| ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືລະຫວ່າງສອງອົງການແນວໂຮມ, ເອົາໃຈໃສ່ດູແລຊຸມຊົນຊາວຫວຽດນາມຢູ່ລາວ ຊາວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ສະເໜີສ້າງຕັ້ງກອງທຶນອາສາສະໝັກຮ່ວມກັນ |
ຕອນບ່າຍວັນທີ 5 ພະຈິກ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ໄດ້ເດີນທາງອອກຈາກນະຄອນຫຼວງຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 2-5 ພະຈິກ 2026, ຕາມຄຳເຊີນຂອງທ່ານ ເຈິ່ນ ແທງ ເໝິ້ນ, ປະທານສະພາແຫ່ງຊາດຫວຽດນາມ ແລະ ພັນລະຍາ.
ຜູ້ທີ່ໄປສົ່ງປະທານສະພາແຫ່ງຊາດລາວ ແລະ ພັນລະຍາ ຢູ່ສະໜາມບິນ ມີສະຫາຍ ຫງວຽນ ຢວ໊ານ ແອັງ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ພົນໂທ ແລະ ສະຫາຍ ຫວູ໋ ຫາຍ ຮ່າ, ກຳມະການສູນກາງພັກ, ຮອງຫົວໜ້າຜູ້ປະຈຳການຄະນະກຳມາທິການປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ.
ໃນຂອບເຂດການຢ້ຽມຢາມ, ທ່ານ ເຈິ່ນ ແທງ ເໝິ້ນ, ປະທານສະພາແຫ່ງຊາດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະ ການເຈລະຈາກັບທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ. ທ່ານ ໂຕ ເລິມ, ເລຂາທິການໃຫຍ່ພັກ ແລະ ປະທານປະເທດ ໄດ້ຕ້ອນຮັບປະທານສະພາແຫ່ງຊາດລາວ. ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີ, ທ່ານ ເຈິ່ນ ເກິມ ຕູ໋, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ທ່ານນາງ ບຸ່ຍ ທິ ມິງ ຮວ່າຍ, ປະທານຄະນະກຳມະການສູນກາງແນວໂຮມປິຕຸພູມຫວຽດນາມ ກໍໄດ້ມີການເຂົ້າພົບປະກັບປະທານສະພາແຫ່ງຊາດລາວ.
ນອກຈາກບັນດາກິດຈະກຳເຈລະຈາ ແລະ ເຂົ້າພົບປະແລ້ວ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ຍັງໄດ້ເຂົ້າຮ່ວມສັງເກດການກອງປະຊຸມເຕັມຄະນະຂອງສະພາແຫ່ງຊາດຫວຽດນາມ, ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຝູເຖາະ ແລະ ກອງບັນຊາການເຂດທະຫານທີ II.
![]() |
| ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ. |
ຊຸກຍູ້ການຮ່ວມມືດ້ານນິຕິບັນຍັດ ແລະ ການສ້າງສະພາແຫ່ງຊາດເອເລັກໂຕຣນິກ
ໃນບັນດາການເຈລະຈາ ແລະ ການເຂົ້າພົບປະ, ການນຳສອງປະເທດໄດ້ສະແດງຄວາມຍິນດີຕໍ່ບັນດາຜົນສຳເລັດດ້ານການພັດທະນາຂອງຫວຽດນາມ ແລະ ລາວ ກໍຄືບັນດາຜົນສຳເລັດອັນດີໃນສາຍພົວພັນສອງຝ່າຍ.
ສອງຝ່າຍຢືນຢັນວ່າ ຈະສືບຕໍ່ໃຫ້ຄວາມສຳຄັນ ແລະ ບູລິມະສິດແກ່ການຮັກສາ ແລະ ພັດທະນາສາຍພົວພັນພິເສດຫວຽດນາມ - ລາວ; ພ້ອມທັງເຫັນດີປະຕິບັດບັນດາຂໍ້ຕົກລົງລະດັບສູງ ແລະ ຍຸດທະສາດການຮ່ວມມືຫວຽດນາມ - ລາວ ໄລຍະ 2021-2030 ໃຫ້ມີປະສິດທິຜົນ.
ໃນຂົງເຂດລັດຖະສະພາ, ສອງຝ່າຍໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນປະສົບການກ່ຽວກັບວຽກງານນິຕິບັນຍັດ, ການຕິດຕາມກວດກາ ແລະ ການຕັດສິນໃຈບັນດາບັນຫາສຳຄັນຂອງປະເທດຊາດ.
ສິ່ງທີ່ໜ້າສົນໃຈແມ່ນ ການຮ່ວມມືດ້ານການຫັນປ່ຽນດິຈິຕອນ ແລະ ການສ້າງສະພາແຫ່ງຊາດເອເລັກໂຕຣນິກ ໄດ້ຖືກກຳນົດເປັນໜຶ່ງໃນບັນດາເນື້ອໃນທີ່ຕ້ອງຊຸກຍູ້ໃນໄລຍະຕໍ່ໜ້າ. ສະພາແຫ່ງຊາດຂອງສອງປະເທດຍັງເຫັນດີທົບທວນ ແລະ ປັບປຸງຂໍ້ຕົກລົງຮ່ວມມືໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງສະພາບຕົວຈິງ.
ນອກຈາກການຮ່ວມມືດ້ານລັດຖະສະພາແລ້ວ, ຫວຽດນາມ ແລະ ລາວ ຍັງສືບຕໍ່ໃຫ້ຄວາມສຳຄັນຕໍ່ການພັດທະນາສາຍພົວພັນໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ - ການຝຶກອົບຮົມ, ວິທະຍາສາດ - ເຕັກໂນໂລຊີ ແລະ ການແລກປ່ຽນລະຫວ່າງປະຊາຊົນ.
ພ້ອມກັນນັ້ນ, ສອງຝ່າຍຍັງເຫັນດີເພີ່ມທະວີການປະສານສົມທົບໃນບັນດາເວທີລັດຖະສະພາລະດັບພາກພື້ນ ແລະ ສາກົນ, ປະກອບສ່ວນຍົກສູງປະສິດທິຜົນການຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດ.
ມຸ່ງສູ່ບັນດາຂີດໝາຍສຳຄັນໃນສາຍພົວພັນສອງຝ່າຍ, ຫວຽດນາມ ແລະ ລາວ ໄດ້ເຫັນດີປະສານສົມທົບຈັດບັນດາກິດຈະກຳລະນຶກຄົບຮອບ 65 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 50 ປີແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ ໃນປີ 2027.
ກິດຈະກຳແລກປ່ຽນຫຼາຍຢ່າງໃນການຢ້ຽມຢາມ
ນອກຈາກບັນດາລາຍການເຮັດວຽກຢ່າງເປັນທາງການແລ້ວ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນລະດັບສູງລາວ ຍັງໄດ້ໄປຖວາຍທູບທຽນຢູ່ວັດຈູຮຶງ, ຕາແສງຮ້າຮວ່າ, ແຂວງຝູເຖາະ.
ສະຖານທີ່ແຫ່ງນີ້ເປັນສະຖານທີ່ປະຫວັດສາດທີ່ຜູກພັນກັບບັນດາຂີດໝາຍສຳຄັນໃນຂະບວນການຕໍ່ສູ້ປະຕິວັດ ແລະ ພາລະກິດປົດປ່ອຍຊາດຂອງປະຊາຊົນຫວຽດນາມ ແລະ ລາວ.
ໃນຂອບເຂດລາຍການສຳລັບພັນລະຍາ, ທ່ານນາງ ຫງວຽນ ທິ ແທງ ງາ, ພັນລະຍາຂອງປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານນາງ ວັນດາຣາ ສີພັນດອນ, ພັນລະຍາຂອງປະທານສະພາແຫ່ງຊາດລາວ ໄດ້ຮ່ວມກັນຢ້ຽມຊົມຫໍພິພິທະພັນສະພາແຫ່ງຊາດຫວຽດນາມ ແລະ ເຂດວາງສະແດງໂບຮານຄະດີໃຕ້ດິນອາຄານສະພາແຫ່ງຊາດ.
ພັນລະຍາທັງສອງທ່ານຍັງໄດ້ໄປຢ້ຽມຢາມບ້ານເດັກນ້ອຍ Birla ຢູ່ຮ່າໂນ້ຍ, ພ້ອມທັງມອບຂອງຂວັນໃຫ້ແກ່ເດັກນ້ອຍ ແລະ ບັນດາຄອບຄົວຢູ່ທີ່ນັ້ນ.
ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ແລະ ພັນລະຍາ ໄດ້ສິ້ນສຸດລົງດ້ວຍບັນດາເນື້ອໃນການຮ່ວມມືທີ່ສອງຝ່າຍໄດ້ເຫັນດີຮ່ວມກັນ, ໃນນັ້ນມີການເພີ່ມທະວີການປະສານສົມທົບລະຫວ່າງສະພາແຫ່ງຊາດສອງປະເທດ, ຂະຫຍາຍການຮ່ວມມືໃນບັນດາຂົງເຂດ ແລະ ກະກຽມສຳລັບບັນດາກິດຈະກຳລະນຶກທີ່ສຳຄັນຂອງສາຍພົວພັນຫວຽດນາມ - ລາວ ໃນປີ 2027.
ຍສໝ - ວັນທີ 2 ພະຈິກ ຢູ່ຮ່າໂນ້ຍ, ທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດລາວ ໃຫ້ຮູ້ວ່າ ກິດຈະກຳຂອງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບລາວ - ຫວຽດນາມ ຈະຖືກບັນຈຸເຂົ້າໃນໂຄງການຈັດກິດຈະກຳລະນຶກລະດັບຊາດໃນປີ 2027, ເນື່ອງໃນໂອກາດສອງຂີດໝາຍສຳຄັນຂອງສາຍພົວພັນສອງຝ່າຍ. |
ຍສໝ - ສະຖານທູດຫວຽດນາມປະຈຳລາວ ຮ່ວມກັບກະຊວງປ້ອງກັນຄວາມສະຫງົບລາວ ຈັດກອງປະຊຸມເຜີຍແຜ່ກົດໝາຍກ່ຽວກັບການຄຸ້ມຄອງ ແລະ ເກັບຄືນອາວຸດ, ວັດຖຸລະເບີດ, ແນໃສ່ຍົກສູງຄວາມຮັບຮູ້, ຈິດສຳນຶກໃນການປະຕິບັດກົດໝາຍ ແລະ ຂົນຂວາຍຊຸມຊົນຊາວຫວຽດນາມຢູ່ລາວ ໃຫ້ສະໝັກໃຈມອບອາວຸດ. |
ມິງດຶກ
