| ຫວຽດນາມ - ລາວ ມຸ່ງສູ່ໂຄງການຮ່ວມມືດ້ານກິລາ ໄລຍະ 2026-2030 50 ຜົນງານຈິດຕະກຳແນະນຳມໍລະດົກວັດທະນະທຳຫວຽດນາມ - ລາວ ຢູ່ວຽງຈັນ |
ວັນທີ 23/11, ຢູ່ແຂວງວຽງຈັນ (ລາວ), ພິທີເປີດນຳໃຊ້ ແລະ ມອບ-ຮັບ ໂຄງການຂະຫຍາຍໂຮງໝໍເມືອງວັງວຽງ ໄດ້ຈັດຂຶ້ນຢ່າງສົມກຽດ ໂດຍມີການເຂົ້າຮ່ວມຂອງ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ, ທ່ານ ສີວຽງໄຊ ໂອລາບູນ ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ, ທ່ານ ຈັນທະພອນ ຄຳມະນີຈັນ ຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ - ຫວຽດນາມ, ພ້ອມດ້ວຍຜູ້ຕາງໜ້າການນຳກະຊວງສາທາລະນະສຸກລາວ, ຫົວໜ່ວຍຮັບເໝົາກໍ່ສ້າງ COECCO ແລະ ປະຊາຊົນທ້ອງຖິ່ນເປັນຈຳນວນຫຼວງຫຼາຍ.
ໂຄງການດັ່ງກ່າວໄດ້ຮັບການລົງທຶນກໍ່ສ້າງ ປະກອບມີອາຄານຫຼັກ 2 ຊັ້ນ ໃນເນື້ອທີ່ພື້ນທັງໝົດ 3.320 ຕາແມັດ, ມາພ້ອມກັບລະບົບພື້ນຖານໂຄງລ່າງເຕັກນິກທີ່ຄົບຊຸດ. ຢູ່ພາຍໃນໄດ້ປະສົມປະສານຢ່າງຄົບຖ້ວນບັນດາພະແນກກວດພະຍາດ, ສຸກເສີນ, ພະແນກເກີດລູກ, ພະແນກເດັກ, ເຂດພັກເຊົາປິ່ນປົວຂະໜາດ 43 ຕຽງນອນ ແລະ ຫ້ອງຜ່າຕັດທີ່ທັນສະໄໝ 2 ຫ້ອງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການກວດ ແລະ ປິ່ນປົວພະຍາດຢູ່ກັບທີ່.
![]() |
| ທ່ານ ສີວຽງໄຊ ໂອລາບູນ, ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ ກ່າວຄຳເຫັນທີ່ພິທີເປີດນຳໃຊ້ |
ແບ່ງປັນກ່ຽວກັບຄວາມໝາຍຂອງໂຄງການໃນພິທີ, ທ່ານ ສີວຽງໄຊ ໂອລາບູນ ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ ໃຫ້ຮູ້ວ່າ ວັງວຽງ ແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງລາວ. ການເພີ່ມຂຶ້ນຢ່າງວ່ອງໄວຂອງຈຳນວນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃນໄລຍະຜ່ານມາ ໄດ້ເຮັດໃຫ້ຄວາມຕ້ອງການດ້ານການເບິ່ງແຍງສຸຂະພາບຢູ່ໃນບໍລິເວນດັ່ງກ່າວເພີ່ມຂຶ້ນສູງ, ເກີນຄວາມສາມາດໃນການຕອບສະໜອງຂອງຮາກຖານສາທາລະນະສຸກແຫ່ງເກົ່າໃນເມື່ອກ່ອນ.
ໃນຖານະເປັນຂອງຂວັນທີ່ມີຄວາມໝາຍຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມອບໃຫ້ແກ່ປະເທດເພື່ອນມິດ, ໂຄງການດັ່ງກ່າວພາຍຫຼັງເຂົ້າສູ່ການເຄື່ອນໄຫວນຳໃຊ້ ບໍ່ພຽງແຕ່ແກ້ໄຂບັນຫາການຍົກສູງຄວາມສາມາດດ້ານສາທາລະນະສຸກໃຫ້ແກ່ເມືອງທ່ອງທ່ຽວວັງວຽງ ໄດ້ຢ່າງທັນການເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງແທດຈິງເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ ອີກດ້ວຍ.
ທ່ານ ເຢື່ອງວັນຕຽນ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ. ຍສໝ - ວັນທີ 18 ມັງກອນນີ້, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV, ອາຍຸການ 2024 - 2029. |
30 ສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ດົ່ງນາຍ ເຂົ້າຮ່ວມງານມະໂຫລານທຳນອງມິດຕະພາບຄັ້ງທີ 6 ຍສໝ - ງານມະໂຫລານ “ຮ້ອງເພງມິດຕະພາບຫວຽດນາມ - ລາວ” ຄັ້ງທີ 6 ໃນປີ 2025 ໄດ້ຂ່ຳນັບຮັບຕ້ອນສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ 50 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕ້ອນຮັບກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ມຸ່ງໄປເຖິງກອງປະຊຸມໃຫຍ່ຂອງພັກຄັ້ງທີ 14, ຕ້ອນຮັບກອງປະຊຸມຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ດົ່ງນາຍ ຄັ້ງທີ 4 ພາຍຫຼັງການສົມທົບ. |
ແທັງຮັ່ງ
