ຫວຽດນາມ ໄດ້ສົ່ງໂທລະເລກຢ້ຽມຢາມຖາມຂ່າວ ມຽນມາ ກ່ຽວກັບສະພາຍການໂລກລະບາດ COVID-19 | |
ປະເທດລາວໄດ້ຮັບເຄື່ອງຊ່ວຍເຫຼືອດ້ານການແພດເພີ່ມເຕີມເພື່ອປ້ອງກັນການລະບາດຂອງ Covid-19 |
ຜູ້ໂດຍສານໃນຖ້ຽວບິນແມ່ນບັນດາກໍລະນີທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.
ໃນຂະນະທີ່ການລະບາດຂອງພະຍາດ COVID-19 ຍັງມີຄວາມສັບສົນໃນຫຼາຍປະເທດໃນພາກພື້ນ, ເຮັດໃຫ້ການເດີນທາງປະສົບກັບຄວາມຫຍຸ້ງຍາກ, ບັນດາອົງການຕົວແທນຫວຽດນາມ ໄດ້ປະສານສົມທົບ ແລະ ແນະນຳພົນລະເມືອງ ປະຕິບັດລະບຽບການຢ່າງຮຽບຮ້ອຍ, ຮຽກຮ້ອງໃຫ້ອົງການທີ່ມີໜ້າທີ່ທ້ອງຖິ່ນ ສ້າງອຳນວຍຄວາມສະດວກ ສຳລັບພົນລະເມືອງຫວຽດນາມ ທີ່ເດີນທາງໄປຍັງສະໜາມບິນ. ອົງການຜູ້ຕາງໜ້າຊາວຫວຽດນາມ ແລະ ສະຖານທູດຫວຽດນາມຢູ່ອົດສະຕາລີ ໄດ້ສົ່ງພະນັກງານໂດຍກົງເພື່ອປະຕິບັດປະສານງານ ກັບສາຍການບິນແຫ່ງຊາດຫວຽດນາມ ຢູ່ສະໜາມບິນ ໃນການແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ.
![]() |
ຫວຽດນາມ ໄດ້ນຳສົ່ງພົນລະເມືອງຈຳນວນເກືອບ 350 ຄົນຈາກອົດສະຕາລີ ແລະ ນິວຊີແລນ ກັບຄືນປະເທດຢ່າງປອດໄພ. (ພາບ: baoquocte) |
ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ສາຍການບິນແຫ່ງຊາດຫວຽດນາມ ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເຕີນເຊີນຍຶດ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.
ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງຫວຽດນາມກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.
![]() | ແຂວງ ອານຢາງ ສສ.ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນບັນດາທ້ອງຖິ່ນຂອງກຳປູເຈຍ ໃນການປ້ອງກັນ ແລະຄວບຄຸມ ໂລກລະບາດ COVID-19 ໃນໄລຍະຜ່ານມາ, ຕໍ່ໜ້າສະພາບການການລະບາດຢ່າງສັບສົນຂອງ ໂລກລະບາດ COVID-19, ແຂວງ ອານຢາງ ສສ.ຫວຽດນາມ ແລະ ບັນດາທ້ອງຖິ່ນຂອງກຳປູເຈຍ ໄດ້ເພີ່ມທະວີການປະສານງານໃນການຄວບຄຸມພະຍາດ. |
![]() | ປະເທດລາວໄດ້ຮັບເຄື່ອງຊ່ວຍເຫຼືອດ້ານການແພດເພີ່ມເຕີມເພື່ອປ້ອງກັນການລະບາດຂອງ Covid-19 ຍສໝ - ເມື່ອບໍ່ດົນມານີ້, ຢູ່ບາງກອກ, ສະມາຄົມມິດຕະພາບໄທ - ລາວ ປະສານງານກັບກົມອາຊີຕາເວັນອອກ, ກະຊວງການຕ່າງປະເທດໄທ ໄດ້ຈັດພິທີມອບອຸປະກອນການແພດໃຫ້ແກ່ປະເທດລາວເພື່ອປ້ອງກັນພະຍາດ Covid -19. |
![]() | ນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ ສືບຕໍ່ປະຕິບັດໂຄງການໜູນຊ່ວຍຜ້າອັດປາກ ເພື່ອປ້ອງກັນໂລກລະບາດ COVID-19 ຍສໝ - ສະມາຄົມນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ (VSAK) ພວມສືບຕໍ່ປະຕິບັດໂຄງການໜູນຊ່ວຍຜ້າອັດປາກ ໃຫ້ນັກສຶກສາຫວຽດນາມທົ່ວປະເທດ ສ.ເກົາຫຼີ. |
ຄຳຮຸ່ງ