Festival ເຫ້ວ ກັບຄືນມາ, ຄາດວ່າຈະໄດ້ຕ້ອນຮັບແຂກທ່ອງທ່ຽວ 200.000 ຄົນ

13:00 | 30/06/2022

ຍສໝ-Festival ເຫ້ວ ປີ 2022 ພົ້ນເດັ່ນດ້ວຍບັນດາລາຍການໄຂງານ ທີ່ໄດ້ຈັດສ້າງຢ່າງພິຖິພິຖັນ, ສົມທົບກັບສຽງດົນຕີ ແລະ ບັ້ງໄຟດອກແບບມີສິລະປະ ທີ່ໄດ້ຄອງຫວັງຈະນຳມາເຊິ່ງຄວາມຮູ້ສຶກທີ່ພິເສດໃຫ້ແກ່ແຂກທ່ອງທ່ຽວ.

ໄຂ​ Festival ທະ​ເລ - ໂຮ້ຍ​ອານ ຍາມ​ລະ​ດູ​ຮ້ອນ ໄຂ​ Festival ທະ​ເລ - ໂຮ້ຍ​ອານ ຍາມ​ລະ​ດູ​ຮ້ອນ
Festival ຜະລິດຕະພັນກະເສດ, ຜະລິດຕະພັນ OCOP ຕິດພັນກັບການທ່ອງທ່ຽວ ຮ່າໂນ້ຍ ປີ 2022 Festival ຜະລິດຕະພັນກະເສດ, ຜະລິດຕະພັນ OCOP ຕິດພັນກັບການທ່ອງທ່ຽວ ຮ່າໂນ້ຍ ປີ 2022
Festival ເຫ້ວ ກັບຄືນມາ, ຄາດວ່າຈະໄດ້ຕ້ອນຮັບແຂກທ່ອງທ່ຽວ 200.000 ຄົນ
Festival ເຫ້ວ 2018 ( ພາບ: ຮ່ວາງຫາຍ)

ສັບປະດາ Festival ເຫ້ວ ດ້ວຍ​ຫົວ​ຂໍ້ “ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ກັບການ​ເຊື່ອມ​ໂຍງ​ ແລະ ​ການ​ພັດ​ທະ​ນາ” ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 25 – 30 ມິ​ຖຸ​ນາ ດ້ວຍ 8 ລາຍ​ການ​ຕົ້ນ​ຕໍ ແລະ ຫຼາຍ​ກິດ​ຈະ​ກຳ​ເພື່ອຕອບສະໜອງປິ່ນອ້ອມງານບຸນ.

Festival ເຫ້ວ 2022 ​ໄດ້​ຮັບການໃຫ້ຂໍ້ສັງເກດວ່າ ແມ່ນ​ໂອກາດ​ເພື່ອ​ໃຫ້​ຂະ​ແໜງ​ການທ່ອງ​ທ່ຽວ ​ເທື່ອ​ທຽນ - ​ເຫ້ວ ສາມາດຟື້ນ​ຕົວ​ຄືນ ​ພາຍຫຼັງ 2 ປີ ​ທີ່ຖືກ​​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ໂລກ​ລະບາດ​ໂຄ​ວິດ-19.

Festival ເຫ້ວ 2022 ມີຫຍັງພິເສດ?

ທ່ານ ຮວິ່ງ​ຕ໋ຽນ​ດາດ, ຜູ້ອຳນວຍການ​ສູນ Festival ເຫ້ວ, ​ໃຫ້​ຮູ້​ວ່າ ເຫດການ​ປີ​ນີ້​ ໄດ້​ຈັດ​ຂຶ້ນ​ໃນ​ສະພາບ​ທີ່​ນະຄອນ ​ເຫ້ວ ມີການ​ເປີດ​ກວ້າງ​ເຂດແດນການ​ບໍລິຫານ, ທົ່ວແຂວງສູ້ຊົນມາຮອດປີ 2025 ກໍ່ສ້າງ ແລະ ພັດທະນາ ເທື່ອທຽນ-ເຫ້ວ ໃຫ້ກາຍເປັນຕົວເມືອງຂຶ້ນກັບສູນກາງໂດຍກົງ.

ຕາມ​ຜູ້ຕາງໜ້າ​ຂອງຄະນະ​ຈັດ​ຕັ້ງ​ແລ້ວ, ຈຸດ​ພົ້ນ​ເດັ່ນ​ໃນສັບປະດາ​ແມ່ນ​ລາຍການ​ສິລະ​ປະເປີດ​ສາກ​ດຳ​ເນີນ​ໃນ​ເວລາ 8 ​ໂມງຄໍ່າ ​ວັນ​ທີ 25 ມິຖຸນາ​ນ ຢູ່​ສະໜາມ​ຫຼວງ​ຫງໍ້ມົນ.

“ລາຍການໄດ້ຈັດສ້າງຢ່າງພິຖິພິຖັນ, ສົມທົບກັບສຽງດົນຕີ, ເຕັກໂນໂລຊີດ້ານແສງສະຫວ່າງແບບທັນສະໄໝ ແລະ ບັ້ງໄຟດອກແບບມີສິລະປະ ທີ່ໄດ້ຄອງຫວັງຈະນຳມາເຊິ່ງຄວາມຮູ້ສຶກທີ່ລືມຍາກໃຫ້ແກ່ແຂກທ່ອງທ່ຽວ”, ທ່ານດາດແບ່ງປັນ.

ນອກຈາກລາຍການສິລະປະທີ່ໄຂໃນຕອນຄໍ່າວັນທີ 25 ມິຖຸນາ ຢູ່ຫງໍ້ມົນ, Festival ເຫ້ວ ປີ 2022 ຍັງມີບັນດາຄະນະສິລະປະພາຍໃນ ແລະ ຕ່າງປະເທດມາສະແດງທຸກໆຄືນຢູ່ບັນດາເວທີຂອງ ກວ໋ກຕືຢາມ, ສີລາຈາລຶກກວັກຫອກ, ໂກນຢ໊າວຽນ, ສວນສາທາລະນະ 3 ກຸມພາ, ຖະໜົນຄົນຍ່າງ ຫງວຽນດິງຈ໊ຽວ ແລະ ຂົວ ໂງ໊ລິມ.

“ຜ່ານ​ຫົວ​ຂໍ້​ທີ່ຊອດທະລຸຂອງ​ຄ່ຳຄືນ​ໄຂງານ ​ຈະ​ແນະ​ນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ຢູ່​ໃກ້​ ແລະ ​ໄກຮູ້​ເຖິງ​ ເທື່ອທຽນ - ເຫ້ວ ເຊິ່ງເປັນເຂດທີ່ເມື່ອໃດກໍສວຍງາມ ແລະ ໃໝ່, ສະ​ແດງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຢາກ​ພັດທະນາຂຶ້ນເລື້ອຍໆ”, ທ່ານ ຫງວຽນແທັງບິງ, ຮອງປະທານ ຄະນະກໍາມະການປະຊາຊົນແຂວງ ເທື່ອທຽນ -ເຫ້ວ ກ່າວ.

ຄາດ​ວ່າ​ຈະມີແຂກ​ທ່ອງ​ທ່ຽວ 200.000 ເທື່ອຄົນ ມາ ເຫ້ວ

ພາຍຫຼັງ 10 ຄັ້ງ​ ທີ່ໄດ້​ຈັດ​ຕັ້ງ, Festival ເຫ້ວ ໄດ້​ກາຍ​ເປັນ​ເຄື່ອງ​ໝາຍ​ການ​ຄ້າ​ສາ​ກົນ ດ້ວຍ​ຂອບຂະ​ໜາດ​ ແລະ ຄຸນ​ນະ​ພາບ​ສິ​ລະ​ປະ​ສູງ. ກ່ອນ​ໜ້າ​ນັ້ນ, Festival Hue 2018 ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ກວ່າ 1.200.000 ເທື່ອ​ຄົນ.

ເນື່ອງຈາກຖືກຜົນສະທ້ອນ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ​ເທື່ອ​ທຽນ -​ເຫ້ວ ຕ້ອງ​ໂຈະການຈັັດຕັ້ງ Festival ​ 2020 ແລະ ເລື່ອນມາ​ປີ 2022. ຕະຫຼາດ​ນັກ​ທ່ອງ​ທ່ຽວ​ສາກົນ​ຫຼາຍ​ແຫ່ງ​ຍັງ​ຟື້ນ​ຟູ​ຊ້າ​ ​ພາຍຫຼັງ​ພະຍາດ​ລະບາດ, ສະ​ນັ້ນ ​ຂະ​ແໜງການ​ທ່ອງ​ທ່ຽວ​ທ້ອງ​ຖິ່ນນີ້ ​ຄາດວ່າຈຳນວນ​ນັກ​ທ່ອງ​ທ່ຽວທີ່ເຂົ້າຮ່ວມໃນຄັ້ງນີ້ຈະມີໜ້ອຍລົງ.

ຕາມ​ນັ້ນ​ແລ້ວ, ພະແນກ​ທ່ອງ​ທ່ຽວ​ແຂວງ ​ເທື່ອ​ທຽນ - ​ເຫ້ວ ຄາດ​ວ່າ ຈະ​ມີ​ນັກ​ທ່ອງ​ທ່ຽວ​ປະມານ 200.000 ເທື່ອຄົນ ​ເຂົ້າ​ຮ່ວມ​ບັນດາ​ເຫດການ​ຢູ່ ສັບປະດາ Festival ເຫ້ວ 2022.

ເພື່ອ​ແນ​ໃສ່​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ຮ່ວມ​ງານ​ບຸນຢ່າງລອບຄອບ, ພະແນກ​ທ່ອງ​ທ່ຽວ ​ໄດ້​ຊີ້​ນຳ ​ແລະ ແນະນໍາບັນດາ​ວິ​ສາ​ຫະກິດເຮັດທຸລະກິດ​ບໍລິການ - ທ່ອງ​ທ່ຽວ, ບັນດາສະຖານ​ທີ່​ພັກເຊົາຕ້ອງໄດ້ປັບແປງຕົກແຕ່ງໃຫ້ດີ, ຍົກ​ລະດັບພື້ນຖານໂຄງລ່າງ, ອຸປະກອນ, ​ເພີ່ມ​ທະວີການ​​ບໍລິການ​ຊ່ວຍ​ເຫຼືອ, ສະໜອງ​ຂໍ້​ມູນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແຂກທ່ອງທ່ຽວ.

ນອກ​ຈາກນັ້ນ, ທ້ອງ​ຖິ່ນ​ຍັງ​ໄດ້​ຂົນຂວາຍ​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ສ້າງ​ບັນດາ​ຜະລິດ​ຕະພັນ​ tour ທີ່​ຕິດ​ພັນ​ກັບ​ບັນດາ​ການ​ເຄື່ອນ​ໄຫວ, ເຫດການຂອງ Festival ​ເຫ້ວ; ມີແຜນການ​ ​ຮັບສະໝັກໃໝ່ ​ແລະ ຝຶກ​ອົບຮົມ​ວິຊາ​ສະ​ເພາະໃຫ້ແຫຼ່ງ​ຊັບພະຍາກອນ​ມະນຸດ​ຂອງ​ບັນດາ​ຫົວໜ່ວຍ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ໃຫ້​ດີ​ທີ່​ສຸດ.

ພະແນກທ່ອງ​ທ່ຽວ​ກໍໄດ້ຈັດ​ຕັ້ງ​ຫຼາຍຊຸດ​ອົບຮົມ​ໃຫ້​ພະນັກງານ​ແຮງງານໃນ​ຂະ​ແໜງການ​ທ່ອງ​ທ່ຽວ​ເຊັ່ນ ຜູ້ນຳທ່ຽວ, ຄົນ​ຂັບລົດ, ກຸ່ມ​ທ່ອງ​ທ່ຽວ​ຊຸມ​ຊົນ​ຢູ່​ໃນບໍລິເວນ, ຮັບປະກັນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ທ່ອງ​ທ່ຽວ​ອາລະຍະ​ທຳ, ປອດ​ໄພ, ຮັບ​ໃຊ້​ບັນດາຂະບວນນັກທ່ອງທ່ຽວພາຍໃນ ​ແລະ ​ຕ່າງປະ​ເທດ​ໃນ​ຕະຫຼອດເວລາທີ່ດໍາເນີນງານບຸນ.

ທ່ານ ຫງວຽນ​ວັນ​ຟຸກ, ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ ​ເທື່ອ​ທຽນ - ​ເຫ້ວ, ​ໃຫ້​ຮູ້​ວ່າ ຫົວໜ່ວຍ​​ໄດ້ເປັນເຈົ້າການໃນການສ້າງແຜນການ​ເພີ່ມທະວີ​ວຽກ​ງານ​ກວດກາ, ​ປັບປຸງ​ບັນດາ​ການ​ເຄື່ອນ​ໄຫວ​ເຮັດ​ທຸລະ​ກິດ​ບໍລິການ​ຢູ່​ບໍລິເວນ, ຮຽກຮ້ອງ​​ບັນດາ​ວິ​ສາ​ຫະກິດ​ຂຶ້ນ​ທະບຽນ​ລາຄາ, ​ ຕິດແຈ້ງລາຄາ ແລະ ບໍ່ໃຫ້ເພີ່ມລາຄາເອງ ຫຼື ກົດລາຄາ ເພື່ອຮັກສາລາຄາບໍລິການທີ່ເປັນປົກກະຕິ ແລະ ຮັກສາຄຸນນະພາບການບໍລິການ.

ຫອມມາລາ

ເຫດການ
302 Found

Found

The document has moved here.