ຮັບປະກັນຄວາມລະບຽບຮຽບຮ້ອຍ, ຄວາມປອດໄພດ້ານຄົມມະນາຄົມ ເພື່ອຮັບໃຊ້ງານມະຫາກຳກິລາຊີເກມ ຄັ້ງທີ 31

09:31 | 04/05/2022

ຍສໝ - ກົມຕຳຫຼວດຈະລາຈອນ ກະຊວງຕຳຫຼວດ ສະເໜີໃຫ້ປະຊາຊົນປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ໃນເວລາເຂົ້າຮ່ວມການສັນຈອນ, ໃນເວລາຈັດຕັ້ງງານມະຫາກຳກິລາຊີເກມ ຄັ້ງທີ 31 ຢູ່ຮ່າໂນ້ຍ ແລະ ບາງແຂວງ, ນະຄອນ.

ສະຫນາມກິລາແຫ່ງຊາດມິດິ່ງ ກຽມພ້ອມຮັບໃຊ້ ຊີເກມ ຄັ້ງທີ 31 ສະຫນາມກິລາແຫ່ງຊາດມິດິ່ງ ກຽມພ້ອມຮັບໃຊ້ ຊີເກມ ຄັ້ງທີ 31
ນະຄອນບັກຢ່າງຮັບປະກັນເງື່ອນໄຂການກິນດື່ມສະອາດປອດໄພຮັບໃຊ້ຊີເກມ ຄັ້ງທີ 31 ນະຄອນບັກຢ່າງຮັບປະກັນເງື່ອນໄຂການກິນດື່ມສະອາດປອດໄພຮັບໃຊ້ຊີເກມ ຄັ້ງທີ 31

ງານ​ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຄັ້ງ​ທີ 31 (ຊີ​ເກມ 31) ພວມ​ຈະ​ໄຂ​ຂຶ້ນ​ຢູ່ 12 ​ແຂວງ, ນະຄອນ​ຄື: ຮ່າ​ໂນ້ຍ, ຫາຍ​ຟ່ອງ, ຫາຍ​ເຢືອງ, ກວາງ​ນິງ, ບັກ​ນິງ, ບັກ​ຢາງ, ຟູ​ເຖາະ, ຮ່ານາມ, ວິງຟຸກ, ນິງບິ່ງ, ຮວ່າບິ່ງ ແລະ ນາມດິງ ແຕ່ວັນທີ 2 ຫາ ວັນທີ 24 ພຶດສະພາ 2022.

ຮັບປະກັນຄວາມລະບຽບຮຽບຮ້ອຍ, ຄວາມປອດໄພດ້ານຄົມມະນາຄົມ ເພື່ອຮັບໃຊ້ງານມະຫາກຳກິລາຊີເກມ ຄັ້ງທີ 31
ຮັບປະກັນຄວາມລະບຽບຮຽບຮ້ອຍ, ຄວາມປອດໄພດ້ານຄົມມະນາຄົມ ເພື່ອຮັບໃຊ້ງານມະຫາກຳກິລາຊີເກມ ຄັ້ງທີ 31. (ພາບ: gov)

ຕາມ​ກົມ​ຕຳຫຼວດຈະລາຈອນ​ແລ້ວ, ​ໃນ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31, ຜູ້​ຂັບ​ຂີ່, ທຸລະ​ກິດ​ຂົນ​ສົ່ງ, ​ເຈົ້າ​ຂອງ​ພາຫະນະ ​ແລະ ປະຊາຊົນ​ທຸກ​ຄົນ ​ເມື່ອ​ເດີນທາງ​ໃນສາຍທາງການ​ເຄື່ອນ​ໄຫວ​ຂອງ​ນັກ​ກິລາ ​ແລະ ປະຕູ​ທາງ​ເຂົ້າ​ເມືອງ, ​​ສະຖານ​ທີ່​ທີ່​ມີ​ການ​ເຄື່ອນ​ໄຫວ​ກິລາຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຈະ​ລາ​ຈອນ​ທາງ​ຫຼວງ​ຢ່າງ​ເຂັ້ມ​ງວດ, ປະ​ຕິ​ບັດ​ຕາມ​ການ​ຈັດທາງ ແລະ ການຄຸ້ມ​ຄອງ​ຂອງຕຳ​ຫຼວດ​ຈະ​ລາ​ຈອນ ແລະ ໜ່ວຍ​ງານ​ອື່ນໆ...

ເປັນເຈົ້າການກຳແໜ້ນສະພາບການຈະລາຈອນ, ເລືອກເສັ້ນທາງ ແລະ ເວລາເດີນທາງທີ່ເໝາະສົມ, ຈຳກັດ ຫຼື ຫຼີກລ່ຽງການເຂົ້າສູ່ຊົ່ວໂມງຮີບດ່ວນ, ເສັ້ນທາງທີ່ມີຄວາມໜາແໜ້ນຂອງການຈະລາຈອນສູງ, ໂດຍສະເພາະແມ່ນເສັ້ນທາງທີ່ຕິດພັນກັບສະຖານທີ່ຈັດພິທີເປີດ (ວັນທີ 12 ພຶດສະພາ), ພິ​ທີ​ປິດ​ງານ​ມະ​ຫະ​ກຳ​ກິ​ລາ​ຊີ​ເກມ​ຄັ້ງ​ທີ 31 (ວັນທີ 23 ພຶດສະພາ) ຢູ່​ຮ່າ​ໂນ້ຍ, ບັນ​ດາ​ລາຍ​ການ ແລະ ເສັ້ນ​ທາງ​ອ້ອມ​ຂ້າງ​ບັນ​ດາເຂດ​ການ​ແຂ່ງ​ຂັນ​ກິ​ລາ​ໃນ​ຂອບ​ເຂດ​ງານ​ມະ​ຫະ​ກຳ​ກິ​ລາ​ຊີ​ເກມ​ຄັ້ງ​ທີ 31 ຢູ່​ທ້ອງ​ຖິ່ນ​ທີ່​ກ່ຽວ​ຂ້ອງ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.