ໝູ່ບ້ານຫວຽດນາມຢູ່ ສ.ເກົາຫຼີ ສືບຕໍ່ເສີມສ້າງມິດຕະພາບສອງປະເທດ

16:09 | 28/07/2026

ຍສໝ - ໝູ່ບ້ານຫວຽດນາມ (K-Vietnam Valley) ຢູ່ເມືອງ Bonghwa (ແຂວງ Gyeongbuk) ເຊິ່ງເປັນສະຖານທີ່ພຽງແຫ່ງດຽວໃນ ສ.ເກົາຫຼີ ທີ່ຍັງຮັກສາຮ່ອງຮອຍປະຫວັດສາດຂອງສາຍຕະກູນ ຫຼີຮວາເຊີນ ທີ່ມີຕົ້ນກຳເນີດຈາກລາຊະວົງຫຼີຂອງຫວຽດນາມ ກຳລັງຄ່ອຍໆສຳເລັດບັນດາລາຍການກໍ່ສ້າງ ເພື່ອກາຍເປັນສະຖານທີ່ຈັດຕັ້ງກິດຈະກຳ ແລະ ເຫດການສຳຄັນຫຼາຍຢ່າງລະຫວ່າງສອງປະຊາຊາດ ຫວຽດນາມ - ສ.ເກົາຫຼີ ພ້ອມທັງເປັນແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈສຳລັບນັກທ່ອງທ່ຽວທີ່ມັກສຶກສາປະຫວັດສາດຄວາມຜູກພັນລະຫວ່າງສອງປະເທດ.

ຫວຽດນາມ ເພີ່ມທະວີການຮ່ວມມືກັບ WTO ແລະ WEF ຫວຽດນາມ ເພີ່ມທະວີການດຶງດູດການລົງທຶນຈາກອາເມລິກາ
ໝູ່ບ້ານຫວຽດນາມຢູ່ ສ.ເກົາຫຼີ ສືບຕໍ່ເສີມສ້າງມິດຕະພາບສອງປະເທດ
ເຂດຮ່ອງຮອຍ Chunghyodang ພາຍໃນບໍລິເວນໝູ່ບ້ານຫວຽດນາມ.

ເມືອງ Bonghwa ແຂວງ Gyeongbuk ເປັນສະຖານທີ່ພຽງແຫ່ງດຽວໃນ ສ.ເກົາຫຼີ ທີ່ຍັງຮັກສາຮ່ອງຮອຍຂອງຜູ້ສືບທອດລາຊະວົງຫຼີຂອງຫວຽດນາມ ເຊັ່ນ ວິຫານ Chunghyodang, ແຜ່ນສີລາ Yuheobi, ວິຫານ Jaesil... ພ້ອມທັງເປັນບ່ອນຢູ່ອາໄສຂອງຜູ້ສືບສາຍເລືອດສາຍກົງ ແລະ ບັນດາລູກຫຼານຂອງຕະກູນຫຼີ.

ສູນກາງແລກປ່ຽນສາກົນ ເຊື່ອມໂຍງວັດທະນະທຳ ແລະ ປະຫວັດສາດ ຫວຽດນາມ - ສ.ເກົາຫຼີ

ໃນການນຳພາຄະນະສຳຫຼວດ ທີ່ປະກອບມີບັນດາບໍລິສັດນຳທ່ຽວຈາກທົ່ວປະເທດ ແລະ ສື່ມວນຊົນ ທີ່ຈັດໂດຍອົງການສົ່ງເສີມການທ່ອງທ່ຽວ ສ.ເກົາຫຼີ ປະຈຳຫວຽດນາມ (KTO) ເມື່ອໄວໆນີ້, ທ່ານ ຫຼີຊວາງເກິນ, ທູດການທ່ອງທ່ຽວຫວຽດນາມປະຈຳ ສ.ເກົາຫຼີ, ໄດ້ແນະນຳພື້ນທີ່ແຫ່ງນີ້ດ້ວຍຄວາມທຸ້ມເທ ແລະ ເຕັມໄປດ້ວຍຄວາມມຸ່ງໝັ້ນ. ທ່ານຍັງໄດ້ແບ່ງປັນເຖິງແຜນການ ແລະ ຄວາມຕັ້ງໃຈທີ່ທ່ານພ້ອມກັບທາງການເມືອງ Bonghwa ຈະຮ່ວມກັນດຳເນີນໃນໄລຍະຂ້າງໜ້າ ເພື່ອເຊື່ອມສານ ແລະ ເສີມສ້າງສາຍພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ.

ໝູ່ບ້ານຫວຽດນາມຢູ່ ສ.ເກົາຫຼີ ສືບຕໍ່ເສີມສ້າງມິດຕະພາບສອງປະເທດ
ອະນຸສາວະລີພະເຈົ້າ ຫຼີໄທໂຕ້ ພາຍໃນບໍລິເວນໝູ່ບ້ານຫວຽດນາມ. ພາບ: VGP

ທ່ານ ຫຼີເຊືອງກັນ (Lee Chang Kun), ເກີດປີ 1958 ທີ່ນະຄອນ Seoul (ສ.ເກົາຫຼີ), ເປັນຜູ້ສືບສາຍເລືອດລຸ້ນທີ 31 ຂອງພະເຈົ້າລີ້ໄທໂຕ້ ແລະ ລຸ້ນທີ 26 ຂອງເຈົ້າຊາຍ ຫຼີລອງຕື່ອງ.

ໂດຍອີງໃສ່ພື້ນຖານທາງປະຫວັດສາດດັ່ງກ່າວ, ນັບແຕ່ປີ 2018 ເປັນຕົ້ນມາ, ເມືອງ Bonghwa ແຂວງ Gyeongbuk ໄດ້ເລີ່ມຕົ້ນດຳເນີນໂຄງການນີ້ ແລະ ກຳລັງໄດ້ຮັບຄວາມສົນໃຈເປັນພິເສດ ໃນຂະນະທີ່ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ນັບມື້ນັບພັດທະນາ.

ຕາມແຜນການ, ໝູ່ບ້ານຫວຽດນາມ ຈະຖືກກໍ່ສ້າງໃຫ້ເປັນສູນກາງແລກປ່ຽນສາກົນ ທີ່ເຊື່ອມໂຍງຂົງເຂດວັດທະນະທຳ, ການທ່ອງທ່ຽວ ແລະ ການສຶກສາ ໂດຍອີງໃສ່ຮາກຖານວັດທະນະທຳ ແລະ ປະຫວັດສາດດັ້ງເດີມລະຫວ່າງ ສ.ເກົາຫຼີ - ຫວຽດນາມ.

ໂຄງການກໍ່ສ້າງໝູ່ບ້ານຫວຽດນາມ ຢູ່ເມືອງ Bonghwa ແຂວງ Gyeongbuk ມີເນື້ອທີ່ຫຼາຍກວ່າ 118.000 ຕາແມັດ, ປະກອບມີ ເຂດອະນຸສອນສະຖານປະຫວັດສາດ, ເຂດການສຶກສາດ້ານວັດທະນະທຳ, ເຂດບັນເທີງ ແລະ ເສັ້ນທາງແຫ່ງການແລກປ່ຽນ.

ໃນນັ້ນ, ເຂດອະນຸສອນສະຖານປະຫວັດສາດ ປະກອບມີ ອະນຸສອນສະຖານ Chunghyodang, ພິພິທະພັນປະຫວັດສາດຫວຽດນາມ, ປະຕູ Iljumun, ວັດເສົາດຽວ ແລະ ອະນຸສາວະລີພະເຈົ້າ ຫຼີໄທໂຕ້...; ເຂດການສຶກສາດ້ານວັດທະນະທຳ ປະກອບມີ ສູນວັດທະນະທຳຫວຽດນາມ, ເວທີສະແດງ, ໂຮງຮຽນສາກົນຫຼາຍວັດທະນະທຳ, ສູນເຊື່ອມໂຍງອາຊີບ, ສວນສາທາລະນະຮອບໜອງນ້ຳ...; ເຂດບັນເທີງ ປະກອບມີ ເຂດສຳຜັດນາຂັ້ນໄດ, ເຮືອນພັກຮູບດອກບົວ, ຫໍບູຊາບັນພະບຸລຸດ ແລະ ສວນ...; ສ່ວນເສັ້ນທາງແຫ່ງການແລກປ່ຽນ ປະກອບມີ ເສັ້ນທາງຍ່າງຊົມທິວທັດ, ສວນລຽບແມ່ນ້ຳ, ເຮືອນລອຍນ້ຳ ແລະ ຂົວສຳລັບຄົນຍ່າງ.

ໝູ່ບ້ານຫວຽດນາມຢູ່ ສ.ເກົາຫຼີ ສືບຕໍ່ເສີມສ້າງມິດຕະພາບສອງປະເທດ
ສູນຊຸມຊົນ ພາຍໃນບໍລິເວນໝູ່ບ້ານຫວຽດນາມ.

ໃນເດືອນສິງຫາ 2025, ຢູ່ໝູ່ບ້ານຫວຽດນາມ ໄດ້ຈັດພິທີເປີດນຳໃຊ້ສູນຊຸມຊົນ ແລະ ອັນເຊີນອະນຸສາວະລີພະເຈົ້າ ຫຼີໄທໂຕ້ ຢ່າງເປັນທາງການ. ນີ້ແມ່ນກ້າວເດີນທຳອິດໃນການມຸ່ງສູ່ຄວາມຝັນອັນຍິ່ງໃຫຍ່ ແລະ ມີຄວາມໝາຍ ຄືການສ້າງຕັ້ງໝູ່ບ້ານຫວຽດນາມຢູ່ Bonghwa ໃຫ້ກາຍເປັນສາຍເຊື່ອມຕໍ່ລະຫວ່າງວັດທະນະທຳ, ຜູ້ຄົນ, ປະເພນີ ແລະ ອະນາຄົດ.

ຕົວແບບສັນຍາລັກແຫ່ງມິດຕະພາບ ແລະ ການຮ່ວມມື ສ.ເກົາຫຼີ - ຫວຽດນາມ

ໃນການໃຫ້ສຳພາດກັບໜັງສືພິມອອນລາຍລັດຖະບານ, ທ່ານ ຫຼີຊວາງເກິນ, ທູດການທ່ອງທ່ຽວຫວຽດນາມປະຈຳ ສ.ເກົາຫຼີ ໃຫ້ຮູ້ວ່າ ທ່ານຈະຮ່ວມກັບທາງການເມືອງ Bonghwa ແລະ ພາກສ່ວນການທ່ອງທ່ຽວຂອງ ສ.ເກົາຫຼີ ເພື່ອຜັນຂະຫຍາຍການໂຄສະນາ ແນໃສ່ພັດທະນາການທ່ອງທ່ຽວສອງທິດທາງລະຫວ່າງສອງປະເທດ.

“ໂດຍສະເພາະ, ຜ່ານສາຍພົວພັນທາງປະຫວັດສາດອັນຍາວນານກວ່າ 800 ປີລະຫວ່າງສອງປະເທດ ຈະເປັນພື້ນຖານໃຫ້ພວກເຮົາສຸມໃສ່ການແນະນຳປະຫວັດສາດ, ວັດທະນະທຳ ແລະ ໂຄສະນາສະຖານທີ່ອັນເປັນສັນຍາລັກຂອງສອງປະເທດໃຫ້ກວ້າງຂວາງຍິ່ງຂຶ້ນ. ພວກເຮົາຈະປະສານງານກັບບັນດາບໍລິສັດທ່ອງທ່ຽວ ເພື່ອພັດທະນາຜະລິດຕະພັນທ່ອງທ່ຽວທີ່ກ່ຽວຂ້ອງກັບໝູ່ບ້ານຫວຽດນາມ,” ທ່ານ ຫຼີຊວາງເກິນ ກ່າວ.

ທ່ານ ຫຼີຊວາງເກິນ ຍັງເນັ້ນຢ້ຳວ່າ ປະຫວັດສາດ ແລະ ວັດທະນະທຳຂອງ ສ.ເກົາຫຼີ ແລະ ຫວຽດນາມ ມີຄວາມຄ້າຍຄືກັນຫຼາຍດ້ານ ຈຶ່ງເຮັດໃຫ້ສອງປະເທດມີສາຍພົວພັນມິດຕະພາບອັນໃກ້ຊິດ. ນອກຈາກນັ້ນ, ການໂຄສະນາເລື່ອງລາວທາງປະຫວັດສາດທີ່ກ່ຽວກັບເຈົ້າຊາຍ ຫຼີລອງຕື່ອງ ຍັງເຮັດໃຫ້ນັກທ່ອງທ່ຽວ ແລະ ປະຊາຊົນຂອງສອງປະເທດ ຮູ້ສຶກສົນໃຈ ແລະ ປະທັບໃຈຢ່າງຫຼາຍ.

“ດ້ວຍເຫດນັ້ນ, ນັບມື້ນັບມີນັກທ່ອງທ່ຽວຈາກທັງສອງຝ່າຍ ຕ້ອງການເດີນທາງໄປຢ້ຽມຢາມຫວຽດນາມ ແລະ ສ.ເກົາຫຼີ ເພື່ອຮຽນຮູ້ວັດທະນະທຳ ແລະ ປະຫວັດສາດຂອງສອງຊາດ. ສິ່ງນັ້ນເຮັດໃຫ້ຂ້າພະເຈົ້າດີໃຈຢ່າງຍິ່ງ,” ທ່ານ ຫຼີຊວາງເກິນ ກ່າວ.

ດັ່ງນັ້ນ, ໝູ່ບ້ານຫວຽດນາມ ບໍ່ພຽງແຕ່ເປັນຈຸດໝາຍປາຍທາງທ່ອງທ່ຽວຫຼັກຂອງເມືອງ Bonghwa ເທົ່ານັ້ນ, ແຕ່ຍັງເປັນຕົວແບບສັນຍາລັກຂອງມິດຕະພາບ ແລະ ການຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ.

ທ່ານນາງ Kim Jin Hee, ຫົວໜ້າພະແນກນະໂຍບາຍການທ່ອງທ່ຽວສາກົນ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ສ.ເກົາຫຼີ) ກ່າວວ່າ ພວກເຮົາກຳລັງພະຍາຍາມດຳເນີນບັນດາກິດຈະກຳດ້ານການຕະຫຼາດ ແລະ ຮ່ວມມືກັບຄູ່ຮ່ວມງານຈາກຫຼາຍປະເທດ ລວມທັງ ຫວຽດນາມ. ດ້ວຍເຫດນີ້, ປະຊາຊົນຫວຽດນາມ ຈະມີໂອກາດຫຼາຍຂຶ້ນໃນການໄປທ່ອງທ່ຽວບັນດາເມືອງ ແລະ ຈຸດໝາຍປາຍທາງໃໝ່ໆ ໃນແຜນທີ່ການທ່ອງທ່ຽວຂອງ ສ.ເກົາຫຼີ ເຊັ່ນ Andong, Bonghwa...

ທ່ານນາງ Kim Jin Hee ເຜີຍວ່າ ປັດຈຸບັນ ຈຳນວນນັກທ່ອງທ່ຽວ ສ.ເກົາຫຼີ ທີ່ເດີນທາງໄປຫວຽດນາມ ບັນລຸປະມານ 4,5 ລ້ານເທື່ອຄົນຕໍ່ປີ. ຊາວ ສ.ເກົາຫຼີ ຈຳນວນຫຼາຍໄດ້ໄປຢ້ຽມຢາມຫວຽດນາມ ແລະ ຜ່ານປະສົບການຕົວຈິງເຫຼົ່ານັ້ນ ພວກເຂົາຍິ່ງເຂົ້າໃຈເລິກເຊິ່ງ ແລະ ມີຄວາມຮັກແພງເປັນພິເສດຕໍ່ປະເທດຫວຽດນາມ. ໃນທາງກົງກັນຂ້າມ, ພວກເຮົາກໍປາຖະໜາຢາກຜັນຂະຫຍາຍໃຫ້ ສ.ເກົາຫຼີ ເປັນທີ່ຮູ້ຈັກຫຼາຍຂຶ້ນ ໃນຖານະຈຸດໝາຍປາຍທາງທ່ອງທ່ຽວອັນຍອດຢ້ຽມສຳລັບປະຊາຊົນຫວຽດນາມ.

ດ້ວຍຄວາມພະຍາຍາມຈາກທັງຫວຽດນາມ ແລະ ສ.ເກົາຫຼີ, ຫວັງວ່າ ໝູ່ບ້ານຫວຽດນາມ (K-Vietnam Valley) ຈະປະກອບສ່ວນເຜີຍແຜ່ ແລະ ຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງສອງປະເທດໃຫ້ເຂັ້ມແຂງຍິ່ງຂຶ້ນ ພ້ອມທັງກາຍເປັນສາຍເຊື່ອມຕໍ່ດ້ານວັດທະນະທຳ, ປະຫວັດສາດ, ຜູ້ຄົນ, ປະເພນີ ແລະ ອະນາຄົດ.

ສ້າງຕັ້ງສະມາຄົມຊາວຫວຽດນາມ ຢູ່ນະຄອນອາຊານ (ສ. ເກົາຫຼີ) ສ້າງຕັ້ງສະມາຄົມຊາວຫວຽດນາມ ຢູ່ນະຄອນອາຊານ (ສ. ເກົາຫຼີ)
ຍສໝ - ສະມາຄົມຊາວຫວຽດນາມ ປະຈຳນະຄອນອາຊານ ໄດ້ຈັດພິທີເປີດຕົວຢ່າງເປັນທາງການ ຢູ່ສູນແພລັດຟອມຊຸມຊົນ Chungnam (AUREUM), ນະຄອນອາຊານ, ແຂວງ Chungcheongnam-do (Chungnam), ສາທາລະນະລັດ ເກົາຫຼີ. ເຫດການຄັ້ງນີ້ນັບເປັນບາດກ້າວສຳຄັນໃນຂະບວນການສ້າງຕັ້ງເຄືອຂ່າຍອົງການຊຸມຊົນຊາວຫວຽດນາມ ຢູ່ແຂວງ Chungnam ໃຫ້ມີຄວາມເປັນມືອາຊີບ, ເປັນລະບົບ ແລະ ຍືນຍົງ.
ນະຄອນເກີນເທີ ຈູດທຽນສົດຸດີ ແລະ ຮັກສານຄຸນຄ່າ ນະຄອນເກີນເທີ ຈູດທຽນສົດຸດີ ແລະ ຮັກສານຄຸນຄ່າ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”
ຍສໝ - ບັນດາຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ຜູ້ແທນ ຫຼາຍພັນຄົນ ໄດ້ຮ່ວມກັນຈູດທຽນສົດຸດີ ຢູ່ສຸສານວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ນະຄອນເກີນເທີ ເພື່ອສະແດງຄວາມສຳນຶກບຸນຄຸນຢ່າງເລິກເຊິ່ງ ຕໍ່ບັນດາວິລະຊົນນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ໂຄງການດັ່ງກ່າວ ບໍ່ພຽງແຕ່ເປັນກິດຈະກຳລະນຶກເນື່ອງໃນໂອກາດຄົບຮອບ 79 ປີ ວັນທະຫານພິການ ແລະ ນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ເທົ່ານັ້ນ, ແຕ່ຍັງເປັນການສືບສານປະເພນີຮັກຊາດ, ປຸກລະດົມຄວາມປາດຖະໜາໃນການອຸທິດຕົນຂອງຄົນຮຸ່ນໃໝ່ອີກດ້ວຍ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ