“ວັນຄໍາ” ຂອງກິລາຫວຽດນາມ

12:20 | 17/05/2022

ໄລ່ຮອດເວລາ 23 ໂມງຂອງວັນທີ 15 ພຶດສະພາ, ທັບນັກກິລາຫວຽດນາມ ຍັງຄົງນໍາໜ້າໃນຕາຕະລາງຈັດອັນດັບຫຼຽນ.

ຫວຽດນາມ - ລາວ ແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຫຼັງໂລກລະບາດໂຄວິດ-19 ຫວຽດນາມ - ລາວ ແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຫຼັງໂລກລະບາດໂຄວິດ-19
ເພີ່ມທະວີສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ເພີ່ມທະວີສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ
“ວັນຄໍາ” ຂອງກິລາຫວຽດນາມ
ນັກກິລາ ຫງວຽນທິແອວງ ທຳລາຍສະຖິຕິຊີເກມໃນລາຍການແລ່ນຂ້າມສິ່ງກີດຂວາງໄລຍະ 3.000 ແມັດ ພາບ: qdnd.vn.

ໃນການແຂ່ງຂັນວັນທີ 15 ພຶດສະພາ, ບັນດານັກກິລາເຂົ້າຮ່ວມງານມະຫາກໍາກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (ຊີເກມ 31) ແຂ່ງຢູ່ 28 ປະເພດ, ໃນນັ້ນມີບານເຕະຊາຍ ຢູ23 , ບານເຕະຍິງ, ບານເຕະ Futsal ຍິງ, ໝາກຣຸກ, ແລ່ນແລະລານ, ລອຍ...

ໄລ່ມາຮອດເວລາ 23 ໂມງຂອງວັນທີ 15 ພຶດສະພາ, ທັບນັກກິລາຫວຽດນາມ ຍັງພວມນໍາໜ້າໃນຕາຕະລາງຈັດອັນດັບຫຼຽນ ດ້ວຍ 66 ຫຼຽນຄໍາ, 46 ຫຼຽນເງິນ, 41 ຫຼຽນທອງ. ຮອງລົງມາແມ່ນທັບນັກກິລາໄທ ດ້ວຍ 24 ຫຼຽນຄໍາ. ແລະອັນດັບທີ 3 ແມ່ນທັບນັກກິລາຟີລິບປິນ ດ້ວຍ 20 ຫຼຽນຄໍາ.

ບັນດາປະເພດກິລາທີ່ທັບນັກກິລາຫວຽດນາມ ຍາດໄດ້ຫຼຽນຄໍາໃນວັນທີ 15 ພຶດສະພາ ແມ່ນ Wushu, ໝາກຣຸກສາກົນ, ໝາກຣຸກຈີນ, ຕີດາບ, Dance Sport, ເພາະກາຍ. ສະເພາະນັກກິລາແລ່ນແລະລານ ຍາດໄດ້ 4 ຫຼຽນຄໍາ (ໃນລາຍການແຂ່ງຂັນ 400 ແມັດ ຍິງ; ເຕັ້ນສູງຍິງ; ເຕັ້ນໄກຊາຍ; ແລ່ນ 5.000 ແມັດ ຊາຍ).

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.