ຫຼາຍກິດຈະກຳໃນລາຍການໜູນຊ່ວຍຊາວປະມົງມີຄວາມອຸ່ນອ່ຽນໃຈອອກໄປຫາປາຢູ່ທະເລ

10:06 | 18/06/2022

ວັນທີ 14-15 ມິຖຸນາ, ທະຫານເຮືອເຂດ 2 ໄດ້ສົມທົບກັບແຂວງຈ່າວີງ ແລະແຂວງບາກລຽວ ຈັດຕັ້ງລາຍການ “ທະຫານເຮືອຫວຽດນາມ ເປັນບ່ອນອີງ ເພື່ອໃຫ້ຊາວປະມົງອຸ່ນອ່ຽນໃຈອອກໄປຫາປາຢູ່ທະເລ”.

ນັກທ່ອງທ່ຽວສາກົນເດີນທາງມາຫວຽດນາມເພີ່ມຂຶ້ນຫຼາຍ ນັກທ່ອງທ່ຽວສາກົນເດີນທາງມາຫວຽດນາມເພີ່ມຂຶ້ນຫຼາຍ
ນະຄອນ ໂຮ່ຈີມິນ ກະກຽມຜະລິດຕະພັນທ່ອງທ່ຽວໃໝ່ຫຼາຍຢ່າງໃຫ້ແກ່ລະດູທ່ອງທ່ຽວປີນີ້ ນະຄອນ ໂຮ່ຈີມິນ ກະກຽມຜະລິດຕະພັນທ່ອງທ່ຽວໃໝ່ຫຼາຍຢ່າງໃຫ້ແກ່ລະດູທ່ອງທ່ຽວປີນີ້
ຫຼາຍກິດຈະກຳໃນລາຍການໜູນຊ່ວຍຊາວປະມົງມີຄວາມອຸ່ນອ່ຽນໃຈອອກໄປຫາປາຢູ່ທະເລ
ມອບທຸງຊາດໃຫ້ແກ່ຊາວປະມົງ. ພາບ: ເກື່ອງແທັ່ງ.

ຄະນະປະຕິບັດງານທະຫານເຮືອເຂດ 2 ໄດ້ພົບປະກັບຊາວປະມົງ, ແຈກເອກະສານກວ່າ 2.000 ຊຸດ ແລະໂຄສະນາ, ແລກປ່ຽນ, ແຈ້ງໃຫ້ຊາບກ່ຽວກັບສັນຍາວ່າດ້ວຍການກໍານົດແບ່ງເຂດແດນຢູ່ທະເລລະຫວ່າງຫວຽດນາມ ກັບບັນດາປະເທດໃນພາກພື້ນ; ບັນດາເອກະສານນິຕິກໍາກ່ຽວກັບທະເລ ແລະການຂຸດຄົ້ນ, ຫາສິນທະເລຢ່າງປອດໄພ, ຍືນຍົງ, ຖືກກັບກົດໝາຍຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ຕ້ານການຂຸດຄົ້ນຢ່າງຜິດກົດໝາຍ; ແຈ້ງໃຫ້ຊາບກ່ຽວກັບບັນດາກໍາປັ່ນຂອງທະຫານເຮືອ ທີ່ພວມຮັບໃຊ້ເພື່ອຮັບປະກັນພາລະທິການ, ເຕັກນິກ, ເບີຕິດຕໍ່ ເພື່ອພ້ອມແລ້ວທີ່ຈະຊ່ວຍເຫຼືອຊາວປະມົງເມື່ອເຄື່ອນໄຫວຢູ່ທະເລ.

ຄະນະປະຕິບັດງານ ໄດ້ມອບທຸງຊາດ 1.000 ຜືນ, ເສື້ອຊູຊີບ 300 ຜືນ ແລະມອບຂອງຂວັນ 30 ພູດ ໃຫ້ແກ່ຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກ, ການແພດທະຫານເຮືອເຂດ 2 ກໍ່ໄດ້ຈັດການກວດພະຍາດ, ແຈກຢາໂດຍບໍ່ເສຍຄ່າໃຫ້ແກ່ຊາວປະມົງເກືອບ 300 ຄົນ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.