ນີ້ເປັນບັນຫາໜຶ່ງທີ່ເຮັດໃຫ້ ວຽກສ່ວຍສາອາກອນຕໍ່ກັບ ການຈັດເກັບລາຍຮັບຫລຸດລົງ ຊຶ່ງຫົວໜ່ວຍທຸລະກິດທີ່ແຂວງ ຄຸ້ມຄອງມີຈໍານວນ 862 ຫົວ ໜ່ວຍ ໃນນີ້ ຫົວໜ່ວຍພາຍໃນ ມີ 970 ຫົວໜ່ວຍ, ຍື່ນແຈ້ງ ມີ 475 ຫົວໜ່ວຍ, ເທົ່າກັບ 60,13%, ຫົວໜ່ວຍທຸລະກິດທີ່ ເປັນສາຂາມີ 72 ຫົວໜ່ວຍ, ມາ ຍື່ນແຈ້ງ 53 ຫົວໜ່ວຍ, ເທົ່າກັບ 73.61% ນີ້ແມ່ນຄໍາເຫັນຂອງ ທ່ານນາງ ບົວສະຫວັນ ລຸຍ ບົວທອງ ຮອງຫົວໜ້າພະແນກ ການເງິນແຂວງສະຫວັນ ຕໍ່ກອງປະຊຸມຈັດຕັ້ງປະຕິບັດ ແຜນງົບປະມານ 6 ເດືອນຕົ້ນ ປີ 2019.
![]() |
ທ່ານນາງ ບົວສະຫວັນ ລຸຍບົວທອງ ຮອງຫົວໜ້າພະແນກ ການເງິນແຂວງສະຫວັນ.
ຈາກນີ້ກໍ່ມີການແຈ້ງມອບ ພັນທະຂອງຫົວໜ່ວຍທຸລະ ກິດຂະໜາດໃຫຍ່ຈໍານວນໜຶ່ງ ທັງຫົວໜ່ວຍພາຍໃນ ແລະ ສາຂາມາເຄື່ອນໄຫວ ກໍ່ມີລັກສະ ນະຫລຸດລົງເຊັ່ນ: ການມອບ ພັນທະຂອງບໍລິສັດສະຫວັນ ຣີເຈັ້ນລີສອດມີການແຈ້ງມອບ ພຽງ ແຕ່ 50% ເຊິ່ງບໍ່ໄປຕາມ ການຂຶ້ນແຜນປະຈໍາປີກັບການ ສະເໜີເບື້ອງຕົ້ນ; ຕໍ່ມາແມ່ນ ການເລັ່ງທວງ ແລະເກັບກູ້ໜີ້ ສິນນໍາບັນດາຫົວໜ່ວຍ ທຸລະ ກິດຕ່າງໆ ຍັງມີຂໍ້ຈໍາກັດ ເຖິງ ວ່າໄດ້ນໍາໃຊ້ຫລາຍມາດຕະການ ແຕ່ບໍ່ໄດ້ຮັບການຮ່ວມມືຈາກ ພາກທຸລະກິດ ເຮັດໃຫ້ການເກັບ ກູ້ໜີ້ສິນມອບງົບປະມານບໍ່ໄດ້ຕາມແຜນ;ການປັບປຸງລະບົບກົນໄກການຊໍາລະພາສີທີ່ດິນ ສູ່ລະບົບຊໍາລະຜ່ານທະນາຄານ ມາຮອດປະຈຸບັນລາຍຮັບຈາກ ການແຈ້ງເສຍ ຫລືຊໍາລະຜ່ານ ລະບົບທະນາຄານຍັງລວມ ສູນຢູ່ນໍາສູນກາງແມ່ນວ່າບໍ່ທັນ ອ່ວຍມາໃຫ້ແຂວງເພື່ອຈົດເປັນ ລາຍຮັບຂອງແຂວງ, ສະພາບ ການເກັບທຽບໃສ່ຜ່ານມາ ຍັງມີຄວາມຊັກຊ້າ ເນື່ອງຈາກ ມີຫລາຍເມືອງຢູ່ໃນໄລຍະ ສຶກສາລະບຽບການໃໝ່ ແລະ ບໍ່ທັນມີຄວາມເຂົ້າໃຈເປັນເອ ກະພາບ ຈຶ່ງເຮັດໃຫ້ແກ່ຍາວ ການຊຸກຍູ້ການຊໍາລະຕາມ ຮູບແບບໃໝ່; ບັນດາຂະແໜງ ການທີ່ມີລາຍຮັບຄ່າທໍານຽມ ແລະວິຊາການ (ຈົດຮັບ-ຈົດ ຈ່າຍ) ການປະຕິບັດມອບຊັກ ຊ້າ ເຖິງວ່າມີການປັບປຸງເແກ້ ໄຂຂອດຄວາມຊັກຊ້າໃນການ ສະສາງເອກະສານໄປແລ້ວ ແຕ່ການປະຕິບັດຕົວຈິງຂອງ ບັນດາຂະແໜງການກໍ່ຍັງແຈ້ງ ມອບງົບປະມານຊັກຊ້າຢູ່; ສະ ພາບການເບີກຈ່າຍງົບປະມານ ຊໍາລະໂຄງການລົງທຶນຕ່າງໆ ຂອງລັດເຫັນວ່າຫລຸດລົງສົ່ງ ຜົນກະທົບໂດຍກົງຕໍ່ການ ແຈ້ງ ມອບອາກອນທີ່ຕິດພັນ ເຊິ່ງ ໃນຜ່ານມາເຫັນວ່າຫລຸດລົງ. ຕໍ່ກັບການເລັ່ງທວງໜີ້ສິນຈາກ ພາກທຸລະກິດເຂົາກໍ່ຍັງອ້າງ ເຫດຜົນວ່າລໍຖ້າໄດ້ຮັບຊໍາລະ ຈາກລັດແຕ່ກໍ່ບໍ່ກ່ຽວຂ້ອງກັນ ກໍ່ຕາມ ແລະການປັບປຸງການ ກໍານົດອັດຕາ(ອມພ)ການ ສົ່ງອອກເປັນສູນ ກໍ່ເປັນສ່ວນໜຶ່ງທີ່ກະທົບຕໍ່ການເກັບພັນທະຈາກສິນຄ້າທີ່ສົ່ງອອກເປັນຕົ້ນແມ່ນຫີນກາວ.
ທ່ານ ນາງ ບົວສະຫວັນ ລຸຍບົວທອງ ກ່າວຕື່ມວ່າ: ການທີ່ອ້າງເງື່ອນໄຂອາກອນຫລຸດລົງແມ່ນເກີດຈາກປັດໄຈນອກ ຕົວເຊັ່ນ: ສະພາບການຂະ ຫຍາຍຕົວເສດຖະກິດຂອງປະເທດເຮົາຢູ່ໃນຈັ່ງຫວະຊະລໍຕົວໃນນີ້ສະພາບການຂະຫຍາຍ ຕົວດ້ານເສດຖະກິດຂອງແຂວງ ເຫັນວ່າອັດຕາການຂະຫຍາຍຕົວຂອງ (GDP) ຕາມແຜນການ 5 ປີຄັ້ງທີ VIII ແມ່ນບໍ່ໄປຕາມຈັງຫວະທີ່ຄາດໄວ້ຈາກ 11,5-12 %ຕໍ່ປີ ປັບລົງສະເລ່ຍ 9,65%/ປີ, ນະໂຍບາຍສົ່ງເສີມການລົງທຶນ ຕິດພັນກັບການບັງຄັບໃຊ້ສັນຍາສໍາປະທານ ແລະ ການປັບອັດຕາການຈັດເກັບອາກອນ ບາງປະເພດໄດ້ມີອັນກະທົບ ໂດຍກົງຕໍ່ການຈັດເກັບລາຍ ຮັບຂອງຂະແໜງສ່ວຍສາອາກອນ, ຈາກນີ້ກໍ່ມີຫລາຍຫົວໜ່ວຍທຸລະກິດບໍ່ທັນມີຄວາມຕື່ນຕົວ ແລະຈິງໃຈຕໍ່ການປະຕິບັດພັນທະທັງຍັງອາໄສຊ່ອງ ຫວ່າງທາງກົດໝາຍເພື່ອຫລົບຫລີກເຊື່ອງອໍາ ແລະ ແກ່ຍາວ ທ່ວງດຶງການແຈ້ງເສຍພັນທະ ແລະ ປັດໄຈໃນຕົວກໍ່ແມ່ນການກວດກາບັນຊີທ້າຍປີ ແລະ ກວດກາແບບໄວຍັງເຮັດບໍ່ໄດ້ດີ ເພາະຂາດບຸກຄະລາກອນ ກວດກາ. ມີບາງຫົວໜ່ວຍທຸ ລະກິດແມ່ນບໍ່ໃຫ້ການຮ່ວມ ມື; ການເກັບໜີ້ຄ້າງມອບຈາກ ການກວດບັນຊີຄົບຊຸດ ແລະ ໜີ້ຄ້າງຈາກການແຈ້ງມອບ ໃນລະບົບກໍ່ພົບຄວາມຫຍຸ້ງ ຍາກຖ້ານໍາໃຊ້ມາດຕະການ ເຂົ້າຫລາຍກໍ່ມີສຽງຈົ່ມວ່າ ແລະກະທົບຕໍ່ນະໂຍບາຍສົ່ງ ເສີມຫົວໜ່ວຍທຸລະກິດພາຍໃນ ແຂວງ ເປັນຕົ້ນໜີ້ສິນທີ່ເຈົ້າ ຂອງບໍລິສັດ ຍັງມີຄ້າງຊໍາລະ ຈາກເບື້ອງງົບປະມານ; ການ ເກັບກໍາຫົວໜ່ວຍທຸລະກິດ ບັນດາເມືອງ,ນະຄອນແມ່ນ ຍັງສັງລວມບໍ່ຊັດເຈນ; ການ ນໍາໃຊ້ລະບົບTaxris ແມ່ນເອື້ອ ອໍານວຍຄວາມສະດວກແກ່ ພາກທຸລະກິດເຫັນວ່າ: ການຈັດ ເກັບລາຍຮັບກໍ່ພົບບັນຫາຍ້ອນ ທຸລະກິດສາມາດດໍາເນີນການ ແຈ້ງມອບຜ່ານລະບົບດ້ວຍ ຕົວເອງ ໂດຍບໍ່ໄດ້ຜ່ານການ ກວດກາພື້ນຖານຈາກເຈົ້າໜ້າ ທີ່ເຮັດໃຫ້ການແຈ້ງມອບພັນ ທະເປັນຕົວເລກທີ່ຕ່ຳ, ການປຸກ ລະດົມໃຫ້ຫົວໜ່ວຍທຸລະກິດນໍາ ໃຊ້ເຄື່ອງບັນທຶກການຂາຍ ແມ່ນບໍ່ສາມາດຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາຍ້ອນຫົວ ໜ່ວຍທຸລະກິດທີ່ເປັນເປົ້າ ໝາຍຊຸກຍູ້ໃຫ້ມີການນໍາໃຊ້ຍັງ ມີການສົມທຽບໃສ່ຫ້າງຮ້ານ ທົ່ວໄປທີ່ບໍ່ໄດ້ນໍາໃຊ້(pos), ການຍື່ນໃບແຈ້ງມອບແມ່ນຍັງ ບໍ່ຄົບຖ້ວນທຸກຫົວໜ່ວຍທຸລະ ກິດ; ການເກັບລາຍຮັບຈາກຄ່າ ທໍານຽມອ້ອມຂ້າງງລາຍຮັບ ວິຊາການ ແລະພາສີທີ່ດິນ ແມ່ນຫລຸດລົງ ສ່ວນໜຶ່ງກໍ່ແມ່ນ ຫັນເຂົ້າສູ່ການນໍາໃຊ້ລະບົບ ໃໝ່ ຊຶ່ງໃນ 6 ເດືອນ ປີ 2019 ແຂວງສະຫວັນນະເຂດສາມາດ ສ້າງລາຍຮັບທີ່ເປັນພູດຂອງທ້ອງຖິ່ນໄດ້ 294,513 ຕື້ກີບ 41,63% ຂອງແຜນການປີ ທຽບໃສ່ໄລຍະດຽວແມ່ນ ຫລຸດລົງ 2,46% ໃນນີ້ມີລາຍ ຮັບຈາກສ່ວຍສາອາກອນ ປະຕິ ບັດໄດ້ 281,214 ຕື້ກີບ ເທົ່າກັບ 41,01% ຂອງແຜນການປີ ຈາກນີ້ກໍ່ມີລາຍຮັບຈາກຊັບສິນ 13,298 ຕື້ກີບ.
(ແຫຼ່ງຂໍ້ມູນ: ສະຫວັນພັດທະນາ ຂ່າວ)