ຫວຽດນາມ ແມ່ນປະເທດປອດໄພທີ່ສຸດຢູ່ອາຊີອາຄະເນກ່ຽວກັບການເງິນອອນລາຍ

20:00 | 14/07/2022

ຍສໝ - ບໍລິສັດຜະລິດ ແລະ ຈຳໜ່າຍຊອບແວແຖວໜ້າ Kaspersky Lab (ລັດເຊຍ) ຕີລາຄາວ່າ ຫວຽດນາມ ແມ່ນປະເທດ “ປອດໄພທີ່ສຸດ” ຢູ່ອາຊີອາຄະເນ ຕໍ່ຄວາມສ່ຽງນາບຂູ່ບຸກໂຈມຕີດ້ານການເງິນແນໃສ່ບັນດາທະນາຄານ.

ຜູ້ນໍາຫຼາຍວິສາຫະກິດທົ່ວໂລກຈະເຂົ້າຮ່ວມກອງປະຊຸມ ABAC ຢູ່ ຫວຽດນາມ ຜູ້ນໍາຫຼາຍວິສາຫະກິດທົ່ວໂລກຈະເຂົ້າຮ່ວມກອງປະຊຸມ ABAC ຢູ່ ຫວຽດນາມ
ເຫັນດີຜັນຂະຫຍາຍປະສິດທິຜົນການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ ເຫັນດີຜັນຂະຫຍາຍປະສິດທິຜົນການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ
ພາບປະກອບ: datalinknetworks.net
ພາບປະກອບ: datalinknetworks.net

ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ Sputnik ຫວ່າງມໍ່ໆມານີ້, ທ່ານ Yeo Siang Tiong, ຜູ້ອຳນວຍການໃຫຍ່ພາກພື້ນອາຊີອາຄະເນຂອງ Kaspersky Lab, ໃຫ້ຮູ້ວ່າ ບັນດາການສະຖິຕິໄລຍະໃກ້ໆນີ້ຂອງບໍລິສັດນີ້ໄດ້ຊີ້ໃຫ້ເຫັນວ່າ ການຫຼອກຕົວະທີ່ກ່ຽວຂ້ອງເຖິງບັນດາທະນາຄານ, ລະບົບຊຳລະ ແລະ ຮ້ານຄ້າອອນລາຍຢູ່ ຫວຽດນາມ ແມ່ນຕ່ຳກວ່າເມື່ອທຽບໃສ່ກັບບັນດາປະເທດອື່ນຢູ່ ອາຊີອາຄະເນ.

ທ່ານ Yeo Siang Tiong ຖືວ່າ: ການແລກປ່ຽນການຄ້າ, ຊື້ຂາຍທາງອອນລາຍຂອງຜູ້ບໍລິໂພກ ຫວຽດນາມ ນັບມື້ນັບໄດ້ຮັບການປົວແປງ. ນີ້ອາດແມ່ນຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງລັດຖະບານ ຫວຽດນາມ ໃນການຍົກສູງຄວາມຮັບຮູ້ກ່ຽວກັບຄວາມປອດໄພດ້ານການເງິນ ແລະ ຂໍ້ມູນໃນທະນາຄານມືຖື ແລະ ກະເປົາດີຈີຕອນ ໃນພາກພື້ນໄດ້ພັດທະນາຢ່າງເຂັ້ມແຂງ.

ບົດລາຍງານ Fintech and Digital Banking 2025 ພາກພື້ນອາຊີ - ປາຊີຟິກ ໄດ້ໃສ່ໃຈວ່າ ການແລກປ່ຽນການຄ້າທາງໂທລະສັບມືຖືຢູ່ ຫວຽດນາມ ຄາດວ່າຈະເພີ່ມຂຶ້ນ 300% ໃນປີ 2025, ຍ້ອນການລະເບີດຂອງພື້ນຖານເສດຖະກິດດີຈີຕອນ. ທ່ານ Yeo Siang Tiong ເນັ້ນໜັກວ່າ: ຫວຽດນາມແນ່ນອນວ່າຈະໄດ້ກຽມພ້ອມເຂົ້າສູ່ການຫັນປ່ຽນດີຈີຕອນຢ່າງໄວວາ, ພ້ອມກັນນັ້ນ ກໍໄດ້ປະກອບເພື່ອຮັບປະກັນສະພາບແວດລ້ອມດ້ານການເງິນທີ່ປອດໄພກວ່າໃຫ້ບັນດາອົງການ ແລະ ບຸກຄົນ ຍ້ອນມີພື້ນຖານໂຄງລ່າງເຂັ້ມແຂງ ແລະ ການແບ່ງປັນຂໍ້ມູນ.

ໄຊພອນ

ເຫດການ
302 Found

Found

The document has moved here.