ຍສໝ - ອົງການ UNESCO ໄດ້ຮັບຮອງເອົາການປັບປຸງເຂດແດນມໍລະດົກທຳມະຊາດໂລກ, ເຊື່ອມຕໍ່ປ່າສະຫງວນແຫ່ງຊາດ ຟອງຍາ- ແກບາງ (ຫວຽດນາມ) ແລະ ປ່າສະຫງວນແຫ່ງຊາດ ຫີນນຳໂນ (ລາວ) ຢ່າງເປັນທາງການ, ກາຍເປັນມໍລະດົກໂລກຂ້າມຊາຍແດນແຫ່ງທຳອິດລະຫວ່າງສອງປະເທດ.
ຍສໝ - ທົ່ງໄຫຫີນ ຊຽງຂວາງ ຢູ່ເມືອງ ໂພນສະຫວັນ, ແຂວງ ຊຽງຂວາງ, ພາກເໜືອຂອງ ລາວ ບໍ່ພຽງແຕ່ເປັນແຫຼ່ງມໍລະດົກທາງດ້ານວັດທະນະທຳ ແລະ ປະຫວັດສາດເທົ່ານັ້ນ ຫາກຍັງເປັນສັນຍາລັກອັນເດັ່ນຊັດຂອງຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທຳຂອງປະເທດນີ້ ແລະ ມາຮອດປະຈຸບັນ, ຕົ້ນກຳເນີດຂອງໄຫຫີນຢູ່ທີ່ນີ້ຍັງບໍ່ມີຄໍາຕອບເທື່ອ.
ຍສໝ - ວັນທີ 22 ພະຈິກນີ້, ຢູ່ນະຄອນຫຼວງປາຣີ (ຝະລັ່ງ), ຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກຄະນະກຳມະການມໍລະດົກໂລກ ອາຍຸການ 2023 - 2027 ດ້ວຍຄະແນນສຽງ 121/171 ບັດຖືກຕ້ອງຕາມລະບຽບ, ຢືນອັນດັບທີ 1 ໃນກຸ່ມອາຊີ - ປາຊີຟິກ ແລະ ຢືນອັນດັບ 2 ໃນຈຳນວນ 9 ປະເທດທີ່ໄດ້ຮັບການເລືອກຕັ້ງໃນ 5 ພາກພື້ນ. ໃນຖານະຕຳແໜ່ງໃໝ່, ຫວຽດນາມ ຈະເຂົ້າຮ່ວມຮັບພາລະໜ້າທີ່ສຳຄັນຊີ້ນຳການປະຕິບັດສົນທິສັນຍາມໍລະດົກໂລກ ປີ 1972 ຂອງ UNESCO; ປົກປັກຮັກສາ, ອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າຂອງ 1,199 ມໍລະດົກໂລກໃນທົ່ວໂລກ.
ຍສໝ - ຕອນຄ່ຳວັນທີ 16 ກັນຍານີ້ (ຕາມເວລາຫວຽດນາມ), ອ່າວຮ່າລອງ ແຂວງ ກວາງນິງ ແລະ ໝູ່ເກາະ ກາດບ່າ ຢູ່ນະຄອນ ຫາຍຟ່ອງ ໄດ້ຮັບການຮັບຮອງຈາກ UNESCO ເປັນມໍລະດົກທຳມະຊາດໂລກ, ນີ້ຖືວ່າເປັນຄັ້ງທໍາອິດ ຫວຽດນາມ ໄດ້ຮັບມໍລະດົກລະຫວ່າງແຂວງ ແລະ ນະຄອນ.
ນັ້ນແມ່ນຄຳຢັ້ງຢືນຂອງທ່ານ Christian Manhart, ຫົວໜ້າອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທຳ (UNESCO) ປະຈຳ ຫວຽດນາມ ເມື່ອແບ່ງປັນກັບນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ເນື່ອງໃນໂອກາດທ່ານ Audrey Azoulay ຜູ້ອໍານວຍການ UNESCO ມາຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສົນທິສັນຍາວ່າດ້ວຍການປົກປັກຮັກສາ ມໍລະດົກວັດທະນະທຳ ແລະທຳມະຊາດໂລກ (ສົນທິສັນຍາ 1972) ທີ່ດຳເນີນໃນວັນທີ 6 ກັນຍາ, ຢູ່ແຂວງນິງບິ່ງ.
ການມອບ-ຮັບດັ່ງກ່າວໄດ້ຈັດຂື້ນໃນວັນທີ 18 ພະຈິກ ຜ່ານມານີ້ ເນື່ອງໃນໂອກາດທີ່ຄະນະຜູ້ແທນ ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເຂົ້າຮ່ວມກອງປະຊຸມໃຫ່ຍ ລັດຖະມົນຕີກະຊວງວັດທະນະທໍາ ຄັ້ງທີ 43 ຂອງອົງການອຸຍເນັດໂກ UNESCO ເຊິ່ງໄດ້ຈັດຂື້ນທີ່ ນະຄອນຫຼວງປາຣີ, ປະເທດຝຣັ່ງ ເຊິ່ງຄະນະຜູ້ແທນດັ່ງກ່າວ ນໍາໂດຍ ທ່ານ ສຈ ດຣ ບໍ່ແສງຄໍາ ວົງດາລາ ຜູ້ຕາງໜ້າພິເສດຂອງລັດຖະບານລາວ.