| ການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ເຕີບໂຕຢ່າງແຮງໃນໂອກາດວັນຊາດ, ຫຼາຍທ້ອງຖິ່ນມີລາຍຮັບເພີ່ມສູງ ທັດສະນະສາກົນຕໍ່ແຮງຂັບເຄື່ອນການເຕີບໂຕໃໝ່ຂອງເສດຖະກິດຫວຽດນາມ |
ທ່ານ ເຈິ່ນກວັກເຟືອງ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ເຫັນວ່າ ບັນດາຜົນສຳເລັດທີ່ບັນລຸໄດ້ໃນຂະບວນການ 40 ປີແຫ່ງການປ່ຽນໃໝ່ ບໍ່ພຽງແຕ່ສ້າງພື້ນຖານ ແລະ ຄວາມເຊື່ອໝັ້ນເທົ່ານັ້ນ, ຫາກຍັງວາງຂໍ້ຮຽກຮ້ອງໃຫ້ສືບຕໍ່ປ່ຽນໃໝ່ຢ່າງແຂງແຮງ ເພື່ອປົດປ່ອຍບັນດາແຫຼ່ງກຳລັງເພື່ອການພັດທະນາ.
- ເມື່ອຫວນຄືນ 40 ປີແຫ່ງການປ່ຽນໃໝ່, ທ່ານລັດຖະມົນຕີຊ່ວຍປະເມີນວ່າ ການປ່ຽນແປງໃດແດ່ທີ່ໂດດເດັ່ນທີ່ສຸດ ກ່ຽວກັບເສດຖະກິດ, ກຳລັງແຮງ ແລະ ຖານະບົດບາດຂອງຫວຽດນາມ?
ທ່ານ ເຈິ່ນກວັກເຟືອງ: ສາມາດຢືນຢັນໄດ້ວ່າ 40 ປີແຫ່ງການປ່ຽນໃໝ່ ແມ່ນໄລຍະການພັດທະນາທີ່ມີຄວາມໝາຍທາງປະຫວັດສາດ, ເຮັດໃຫ້ໂສມໜ້າ, ຖານະ ແລະ ກຳລັງຂອງເສດຖະກິດຫວຽດນາມປ່ຽນແປງຢ່າງພື້ນຖານ.
ສິ່ງສຳຄັນທີ່ສຸດ ບໍ່ພຽງແຕ່ຢູ່ທີ່ບັນດາຕົວເລກການເຕີບໂຕ, ຫາກແມ່ນການປ່ຽນແປງຢ່າງພື້ນຖານດ້ານແນວຄິດ ແລະ ຮູບແບບການພັດທະນາ, ເລີ່ມຈາກແນວທາງຂອງກອງປະຊຸມໃຫຍ່ຄັ້ງທີ VI ກ່ຽວກັບການເດັດດ່ຽວລົບລ້າງກົນໄກລວມສູນແບບອາດຍາສິດ, ເກື້ອກູນ, ສ້າງກົນໄກບໍລິຫານໃໝ່.
ໃນຂົງເຂດເສດຖະກິດ, ຫວຽດນາມໄດ້ຄ່ອຍໆສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ສົ່ງເສີມກຳລັງການຜະລິດຂອງບັນດາພາກສ່ວນເສດຖະກິດ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງສາກົນ. ການປ່ຽນໃໝ່ຢ່າງແຂງແຮງດ້ານແນວຄິດ ແລະ ສະຖາບັນ ໄດ້ປົດປ່ອຍແຫຼ່ງກຳລັງ ແລະ ພະລັງສ້າງສັນໃນສັງຄົມ, ສ້າງແຮງຂັບເຄື່ອນໃຫ້ເສດຖະກິດພັດທະນາຢ່າງຕໍ່ເນື່ອງຕະຫຼອດ 4 ທົດສະວັດ.
ຖ້າໃນປີ 1986, ຫວຽດນາມຍັງເປັນເສດຖະກິດທີ່ທຸກຍາກ, ຂາດແຄນສະບຽງອາຫານ, ສິນຄ້າຂາດແຄນ ແລະ ໄພເງິນເຟີ້ສູງຫຼາຍ, ຮອດປີ 2025 ຂະໜາດ GDP ໄດ້ບັນລຸ 514 ຕື້ USD, ຢູ່ອັນດັບທີ 32 ຂອງໂລກ ແລະ ອັນດັບທີ 4 ໃນພາກພື້ນ ASEAN. GDP ສະເລ່ຍຕໍ່ຫົວຄົນບັນລຸຫຼາຍກວ່າ 5.026 USD, ນຳຫວຽດນາມເຂົ້າສູ່ກຸ່ມປະເທດລາຍຮັບປານກາງລະດັບສູງ.
ຈາກເສດຖະກິດທີ່ປິດຕົວ, ຫວຽດນາມໄດ້ກ້າວຂຶ້ນສູ່ກຸ່ມ 20 ປະເທດນຳໜ້າຂອງໂລກດ້ານຂະໜາດການຄ້າສາກົນ, ດ້ວຍຍອດມູນຄ່າການສົ່ງອອກ - ນຳເຂົ້າສິນຄ້າລວມຫຼາຍກວ່າ 930 ຕື້ USD. ຫວຽດນາມໄດ້ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານ, ຄູ່ຮ່ວມຍຸດທະສາດ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານກັບ 38 ປະເທດ; ມີສັນຍາການຄ້າເສລີລຸ້ນໃໝ່ 20 ສະບັບ ທີ່ໄດ້ລົງນາມ ແລະ ພວມເຈລະຈາ. ຈາກປະເທດທີ່ຂາດແຄນສະບຽງອາຫານ, ຫວຽດນາມໄດ້ກາຍເປັນໜຶ່ງໃນບັນດາປະເທດສົ່ງອອກສິນຄ້າກະສິກຳຫຼາຍປະເພດແຖວໜ້າຂອງໂລກ.
ຄຽງຄູ່ກັບການເຕີບໂຕທາງເສດຖະກິດ, ຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງຢ່າງຈະແຈ້ງ. ດັດຊະນີການພັດທະນາມະນຸດ (HDI) ບັນລຸ 0,766 ໃນປີ 2023, ຈັດຢູ່ໃນກຸ່ມປະເທດທີ່ມີ HDI ສູງໃນໂລກ; ອັດຕາຄວາມທຸກຍາກຫຼຸດລົງຢ່າງແຮງ; ລະບົບໂຄງລ່າງ, ການສຶກສາ, ສາທາລະນະສຸກ, ຕົວເມືອງ ແລະ ຊົນນະບົດ ມີບາດກ້າວພັດທະນາຢ່າງໂດດເດັ່ນ. ຖານະບົດບາດ ແລະ ຊື່ສຽງຂອງຫວຽດນາມໃນເວທີສາກົນ ນັບມື້ນັບສູງຂຶ້ນ.
ຕາມຂ້າພະເຈົ້າ, ຜົນສຳເລັດໃຫຍ່ທີ່ສຸດຂອງ 40 ປີແຫ່ງການປ່ຽນໃໝ່ ແມ່ນພວກເຮົາໄດ້ສ້າງພື້ນຖານການພັດທະນາໃໝ່ ແລະ ຖານະຂອງປະເທດທີ່ແຕກຕ່າງຢ່າງສິ້ນເຊີງ ເມື່ອທຽບກັບໄລຍະເລີ່ມຕົ້ນການປ່ຽນໃໝ່. ຫວຽດນາມໃນມື້ນີ້ ມີຂະໜາດເສດຖະກິດໃຫຍ່ກວ່າ, ຄວາມສາມາດການຜະລິດສູງກວ່າ, ເຊື່ອມໂຍງສາກົນຢ່າງເລິກເຊິ່ງ ແລະ ກວ້າງຂວາງກວ່າ, ມີຊັບພະຍາກອນມະນຸດດີກວ່າ ແລະ ພິເສດແມ່ນມີຄວາມປາຖະໜາພັດທະນາທີ່ແຮງກ້າກວ່າ.
ແນວໃດກໍຕາມ, ຕ້ອງເບິ່ງຜົນສຳເລັດຄຽງຄູ່ກັບຂໍ້ຈຳກັດ. ຜະລິດຕະພາບ, ຄຸນນະພາບ ແລະ ປະສິດທິຜົນຂອງເສດຖະກິດ ຍັງບໍ່ສົມຄູ່ກັບທ່າແຮງ; ຄວາມສາມາດເພິ່ງຕົນເອງຍັງຈຳກັດ; ວິສາຫະກິດພາຍໃນປະເທດຍັງບໍ່ທັນເຂົ້າຮ່ວມຢ່າງເລິກເຊິ່ງໃນຕ່ອງໂສ້ມູນຄ່າໂລກ; ວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ ຍັງບໍ່ທັນກາຍເປັນແຮງຂັບເຄື່ອນການເຕີບໂຕຢ່າງແທ້ຈິງ. ນີ້ແມ່ນບັນດາບັນຫາທີ່ຫວຽດນາມຕ້ອງແກ້ໄຂໃນໄລຍະຕໍ່ໄປ.
![]() |
| ທ່ານ ເຈິ່ນກວັກເຟືອງ, ລັດຖະມົນຕີຊ່ວຍວ່າການກະຊວງການເງິນ. |
- ຈາກພຶດຕິກຳ 40 ປີແຫ່ງການປ່ຽນໃໝ່, ບົດຮຽນໃດແດ່ທີ່ຕ້ອງສືບຕໍ່ສົ່ງເສີມ ເພື່ອຕອບສະໜອງຂໍ້ຮຽກຮ້ອງການພັດທະນາໃໝ່, ໂດຍສະເພາະເປົ້າໝາຍການເຕີບໂຕເສດຖະກິດສອງຕົວເລກ?
ທ່ານ ເຈິ່ນກວັກເຟືອງ: 40 ປີແມ່ນໄລຍະເວລາທີ່ຍາວພໍ ເພື່ອໃຫ້ພວກເຮົາສາມາດກຳນົດໄດ້ຂ້ອນຂ້າງຈະແຈ້ງເຖິງກົດເກນ ແລະ ບົດຮຽນຂອງການພັດທະນາ.
ກ່ອນອື່ນໝົດ, ການປ່ຽນໃໝ່ຕ້ອງເລີ່ມຈາກການປ່ຽນໃໝ່ແນວຄິດ. ພຶດຕິກຳສະແດງວ່າ ທຸກຄັ້ງທີ່ແນວຄິດໄດ້ຮັບການປ່ຽນໃໝ່, ບັນດາຂໍ້ຕິດຂັດດ້ານສະຖາບັນໄດ້ຮັບການແກ້ໄຂ, ສິດເປັນເຈົ້າການຖືກມອບໃຫ້ປະຊາຊົນ ແລະ ວິສາຫະກິດ, ແຫຼ່ງກຳລັງຂອງສັງຄົມກໍໄດ້ຮັບການປົດປ່ອຍ ແລະ ເສດຖະກິດກໍມີບາດກ້າວພັດທະນາຢ່າງແຂງແຮງ. ກົງກັນຂ້າມ, ຖ້າແນວຄິດການບໍລິຫານບໍ່ທັນກັບສະພາບຕົວຈິງ, ກົນໄກ ແລະ ນະໂຍບາຍເອງອາດກາຍເປັນແຮງກີດຂວາງການພັດທະນາ.
ບົດຮຽນທີສອງ ແມ່ນຕ້ອງເຄົາລົບ ແລະ ນຳໃຊ້ກົດເກນຂອງເສດຖະກິດຕະຫຼາດຢ່າງຄົບຖ້ວນ, ພ້ອມທັງສົ່ງເສີມບົດບາດສ້າງສັນ ແລະ ດັດສົມຂອງລັດ ເພື່ອຮັບປະກັນສະຖຽນລະພາບເສດຖະກິດມະຫາພາກ, ຄວາມກ້າວໜ້າ ແລະ ຄວາມເປັນທຳທາງສັງຄົມ. ຕະຫຼາດທີ່ມີພະລັງຕ້ອງການລັດທີ່ມີປະສິດທິພາບ, ໂປ່ງໃສ, ມີຄວາມສາມາດວາງແຜນຍຸດທະສາດ ແລະ ສ້າງສະພາບແວດລ້ອມແຂ່ງຂັນຢ່າງສະເໝີພາບ.
ທີສາມ, ຕ້ອງສົມທົບກຳລັງພາຍໃນກັບກຳລັງພາຍນອກ. ການເຊື່ອມໂຍງສາກົນໄດ້ນຳຕະຫຼາດ, ທຶນ, ເຕັກໂນໂລຊີ ແລະ ໂອກາດເຂົ້າຮ່ວມຕ່ອງໂສ້ມູນຄ່າໂລກມາໃຫ້ຫວຽດນາມ. ແຕ່ກຳລັງພາຍນອກຈະສາມາດສົ່ງເສີມປະສິດທິຜົນໄດ້ຢ່າງແທ້ຈິງ ກໍຕໍ່ເມື່ອເສດຖະກິດມີກຳລັງພາຍໃນທີ່ເຂັ້ມແຂງພຽງພໍ. ສະນັ້ນ, ຄຽງຄູ່ກັບການດຶງດູດ FDI ຄຸນນະພາບສູງ, ຫວຽດນາມຕ້ອງເອົາໃຈໃສ່ເປັນພິເສດຕໍ່ການພັດທະນາວິສາຫະກິດພາຍໃນປະເທດ, ສ້າງບັນດາວິສາຫະກິດຫວຽດນາມທີ່ມີຄວາມສາມາດແຂ່ງຂັນສາກົນ.
ບົດຮຽນສຳຄັນອີກປະການໜຶ່ງ ແມ່ນການຮັກສາສະຖຽນລະພາບເສດຖະກິດມະຫາພາກໃຫ້ໝັ້ນຄົງ. ໃນໂລກທີ່ນັບມື້ນັບບໍ່ແນ່ນອນ, ສະຖຽນລະພາບບໍ່ໄດ້ໝາຍເຖິງການຢູ່ແບບຮັບ, ຫາກແມ່ນການສ້າງພື້ນຖານເພື່ອເປັນເຈົ້າການພັດທະນາ. ການຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸນໃຫຍ່, ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນ, ວິສາຫະກິດ ແລະ ນັກລົງທຶນ ແມ່ນເງື່ອນໄຂໃຫ້ເສດຖະກິດເຕີບໂຕຢ່າງວ່ອງໄວ ແລະ ຍືນຍົງ.
ສຸດທ້າຍ, ທຸກນະໂຍບາຍພັດທະນາຕ້ອງຖືເອົາປະຊາຊົນ ແລະ ວິສາຫະກິດເປັນໃຈກາງ. ຜົນສຳເລັດຂອງການປ່ຽນໃໝ່ ໃນທີ່ສຸດແລ້ວ ແມ່ນວັດແທກດ້ວຍລະດັບຊີວິດ, ໂອກາດການພັດທະນາ ແລະ ຄຸນນະພາບຊີວິດຂອງປະຊາຊົນ; ດ້ວຍຄວາມສາມາດຂອງວິສາຫະກິດໃນການປະກອບທຸລະກິດຢ່າງເສລີ, ສ້າງສັນ ແລະ ສ້າງຄວາມຮັ່ງມີຢ່າງຊອບທຳ.
- ໃນໄລຍະພັດທະນາໃໝ່, ສະຖາບັນຕ້ອງປ່ຽນແປງແນວໃດ ເພື່ອສືບຕໍ່ເປີດທາງໃຫ້ບັນດາແຫຼ່ງກຳລັງຂອງເສດຖະກິດ?
ທ່ານ ເຈິ່ນກວັກເຟືອງ: ຖ້າໃນໄລຍະຕົ້ນຂອງການປ່ຽນໃໝ່, ສະຖາບັນມີບົດບາດແກ້ໄຂສິ່ງກີດຂວາງ, ເປີດທາງ ແລະ ປົດປ່ອຍກຳລັງການຜະລິດ, ໃນໄລຍະພັດທະນາໃໝ່ ສະຖາບັນຕ້ອງກາຍເປັນພື້ນຖານແຫ່ງການສ້າງສັນຢ່າງແທ້ຈິງ, ເປີດກວ້າງພື້ນທີ່ພັດທະນາ ແລະ ລະດົມ, ຈັດສັນບັນດາແຫຼ່ງກຳລັງໃຫ້ປະເທດຢ່າງມີປະສິດທິຜົນ.
ປັດຈຸບັນ, ຫວຽດນາມມີພື້ນຖານ ແລະ ຊ່ອງຫວ່າງການພັດທະນາທີ່ສຳຄັນ, ນັບແຕ່ແຫຼ່ງກຳລັງການເງິນ, ຊັບພະຍາກອນທຳມະຊາດ, ທີ່ດິນ, ພື້ນຖານວັດຖຸ, ໂຄງລ່າງເສດຖະກິດ - ສັງຄົມ ຈົນເຖິງຊັບພະຍາກອນມະນຸດ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ວັດທະນະທຳ, ປະຫວັດສາດ, ປະເພນີ, ທິວທັດທຳມະຊາດ, ທີ່ຕັ້ງທາງພູມສາດຍຸດທະສາດ, ຂະໜາດຕະຫຼາດ, ຍີ່ຫໍ້ແຫ່ງຊາດ, ວິສາຫະກິດ ແລະ ຜະລິດຕະພັນຫວຽດນາມ ພ້ອມທັງບັນດາໂອກາດຈາກການເຊື່ອມໂຍງສາກົນ.
ຂໍ້ຮຽກຮ້ອງຕໍ່ສະຖາບັນ ບໍ່ພຽງແຕ່ແມ່ນການແກ້ໄຂສິ່ງກີດຂວາງ, ຫາກຕ້ອງສ້າງກົນໄກເພື່ອໃຫ້ບັນດາແຫຼ່ງກຳລັງໄດ້ຮັບການເປີດທາງ, ເຊື່ອມຕໍ່ ແລະ ຈັດສັນໄປສູ່ບັນດາຂົງເຂດທີ່ສາມາດສ້າງມູນຄ່າເພີ່ມ ແລະ ແຮງຂັບເຄື່ອນການເຕີບໂຕສູງທີ່ສຸດ.
ສະນັ້ນ, ການປະຕິຮູບສະຖາບັນບໍ່ຄວນເຂົ້າໃຈພຽງແຕ່ວ່າ ແມ່ນການຕັດຫຼຸດບາງຂັ້ນຕອນບໍລິຫານ ຫຼື ເງື່ອນໄຂປະກອບທຸລະກິດ. ສິ່ງທີ່ຈຳເປັນກວ່າ ແມ່ນການປ່ຽນໃໝ່ຢ່າງພື້ນຖານແນວຄິດການຄຸ້ມຄອງລັດ, ຫັນຈາກແນວຄິດຄຸ້ມຄອງ, ຄວບຄຸມ ໄປສູ່ການບໍລິຫານທີ່ທັນສະໄໝ ແລະ ສ້າງສັນການພັດທະນາ.
ກົດໝາຍຕ້ອງມີສະຖຽນລະພາບ, ໂປ່ງໃສ, ຄົບຊຸດ, ເປັນເອກະພາບ, ເປີດເຜີຍ ແລະ ຄ່ອງຕົວ; ປົກປ້ອງສິດຄອບຄອງ ແລະ ສິດປະກອບທຸລະກິດທີ່ຊອບດ້ວຍກົດໝາຍ; ຮັບປະກັນການແຂ່ງຂັນຢ່າງສະເໝີພາບ; ຫຼຸດຜ່ອນກົນໄກ “ຂໍ - ໃຫ້”; ແກ້ໄຂສະພາບການຊ້ອນທັບລະຫວ່າງບັນດາລະບຽບການ. ໂດຍສະເພາະ, ໃນສະພາບທີ່ຮູບແບບເສດຖະກິດໃໝ່ຈຳນວນຫຼາຍພວມປາກົດຂຶ້ນ, ຖ້າສະຖາບັນຕາມຫຼັງໄກເກີນໄປ ໂອກາດການພັດທະນາກໍອາດຖືກພາດໄປ.
ຂ້າພະເຈົ້າເຫັນວ່າ ໃນໄລຍະຕໍ່ໄປ, ຄຸນນະພາບຂອງສະຖາບັນຈະຕັດສິນຄຸນນະພາບຂອງການເຕີບໂຕ. ດ້ວຍແຫຼ່ງກຳລັງດ້ານທຶນ, ທີ່ດິນ ຫຼື ມະນຸດທີ່ເທົ່າກັນ, ແຕ່ຢູ່ໃນສະພາບແວດລ້ອມດ້ານສະຖາບັນທີ່ແຕກຕ່າງກັນ ສາມາດສ້າງມູນຄ່າ ແລະ ປະສິດທິຜົນທາງເສດຖະກິດທີ່ແຕກຕ່າງກັນຢ່າງສິ້ນເຊີງ.
ດັ່ງນັ້ນ, ການບຸກທະລຸດ້ານສະຖາບັນ ຕ້ອງມຸ່ງໄປສູ່ການເປີດທາງ, ລະດົມ ແລະ ຈັດສັນທຸກແຫຼ່ງກຳລັງພັດທະນາຢ່າງມີປະສິດທິຜົນ; ຊຸກຍູ້ນະວັດຕະກຳ; ປັບປຸງຄວາມເຊື່ອໝັ້ນຕໍ່ສະພາບແວດລ້ອມການລົງທຶນ, ປະກອບທຸລະກິດ ເພື່ອໃຫ້ວິສາຫະກິດໝັ້ນໃຈລົງທຶນໄລຍະຍາວ.
ການປະຕິຮູບສະຖາບັນທີ່ປະສົບຜົນສຳເລັດ ບໍ່ພຽງແຕ່ຍົກສູງປະສິດທິຜົນການນຳໃຊ້ບັນດາແຫຼ່ງກຳລັງທີ່ມີຢູ່, ຫາກຍັງສາມາດສ້າງບັນດາແຫຼ່ງກຳລັງໃໝ່ຈາກຄວາມເຊື່ອໝັ້ນ, ຄວາມຮູ້, ຄວາມສ້າງສັນ ແລະ ການຕັດສິນໃຈລົງທຶນ, ປະກອບທຸລະກິດນັບລ້ານຄັ້ງຂອງປະຊາຊົນ ແລະ ວິສາຫະກິດ.
![]() |
| ປະຊາຊົນເລືອກຊື້ຜະລິດຕະພັນກະສິກຳທີ່ຕິດກັບສັນຍາລັກສີຂຽວດ້ານຄວາມຮັບຜິດຊອບ ຢູ່ຊູເປີມາເກັດ. |
- ຈາກພື້ນຖານ 40 ປີແຫ່ງການປ່ຽນໃໝ່, ຫວຽດນາມຕ້ອງໃຫ້ບູລິມະສິດທິດທາງໃດແດ່ ເພື່ອສ້າງບາດກ້າວພັດທະນາແບບບຸກທະລຸໃນໄລຍະຕໍ່ໄປ?
ທ່ານ ເຈິ່ນກວັກເຟືອງ: ຫວຽດນາມພວມຢືນຢູ່ຕໍ່ໜ້າຈຸດເວລາທີ່ສຳຄັນຫຼາຍ. ຜົນສຳເລັດຂອງ 40 ປີແຫ່ງການປ່ຽນໃໝ່ ໄດ້ສ້າງພື້ນຖານ ແລະ ຄວາມເຊື່ອໝັ້ນໃຫ້ພວກເຮົາ, ແຕ່ບັນດາແຮງຂັບເຄື່ອນທີ່ເຄີຍສ້າງຜົນສຳເລັດໃນຫຼາຍທົດສະວັດຜ່ານມາ ພວມຄ່ອຍໆປ່ຽນແປງ.
ທ່າໄດ້ປຽບດ້ານແຮງງານລາຄາຖືກບໍ່ໄດ້ມີຫຼາຍຄືເກົ່າ; ປະຊາກອນພວມກ້າວເຂົ້າສູ່ຂະບວນການສູງອາຍຸ; ຊ່ອງຫວ່າງສຳລັບການຂຸດຄົ້ນຊັບພະຍາກອນ ແລະ ການເຕີບໂຕທີ່ອີງໃສ່ທຶນຫຼາຍ ນັບມື້ນັບຈຳກັດ. ໃນຂະນະນັ້ນ, ການແຂ່ງຂັນສາກົນພວມຫັນປ່ຽນຢ່າງວ່ອງໄວໄປສູ່ເຕັກໂນໂລຊີ, ຂໍ້ມູນ, ປັນຍາປະດິດ, ເສດຖະກິດສີຂຽວ ແລະ ນະວັດຕະກຳ.
ສະນັ້ນ, ຫວຽດນາມຕ້ອງຫັນປ່ຽນຢ່າງແຂງແຮງຈາກຮູບແບບການເຕີບໂຕທີ່ອີງໃສ່ການເພີ່ມປັດໄຈປ້ອນເຂົ້າເປັນສ່ວນໃຫຍ່ ໄປສູ່ຮູບແບບທີ່ອີງໃສ່ຜະລິດຕະພາບ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຄຸນນະພາບຊັບພະຍາກອນມະນຸດ; ປັບໂຄງສ້າງເສດຖະກິດຄືນໃໝ່, ຮັບປະກັນການພັດທະນາຢ່າງວ່ອງໄວ, ຍືນຍົງ ຕິດພັນກັບການປົກປ້ອງສິ່ງແວດລ້ອມ, ພັດທະນາເສດຖະກິດດິຈິຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ; ສົ່ງເສີມກຳລັງພາຍໃນສົມທົບກັບກຳລັງພາຍນອກ, ຖືເອົາມະນຸດເປັນໃຈກາງ ແລະ ຖືເອົາການພັດທະນາໄວ, ຍືນຍົງ, ກວມລວມ ເປັນເປົ້າໝາຍຕະຫຼອດ.
ກ່ອນອື່ນໝົດ, ຕ້ອງສືບຕໍ່ປະຕິບັດ 3 ບາດກ້າວບຸກທະລຸຍຸດທະສາດດ້ານສະຖາບັນ, ໂຄງລ່າງ ແລະ ຊັບພະຍາກອນມະນຸດຢ່າງແທ້ຈິງ, ໃນນັ້ນ ສະຖາບັນຕ້ອງກ້າວໄປກ່ອນໜຶ່ງບາດກ້າວ.
ທີສອງ, ຕ້ອງສ້າງຂະແໜງເສດຖະກິດເອກະຊົນໃຫ້ກາຍເປັນໜຶ່ງໃນບັນດາແຮງຂັບເຄື່ອນສຳຄັນຂອງເສດຖະກິດຢ່າງແທ້ຈິງ; ສ້າງຖັນແຖວວິສາຫະກິດແຫ່ງຊາດໃຫ້ເຂັ້ມແຂງ, ມີເຕັກໂນໂລຊີ, ຍີ່ຫໍ້ ແລະ ຄວາມສາມາດເຂົ້າຮ່ວມບັນດາຂັ້ນຕອນທີ່ມີມູນຄ່າເພີ່ມສູງໃນຕ່ອງໂສ້ມູນຄ່າໂລກ.
ຄຽງຄູ່ກັນນັ້ນ, ຕ້ອງຫັນປ່ຽນແນວຄິດການພັດທະນາເສດຖະກິດທີ່ມີທຶນລົງທຶນຈາກຕ່າງປະເທດ, ຈາກການດຶງດູດດ້ານປະລິມານ ໄປສູ່ການສ້າງລະບົບນິເວດ, ຖືເອົາຄຸນນະພາບ, ເຕັກໂນໂລຊີສູງ, ການຫັນປ່ຽນສີຂຽວ ແລະ ການເຊື່ອມຕໍ່ຕ່ອງໂສ້ມູນຄ່າ ເປັນຈຸດສຸມຍຸດທະສາດ; ພັດທະນາແພລດຟອມການລົງທຶນຍຸດທະສາດແຫ່ງຊາດ ແລະ ລະບົບນິເວດນະວັດຕະກຳ.
ທີສາມ, ຕ້ອງສ້າງບັນດາແຮງຂັບເຄື່ອນການເຕີບໂຕໃໝ່ ໂດຍອີງໃສ່ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນປ່ຽນດິຈິຕອນ, ປັນຍາປະດິດ, ເສດຖະກິດສີຂຽວ ແລະ ເສດຖະກິດໝູນວຽນ. ຫວຽດນາມຕ້ອງຄ່ອຍໆກ້າວຂຶ້ນສູ່ບັນດາຂັ້ນຕອນທີ່ມີມູນຄ່າເພີ່ມສູງກວ່າ ຜ່ານບັນດາບາດກ້າວດ້ານການຄົ້ນຄວ້າ, ການອອກແບບ, ເຕັກໂນໂລຊີ ແລະ ການສ້າງຍີ່ຫໍ້.
ທີສີ່, ຕ້ອງພັດທະນາໂຄງລ່າງສຳລັບອະນາຄົດຢ່າງຄົບຊຸດ, ບໍ່ພຽງແຕ່ທາງບົກ, ທ່າເຮືອ, ສະໜາມບິນ ຫາກຍັງລວມເຖິງໂຄງລ່າງດິຈິຕອນ, ໂຄງລ່າງຂໍ້ມູນ, ພະລັງງານ ແລະ ລະບົບຕົວເມືອງທັນສະໄໝ; ເປີດກວ້າງພື້ນທີ່ພັດທະນາຕາມແຜນຜັງລວມແຫ່ງຊາດ, ເຊື່ອມໂຍງທ້ອງຖິ່ນ, ເຊື່ອມຕໍ່ພາກພື້ນ ແລະ ທົ່ວໂລກ.
ສຸດທ້າຍ, ການເຕີບໂຕສູງຕ້ອງຄຽງຄູ່ກັບສະຖຽນລະພາບເສດຖະກິດມະຫາພາກ ແລະ ການພັດທະນາຍືນຍົງ. ເປົ້າໝາຍສຸດທ້າຍບໍ່ແມ່ນຕົວເລກ GDP ສູງໃນພຽງບໍ່ກີ່ປີ, ຫາກແມ່ນການຍົກສູງຄວາມສາມາດຂອງເສດຖະກິດ, ປັບປຸງຊີວິດຂອງປະຊາຊົນ ແລະ ສ້າງພື້ນຖານໃຫ້ປະເທດພັດທະນາໃນໄລຍະຍາວ.
40 ປີກ່ອນ, ພັກໄດ້ນຳພາປະເທດສ້າງຈຸດຫັກລ້ຽວທາງປະຫວັດສາດ ດ້ວຍການປ່ຽນໃໝ່ແນວຄິດ, ປັບປຸງແນວທາງໃຫ້ສົມບູນ ແລະ ຄ່ອຍໆປົດປ່ອຍກຳລັງການຜະລິດ. 40 ປີຕໍ່ມາ, ພວກເຮົາຕ້ອງການການປ່ຽນໃໝ່ດ້ວຍຈິດໃຈທີ່ແຮງກ້າບໍ່ໜ້ອຍໄປກວ່າເກົ່າ: ປ່ຽນໃໝ່ຮູບແບບການເຕີບໂຕ, ປ່ຽນໃໝ່ການບໍລິຫານປະເທດ ແລະ ສືບຕໍ່ປົດປ່ອຍທຸກແຫຼ່ງກຳລັງສ້າງສັນໃນສັງຄົມ.
ຖ້າສາມາດປະຕິບັດສິ່ງນັ້ນໄດ້, ບັນດາຜົນສຳເລັດຂອງ 40 ປີແຫ່ງການປ່ຽນໃໝ່ ຈະບໍ່ພຽງແຕ່ເປັນຜົນງານໃຫ້ພວກເຮົາພາກພູມໃຈເມື່ອຫວນຄືນ, ຫາກສຳຄັນກວ່ານັ້ນ ຈະກາຍເປັນແທ່ນສົ່ງໃຫ້ຫວຽດນາມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຫັນຄວາມປາຖະໜາທີ່ຈະກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045 ໃຫ້ກາຍເປັນຈິງ.
- ຂໍຂອບໃຈທ່ານ!
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດຫວຽດນາມ, ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຄາດຫວັງວ່າ ບັນດາພະນັກງານທີ່ພວມຮຽນພາສາລາວຢູ່ມະຫາວິທະຍາໄລແຫ່ງຊາດລາວ ຈະບໍ່ພຽງແຕ່ຍົກສູງຄວາມສາມາດດ້ານພາສາເທົ່ານັ້ນ, ຫາກຍັງກາຍເປັນ “ທູດວັດທະນະທຳ”, ປະກອບສ່ວນທະນຸຖະໜອມສາຍພົວພັນພິເສດລະຫວ່າງສອງປະເທດ. |
ຍສໝ - ຫັນປ່ຽນຢ່າງແຂງແຮງຈາກການພັດທະນາຕາມລວງກວ້າງ ໄປສູ່ລວງເລິກ, ຖືເອົາວັດທະນະທຳເປັນພື້ນຖານ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຫັນປ່ຽນດິຈິຕອນເປັນແຮງຂັບເຄື່ອນ, ມະຕິເລກທີ 26-NQ/TW ວາງເປົ້າໝາຍຮອດປີ 2030 ນຳການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມຢ່າງແທ້ຈິງ, ປະກອບສ່ວນໂດຍກົງ 10-12% ເຂົ້າໃນ GDP. |
ມິງດຶກ

