ລາວ: ກຳນົດເອົາ 3 ສິງຫາ 2019 ເປັນວັນສອບເສັງເຂົ້າສຶກສາຢູ່ ມຊ

14:02 | 14/06/2019

ຍສໝ - ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ (ມຊ) ກຳ­ນົດ​ວັນ​ສອບ­ເສັງ​ເຂົ້າ​ສຶກ​ສາ​ຢູ່ ມຊ ສົກ​ສຶກ​ສາ 2019-2020 ວັນ​ທີ 3 ສິງຫາ 2019.

ລາວ: ກຳນົດເອົາ 3 ສິງຫາ 2019 ເປັນວັນສອບເສັງເຂົ້າສຶກສາຢູ່ ມຊ

ອີງ​ຕາມ​ໜັງ­ສື​ແຈ້ງ​ການ ​ສະ­ບັບ​ເລກ​ທີ 1735/ມຊ ນະ­ຄອນ­ຫຼວງ​ວຽງ​ຈັນ ລົງ​ວັນ​ທີ 3 ມິ­ຖຸ­ນາ 2019 ເລື່ອງ​ການຈັດຕັ້ງ​ປະ­ຕິ­ບັດ​ການ​ລົງທະ­ບຽນເພື່ອ​ຮັບ​ສະ­ໝັກ​ສອບ­ເສັງ​ຄັດ​ເລືອກ​ເອົາ​ນັກ​ສຶກ​ສາ​ເຂົ້າ​ຮຽນ​ຢູ່ ມຊ ສົກ​ສຶກ​ສາ 2019-2020 ໂດຍ​ການ​ລົງ­ທະ­ບຽນ​ສອບ­ເສັງ​ປີ​ນີ້ ມຊ ຈະ​ໄດ້​ປະ­ຕິ­ບັດ​ການ​ສອບ­ເສັງ​ຄັດ​ເລືອກ​ເອົາ​ນັກ­ຮຽນ ເພື່ອ​ເຂົ້າ​ສຶກ​ສາ​ຕໍ່​ຢູ່ ມຊ ໂດຍ​ໄດ້​ກຳ­ນົດ​ວັນ​ສອບ­ເສັງ ວັນ​ທີ 3 ສິງ­ຫາ 2019 ເຊິ່ງ​ເປີດ​ລົງ­ທະ­ບຽນ​ອອນ​ລາຍ ເລີ່ມ​ແຕ່​ວັນ​ທີ 1-30 ກໍ­ລະ­ກົດ 2019 ແລະ ນຳ​ເອ­ກະ­ສານ​ມາ​ສະ­ເໜີ ຮັບ​ບັດ​ອະ­ນຸ­ຍາດ​ເຂົ້າ​ຫ້ອງ​ສອບ­ເສັງ​ຈາກ​ການ​ລົງ​ອອນ​ລາຍ ແຕ່​ວັນ​ທີ 8-30 ກໍ­ລະ­ກົດ 2019 ຢູ່ ມຊ (ສະ­ໂມ­ສອນ​ໃຫຍ່) ກໍ­ລະ­ນີ​ຜູ້​ບໍ່​ສາ­ມາດ​ລົງ­ທະ­ບຽນ​ເອງ​ໄດ້ ແລະ ບໍ່​ເຂົ້າ­ໃຈ ສາມາດ​ລົງ­ທະ­ບຽນ​ທາງ​ອອນ​ລາຍ ຢູ່ ມຊ ແຕ່​ວັນ​ທີ 8-30 ກໍ­ລະ­ກົດ 2019. ເພື່ອ​ກວດ​ສອບ​ຄວາມ​ຖືກ­ຕ້ອງ ນັກ​ສຶກ​ສາ​ສາ­ມາດ​ຕິດ­ຕາມ​ລາຍ​ຊື່ ແລະ ສະ­ຖານ­ທີ່​ສອບ­ເສັງ ໃນ​ວັນ​ທີ 2 ສິງ­ຫາ 2019 ໂດຍ​ລາຍ​ລະ­ອຽດ​ເພີ່ມ​ເຕີມ ສາມາດ​ເຂົ້າ​ເບິ່ງ​ໄດ້​ທີ່ http://entrance.nuol.edu.la.

(ໄຊພອນ)