ນັບແຕ່ປີ 2026, ບັນດາຮ້ານຂາຍຍ່ອຍທີ່ສະໜອງຖົງຢາງໃຊ້ເທື່ອດຽວ ຈະຖືກປັບໄໝ

14:32 | 25/04/2022

ຍສໝ - ໂດຍຮັບຮູ້​ໄດ້ເຖິງ​ຄວາມ​ສ່ຽງ​ອັນ​ຮ້າຍ​ແຮງ​ຂອງ​ສິ່ງ​ເສດ​ເຫຼືອ​ປຼາສະຕິກ​ຕໍ່​ສິ່ງ​ແວດ​ລ້ອມ, ​ແຕ່​ປີ 2020 ​ສະ​ຖາ​ບັນ​ຍຸດ​ທະ​ສາດນະ​ໂຍບາຍ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະສິ່ງ​ແວດ​ລ້ອມ ສົມທົບ​ກັບພະແນກ​ອຸດສາຫະກຳ ​ແລະການ​ຄ້ານະຄອນ ຮ່າ​ໂນ້ຍ ​ໄດ້​ຜັນ​ຂະຫຍາຍ​ໂຄງການ “ຂໍ້​ລິ​ເລີ່ມ​ສ້າງ​ຕັ້ງ​ພັນທະມິດຮ້ານຊັບພະສິນຄ້າ​ເພື່ອ​ຫຼຸດຜ່ອນການນໍາໃຊ້ຖົງຢາງທີ່ໃຊ້ເທື່ອດຽວ”...

ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ເລືອກ​ຕັ້ງ​ທ່ານ ຟ້າມ​ມິງ​ຈິງ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ອາ​ຍຸ​ການ 2021 – 2026 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ເລືອກ​ຕັ້ງ​ທ່ານ ຟ້າມ​ມິງ​ຈິງ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ອາ​ຍຸ​ການ 2021 – 2026
ສັນຍາການຄ້າເສລີ ຫວຽດນາມ - ອັງກິດ  ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ພຶດສະພາ  2021 ເປັນຕົ້ນໄປ ສັນຍາການຄ້າເສລີ ຫວຽດນາມ - ອັງກິດ ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 1 ພຶດສະພາ 2021 ເປັນຕົ້ນໄປ

ຂໍ້ມູນຂ່າວສານທີ່ກອງປະຊຸມສໍາມະນາສະຫຼຸບໂຄງການທົດລອງ "ຂໍ້ລິເລີ່ມສ້າງ ຕັ້ງພັນທະມິດຮ້ານຊັບພະສິນຄ້າເພື່ອຫຼຸດຜ່ອນການນໍາໃຊ້ຖົງຢາງທີ່ໃຊ້ເທື່ອ ດຽວຢູ່ຫວຽດນາມ" ໄດ້ດໍາເນີນໃນວັນທີ 20 ເມສາ, ຜູ້ຕາງຫນ້າຂອງສະຖາບັນ ຍຸດທະສາດ ແລະນະໂຍບາຍຊັບພະຍາກອນ ແລະສິ່ງແວດລ້ອມ ໃຫ້ຮູ້ວ່າ ມົນລະພິດຂີ້ເຫຍື້ອ​ປຼາສະຕິກໄດ້ຖື​ວ່າ​ເປັນ​ຫນຶ່ງ​ໃນ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ທີ່​ຮີບດ່ວນ​ທີ່​ສຸດ​.​ໂດຍ​ສະ​ເລ່ຍ​ແລ້ວ, ຈໍານວນຖົງ​ຢາງ​ໃຊ້​ເທື່ອ​ດຽວ​ຢູ່​ຮ້ານ​ສັບພະສິນຄ້າຫວຽດນາມ ​ແມ່ນ​ປະມານ 104.000 ຖົງ​ຕໍ່​ວັນ, ​ເທົ່າ​ກັບ 38 ລ້ານ​ຖົງ​/ປີ.

ນັບແຕ່ປີ 2026, ບັນດາຮ້ານຂາຍຍ່ອຍທີ່ສະໜອງຖົງຢາງໃຊ້ເທື່ອດຽວ ຈະຖືກປັບໄໝ
ພາບປະກອບ: TTXVN

ໂດຍຮັບຮູ້​ໄດ້ເຖິງ​ຄວາມ​ສ່ຽງ​ອັນ​ຮ້າຍ​ແຮງ​ຂອງ​ສິ່ງ​ເສດ​ເຫຼືອ​ປຼາສະຕິກ​ຕໍ່​ສິ່ງ​ແວດ​ລ້ອມ, ​ແຕ່​ປີ 2020 ​ສະ​ຖາ​ບັນ​ຍຸດ​ທະ​ສາດ ນະ​ໂຍບາຍ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະສິ່ງ​ແວດ​ລ້ອມ ສົມທົບ​ກັບພະແນກ​ອຸດສາຫະກຳ ​ແລະການ​ຄ້ານະຄອນ ຮ່າ​ໂນ້ຍ ​ໄດ້​ຜັນ​ຂະຫຍາຍ​ໂຄງການ “ຂໍ້​ລິ​ເລີ່ມ​ສ້າງ​ຕັ້ງ​ພັນທະມິດຮ້ານຊັບພະສິນຄ້າ​ເພື່ອ​ຫຼຸດຜ່ອນການນໍາໃຊ້ຖົງຢາງທີ່ໃຊ້ເທື່ອດຽວ” ເພື່ອແນໃສ່ສ້າງຕັ້ງ ແລະດໍາເນີນພັນທະມິດຂອງຮ້ານສັບພະສິນຄ້າ ເພື່ອຮ່ວມກັນວາງອອກມາດຕະການເພື່ອຫຼຸດຜ່ອນການນຳໃຊ້ເທື່ອດຽວໃນຮ້ານສັບພະສິນຄ້າ ແລະ ປ່ຽນໄປໃຊ້ຖົງຢາງທີ່ເປັນມິດກັບສິ່ງແວດລ້ອມຫຼາຍຂຶ້ນ.

​ໃນ​ຂອບ​ເຂດ​ຂອງ​ໂຄງການ​ທີ່​ກ່າວ​ມາ​ນີ້, ພັນທະມິດບັນດາ​ຜູ້​ຂາຍຍ່ອຍ​ເພື່ອ​ຫຼຸດຜ່ອນການນໍາໃຊ້​ຖົງ​ຢາງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 16 ສະມາຊິກໃນບໍລິເວນ​​ຮ່າ​ໂນ້ຍ.

ບູນມີ

ເຫດການ
302 Found

Found

The document has moved here.