ຮຽກຮ້ອງສາຍການບິນ ຢຸດການຂາຍປີ້ເຮືອບິນພາຍໃນປະເທດ

16:53 | 05/09/2021

ຍສໝ - ກົມການບິນຫວຽດນາມ ຫາກໍ່ອອກເອກະສານຮຽກຮ້ອງໃຫ້ບັນດາສາຍການບິນ ຄື: Vietnam Airlines, Viejet Air, Bamboo Airways, Pacific Airlines ແລະ Vietravel Airlines ສືບຕໍ່ຈຳກັດຖ້ຽວບິນຈາກບັນດາທ້ອງຖິ່ນທີ່ພວມປະຕິບັດຄຳສັ່ງ 16/CT-TTg ຂອງນາຍົກລັດຖະມົນຕີ.

ຖ້ຽວບິນທຳອິດຈາກຫວຽດນາມ ໄປຍັງເອີຣົບ ປະສົບຜົນສຳເລັດໃນການທົດລອງໃຊ້ໜັງສືຜ່ານແດນສຸຂະພາບເອເລັກໂຕນິກ ຖ້ຽວບິນທຳອິດຈາກຫວຽດນາມ ໄປຍັງເອີຣົບ ປະສົບຜົນສຳເລັດໃນການທົດລອງໃຊ້ໜັງສືຜ່ານແດນສຸຂະພາບເອເລັກໂຕນິກ
ລັດເຊຍ  ຈະເຊື່ອມຕໍ່ສາຍການບິນສາກົນກັບປະເທດຫວຽດນາມ ຄືນໃໝ່ນັບແຕ່ວັນທີ 27 ມັງກອນ 2021 ຈະມາເຖິງ ລັດເຊຍ ຈະເຊື່ອມຕໍ່ສາຍການບິນສາກົນກັບປະເທດຫວຽດນາມ ຄືນໃໝ່ນັບແຕ່ວັນທີ 27 ມັງກອນ 2021 ຈະມາເຖິງ

ຕາມນັ້ນແລ້ວ, ກົມການບິນຫວຽດນາມ ໄດ້ຮຽກຮ້ອງໃຫ້ສາຍການບິນຫວຽດນາມ ຢຸດຂາຍປີ້ສຳຫຼັບເສັ້ນທາງພາຍໃນປະເທດ.

ສາຍການບິນ ມີຄວາມຮັບຜິດຊອບໃນການຄືນເງິນໃຫ້ກັບຜູ້ໂດຍສານ ຕາມຊ່ອງທາງທີ່ຜູ້ໂດຍສານໄດ້ຈ່າຍຄ່າປີ້ ສຳຫຼັບຖ້ຽວບິນພາຍໃນປະເທດ ນັບແຕ່ຫຼັງຈາກວັນທີ 21 ກໍລະກົດ 2021 ຈົນກວ່າຈະມີແຈ້ງການໃໝ່ເພີ່ມເຕີມ.

ຮຽກຮ້ອງສາຍການບິນ ຢຸດການຂາຍປີ້ເຮືອບິນພາຍໃນປະເທດ
ຮຽກຮ້ອງສາຍການບິນ ຢຸດການຂາຍປີ້ເຮືອບິນພາຍໃນປະເທດ.

ຢຸດຕິການບໍລິການຖ້ຽວບິນໂດຍສານລະຫວ່າງ ເກີນເທິີ - ຮ່າໂນ້ຍ, ຝຸກ໋ວກ - ຮ່າໂນ້ຍ ແລະ ກົງກັນຂ້າມ. ເສັ້ນທາງບິນ ນະຄອນໂຮ່ຈີມິນ - ຮ່າໂນ້ຍ ແລະ ກົງກັນຂ້າມ ຫຼາຍສຸດ 2 ຖ້ຽວຕໍ່ມື້, ໄດ້ມອບໝາຍໃຫ້ສາຍການບິນ Vietnam Airlines ຂຸດຄົ້ນ.

ບໍ່ຈຳກັດບັນດາຖ້ຽວບິນຂົນສົ່ງສິນຄ້າ. ບັນດາຖ້ຽວບິນເພື່ອປ້ອງກັນການລະບາດ, ຮັບໃຊ້ປະຕິບັດວຽກຫຼວງ, ບັນດາສາຍການບິນ ໄດ້ວາງແຜນການບິນ ແລະ ລາຍງານໃຫ້ກົມການບິນຫວຽດນາມ ເພື່ອພິຈາລະນາ ແລະ ແກ້ໄຂເປັນແຕ່ລະກໍລະນີສະເພາະ.

ກົມການບິນຫວຽດນາມ ກໍ່ໄດ້ຮຽກຮ້ອງໃຫ້ເພີ່ມທະວີໃນການປ້ອງກັນການລະບາດຂອງພະຍາດໂຄວິດ -19, ຕ້ອງຮັບປະກັນ ຜູ້ໂດຍສານທັງໝົດໃນຖ້ຽວບິນລະຫວ່າງແຂວງ ແລະ ນະຄອນທີ່ພວມປະຕິບັດຄໍາສັ່ງ 16/CT-TTg ແລະ ຮ່າໂນ້ຍ ຕ້ອງມີໃບຢັ້ງຢືນການກວດເປັນລົບກັບເຊື້ອ SARS- CoV-2 ໂດຍວິທີ RT-PCR ຫຼື ການກວດວິເຄາະໄວທີ່ເປັນລົບ ຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.