![]() |
ກອງປະຊຸມປຶກສາຫາ ລືລະດັບຊາດ ກ່ຽວກັບວຽກງານຈຸດສຸມ ກອງທຶນສິ່ງແວດລ້ອມໂລກ ແລະ ກອງທຶນສີຂຽວ ດ້ານການປ່ຽນແປງ ດິນຟ້າອາກາດ,
ກອງປະຊຸມຄັ້ງນີ້, ແນ່ໃສ່ສ້າງຄວາມເຂົ້າໃຈຕໍ່ 2 ກອງທຶນດັ່ງກ່າວ, ເປັນເວທີປຶກສາຫາລືໃນການກໍານົດບູລິມະສິດແຫ່ງຊາດ ເພື່ອຮັບປະກັນ ໃນການເຄື່ອນໄຫວວຽກງານຄຸ້ມຄອງຊັບພະຍາກອນ ທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ, ວຽກງານປັບຕົວເຂົ້າກັບ ສະພາບການປ່ຽນແປງ ດິນຟ້າອາກາດ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດຜົນສູງຂຶ້ນ.
![]() |
ກອງປະຊຸມປຶກສາຫາ ລືລະດັບຊາດ ກ່ຽວກັບວຽກງານຈຸດສຸມ ກອງທຶນສິ່ງແວດລ້ອມໂລກ ແລະ ກອງທຶນສີຂຽວ ດ້ານການປ່ຽນແປງ ດິນຟ້າອາກາດ.
ທ່ານ ນາງ ບຸນຄໍາ ວໍລະຈິດ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ກ່າວວ່າ: ສປປ ລາວ ເປັນໜຶ່ງໃນປະເທດທີ່ມີຄວາມສ່ຽງ ທີ່ຈະໄດ້ຮັບຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ, ຍ້ອນພື້ນຖານຂອງເສດຖະກິດ-ສັງຄົມ ມະຫາພາກ ແລະ ຈຸລະພາກ ຍັງອາໄສຊັບພະຍາກອນທຳມະຊາດ ທີ່ບໍ່ມີຄວາມໝັ້ນຄົງ, ມີຄວາມສາມາດຕໍ່າ ໃນການຄຸ້ມຄອງ, ການຫລຸດຜ່ອນ, ການຮັບມື ແລະ ການປັບຕົວເຂົ້າກັບສະພາບການປ່ຽນແປງດິນຟ້າອາກາດ ຕໍ່ກັບບັນຫາດັ່ງກ່າວ, ລັດ ຖະບານ ຍາມໃດກໍເຫັນໄດ້ເຖິງຄວາມສຳຄັນ ໂດຍໄດ້ວາງວິໄສທັດຍຸດທະສາດ ແລະ ແຜນການ 5 ປີ ໄປພ້ອມກັບການດຳເນີນຫລາກຫລາຍວິທີການ, ມາດຕະການຕ່າງໆ ເຊື່ອມຊານເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ ຕິດພັນກັບການແກ້ໄຂຄວາມທຸກຍາກລະດັບຊາດ, ເຊິ່ງໃນລະຍະຜ່ານມາ ກອງທຶນສິ່ງແວດລ້ອມໂລກ ໄດ້ອະນຸມັດງົບປະມານຫລາຍກວາ 300 ລ້ານໂດລາສະ ລັດ ເຂົ້າໃນການຈັດຕັ້ງປະຕິບັດຫລາຍກວ່າ 50 ໂຄງການ ໃນຂົງເຂດການປ່ຽນແປງດ້ານຟ້າອາກາດ, ດ້ານຊີວະນາໆພັນ, ການຕ້ານການກາຍເປັນທະເລຊາຍ ແລະ ອື່ນໆ.
(ແຫຼ່ງຂໍ້ມູນ: ຂປລ)