ພົນໂທ ຫງວຽນເຕິນເກືອງ ຕ້ອນຮັບພົນເອກ Hun Manet

09:03 | 11/08/2022

ຫວ່າງແລ້ວນີ້, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນເຕິນເກືອງ ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Hun Manet ຮອງຜູ້ບັນຊາການສູງສຸດ ທັງເປັນຜູ້ບັນຊາການທະຫານບົກກອງທັບລາດຊະວົງກໍາປູເຈຍ.

ຫວຽດນາມ - ກໍາປູເຈຍ: ນາຍົກລັດຖະມົນຕີ Hun Sen ແລະ ວິ​ວັດ​ການໂຄ່ນລົ້ມລະບອບ​ດັບ​ສົນ​ເຊື້ອ​ຊາດ Pol Pot ຫວຽດນາມ - ກໍາປູເຈຍ: ນາຍົກລັດຖະມົນຕີ Hun Sen ແລະ ວິ​ວັດ​ການໂຄ່ນລົ້ມລະບອບ​ດັບ​ສົນ​ເຊື້ອ​ຊາດ Pol Pot
ທ່ານ​ນາຍົກລັດຖະມົນຕີ Hun Sen ຂອບ​ໃຈ ຫວຽດນາມ ທີ່​ໄດ້​ຊ່ວຍ​ເຫຼືອ ກຳປູ​ເຈຍ ​ໂຄ່ນ​ລົ້ມ​ລະບອບ​ດັບສູນເຊື້ອຊາດ Pol Pot ທ່ານ​ນາຍົກລັດຖະມົນຕີ Hun Sen ຂອບ​ໃຈ ຫວຽດນາມ ທີ່​ໄດ້​ຊ່ວຍ​ເຫຼືອ ກຳປູ​ເຈຍ ​ໂຄ່ນ​ລົ້ມ​ລະບອບ​ດັບສູນເຊື້ອຊາດ Pol Pot
ທ່ານພົນໂທ ຫງວຽນເຕິນເກືອງ ແລກປ່ຽນກັບທ່ານພົນເອກ Hun Manet. ພາບ: qdnd.vn
ທ່ານພົນໂທ ຫງວຽນເຕິນເກືອງ ແລກປ່ຽນກັບທ່ານພົນເອກ Hun Manet. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນເຕິນເກືອງ ເນັ້ນໜັກເຖິງການສົມທົບກັນເປັນເຈົ້າການ, ມີປະສິດທິຜົນຂອງກອງທັບສອງປະເທດ ໃນການຜັນຂະຫຍາຍແຜນການຮ່ວມມືປີ 2022 ແລະບັນດາເນື້ອໃນການແລກປ່ຽນ, ຄວາມເຫັນດີເປັນເອກະພາບລະຫວ່າງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ແລະຜູ້ບັນຊາການສູງສຸດກອງທັບລາດຊະວົງກໍາປູເຈຍ ໃນເດືອນມີນາ ຜ່ານມາ.

ພົ້ນເດັ່ນແມ່ນ: ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ກໍາລັງປ້ອງກັນຊາຍແດນ ໄດ້ຕັ້ງໜ້າເປັນເຈົ້າການສົມທົບກັນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຕໍ່ສູ້ຕ້ານອາດຊະຍາກໍາ, ຊຸກຍູ້ຮູບແບບແຮກສ່ຽວ, ແກ້ໄຂບັນດາບັນຫາເກີດຂຶ້ນຈາກຮາກຖານຢ່າງເຖິງຖອງ; ສະໜັບສະໜູນ, ສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດຫຼາຍຝ່າຍ, ໃນນັ້ນມີບັນດາກອງປະຊຸມການທະຫານ, ການປ້ອງກັນຊາດໃນອາຊຽນ ໃນປີປະເທດກຳປູເຈຍ ຮັບດໍາລົງຕໍາແໜ່ງປະທານອາຊຽນ 2022.

ທ່ານພົນໂທ ຫງວຽນເຕິນເກືອງ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການສົມທົບກັນລະຫວ່າງກໍາລັງກອງທັບສອງປະເທດ ໃນການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານຜ່ານການຝຶກຊ້ອມກູ້ໄພກູ້ຊີບ, ຕ້ານການກໍ່ການຮ້າຍ, ຖືເປັນສໍາຄັນການຮ່ວມມືບໍາລຸງສ້າງຊັບພະຍາກອນມະນຸດ; ຕັ້ງໜ້າໂຄສະນາ, ສຶກສາອົບຮົມໃຫ້ນາຍທະຫານໜຸ່ມ, ຊາວໜຸ່ມໃນກອງທັບກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງສອງປະເທດ, ປະຊາຊົນ ແລະກອງທັບສອງປະເທດ.

ສ່ວນທ່ານພົນເອກ Hun Manet ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນອັນດີງາມລະຫວ່າງກອງທັບສອງປະເທດ ຈະສືບຕໍ່ໄດ້ຮັບການປັບປຸງ, ຮັດແໜ້ນກວ່າອີກ, ປະກອບສ່ວນເຂົ້າສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບຍືນຍົງ; ພ້ອມທັງສະເໜີວ່າ ໃນໄລຍະຈະມາເຖິງ, ຫວຽດນາມ-ລາວ-ກໍາປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມື, ພ້ອມແລ້ວທີ່ຈະຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.