ຍູ້ໄວຄວາມຄືບໜ້າການທົດລອງວັກຊິນ Nanocovax

13:38 | 31/07/2021

ທ່ານປະທານປະເທດ ຫວຽດນາມ ຮຽກກ້ອງໃຫ້ກະຊວງສາທາລະນະສຸກສ້າງເງື່ອນໄຂສະດວກດ້ານລະບຽບການ ໃຫ້ແກ່ບໍລິສັດທົດລອງວັກຊິນໄລຍະທີ 3, ແຕ່ຍັງຕອ້ງຮັບປະກັນໃຫ້ຖືກຕ້ອງຂັ້ນຕອນ, ຍ້ອນກ່ຽວຂ້ອງໂດຍກົງເຖິງສຸຂະພາບຂອງປະຊາຊົນ.

ຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ ແຜ່ບໍລິຈາກສະໜັບສະໜູນບັ້ນຕໍ່ສູ້ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ ແຜ່ບໍລິຈາກສະໜັບສະໜູນບັ້ນຕໍ່ສູ້ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ ຫວຽດນາມ
ທ່ານນາຍົກລັດຖະມົນຕີຟ້າມມິນຈິງຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ທ່ານນາຍົກລັດຖະມົນຕີຟ້າມມິນຈິງຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຮັດວຽກກັບບໍລິສັດຫຸ້ນສ່ວນເຕັກໂນໂລຊີວະສາດການຢາ Nanogen
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຮັດວຽກກັບບໍລິສັດຫຸ້ນສ່ວນເຕັກໂນໂລຊີວະສາດການຢາ Nanogen

ຕອນບ່າຍວັນທີ 29 ກໍລະກົດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບໍລິສັດຫຸ້ນສ່ວນເຕັກໂນໂລຊີວະສາດການຢາ Nanogen, ຊື່ງແມ່ນຫົວໜ່ວຍພວມໃນໄລຍະທົດລອງວັກຊິນ Nanocovax.

ທີ່ການເຮັດວຽກ, ທ່ານປະທານປະເທດເນັ້ນໜັກວ່າ, ໃນຈຸດເວລານີ້ ວັກຊິນ ແລະ ການແຍກຫ່າງສັງຄົມແມ່ນທິດນຳໃນການປ້ອງກັນ, ຕ້ານໂລກລະບາດໂຄຄິດ-19, ທ່ານປະທານປະເທດ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ: “ຂ້າພະເຈົ້າຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ແລະ ບັນດາອົງການທີ່ກ່ຽວຂ້ອງຕ້ອງສ້າງທຸກເງື່ອນໄຂອຳນວຍຄວາມສະດວກ, ຈັດຈັ້ງບັນດາຂັ້ນຕອນວິຊາສະເພາະໂດຍໄວ. ໃນນັ້ນ, ຂ້າພະເຈົ້າຮຽກຮ້ອງຕ້ອງຮັບປະກັນດ້ານວິຊາສະເພາະ ແລະຂັ້ນຕອນນີ້ຕ້ອງໄດ້ຮັບປະກັນ, ຍ້ອນກ່ຽວຂ້ອງເຖິງສຸດຂະພາບ ແລະ ຊີວິດຂອງປະຊາຊົນ. Nanogen ຕ້ອງພິສູດຂັ້ນຕອນນັ້ນກັບກະຊວງສາທາລະນະສຸກ. ຖ້າຈຳເປັນຈະເຊີນອົງການອະນາໄມໂລກເຂົ້າຮ່ວມຕີລາຄາພ້ອມກັບ ຫວຽດນາມ”.

ກ່ອນໜ້ານັ້ນ, ໃນຄຳຮຽກຮ້ອງທີ່ຝາກເຖິງປະຊາຊົນ, ນັກຮົບໃນທົ່ວປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ປະຈຸບັນ, ສະພາບໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນ, ແຜ່ລະບາດຢ່າງໄວ, ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງເຖິງສຸຂະພາບ ແລະ ຊີວິດອິນຊີຂອງປະຊາຊົນ, ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງເສດຖະກິດ-ສັງຄົມ ແລະ ທຸກດ້ານຂອງຊີວິດ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຮຽກຮ້ອງໃຫ້ຄະນະພັກ, ອົງການຈັດຕັ້ງພັກ, ອຳນາດການປົກຄອງ, ຄະນະຊີ້ນຳການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ຈາກຂັ້ນສູງກາງລົງຮອດທ້ອງຖິ່ນ ຕ້ອງຊີ້ນຳນຳພາຢ່າງເດັດດຽວກວ່າ, ຄວບຄຸມສະພາບການໃຫ້ເປັນຢ່າງດີ; ບໍ່ປະໝາດ, ຂາດຄວາມລະມັດລະວັງໃນການຮັບມືກັບສະພາບການໃໝ່ຂອງໂລກລະບາດຢ່າງເດັດຂາດ…

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຊື່ອໝັ້ນວ່າ, ທົ່ວປະເທດຈະຮ່ວມແຮງຮ່ວມໃຈ, ທົ່ວພັກ, ທົ່ວປວງຊົນເປັນຈິດໜຶ່ງໃຈດຽວ, ເປັນເອກະພາບດ້ານເຈດຈຳນົງ ແລະ ການກະທຳ, ພ້ອມກັບການໜູນຊ່ວຍຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ, ແນ່ນອນວ່າ ຫວຽດນາມ ຈະຍາດໄດ້ໄຊຊະນະຕໍ່ໂລກລະບາດໂຄວິດ-19.

ໄຊພອນ

ເຫດການ
302 Found

Found

The document has moved here.