![]() |
ພາບປະກອບ
ເບິ່ງຊື່ເວັບໄຊ: ປະການທຳອິດກ່ອນເລີຍ ໃຫ້ເບິ່ງວ່າຂ່າວດັ່ງກ່າວເປັນລິ້ງຈາກເວັບໄຊໃດ ເປັນເວັບໄຊ ຫຼືສຳນັກຂ່າວທີ່ມີຊື່ສຽງຫຼືບໍ່ ຖ້າຫາກເປັນເວັບໄຊທີ່ມີຊື່ສຽງກໍໝັ້ນໃຈໄດ້ລະດັບໜຶ່ງວ່າບໍ່ແມ່ນຂ່າວປອມ ນອກເສຍຈາກວ່າຈະເປັນການລົງຂໍ້ມູນຜິດພາດ ແຕ່ກໍຕ້ອງລະວັງເວັບໄຊທີ່ຕັ້ງໃຈໃຊ້ຊື່ລອກຮຽນແບບໃຫ້ຄ້າຍກັບສຳນັກຂ່າວຊື່ດັງດ້ວຍ ເຮັດໃຫ້ອາດເຂົ້າໃຈຜິດວ່າເປັນຊື່ດຽວກັນໄດ້ ຫຼືຖ້າຫາກບໍ່ແມ່ນເວັບໄຊມີຊື່ສຽງ ກໍອາດເບິ່ງທີ່ຊື່ຜູ້ຂຽນແທນວ່າເປັນທີ່ຮູ້ຈັກ ແລະ ໜ້າເຊື່ອຖືຫຼືບໍ່. ພິຈາລະນາຄວາມສົມເຫດສົມຜົນ: ອ່ານເນື້ອຫາໃຫ້ຄົບຖ້ວນ ຢ່າອ່ານພຽງແຕ່ຫົວຂໍ້ຂ່າວ ແລ້ວໃຊ້ຄວາມຮູ້ຄວາມເຂົ້າໃຈ ແລະ ປະສົບການສ່ວນຕົວພິຈາລະນາເນື້ອຫາຂອງຂ່າວນັ້ນໆ ວ່າມີຄວາມສົມເຫດສົມຜົນຫຼືບໍ່ ມີຄວາມເປັນໄປໄດ້ຫຼາຍໜ້ອຍພຽງໃດ ຖ້າຫາກວ່າເປັນເລື່ອງທີ່ໜ້າເຫຼືອເຊື່ອຫຼາຍເກີນໄປ ຫຼືມີໂອກາດເປັນຈິງໄດ້ຍາກ ກໍມີທ່າອ່ຽງວ່າຈະເປັນຂ່າວປອມ ນອກຈາກວ່າຈະມາຈາກແຫຼ່ງ ຫຼືສຳນັກຂ່າວທີ່ເຊື່ອຖືໄດ້ແທ້ຈິງ.
ກວດສອບແຫຼ່ງທີ່ມາ: ກວດສອບເບິ່ງວ່າຂ່າວດັ່ງກ່າວນັ້ນມີຕົ້ນຕໍມາຈາກແຫຼ່ງໃດ ລວມທັງປຽບທຽບກັບແຫຼ່ງຂ່າວອື່ນໆ ເຊິ່ງອາດມີທັງແຫຼ່ງຂ່າວໃນປະເທດລາວ ແລະ ຕ່າງປະເທດ ເພື່ອເບິ່ງວ່າເນື້ອຫາກົງກັນ ແລະ ຖືກຕ້ອງຫຼືບໍ່ ມີການບິດເບືອນຫຼືບໍ່ ລວມທັງພິຈາລະນາແຫຼ່ງທີ່ມາຂອງຂ່າວວ່າມີຄວາມໜ້າເຊື່ອຖືຫຼາຍໜ້ອຍພຽງໃດ. ເຖິງແມ່ນມີຮູບປະກອບ ກໍຢ່າວາງໃຈ: ເຖິງແມ່ນວ່າຂ່າວນັ້ນໆຈະມີຮູບປະກອບຂ່າວ ກໍບໍ່ໄດ້ເປັນຕົວຊ່ວຍຢືນຢັນວ່າຈະເປັນຂ່າວຈິງສະເໝີໄປ ເພາະຕໍ່ໃຫ້ຮູບນັ້ນເປັນຂອງຈິງ ບໍ່ວ່າຈະເປັນຮູບທີ່ຜ່ານການຕັດຕໍ່ຫຼືບໍ່ກໍຕາມ ກໍອາດຈະເປັນຮູບຂອງຂ່າວອື່ນທີ່ຖືກລັກມາໃຊ້ປະກອບຂ່າວປອມກໍເປັນໄດ້. ສື່ທີ່ນຳສະເໜີ ເປັນກາງຫຼືບໍ່: ໃນບາງຂ່າວນັ້ນ ຄວາມເປັນກາງຂອງສຳນັກຂ່າວ ຫຼື ສື່ ລວມທັງຄົນຊຽນຂ່າວທີ່ນຳສະເໜີນັ້ນກໍມີຜົນເຊັ່ນກັນ ເຖິງແມ່ນວ່າຈະບໍ່ໄດ້ເປັນຂ່າວປອມ ແຕ່ການທີ່ສື່ມີອະຄະຕິ ຫຼືຄວາມລຳອຽງ ກໍອາດເຮັດໃຫ້ເນື້ອຫາຂອງຂ່າວມີຄວາມບິດເບືອນ ແລະ ບໍ່ກົງກັບຄວາມເປັນຈິງໄດ້ເໝືອນກັນ ເຊິ່ງກໍບໍ່ຖືວ່າຕ່າງຈາກຂ່າວປອມປານໃດ ເພາະເປັນການນຳສະເໜີສິ່ງທີ່ບໍ່ເປັນຄວາມຈິງ.
ລໍຖ້າຜູ້ຊ່ຽວຊານມາຢືນຢັນ: ຂ່າວໃນຫຼາຍໆເລື່ອງ ກໍຄວນລໍຖ້າໃຫ້ຜູ້ຊ່ຽວຊານໃນເລື່ອງນັ້ນໆອອກມາພິສູດ ຫຼືຢືນຢັນກ່ອນວ່າເປັນເລື່ອງຈິງ ໂດຍສະເພາະເລື່ອງກ່ຽວກັບສຸຂະພາບ ອາຫານ ແລະ ຢາ ທີ່ຕ້ອງພິຈາລະນາໃຫ້ຫຼາຍກ່ອນທີ່ຈະຕັດສິນໃຈເຊື່ອ ເພາະຫາກເຊື່ອຂ່າວປອມ ແລ້ວນຳໄປປະຕິບັດຕາມ ກໍອາດສົ່ງຜົນກະທົບຕໍ່ຊີວິດຂອງຕົນເອງໄດ້. ໃນປັດຈຸບັນໄດ້ມີບຸກຄົນອ້າງຊື່ ສຳນັກຂ່າວສານປະເທດລາວ ໄປສ້າງເປັນໜ້າຂ່າວອອນລາຍໃນເຟສບຸກ (Facebook) ໂດຍໃສ່ນາມຕົນເອງວ່າ: ຂ່າວສານປະເທດລາວ ເຊິ່ງເຟສນີ້ບໍ່ມີສ່ວນກ່ຽວຂ້ອງກັບສຳນັກຂ່າວສານປະເທດລາວ ແຕ່ປະການໃດ.
ສຳລັບສຳນັກຂ່າວສານປະເທດລາວນັ້ນມີໜ້າຂ່າວອອນລາຍໃນເຟສບຸກພຽງອັນດຽວ ທີ່ຊື່ວ່າ: ປະເທດລາວ Pathedlao ພ້ອມທັງມີກາໝາຍຂອງສໍານັກຂ່າວສານປະເທດລາວ ປະກົດໃນໜ້າເວບເພດ. ສ່ວນບັນດາຂ່າວ ແລະ ຮູບພາບ ທີ່ໄດ້ປ່ອຍຜ່ານໜ້າຂ່າວອອນລາຍດັ່ງກ່າວ ໃນໄລຍະຜ່ານມາ ແມ່ນບໍ່ຖືກຕ້ອງທັງຜິດກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ ອາຊະຍາກຳທາງລະບົບຄອມພິມເຕີ, ດຳລັດນາຍົກລັດຖະມົນຕີວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ເລກທີ 327/ນຍ ແລະ ລະບຽບການທີ່ກ່ຽວຂ້ອງ. ດັ່ງນັ້ນ, ສຳນັກຂ່າວສານປະເທດລາວ ຈຶ່ງແຈ້ງໃຫ້ສັງຄົມຢ່າຫລົງເຊື່ອບຸກຄົນທີ່ແອບອ້າງດັ່ງກ່າວຫວັງສ້າງຄວາມສັບສົນໃນສັງຄົມ.
(ແຫຼ່ງຂໍ້ມູນ: ຂປລ)