ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຕັ້ງ​ຄວາມ​ຫວັງຕໍ່​ກົງ​ຈັກ​ບຸກ​ຄະ​ລາ​ກອນ​ຂອງ​ອາ​ຍຸ​ການ​ໃໝ່

11:34 | 21/07/2021

ສະພາແຫ່ງຊາດຊຸດທີ XV ໄດ້ສຸມໃສ່ການບູລະນະບຸກຄະລາກອນການນຳຫຼັກແຫຼ່ງເພື່ອໃຫ້ກົງຈັກລັດ ມີຄວາມໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ, ມີວິໄສທັດຍຸດທະສາດ, ຂ້ຽວຂາດ, ມີຫົວຄິດປະດິດສ້າງ, ນຳພາປະເທດຜ່ານຜ່າຄວາມຫຍຸ້ງຍາກເທື່ອລະກ້າວ ແລະ ມີການພັດທະນາບຸກທະລຸໃນໄລຍະ 2021 – 2026.

ນັກ​ຮຽກ​ຮູ້​ອິນ​ເດຍ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ຍົກ​ສູງ​ບົດ​ບາດ​ຂອງ​ລັດ ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ທາງ​ສັງ​ຄົມ ນັກ​ຮຽກ​ຮູ້​ອິນ​ເດຍ: ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ຍົກ​ສູງ​ບົດ​ບາດ​ຂອງ​ລັດ ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ທາງ​ສັງ​ຄົມ
UNDP ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ບົດ​ລາຍ​ງານ UPR UNDP ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ບົດ​ລາຍ​ງານ UPR
ທ່ານ ໂດ໊ດຶກຢຸຍ ສັງກັດຄະນະສະມາຊິກສະພາແຫ່ງຊາດແຂວງ ອຽນບ໊າຍ (ພາບ: TTXVN)
ທ່ານ ໂດ໊ດຶກຢຸຍ ສັງກັດຄະນະສະມາຊິກສະພາແຫ່ງຊາດແຂວງ ອຽນບ໊າຍ (ພາບ: TTXVN)

ໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຈະບູລະນະບັນດາຕຳແໜ່ງການນຳຕາມຂໍ້ກຳນົດຂອງກົດໝາຍ. ຢູ່ນອກກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດ ເຊື່ອໝັ້ນວ່າກົງຈັກການນຳຊຸດໃໝ່ ຈະປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນໄດ້ໄວ້ວາງໃຈ ແລະ ມອບໝາຍໃຫ້. ທ່ານນາງ ໂຮ່ທິມິນ ຂຶ້ນກັບຄະນະສະມາຊິກສະພາແຫ່ງຊາດແຂວງ ກວ໋າງຈິ ໄດ້ເນັ້ນໜັກວ່າ ໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV ໄດ້ສຸມໃສ່ການບູລະນະບຸກຄະລາກອນການນຳຫຼັກແຫຼ່ງເພື່ອໃຫ້ກົງຈັກລັດ ມີຄວາມໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ, ມີວິໄສທັດຍຸດທະສາດ, ຂ້ຽວຂາດ, ມີຫົວຄິດປະດິດສ້າງ, ນຳພາປະເທດຜ່ານຜ່າຄວາມຫຍຸ້ງຍາກເທື່ອລະກ້າວ ແລະ ມີການພັດທະນາບຸກທະລຸໃນໄລຍະ 2021 – 2026, ສ້າງປະຖົມປັດໄຈແກ່ທົດສະວັດຕໍ່ໄປ, ເປັນຕົ້ນແມ່ນເປົ້າໝາຍ ເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກ.

ໃນຂະນະນັ້ນ, ທ່ານ ໂດ໊ດຶກຢຸຍ ສັງກັດຄະນະສະມາຊິກສະພາແຫ່ງຊາດແຂວງ ອຽນບ໊າຍ ຖືວ່າ ວຽກງານກະກຽມບຸກຄະລາກອນໃຫ້ແກ່ກົງຈັກການນຳລັດ ອາຍຸການ 2021 – 2026 ໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນນັບແຕ່ເມື່ອຂຶ້ນແຜນບຸກຄະລາກອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ.

“ພວກຂ້າພະເຈົ້າຕັ້ງຄວາມຫວັງວ່າ ດ້ວຍຄວາມສະຫຼາດສ່ອງໃສຂອງບັນດາສະມາຊິກສະພາແຫ່ງຊາດ ຈະມີການປຶກສາຫາລື, ຄວາມເຫັນດີເຫັນພ້ອມ ແລະ ຄວາມເປັນເອກະພາບສູງເພື່ອເລືອກເອົາກົງຈັກການນຳຂອງລັດ ໃນອາຍຸການ 2021 – 2026. ພວກຂ້າພະເຈົ້າ ກໍມີຄວາມເຊື່ອໝັ້ນຢ່າງແນວແນ່ວ່າ ກົງຈັກການນຳຂອງລັດ ໃນອາຍຸການ 2021 – 2026 ຈະປະຕິບັດໜ້າທີ່ເຊິ່ງ ພັກ, ລັດ ແລະ ປະຊາຊົນທີ່ໄດ້ໄວ້ວາງໃຈ ແລະ ມອບໝາຍໃຫ້ເປັນຢ່າງດີ.”

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.