່​ຄວາມ​ຕ້ອງ­ການ​ຂອງ​ໜ້າ­ທີ່​ການ­ເມືອງ​ແລ້ວ ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ (ຜທ) ຍັງ​ມີ​ຂໍ້­ຄົງ­ຄ້າງ​ຫຼາຍ​ດ້ານ​ທີ່​ຍັງ​ບໍ່​ບັນ­ລຸ ເຊິ່ງ​ຕ້ອງ​ໄດ້​ເລັ່ງ​ການ​ແກ້​ໄຂ​ເພື່ອ​ໃຫ້​ແທດ­ເໝາະ​ກັບ​ການ​ເລັ່ງ​ທວງ​ຂອງ​ການ​ພັດ ທະ​ນາ​ໃນ​ໄລ­ຍະ​ໃໝ່ ເຊິ່ງ​ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ແກ້​ໄຂ​ຢ່າງ​ວ່ອງ­ໄວ ແລະ ໃຫ້​ໄດ້​ຮັບ​ປະ​ສິດ­ທິ​ຜົນ​ດີ​ຂຶ້ນ​ກວ່າ​ເກົ່າ. ສະ­ຫາຍ ສອນ​ໄຊ ສີ​ພັນ​ດອນ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ ຜທ ໄດ້​ກ່າວ​ໃນ​ກອງ​ປະ­ຊຸມ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ກະ­ຊວງ ຜທ ຄັ້ງ​ທີ 4 ສະ­ໄໝ​ທີ III ວັນ​ທີ 31 ທັນ­ວາ ຜ່ານ​ມາ​ວ່າ: ບັນ­ຫາ​ທີ່​ຍັງ​ຄົງ​ຄ້າງ​ບໍ່​ທັນ​ບັນ­ລຸ​ໄດ້​ຕາມ​ຄວາມ​ຕ້ອງ­ການ ແລະ ການ​ເລັ່ງ​ທວງ​ຂອງ​ການ​ພັດ­ທະ­ນາ​ໃນ​ໄລ­ຍະ​ໃໝ່​ທີ່​ຕ້ອງ​ໄດ້​ແກ້​ໄຂ ປະ­ກອບ​ມີ​ການ​ເຜີຍ­ແຜ່​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ​ໃຫ້​ສະ­ມາ­ຊິກ​ພັກ-ພະ­ນັກ­ງານ ເຖິງ​ວ່າ​ໄດ້​ດຳ­ເນີນ​ຫຼາຍ​ຄັ້ງ ແຕ່​ຄວາມ​ຮັບ​ຮູ້-ເຂົ້າ­ໃຈ ແລະ ການ​ເຊື່ອມ​ຊຶມ​ຂອງ​ສະ­ມາ­ຊິກ ຍັງ​ບໍ່​ທັນ​ເລິກ­ເຊິ່ງ ບໍ່​ທັນ​ບຸກ​ທະ­ລຸ​ດ້ານ​ຈິນ­ຕະ­ນາ­ການ ຄວາມ​ເປັນ​ເຈົ້າ​ການ​ຕື່ນ​ຕົວ ແລະ ຄວາມ​ຮັບ­ຜິດ­ຊອບ​ຕໍ່­ໜ້າ​ທີ່​ການ­ເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ​ຍັງ​ບໍ່​ສູງ​ເທົ່າ​ທີ່​ຄວນ ການ​ຂະ­ຫຍາຍ​ສະ­ມາ­ຊິກ​ພັກ​ຢູ່​ແຕ່​ລະ​ໜ່ວຍ​ພັກ​ມີ​ຈຳ­ນວນ​ເພີ່ມ​ຂຶ້ນ ແຕ່​ຄຸນ​ນະ​ພາບ​ຂອງ​ສະ­ມາ­ຊິກ​ພັກ​ບໍ່​ທັນ​ສົມ​ຄູ່​ກັບ​ຈຳ­ນວນ​ທີ່​ມີ ຍ້ອນ​ການ​ຄັດ​ເລືອກ​ເອົາ​ມະ­ຫາ­ຊົນ​ເຂົ້າ​ພັກ ບໍ່​ມີ​ການ​ເລືອກ­ເຟັ້ນ​ທີ່​ດີ ການ​ຂະ­ຫຍາຍ​ພັກ​ຍັງ​ເບິ່ງ​ແຕ່​ຜູ້​ເຂົ້າ​ການ​ກ່ອນ ມີ​ອາ­ຍຸ​ການ​ຫຼາຍ​ປີ ຍັງ​ບໍ່​ເຍືອງ​ໃສ່​ມາດ­ຖານ​ເງື່ອນ­ໄຂ​ທີ່​ກຳ­ນົດ​ໄວ້​ໃນ​ກົດ​ລະ­ບຽບ​ຂອງ​ພັກ​ຢ່າງ​ເຂັ້ມ​ງວດ ກົງ­ຈັກ​ໜ່ວຍ​ພັກ​ມີ​ຄົບ​ຖ້ວນ ແຕ່​ຍັງ​ອ່ອນ​ໃນ​ການ​ນຳ­ພາ​ປະ­ຕິ­ບັດ​ໜ້າ­ທີ່​ການ­ເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ ການ​ປະ­ຕິ­ບັດ​ກົດ​ລະ­ບຽບ​ຂອງ​ພັກ​ຫຼ້າ­ຫຼັງ ບໍ່​ເຂັ້ມ​ງວດ​ເທົ່າ​ທີ່​ຄວນ ໂດຍ​ສະ­ເພາະ ການ​ຮ່ວມ​ຊີ­ວິດ​ພັກ​ປະ­ຈຳ​ເດືອນ​ຍັງ​ດຳ­ເນີນ​ບໍ່​ປົກ­ກະ­ຕິ ເຖິງ​ວ່າ​ໄດ້​ມີ​ການ​ຮ່ວມ​ຊີ­ວິດ​ພັກ ແຕ່​ເນື້ອ​ໃນ​ບໍ່​ເລິກ­ເຊິ່ງ ບໍ່​ກ້າ­ຫານ​ຕິ​ຊົມ​ຕົນ​ເອງ ເພື່ອນ​ສະ­ຫາຍ​ເພື່ອ​ກໍ່­ສ້າງ​ກັນ ການ​ປະ­ຕິ­ບັດ​ລະ­ບອບ​ປະ­ຊຸມ 3 ເດືອນ​ຕໍ່​ຄັ້ງ ເຮັດ​ບໍ່​ໄດ້​ຕໍ່​ເນື່ອງ ການ​ກໍ່­ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມ­ແຂງ ແລະ ໜັກ​ແໜ້ນ ຍັງ​ມີ​ລັກ­ສະ­ນະ​ຮູບ​ການ​ຫຼາຍ​ກວ່າ ບໍ່​ມີ​ແຜນ­ການ ແລະ ໜ້າ­ທີ່​ຈຸດ​ສຸມ​ຈັດ​ຕັ້ງ​ປະ­ຕິ­ບັດ​ລະ­ອຽດ​ແຕ່​ລະ​ດ້ານ ຂອດ​ການ​ປະ​ເມີນ​ຍັງ​ຕີ​ລາ­ຄາ​ແບບ​ຜິວ​ເຜີນ ເຮັດ​ໃຫ້​ຄຸນ​ນະ​ພາບ​ບໍ່​ສູງ.

ຄາດ­ໝາຍ​ຕົ້ນ­ຕໍ​ດ້ານ​ເສດ­ຖະ­ກິດ ສູ້​ຊົນ​ພັດ­ທະ­ນາ​ຂະ­ແໜງ​ປູກ­ຝັງ​ໃຫ້​ຂະ­ຫຍາຍ­ຕົວ​ລະ­ດັບ 2,6% ໃນ​ນີ້ ການ​ຜະ­ລິດ​ເຂົ້າ­ເປືອກ​ລວມ​ໃຫ້​ໄດ້ 3,5 ລ້ານ​ໂຕນ ລ້ຽງ­ສັດ​ບໍ່​ຫຼຸດ 3,5% ການ​ປະ­ມົງ​ບໍ່​ຫຼຸດ 3% ສູ້​ຊົນ​ໃຫ້​ມູນ​ຄ່າ​ການ​ຜະ­ລິດ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ແລະ ຫັດ­ຖະ­ກຳ​ບັນ­ລຸ 14.919 ຕື້​ກີບ ມູນ​ຄ່າ​ການ​ສົ່ງ​ອອກ ໃຫ້​ບັນ­ລຸ 6.422 ລ້ານ​ໂດ​ລາ​ສະ­ຫະ­ລັດ ມູນ​ຄ່າ​ການ​ນຳ​ເຂົ້າ 6.615 ລ້ານ​ໂດ​ລາ​ສະ­ຫະ­ລັດ ມູນ​ຄ່າ​ຈໍ​ລະ​ຈອນ​ສິນ­ຄ້າ (ຂາຍ­ຍົກ-ຂາຍ­ຍ່ອຍ ແລະ ບໍ­ລິ­ການ) ໃຫ້​ໄດ້ 72.374 ຕື້​ກີບ ການ​ຜະ­ລິດ​ກະ­ແສ​ໄຟ­ຟ້າ​ໃຫ້​ໄດ້ 44.148 ລ້ານ​ກິ​ໂລ​ວັດ​ໂມງ ມູນ​ຄ່າ 22.812 ຕື້​ກີບ ໃນ​ນີ້ ສົ່ງ​ອອກ​ຕ່າງ­ປະ­ເທດ 36.656 ລ້ານ​ກິ​ໂລ​ວັດ​ໂມງ ມູນ​ຄ່າ 16.547 ຕື້​ກີບ ຜະ­ລິດ​ແຮ່​ທາດ​ສົ່ງ​ອອກ​ໃຫ້​ໄດ້ 9.588 ຕື້​ກີບ.ດ້ານ​ລາຍ​ຮັບ ຄາດ​ຄະ­ເນ​ລາຍ​ຮັບ​ງົບ­ປະ­ມານ​ລວມ​ໃຫ້​ໄດ້ 28.997 ຕື້​ກີບ ເທົ່າ​ກັບ 16,3% ຂອງ GDP ໃນ​ນີ້ ລາຍ​ຮັບ​ພາ­ສີ ແລະ ອາ­ກອນ 22.133,5 ຕື້​ກີບ ລາຍ​ຮັບ​ບໍ່​ແມ່ນ​ພາ­ສີ ແລະ ອາ­ກອນ 4.576,5 ຕື້​ກີບ ລາຍ​ຮັບ​ຈາກ​ການ​ຊ່ວຍ­ເຫຼືອ​ລ້າ 2.287 ຕື້​ກີບ ສ່ວນ​ລາຍ​ຈ່າຍ​ແມ່ນ​ອີງ­ໃສ່​ລາຍ​ຮັບ​ເປັນ​ຫຼັກ ເພື່ອ​ຫຼຸດ­ຜ່ອນ​ການ​ຂາດ​ດຸນ​ງົບ­ປະ­ມານ ເຊິ່ງ​ຄາດ​ຄະ­ເນ​ວ່າ​ລາຍ​ຈ່າຍ​ຈະ​ຢູ່​ລະ­ດັບ 35.693 ຕື້​ກີບ ເທົ່າ​ກັບ 20,07% ຂອງ GDP ເພີ່ມ​ຂຶ້ນ 5,8% ຫຼື ເທົ່າ​ກັບ 1.957,45 ຕື້​ກີບ.

(ໄຊພອນ)

ເຫດການ
302 Found

Found

The document has moved here.