| ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືລະຫວ່າງສອງອົງການແນວໂຮມ, ເອົາໃຈໃສ່ດູແລຊຸມຊົນຊາວຫວຽດນາມຢູ່ລາວ ຊາວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ສະເໜີສ້າງຕັ້ງກອງທຶນອາສາສະໝັກຮ່ວມກັນ |
ຕອນບ່າຍວັນທີ 4 ພະຈິກ, ໃນຂອບເຂດການຢ້ຽມຢາມຫວຽດນາມຢ່າງເປັນທາງການ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນລະດັບສູງສະພາແຫ່ງຊາດລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຝູເຖາະ.
ເຂົ້າຮ່ວມການເຮັດວຽກມີຜູ້ຕາງໜ້າການນຳສະພາແຫ່ງຊາດຫວຽດນາມ, ບັນດາອົງການຂອງສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ; ການນຳຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປິຕຸພູມຫວຽດນາມແຂວງຝູເຖາະ ພ້ອມດ້ວຍຜູ້ຕາງໜ້າບັນດາພະແນກ, ຄະນະ ແລະ ຂະແໜງການຂອງທ້ອງຖິ່ນ.
ການຢ້ຽມຢາມຄັ້ງນີ້ເປັນໂອກາດໃຫ້ແຂວງຝູເຖາະ ແລະ ບັນດາທ້ອງຖິ່ນຂອງລາວ ໄດ້ແລກປ່ຽນທິດທາງການຮ່ວມມື, ພ້ອມທັງປະກອບສ່ວນເສີມສ້າງສາຍພົວພັນລະຫວ່າງອົງການນິຕິບັນຍັດຂອງສອງປະເທດ ແລະ ເພີ່ມທະວີຄວາມຜູກພັນລະຫວ່າງປະຊາຊົນສອງຊາດ.
![]() |
| ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ມອບຂອງທີ່ລະນຶກໃຫ້ແກ່ການນຳແຂວງຝູເຖາະ. |
ມອບທຶນການສຶກສາຫຼາຍກວ່າ 800 ທຶນໃຫ້ແກ່ນັກສຶກສາລາວ
ກ່າວຄຳປາໄສໃນການເຮັດວຽກ, ສະຫາຍ ຟ້າມ ດ້າຍ ເຢືອງ, ເລຂາຄະນະພັກແຂວງຝູເຖາະ ໄດ້ສະແດງຄວາມຍິນດີທີ່ໄດ້ຕ້ອນຮັບທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນລະດັບສູງສະພາແຫ່ງຊາດລາວ ມາຢ້ຽມຢາມທ້ອງຖິ່ນ.
ສະຫາຍ ຟ້າມ ດ້າຍ ເຢືອງ ໄດ້ສະແດງຄວາມຊົມເຊີຍຕໍ່ສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກພັກ, ລັດ ແລະ ປະຊາຊົນລາວ ເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານສະພາແຫ່ງຊາດ ສົກປີ 2026-2031.
ໂດຍເນັ້ນໜັກເຖິງບົດບາດຂອງການຮ່ວມມືລະດັບທ້ອງຖິ່ນໃນສາຍພົວພັນຫວຽດນາມ - ລາວ, ເລຂາຄະນະພັກແຂວງຝູເຖາະຢືນຢັນວ່າ ແຂວງຍາມໃດກໍໃຫ້ຄວາມສຳຄັນຕໍ່ການຮັກສາ ແລະ ຂະຫຍາຍສາຍພົວພັນກັບບັນດາທ້ອງຖິ່ນຂອງລາວ, ໂດຍສະເພາະບັນດາແຂວງພາກເໜືອຂອງລາວ.
ພາຍຫຼັງການລວມແຂວງ, ຝູເຖາະພວມສຸມໃສ່ຂຸດຄົ້ນທ່າແຮງດ້ານທີ່ຕັ້ງພູມສາດ, ໂຄງລ່າງພື້ນຖານ, ອຸດສາຫະກຳ, ກະສິກຳ ແລະ ການທ່ອງທ່ຽວ ເພື່ອສ້າງແຮງຂັບເຄື່ອນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ.
ໃນສາຍພົວພັນກັບລາວ, ການຮ່ວມມືດ້ານການສຶກສາ, ການຝຶກອົບຮົມ ແລະ ການຊ່ວຍເຫຼືອກໍ່ສ້າງໂຄງລ່າງພື້ນຖານ ແມ່ນບັນດາຂົງເຂດທີ່ບັນລຸຜົນສຳເລັດອັນເປັນຮູບປະທຳຫຼາຍດ້ານ.
ໃນໄລຍະປີ 2021-2025, ແຂວງຝູເຖາະໄດ້ມອບທຶນການສຶກສາເຕັມຈຳນວນຫຼາຍກວ່າ 800 ທຶນໃຫ້ແກ່ນັກສຶກສາລາວ. ນອກຈາກນັ້ນ, ແຂວງຍັງໄດ້ຊ່ວຍເຫຼືອກໍ່ສ້າງໂຄງລ່າງພື້ນຖານທີ່ສຳຄັນຫຼາຍແຫ່ງຢູ່ບັນດາທ້ອງຖິ່ນຂອງລາວ, ລວມມີ ໂຮງຮຽນການເມືອງ - ການປົກຄອງ, ໂຮງໝໍຕຳຫຼວດ, ອາຄານສະພາປະຊາຊົນຂັ້ນແຂວງ ແລະ ບັນດາສະຖານທີ່ບໍລິການສາທາລະນະສຸກ.
ສິ່ງທີ່ໜ້າສົນໃຈແມ່ນ ໃນເດືອນກຸມພາ 2026, ແຂວງຝູເຖາະໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືມິດຕະພາບກັບ 4 ແຂວງພາກເໜືອຂອງລາວ ຄື ຫຼວງນ້ຳທາ, ຫຼວງພະບາງ, ບໍ່ແກ້ວ ແລະ ຫົວພັນ. ນີ້ແມ່ນພື້ນຖານໃຫ້ສອງຝ່າຍສືບຕໍ່ດຳເນີນບັນດາໂຄງການຮ່ວມມືທີ່ສອດຄ່ອງກັບທ່າແຮງ ແລະ ຄວາມຕ້ອງການພັດທະນາຂອງແຕ່ລະທ້ອງຖິ່ນ.
ບົນພື້ນຖານດັ່ງກ່າວ, ແຂວງຝູເຖາະປາຖະໜາຮັກສາການແລກປ່ຽນຄະນະຜູ້ແທນ, ແບ່ງປັນປະສົບການໃນວຽກງານສ້າງພັກ, ສ້າງອຳນາດການປົກຄອງ, ການຄຸ້ມຄອງ ແລະ ພັດທະນາເສດຖະກິດ - ສັງຄົມ.
ໃນຂົງເຂດການສຶກສາ, ແຂວງກຳນົດວ່າຈະສືບຕໍ່ໃຫ້ບູລິມະສິດແກ່ການຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດ, ຮັກສາໂຄງການທຶນການສຶກສາສຳລັບນັກສຶກສາລາວ, ພ້ອມທັງຂະຫຍາຍການຝຶກອາຊີບ ແລະ ການບຳລຸງສ້າງພະນັກງານ.
ນອກຈາກນັ້ນ, ແຂວງຝູເຖາະຍັງສະເໜີໃຫ້ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດ, ສົ່ງເສີມການຄ້າ ແລະ ການລົງທຶນ; ຂະຫຍາຍການຮ່ວມມືໃນອຸດສາຫະກຳປຸງແຕ່ງ, ກະສິກຳ ແລະ ການບໍລິການ.
ບັນດາຂົງເຂດສາທາລະນະສຸກ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຫັນປ່ຽນດິຈິຕອນ ກໍຖືກກຳນົດເປັນບັນດາເນື້ອໃນທີ່ຄວນໃຫ້ຄວາມສຳຄັນໃນໄລຍະຕໍ່ໜ້າ.
ສຳລັບການແລກປ່ຽນລະຫວ່າງປະຊາຊົນ, ແຂວງປາຖະໜາຊຸກຍູ້ບັນດາກິດຈະກຳດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ກິລາລະຫວ່າງສອງຝ່າຍ. ໂດຍສະເພາະ, ແຂວງຝູເຖາະໄດ້ເຊີນບັນດາທ້ອງຖິ່ນຂອງລາວດ້ວຍຄວາມເຄົາລົບໃຫ້ເຂົ້າຮ່ວມພິທີລະນຶກເຖິງບັນພະບຸລຸດກະສັດຮຸ່ງ - ງານບຸນວິຫານຮຸ່ງ ທີ່ຈັດຂຶ້ນທຸກປີ, ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.
ສະຫາຍ ຟ້າມ ດ້າຍ ເຢືອງ, ເລຂາຄະນະພັກແຂວງ ໄດ້ເນັ້ນໜັກວ່າ ບັນດາເນື້ອໃນການຮ່ວມມືຄວນຖືກຫັນເປັນໂຄງການ ແລະ ແຜນການທີ່ມີຈຸດສຸມ, ຈຸດເນັ້ນ ແລະ ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ. ແຂວງຝູເຖາະຈະເປັນຝ່າຍລິເລີ່ມປະສານສົມທົບກັບບັນດາອົງການສູນກາງ ແລະ ທ້ອງຖິ່ນຂອງລາວ ເພື່ອດຳເນີນບັນດາຂໍ້ຕົກລົງທີ່ໄດ້ລົງນາມກັນແລ້ວໃຫ້ມີປະສິດທິຜົນ.
ປະທານສະພາແຫ່ງຊາດລາວສະເໜີເພີ່ມທະວີການແລກປ່ຽນ ແລະ ແບ່ງປັນປະສົບການ
ກ່າວຄຳປາໄສໃນການເຮັດວຽກ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ໄດ້ຂອບໃຈການຕ້ອນຮັບຢ່າງສົມກຽດ ແລະ ເອົາໃຈໃສ່ຮອບຄອບຂອງການນຳແຂວງຝູເຖາະ, ພ້ອມທັງສະແດງຄວາມຍິນດີທີ່ໄດ້ມາຢ້ຽມຢາມດິນແດນທີ່ມີມູນເຊື້ອທາງປະຫວັດສາດ, ວັດທະນະທຳ ແລະ ມີທ່າແຮງການພັດທະນາຫຼາຍດ້ານ.
ປະທານສະພາແຫ່ງຊາດລາວໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດທີ່ຫວຽດນາມຍາດມາໄດ້ພາຍໃຕ້ການນຳພາຂອງພັກຄອມມູນິດຫວຽດນາມ, ໂດຍສະເພາະຜົນສຳເລັດດ້ານການພັດທະນາເສດຖະກິດ, ການດຶງດູດການລົງທຶນ ແລະ ການພັດທະນາອຸດສາຫະກຳຂອງແຂວງຝູເຖາະ.
ຕາມສະຫາຍ ສອນໄຊ ສີພັນດອນ, ນີ້ແມ່ນບັນດາປະສົບການທີ່ມີຄຸນຄ່າ ເພື່ອໃຫ້ພັກ, ລັດ ແລະ ປະຊາຊົນລາວ ໄດ້ສຶກສາ ແລະ ຮຽນຮູ້.
ເມື່ອແຈ້ງໃຫ້ຊາບກ່ຽວກັບຜົນການເຮັດວຽກກັບບັນດາຜູ້ນຳລະດັບສູງຂອງຫວຽດນາມ, ປະທານສະພາແຫ່ງຊາດລາວໃຫ້ຮູ້ວ່າ ສອງຝ່າຍໄດ້ເຫັນດີຮ່ວມກັນຕໍ່ຫຼາຍທິດທາງການຮ່ວມມືທີ່ສຳຄັນ.
ໃນນັ້ນ, ສອງປະເທດໃຫ້ຄວາມສຳຄັນຕໍ່ການເພີ່ມທະວີການປະສານສົມທົບລະຫວ່າງອົງການນິຕິບັນຍັດ; ທົບທວນ ແລະ ປັບປຸງບັນດາຂໍ້ຕົກລົງຮ່ວມມືໃຫ້ສົມບູນ; ຕິດຕາມກວດກາການປະຕິບັດບັນດາສັນຍາ ແລະ ເອກະສານທີ່ໄດ້ລົງນາມກັນແລ້ວ. ພ້ອມກັນນັ້ນ, ສືບຕໍ່ຂະຫຍາຍການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວ ແລະ ການແລກປ່ຽນລະຫວ່າງປະຊາຊົນ.
ໂດຍຮັບຮູ້ບັນດາຜົນສຳເລັດທີ່ແຂວງຝູເຖາະຍາດມາໄດ້ໃນສາຍພົວພັນກັບບັນດາແຂວງພາກເໜືອຂອງລາວ, ປະທານສະພາແຫ່ງຊາດລາວປາຖະໜາໃຫ້ບັນດາທ້ອງຖິ່ນສືບຕໍ່ສົ່ງເສີມສາຍພົວພັນອັນແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນປະສົບການກ່ຽວກັບວຽກງານການນຳພາ, ການຄຸ້ມຄອງ ແລະ ການຈັດຕັ້ງດຳເນີນງານຂອງສະພາປະຊາຊົນຂັ້ນທ້ອງຖິ່ນ.
ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງພັກ, ລັດ ແລະ ປະຊາຊົນຫວຽດນາມທີ່ມີຕໍ່ລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປ້ອງປະເທດຊາດ.
ປະທານສະພາແຫ່ງຊາດລາວຢືນຢັນວ່າ ຄວາມສາມັກຄີພິເສດ ແລະ ຄວາມຊື່ສັດໝັ້ນຄົງລະຫວ່າງສອງຊາດ ໄດ້ສະແດງອອກຜ່ານນ້ຳໃຈ “ເຂົ້າເມັດໜຶ່ງແບ່ງກັນຄົນເຄິ່ງ, ຜັກກ້ານໜຶ່ງຫັກແບ່ງກັນຄົນເຄິ່ງ”, ກາຍເປັນພື້ນຖານສຳຄັນໃຫ້ສາຍພົວພັນສອງປະເທດສືບຕໍ່ພັດທະນາ.
ມຸ່ງສູ່ປີແຫ່ງຄວາມສາມັກຄີມິດຕະພາບລາວ - ຫວຽດນາມ 2027, ສະຫາຍໄດ້ສະເໜີໃຫ້ແຂວງຝູເຖາະປະສານສົມທົບກັບບັນດາທ້ອງຖິ່ນຂອງລາວ ຈັດບັນດາກິດຈະກຳລະນຶກທີ່ເປັນຮູບປະທຳ; ໂດຍສະເພາະໃຫ້ຄວາມສຳຄັນຕໍ່ການໂຄສະນາ, ສຶກສາອົບຮົມມູນເຊື້ອສາຍພົວພັນຫວຽດນາມ - ລາວ ໃຫ້ແກ່ຄົນຮຸ່ນໜຸ່ມ.
ໂດຍເຫັນດີກັບບັນດາທິດທາງທີ່ປະທານສະພາແຫ່ງຊາດລາວໄດ້ກ່າວເຖິງ, ສະຫາຍ ຟ້າມ ດ້າຍ ເຢືອງ, ເລຂາຄະນະພັກແຂວງ ໄດ້ຢືນຢັນວ່າ ແຂວງຝູເຖາະຈະສືບຕໍ່ປະສານສົມທົບຢ່າງໃກ້ຊິດກັບບັນດາອົງການສູນກາງ ແລະ ທ້ອງຖິ່ນຂອງລາວ, ສ້າງບັນດາໂຄງການຮ່ວມມືທີ່ສອດຄ່ອງກັບສະພາບຕົວຈິງ ແລະ ນຳມາເຊິ່ງຜົນປະໂຫຍດອັນເປັນຮູບປະທຳໃຫ້ແກ່ປະຊາຊົນສອງຝ່າຍ.
ການຢ້ຽມຢາມແຂວງຝູເຖາະຂອງປະທານສະພາແຫ່ງຊາດລາວຄັ້ງນີ້ ສືບຕໍ່ຢືນຢັນບົດບາດຂອງການຮ່ວມມືລະດັບທ້ອງຖິ່ນໃນສາຍພົວພັນຫວຽດນາມ - ລາວ, ພ້ອມທັງສ້າງເງື່ອນໄຂເພີ່ມເຕີມໃຫ້ສອງຝ່າຍຂະຫຍາຍບັນດາກິດຈະກຳຮ່ວມມືໃນຫຼາຍຂົງເຂດ.
ຍສໝ - ດ້ວຍ 300 ໂຄງການລົງທຶນ ແລະ ຍອດທຶນຈົດທະບຽນສະສົມບັນລຸ 7,04 ຕື້ໂດລາສະຫະລັດ, ຫວຽດນາມຍັງຄົງເປັນໜຶ່ງໃນບັນດານັກລົງທຶນຕ່າງປະເທດລາຍໃຫຍ່ທີ່ສຸດຢູ່ລາວ. ການຮ່ວມມືດ້ານເສດຖະກິດ ຄຽງຄູ່ກັບສາຍພົວພັນລະຫວ່າງສະພາແຫ່ງຊາດຂອງສອງປະເທດ ໄດ້ປະກອບສ່ວນເຮັດໃຫ້ສາຍພົວພັນພິເສດຫວຽດນາມ - ລາວ ນັບມື້ນັບເລິກເຊິ່ງຂຶ້ນ. |
ຍສໝ - ສະຖານທູດຫວຽດນາມປະຈຳລາວ ຮ່ວມກັບກະຊວງປ້ອງກັນຄວາມສະຫງົບລາວ ຈັດກອງປະຊຸມເຜີຍແຜ່ກົດໝາຍກ່ຽວກັບການຄຸ້ມຄອງ ແລະ ເກັບຄືນອາວຸດ, ວັດຖຸລະເບີດ, ແນໃສ່ຍົກສູງຄວາມຮັບຮູ້, ຈິດສຳນຶກໃນການປະຕິບັດກົດໝາຍ ແລະ ຂົນຂວາຍຊຸມຊົນຊາວຫວຽດນາມຢູ່ລາວ ໃຫ້ສະໝັກໃຈມອບອາວຸດ. |
ຄຳສີ
