ເປີດຕົວ​ປຶ້ມ​ປະຕິ​ເສດຮຽກທວງສິດ​ຂອງ​ຈີນ​ຢູ່ທະເລຕາເວັນອອກ

06:18 | 11/11/2021

ຍສໝ - "ທະເລຕະເວັນອອກ: ບັນດາເລື່ອງລາວປະຫວັດສາດທີ່ກໍ່ຄວາມຖົກຖຽງ ແລະຄວາມເປັນຈິງທົ່ວໂລກ" ແມ່ນຫົວຂໍ້ປຶ້ມໂດຍ ສຈ Pankaj K Jha (ໂຮງຮຽນພົວພັນສາກົນ Jindal – JSIA, ພ້ອມທັງເປັນຫົວໜ້າບັນນາທິການ ວາລະສານພົວພັນສາກົນ Jindal, ອິນເດຍ).

ຮອງປະທານາທິບໍດີ Kamala Harris: ປັກກິ່ງ ກຳລັງສືບຕໍ່ “ບັງຄັບ” ແລະ “ຂົ່ມຂູ່” ຢູ່ທະເລຕາເວັນອອກ ຮອງປະທານາທິບໍດີ Kamala Harris: ປັກກິ່ງ ກຳລັງສືບຕໍ່ “ບັງຄັບ” ແລະ “ຂົ່ມຂູ່” ຢູ່ທະເລຕາເວັນອອກ
ກົມໃຫຍ່ການທ່ອງທ່ຽວ ສົມທົບ ກັບບໍລິສັດ La Vie ຈຳກັດ ເປີດຕົວ“ 100 ສິ່ງມະຫັດສະຈັນທາງທຳມະຊາດຂອງຫວຽດນາມ” ກົມໃຫຍ່ການທ່ອງທ່ຽວ ສົມທົບ ກັບບໍລິສັດ La Vie ຈຳກັດ ເປີດຕົວ“ 100 ສິ່ງມະຫັດສະຈັນທາງທຳມະຊາດຂອງຫວຽດນາມ”

ຈຸດປະສົງຂອງປຶ້ມນີ້ແມ່ນເພື່ອຍົກອອກບັນດາເລື່ອງລາວປະຫວັດສາດທີ່ກົງກັນຂ້າມ ແລະຄວາມກົດດັນທາງພູມສາດຍຸດທະສາດ ເຊິ່ງບັນດາປະເທດຕ້ອງປະເຊີນກັບການຂັດແຍ້ງກັນຢູ່ທະເລຕາເວັນອອກ.

ປື້ມເຫຼັ້ມນີ້ໄດ້ທົບທວນຄືນບັນດາເຫດການຕົ້ນຕໍຢູ່ພາກພື້ນທີ່ກ່ຽວຂ້ອງເຖິງທະເລຕາເວັນອອກໃນ 5 ປີຜ່ານມາ ເຊິ່ງໄດ້ດຶງດູດຄວາມສົນໃຈຈາກສາກົນ, ພິເສດ ແມ່ນພາຍຫຼັງການຕັດສິນຂອງສານອະນຸ​ຍາໂຕ​ຕຸລາການ (PCA).

ພາບປະກອບ
ພາບປະກອບ

ຄຳ​ຕັດສິນ​ຊີ້​​ແຈ້ງ​ວ່າ: ການຮຽກທວງສິດ​ຂອງ​ຈີນ​ຕໍ່​ເສັ້ນທາງ 9 ​ຕອນ ​ແລະ​ການຖະແຫຼງກ່ຽວກັບເຂດເສດຖະກິດສະເພາະຢູ່​ບັນດາ​ໝູ່​ເກາະ​ຢູ່​ທະ​ເລ​ຕາເວັນອອກ​ແມ່ນ​ບໍ່​ສອດຄ່ອງ​ກັບ​ຂໍ້​ກໍານົດ​ຂອງ​ກົດໝາຍ​ສາກົນ ​ແລະສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ບັນດາການ​ເຈລະຈາ​ກ່ຽວ​ກັບ​ກົດ​ແຫ່ງ​ການ​ປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ກໍ່ບັນລຸໄດ້​ຄວາມ​ຄືບ​ໜ້າ, ວົງການນັກ​ສັງ​ເກດ​ການ ຖື​ວ່າ ຈີນ​ ອາດ​ຈະຍອມ​ຮັບ​ບາງ​ມາດຖານ​ຂອງ​ພາກ​ພື້ນ ​ແລະຂັ້ນຕອນເຄື່ອນໄຫວມາດຖານ ທີ່ອາດຈະໄດ້ຮັບການສ້າງ​ຂຶ້ນ.

ເນື້ອໃນຮ່າງ COC ໄດ້​ສຳ​ເລັດ​ເປັນ​ສ່ວນ​ໃຫຍ່ແລ້ວ, ​ແຕ່​ຄວາມ​ສາມາດໃນ​ການ​ບັນລຸ​ຄວາມ​ເຫັນ​ດີ​ເຫັນ​ພ້ອມລວມ ຄືວ່າສູນເສຍໄປ​ເມື່ອ​ຈີນ ​ເລີ່​ມຕົ້ນ​ໂຄສະນາ​ວ່າ ຈີນ ຢາກ​ຈະ​ເຈລະຈາ​ສອງ​ຝ່າຍ​ກັບ​ບັນດາ​ຝ່າຍ​ແກ່ງແຍ້ງ​ກ່ວາການຍອມ​ຮັບ​ເອົາ​ການ​ເຈລະຈາ​ຫຼາຍ​ຝ່າຍ. ​ໃນ​ຂະນະ​ນັ້ນ, ອາ​ເມ​ລິ​ກາ​ ໄດ້​ເລີ່​ມສົ່ງ​ກຳ​ປັ່ນ​ໄປຍັງ​ທະ​ເລຕາເວັນອອກ ​ແລະ ດຳ​ເນີນ​ການສອດແນມ ​ແລະຕິດຕາມ​ກວດກາ​ຢູ່​ໃກ້​ໝູ່​ເກາະ​ທີ່​ຈີນ​ ຄວບ​ຄຸມ, ​ກໍ່​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ປະ​ເທດ.

ບັນດາຖະ​ແຫຼງການ​ການ​ທູດ ​ແລະຮຽກຮ້ອງ​ໃຫ້​ຍອມຮັບ​​ຄວາມ​ໝັ້ນຄົງ​ທາງ​ທະ​ເລ​ຄືເປັນ​ບັນຫາດໍາເນີນງານ​ສຳຄັນທີ່​ໄດ້​ເຮັດ​ໃຫ້​ເກີດຄວາມ​ຜິດຂ້ອງຕ້ອງຖຽງ​ລະຫວ່າງ ອາ​ເມ​ລິ​ກາ ​ແລະຈີນ ຢູ່​ບັນດາ​ເວທີ​ປາ​ໄສ​ຕ່າງໆ ​ໃນ​ນັ້ນ​ມີ​ການ​ເຈລະຈາ Shangri-la, ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ເປີດກວ້າງ (ADMM+) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ.

ອາ​ຊຽນ​ໄດ້​ມານະພະ​ຍາ​ຍາມສະແດງບົດບາດ​ຂອງ​ຕົນ, ຊ່ວຍ​ໃຫ້ທຸກຝ່າຍ​ທີ່​ຄັດແຍ້ງ​ກັນສັງເກດ​ບັນ​ຫາ​ໄດ້ຢ່າງ​ຖືກ​ຕ້ອງ. ເຖິງຢ່າງ​ໃດ​ກໍໍ່ຕາມ, ບັນດາ​ປະ​ເທດ​ຍັງ​ບໍ່​ທັນ​ບັນລຸໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ບັນຫາ​ນີ້, ສະ​ນັ້ນໃນ​ຖະ​ແຫຼ​ງການ​ລວມ ບໍ່ໄດ້ເຕື້ອງເຖິງ ຈີນ​ ຫຼາຍປານໃດ.

ບັນດາລະບອບລະບຽບການຢູ່ອາຊີຕາເວັນອອກສ່ຽງໃຕ້ສ່ອງແສງຄວາມເອົາໃຈ ໃສ່ຂອງບັນດາຝ່າຍແກ່ງແຍ້ງເປັນຫຼັກ. ອາ​ຊຽນ ກໍ່ໄດ້​ຮັບຮອງເອົາ​ວິ​ໄສ​ທັດມະຫາສະໝຸດ​ອິນ​ເດຍ-​ປາ​ຊີ​ຟິກ ​ແລະບັນດາຈຸດ​ພົ້ນ​ເດັ່ນ​ສໍາຄັນແມ່ນ​ຄວາມໝັ້ນຄົງທາງທະເລ ​ເຊິ່ງຈະ​ຊ່ວຍ​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນຮ່ວມ​ມື​ມີລັກສະນະສ້າງສັນກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ ​ພ້ອມ​ກັນນັ້ນ ກໍ່​ຮັບປະກັນ​ການ​ຮັກສາ​ການ​ຄ້າ, ການແລກປ່ຽນການຄ້າທາງ​ທະ​ເລ.

ອາ​ເມ​ລິ​ກາ ພ້ອມ​ກັບ​ບັນດາ​ປະ​ເທດ Quad ​ໄດ້​ເລີ່​ມປຶກສາ​ຫາລື​ກ່ຽວ​ກັບ​ສະຖາປັດຕະຍະ​ກຳ​ຄວາມ​ໝັ້ນຄົງ​ທາງ​ທະ​ເລ ​ແລະຈັດ​ຕັ້ງ​ເວທີ​ປາ​ໄສ Quad ຂັ້ນ​ສູງ​ສຸດ​ເພື່ອ​ແກ້​ໄຂ​ບັນດາບັນຫາທີ່ກ່ຽວຂ້ອງເຖິງທັດສະນະພະຍົດ ​ແລະ ຍຸດ​ທະ​ສາດມີລັກສະນະນາບຂູ່ຂອງ​ຈີນ.

​ໃນ​ໄລຍະອິນເດຍ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ​ບັນດາການໂອ້ລົມສົນທະນາ ​ແລະການ​ເຈລະຈາ​ພິ​ເສດໄດ້ຈັດຂຶ້ນ, ​ໃນນັ້ນ​ໄດ້ຍົກ​ໃຫ້​ເຫັນ​ຄວາມ​ໝັ້ນຄົງ​ທາງ​ທະ​ເລ, ເຊິ່ງ​ແມ່ນ​ຄວາມ​ສົນ​ໃຈ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ ​ແລະນາຍົກລັດຖະມົນຕີຫວຽດນາມ ​ໄດ້​ຮຽກຮ້ອງ​ບັນດາ​ອົງການ, ລະບອບລະບຽບການສັງກັດ​ສະຫະ​ປະຊາ​ຊາດ​ຜັນ​ຂະຫຍາຍ​ສ້າງບັນດາ​ຫຼັກເກນຮ່ວມ​ມື ​ແລະປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ນ້ອຍກວ່າ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ສະພາບ​ການ​ພາກ​ພື້ນ​ປະຈຸ​ບັນ.

ປື້ມ​ເຫຼັ້ມນີ້​ມີ​ຈຸດ​ປະ​ສົງ​ເພື່ອ​ຍົກ​ໃຫ້​ເຫັນ​ບັນ​ດາ​ເລື່ອງ​ລາວປະ​ຫວັດ​ສາດ​ທີ່ເລີ່ມ​ຈາກ​ຈີນ​, ບັນດາປະ​ເທດ​ອາ​ຊຽນ​, ຍີ່​ປຸ່ນ​ ແລະ​ບັນດາຝ່າຍທີ່ກ່ຽວຂ້ອງ. ປຶ້ມ​ເຫຼັ້ມນີ້ ກໍ່ເນັ້ນໜັກ​ເຖິງ​ຄວາມ​ສົນ​ໃຈ​ໃໝ່​ຂອງ​ຈີນ ຕໍ່ທະເລຕາເວັນອອກແມ່ນ​ບໍ່​ມີ​ພື້ນຖານ​ກ່ຽວກັບປະຫວັດສາດຢ່າງແນ່ນອນ (ດັ່ງ​ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ແຜນ​ທີ່​ໃນ​ປຶ້ມ) ​ແລະຍ້ອນເຫດນັ້ນທະເລຕາເວັນອອກ, ທະເລປະມົງໃຫຍ່ທີ 3 ໃນໂລກ ແລະມີແຫຼ່ງກໍາລັງແຮງສໍາຮອງໃຫຍ່ສຸດ, ສະນັ້ນ ໄດ້ຖືເປັນຈຸດພົ້ນເດັ່ນສໍາຄັນ ແລະເປັນເວທີສະແດງຂອງອໍານາດການເມືອງສາກົນໃນອະນາຄົດ.

ໄຊພອນ

ເຫດການ
302 Found

Found

The document has moved here.