ຫວຽດນາມຫວັງວ່າບັນດາຝ່າຍທີ່ຂັດແຍ່ງກັນໃນຢູເຄຣນໃຫ້ມີຄວາມອົດກັ້ນ ແລະ ຫຼຸດຜ່ອນຄວາມເຄັງດຶງ

14:25 | 21/03/2022

ຍ​ສ​ໝ - ທ່ານ ບຸ່ຍ​ແທັງ​ເຊີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ມີ​ການ​ສົນ​ທະ​ນາ​ຜ່ານ​ໂທ​ລະ​ສັບ​ກັບ​ທ່ານ ເສີ​ເກ້ ລາ​ວັວບ ລັດ​ຖະ​ມົນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ພັນ​ລັດ​ເຊຍ ໃນຕອນ​ຄ່ຳ​ວັນ​ທີ 15 ມີ​ນາ ແລະ ກັບ​ທ່ານ ດີ​ມິ​ຕໍ​ຣ ກູ​ເລ​ບາ ໃນ​ຕອນ​ແລງວັນ​ທີ 16 ມີ​ນາ ແນ​ໃສ່​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ຂັດ​ແຍ່ງ​ໃນ​ຢູ​ເຄ​ຣນ.

ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຍົກ​ຍາກ​ຈາກ​ເຂດ​ສູ້​ຮົບ​ຢູ​ແກຼນ ​ໄປ​ຍັງ​ລັດ​ເຊຍ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຍົກ​ຍາກ​ຈາກ​ເຂດ​ສູ້​ຮົບ​ຢູ​ແກຼນ ​ໄປ​ຍັງ​ລັດ​ເຊຍ
ເພີ່ມທະວີການພົວພັນຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຢູເຄຣນ ເພີ່ມທະວີການພົວພັນຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຢູເຄຣນ

ທ່ານ ບຸ່ຍ​ແທັງ​ເຊີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ມີ​ການ​ສົນ​ທະ​ນາ​ຜ່ານ​ໂທ​ລະ​ສັບ​ກັບ​ທ່ານ ເສີ​ເກ້ ລາ​ວັວບ ລັດ​ຖະ​ມົນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ພັນ​ລັດ​ເຊຍ ໃນຕອນ​ຄ່ຳ​ວັນ​ທີ 15 ມີ​ນາ ແລະ ກັບ​ທ່ານ ດີ​ມິ​ຕໍ​ຣ ກູ​ເລ​ບາ ໃນ​ຕອນ​ແລງວັນ​ທີ 16 ມີ​ນາ ແນ​ໃສ່​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ຂັດ​ແຍ່ງ​ໃນ​ຢູ​ເຄ​ຣນ.

ໃນ​ການ​ສົນ​ທະ​ນາໂອ້​ລົມ​ໂທ​ລ​ະ​ສັບ​ນັ້ນ, ທ່ານ​ລັດ​ຖະ​ມົນ​ຕີ ບຸ່ຍ​ແທັງ​ເສີນ ໄດ້​ຢັ້ງ​ຢືນຈຸດ​ຢືນຫຼັກ​ໝັ້ນ​ອັນ​ແນ່ນອນຂອງຫວຍດ​ນາມ ໂດຍ​ລະ​ບຸ​ວ່າ​ບັນ​ດາ​ຂໍ້​ຂັດ​ແຍ່ງ ແລະ ຄວາມບໍ່​ລົງ​ລອຍ​ກັນ​ລະ​ຫວ່າງ​ປະ​ເທດ ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ມາດ​ຕະ​ການຢ່າງ​ສັນ​ຕິ​ວິ​ທີ ແລະ ເຄົາ​ລົບຫຼັກ​ການພື້ນ​ຖານ​ຕ່າງໆ​ຂອງ​ກົດ​ບັດສະ​ຫະ​ປະ​ຊາ​ຊາດ ແລະ ກົດ​ໝາຍ​ສາ​ກົນ, ເປັນ​ຕົ້ນ​ແມ່ນຫຼັການ​ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ບັນ​ດາ​ລັດ.

ຫວຽດນາມຫວັງວ່າບັນດາຝ່າຍທີ່ຂັດແຍ່ງກັນໃນຢູເຄຣນໃຫ້ມີຄວາມອົດກັ້ນ ແລະ ຫຼຸດຜ່ອນຄວາມເຄັງດຶງ

ທ່ານ ບຸ່ຍ​ແທັງ​ເຊີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ. ພາບ​: nguoiduatin

ລັດ​ຖະ​ມົນ​ຕີ​ເນັ້ນ​ໜັກ​ໃນ​ນາມ​ເປັນ​ເພື່ອນ​ມິດ​ໃກ້​ຊິດທີ່​ເປັນ​ມູນ​ເຊື້ອ​ກັບ​ທັງ​ລັດ​ເຊຍ ແລະ ຢູ​ເຄ​ຣນ, ຫວຽດ​ນາມ ປາດ​ຖະ​ໜາ​ມຸ້ງ​ຫວັງ​ໃຫ້​ແຕ່​ລະ​ຝ່າຍ​ມີ​ຄວາມ​ອົດ​ກັ້ນ ແລະ ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ແລະ ສືບ​ຕໍ່​ພະ​ຍາ​ຍາມ​ເຈ​ລະ​ຈາ​ກັນ​ເພື່ອ​ຊອກ​ຫາ​ວິ​ທີ​ທາງ​ໄລ​ຍະ​ຍາວ​ບົນ​ພື້ນ​ຖານ​ຄວາມ​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ແລະ ຄຳ​ນຶງ​ເຖິງ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ບັນ​ດາ​ຝ່າຍ; ຫວຽດ​ນາມ​ກ່າວ​ວ່າ​ພ້ອມ​ສະ​ເໝີ​ທີ່​ຈະ​ຮ່ວມ​ກັບ​ປະ​ຊາ​ຄົມ​ສາ​ກົນ​ປະ​ກອບ​ສ່ວນ​ໃນ​ຂະ​ບວນ​ການ​ນີ້.

ທ່ານ​ລັດ​ຖະ​ມົນ ບຸ່ຍ​ແທັງ​ເສີນ ສະ​ເໜີ​ໃຫ້​ຝ່າຍ​ລັດ​ເຊຍ ແລະ ຢູ​ເຄ​ຣນ ສືບ​ຕໍ່​ຈັດຕັ້ງ​ແລວ​ທາງ​ມະ​ນຸດ​ສະ​ທຳ ແລະ ມີ​ມາດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ພົນ​ລະ​ເມືອງ​ທົ່ວ​ໄປ ຊຶ່ງ​ໃນ​ນັ້ນມີ​ພົນ​ລະ​ເມືອງ​ຫວຽດ​ນາມ​ໃນ​ຢູ​ເຄ​ຣນ ອົບ​ພະ​ຍົບ​ອອກ​ຈາກ​ເຂດ​ສົງ​ຄາມການ​ຕໍ່​ສູ້.

ທັງ​ສອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ແລະ ຢູ​ເຄ​ຣນ ລ້ວນ​ແຕ່​ຢືນ​ຢັນ​ຄວາມ​ມຸ້ງ​ຫວັງ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ; ຢືນ​ຢັນ​ວ່າ​ຈະ​ພະ​ຍາ​ຍາມ​ທີ່​ສຸດ​ໃນ​ການ​ຊ່ວຍ​ເຫຼືອ​ອົບ​ພະ​ຍົບ​ພົນ​ລະ​ເມືອງ​ຫວຽດ​ນາມໃຫ້​ໄດ້​ຢ່າງ​ປອດ​ໄພ.

ວິໂອວິ

ເຫດການ
302 Found

Found

The document has moved here.