Action on Poverty: ສ້າງຊີວິດການເປັນຢູ່ເພີ່ມເຕີມ, ຊ່ວຍປະຊາຊົນເພີ່ມລາຍຮັບ

12:18 | 03/02/2022

ຍສໝ - ການພັດທະນາການທ່ອງທ່ຽວແບບຊຸມຊົນ ກາຍເປັນອາຊີບເພີ່ມເຕີມ ເພື່ອຊ່ວຍໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ. ນັ້ນ​ແມ່ນ​ໝາກຜົນ​ຕົວ​ຈິງ​ ຈາກ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ ​ບັນດາ​ໂຄງການ​ຂອງອົງການ Action on Poverty ທີ່ໄດ້ແບ່ງປັນ ໂດຍທ່ານນາງ ຫງວຽນຖາວເຮືອງ, ເຈົ້າຫນ້າທີ່ພັດທະນາການພົວພັນຄູ່ຮ່ວມມືຂອງອົງການນີ້ ໃຫ້ວາລະສານຍຸກສະໄໝ.

ບໍ່ຂຶ້ນກັບລັດຖະບານ

ໃນປີ 2020: ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ໃຫ້ການສະໜັບສະໜູນຫວຽດນາມ ໃນການຮັບມືກັບໄພພິບັດທາງທຳມະຊາດ ແລະ ໂລກລະບາດ ໃນປີ 2020: ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ໃຫ້ການສະໜັບສະໜູນຫວຽດນາມ ໃນການຮັບມືກັບໄພພິບັດທາງທຳມະຊາດ ແລະ ໂລກລະບາດ
VUFO ໄດ້ມອບໃບປະກາດຍ້ອງຍໍ ໃຫ້ແກ່ 50 ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ VUFO ໄດ້ມອບໃບປະກາດຍ້ອງຍໍ ໃຫ້ແກ່ 50 ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ

ທ່ານ​ນາງ ຫງວຽນຖາວເຮືອງ ​ກ່າວ​ວ່າ ຈຸດ​ພິ​ເສດ​ຂອງ​ຮູບ​ແບບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊຸມ​ຊົນ​ ແມ່ນ​ການ​ເຂົ້າ​ເຖິງ ​ແລະ ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ຂຸດ​ຄົ້ນທ່າ​ໄດ້​ປຽບ​ທີ່​ມີ​ຢູ່ ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ. Action on Poverty ​ໄດ້​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໄດ້​ກໍ່ສ້າງ 18 ໝູ່​ບ້ານ​ທ່ອງ​ທ່ຽວ​ຊຸມ​ຊົນ​ຢູ່ 4 ​ແຂວງ ຮ່ວາ​ບິ່ງ, ​ເຊີນ​ລາ, ດ້ຽນບຽນ, ຝູ​ເຖາະ. ນີ້​ແມ່ນ​ແຂວງ​ທີ່​ມີ​ເອກະລັກ​ວັດທະນະທຳ​ທີ່​ຈະ​ແຈ້ງ ​ແລະ ມີປະຊາ​ຄົມ​ຊາວ​ເຜົ່າ​ສ່ວນ​ໜ້ອຍ. ໃນນັ້ນ, ເມືອງ ດ່າບັກ, ແຂວງ ຮວ່າບິ່ງ ໄດ້ຮັບການໜູນຊ່ວຍຈາກ Action on Poverty ເພື່ອສ້າງບ້ານທ່ອງທ່ຽວຊຸມຊົນ ນັບແຕ່ປີ 2013 ເປັນຕົ້ນມາ ແລະ ໄດ້ປະສົບຜົນສຳເລັດຢ່າງຕັ້ງໜ້າ. ປະຈຸ​ບັນ, ການ​ກໍ່ສ້າງ​ໝູ່​ບ້ານ​ທ່ອງ​ທ່ຽວ​ປະຊາ​ຄົມ ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ໃນ​ການ​ພັດທະນາ​ຂອງ​ທ້ອງ​ຖິ່ນ.

Action on Poverty: ສ້າງຊີວິດການເປັນຢູ່ເພີ່ມເຕີມ, ຊ່ວຍປະຊາຊົນເພີ່ມລາຍຮັບ

ທ່ານ​ຮອງ​ເອກ​ອັກຄະ​ລັດຖະທູດ Mark Tattersal, ສະຖານທູດ​ອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຫັນປ່ຽນ​ຂອງ​ແມ່ຍິງ​ໄທ ຢູ່​ເມືອງ ເວີນໂຮ່, ​ແຂວງ ເຊີນລາ.

ຈາກ​ການ​ເຂົ້າ​ຮ່ວມ​ການ​ທ່ອງ​ທ່ຽວ​ຊຸມ​ຊົນ, ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໃນ​ຂົງ​ເຂດ​ປະ​ຕິ​ບັດ​ໂຄງ​ການ​ ໄດ້​ມີ​ການ​ປ່ຽນ​ແປງຢ່າງຕັ້ງໜ້າ. ກ່ອນ​ນີ້, ຊີວິດ​ການ​ເປັນ​ຢູ່​ຂອງ​ຊຸມ​ຊົນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ ຢູ່​ຫຼາຍ​ທ້ອງ​ຖິ່ນ​ຕົ້ນຕໍ​ ໄດ້​ດຳ​ເນີນ​ຢູ່​ຫຼັງ​ສຸມໄມ້​ໄຜ່​ຂອງ​ໝູ່​ບ້ານ, ບໍ່​ມີ​ການ​ພົວພັນ​ກັບ​ໂລກ​ພາຍ​ນອກ. ​ເມື່ອ​ເຮັດ​ວຽກ​ງານ​ທ່ອງ​ທ່ຽວ, ປະຊາຊົນ​ມີ​ວຽກ​ເຮັດ​ງານ​ທຳ​ເພີ່ມ​ຂຶ້ນ, ​ເພີ່ມ​ລາຍ​ຮັບ, ປັບປຸງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ; ໃນເວລາດຽວກັນ ກໍ່ໄດ້ເປີດກວ້າງຄວາມຮູ້, ຄວາມຫມັ້ນໃຈ, ເປັນເຈົ້າການ ແລະ ຂະຫຍັນຂັນເຄື່ອນໃນຊີວິດ. ຄຸນຄ່າ​ຂອງ​ໂຄງການ ແມ່ນ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ເຂົ້າ​ໃຈ ​ແລະ ​ເຊື່ອ​ໝັ້ນ​ໃນ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ, ມີ​ຈິດ​ໃຈ​ປົກ​ປັກ​ຮັກສາ ​ແລະ ​ເຊີດ​ຊູ​ເອກະລັກ​ວັດທະນະທຳ​ພື້ນ​ເມືອງ, ປົກ​ປັກ​ຮັກສາ​ທິວ​ທັດ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຂອງ​ທ້ອງ​ຖິ່ນຕົນເພື່ອ​ຮັບ​ໃຊ້​ການ​ພັດທະນາ​ການທ່ອງທ່ຽວ.

Action on Poverty: ສ້າງຊີວິດການເປັນຢູ່ເພີ່ມເຕີມ, ຊ່ວຍປະຊາຊົນເພີ່ມລາຍຮັບ

​ໃນ​ປີ 2022, Action on Poverty ​ຈະ​ຊ່ວຍ​ປະຊາຊົນ​ກະກຽມ​ເງື່ອນ​ໄຂ​ ເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຄືນ​ໃໝ່, ຂະຫຍາຍ​ແຫຼ່ງທ່ອງ​ທ່ຽວ​ໃໝ່ 2-3 ​ແຫ່ງ​ຢູ່​ໝູ່​ບ້ານ​ທີ່​ມີ​ຢູ່​ແລ້ວ ​ແລະ ກຸ່ມ​ໃໝ່.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.