| ສະມາຄົມພຸດທະສາສະໜາ ຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ມອບຂອງຂວັນ 100 ພູດ ໃຫ້ປະຊາຊົນແຂວງຕຽນຢາງ | |
| ຫວຽດນາມ ນຳໜ້າບັນດາປະເທດອາຊຽນໃນການຕໍ່ສູ້ຕ້ານເຊື້ອໄວຣັດ corona | 
![]()  |   		
| ຄາດວ່າຈະນຳສົ່ງພົນລະເມືອງຫວຽດນາມຈາກສະຫະລັດອາເມລິກາ ກັບເມືອປະເທດໃນວັນທີ 7/5 | 
ວັນທີ 5/5, ກະຊວງການຕ່າງປະເທດຫວຽດນາມໃຫ້ຮູ້ວ່າ, ກ່ຽວກັບຖ້ຽວບິນເພື່ອນຳເອົາພົນລະເມືອງຫວຽດນາມ ຢູ່ San Francisco ກັບຄືນປະເທດຫວຽດນາມ, ໃນຊຸມມື້ມໍ່ໆມານີ້, ກະຊວງການຕ່າງປະເທດ, ສະຖານທູດຫວຽດນາມ ແລະ ບັນດາອົງການຕົວແທນຫວຽດນາມ ປະຈໍາອາເມລິກາ ໄດ້ປະສານສົມທົບຢ່າງຕັ້ງໜ້າ ແລະ ມີການປະສານງານກັບບັນດາອົງການທີ່ກ່ຽວຂ້ອງພາຍໃນປະເທດ ແລະ ບັນດາອົງການເຈົ້າໜ້າທີ່ຂອງສະຫະລັດອາເມລິກາ ເພື່ອຊ່ວຍບໍລິສັດການບິນແຫ່ງຊາດຫວຽດນາມແກ້ໄຂບັນດາຂັ້ນຕອນທີ່ຈໍາເປັນເພື່ອໃຫ້ສາມາດຈັດສົ່ງພົນລະເມືອງ ຫວຽດນາມ ກັບເມືອປະເທດໂດຍໄວ.
ໃນກໍລະນີທີ່ຕ້ອງການຄວາມຊ່ວຍເຫຼືອ, ພົນລະເມືອງຫວຽດນາມສາມາດຕິດຕໍ່ສະຖານທູດຫວຽດນາມ ປະຈຳ ສະຫະລັດອາເມລິກາ ໄດ້ທີ່ເບີໂທ: 001.202.716.8666/001.202.999.6938/001.202.999.6589, ເບີໂທລະສັບ ສະຖານກົງສຸນໃຫຍ່ຫວຽດນາມປະຈຳ San Francisco: 001.415.619.2951 ຫຼື 001.415.319.5446, ສະຖານກົງສຸນໃຫຍ່ຫວຽດນາມຢູ່ Houston ທີ່ເບີໂທລະສັບ 001.346.775.0555 ຫຼືເບີໂທລະສັບຂອງກົມປົກປ້ອງພົນລະເມືອງຂອງກົມກົງສຸນໃຫຍ່ຫວຽດນາມ +84.981.84.84.84.
| ຫວຽດນາມ ນຳໜ້າບັນດາປະເທດອາຊຽນໃນການຕໍ່ສູ້ຕ້ານເຊື້ອໄວຣັດ corona  			 ຍສໝ - ເມື່ອບໍ່ດົນມານີ້, ໃນເວບໄຊ www.vir.com.vn, ທ່ານ Kavl Chongkittavorn ໄດ້ຂຽນບົດຂຽນທີ່ວ່າ “Vietnam leading the ASEAN in fighting coronavirus” - ແປວ່າ: "ປະເທດຫວຽດນາມ ນໍາໜ້າບັນດາປະເທດອາຊຽນໃນການຕໍ່ສູ້ຕ້ານເຊື້ອໄວຣັດ corona".  |   		
| ເຂົ້າຮ່ວມການຕ້ານໂລກລະບາດກັບຫວຽດນາມ, ທ່ານ Yoon Sang Ho, ປະທານສະມາຄົມ ຊາວ ສ.ເກົາຫຼີ ປະຈຳ ຫວຽດນາມ: 20.000 ຄົນທີ່ພວກເຮົາໄປນຳ ແລະ ໄວ້ວາງໃຈ  			 ຍສໝ - ປະຈຸບັນ, ສ. ເກົາຫຼີ ມີພົນລະເມືອງປະມານ 20.000 ຄົນທີ່ພວມດຳລົງຊີວິດ ແລະ ເຮັດວຽກ ຢູ່ ຫວຽດນາມ ແລະ ໄດ້ຮັບການສະໜັບສະໜູນ ແລະ ເປັນຕົວແທນຈາກສະມາຄົມ ສ.ເກົາຫຼີ ຢູ່ ຫວຽດນາມ (ສະມາຄົມ). ໃນການໃຫ້ສຳພາດກັບ ວາລະສານ ຍຸກສະໄໝ, ທ່ານ Yoon Sang ...  |   		
| ກະຊວງການຕ່າງປະເທດຫວຽດນາມ ໄດ້ແຈ້ງການກ່ຽວກັບການຈັດຕັ້ງຖ້ຽວບິນເພື່ອນຳສົ່ງພົນລະເມືອງ ຫວຽດນາມ ຈາກສະຫະລັດອາເມລິກາ ກັບຄືນປະເທດ ເພື່ອຫລີກລ້ຽງການລະບາດຂອງ Covid  			 ຍສໝ - ກະຊວງການຕ່າງປະເທດກ່າວວ່າ, ເພາະວ່າຂັ້ນຕອນລະບຽບຂອງຝ່າຍອາເມລິກາກ່ຽວຂ້ອງກັບບັນດາອົງການເຈົ້າໜ້າທີ່ທີ່ແຕກຕ່າງກັນ, ສະນັ້ນສາຍການບິນແຫ່ງຊາດຫວຽດນາມຍັງບໍ່ໄດ້ຮັບໃບອະນຸຍາດທີ່ຈຳເປັນພຽງພໍເພື່ອຈັດຕັ້ງຖ້ຽວບິນຕາມເວລາກຳນົດ.  |   		
ໄຊພອນ
                