ກອງປະຊຸມຍຸຕິທຳບັນດາແຂວງມີຊາຍແດນຮ່ວມ ຫວຽດນາມ - ລາວ ເປີດກ້ວາງ ຄັ້ງທີ V

13:25 | 27/08/2022

ອງປະຊຸມໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ກະຊວງຍຸຕິທຳຂອງສອງປະເທດສືບຕໍ່ສົມທົບກັນແກ້ໄຂບັນດາກໍລະນີ ອົບພະຍົບເສລີຂອງຊາວ ຫວຽດນາມ ທີ່ພວມດຳລົງຊີວິດໃນລາວ...

ງານວາງສະແດງວິຈິດສິນ ພາກພື້ນ V - ເຂດໃຕ້ຂອງພາກກາງ ແລະ ໄຕຫງວຽນ ຄັ້ງທີ 27 ໃນປີ 2022 ງານວາງສະແດງວິຈິດສິນ ພາກພື້ນ V - ເຂດໃຕ້ຂອງພາກກາງ ແລະ ໄຕຫງວຽນ ຄັ້ງທີ 27 ໃນປີ 2022
ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນ ໃນເດືອນ ກັນຍາ ປີ 2022 ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນ ໃນເດືອນ ກັນຍາ ປີ 2022
ທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ ສປປ ລາວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:Văn Tý/TTXVN
ທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ ສປປ ລາວ ກ່າວຄຳເຫັນທີ່ກອງປະຊຸມ. ພາບ:Văn Tý/TTXVN

ຫວ່າງແລ້ວນີ້, ຢູ່ແຂວງ ເງະອານ, ກະຊວງຍຸຕິທຳ ຫວຽດນາມ ໄດ້ສົມທົບກັບກະຊວງຍຸຕິທຳ ລາວ ຈັດຕັ້ງກອງປະຊຸມຍຸຕິທຳ ບັນດາແຂວງ ມີຊາຍແດນຮ່ວມ ຫວຽດນາມ - ລາວ ເປີດກ້ວາງຄັ້ງທີ V. ກອງປະຊຸມໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ກະຊວງຍຸຕິທຳຂອງສອງປະເທດສືບຕໍ່ສົມທົບກັນແກ້ໄຂບັນດາກໍລະນີ ອົບພະຍົບເສລີຂອງຊາວ ຫວຽດນາມ ທີ່ພວມດຳລົງຊີວິດໃນລາວ, ສູ້ຊົນປະຕິບັດສຳເລັດກ່ອນເດືອນ ມິຖຸນາ 2023...; ປະຕິບັດສຳເລັດການເຈລະຈາເພື່ອລົງນາມໃນສົນທິສັນຍາໜູນຊ່ວຍດ້ານຍຸຕິທຳທາງແພ່ງໂດຍໄວ, ຍົກສູງການປະຕິບັດບັນດາຄຳຮຽກຮ້ອງມອບສິດດ້ານຍະຕິທຳທາງແພ່ງໃຫ້ມີປະສິດທິຜົນ, ເພີ່ມທະວີສົມທົບກັນ ເຄື່ອນໄຫວຮ່ວມມືໜູນຊ່ວຍຍຸຕິທຳຫຼາຍຝ່າຍ ແລະ ພາກພື້ນ, ໃນນັ້ນມີການສົມທົບກັນຜັນຂະຫຍາຍປະຕິບັດຂໍ້ລິເລີ່ມຂອງ ຫວຽດນາມ ກ່ຽວກັບການເພີ່ມທະວີໜູນຊ່ວຍດ້ານຍຸຕິທຳໃນປະຊາຄົມ ອາຊຽນ.

ຢູ່ນອກກອງປະຊຸມ, ສອງຝ່າຍໄດ້ລົງນາມໂຄງການຮ່ວມມືລະຫວ່າງກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸຕິທຳ ລາວ ປີ 2023; ຂໍ້ຕົກລົງຮ່ວມມືລະຫວ່າງ ວິທະຍາໄລກົດໝາຍພາກກາງ ແລະ ສະຖາບັນຍຸຕິທຳແຫ່ງຊາດ ລາວ; ຂໍ້ຕົກລົງຮ່ວມມືລະຫວ່າງພະແນກຍຸຕິທຳແຂວງ ເຊີນລາ (ຫວຽດນາມ) ແລະ ພະແນກຍຸຕິທຳ ແຂວງ ໄຊຍະບູລີ (ສປປ ລາວ).

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.