| ອາຫານຫວຽດນາມເຊື່ອມໂຍງມິດສະຫາຍສາກົນຢູ່ເວເນຊູເອລາ 46 ປະເທດເຂົ້າຮ່ວມງານມະຫະກຳວັດທະນະທຳອາຫານສາກົນ ປີ 2026 |
ງານດັ່ງກ່າວມີການເຂົ້າຮ່ວມຂອງບັນດາສະມາຊິກລັດຖະສະພາ ທີ່ຂຶ້ນກັບກຸ່ມສະມາຊິກລັດຖະສະພາມິດຕະພາບ ເວເນຊູເອລາ - ຫວຽດນາມ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງປະເທດເຈົ້າພາບ ແລະ ຄະນະທູຕານຸທູດ.
![]() |
| ບັນດາຜູ້ແທນຊິມລົດຊາດອາຫານພື້ນເມືອງຂອງຫວຽດນາມ |
ກ່າວຄຳເຫັນໄຂງານ, ທ່ານ ຫວໍ ຕ໊ວນ ງອກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເວເນຊູເອລາ ຢືນຢັນວ່າ ລາຍການດັ່ງກ່າວແນໃສ່ຕອບສະໜອງວັນວັດທະນະທຳຫວຽດນາມ 24/11 ແລະ ຂໍ້ລິເລີ່ມ “ວັນວັດທະນະທຳອາຫານຫວຽດນາມ”. ຕາມທ່ານເອກອັກຄະລັດຖະທູດແລ້ວ, ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໂຄສະນາອາຫານພື້ນເມືອງຂອງຫວຽດນາມ ໃຫ້ແກ່ເພື່ອນມິດສາກົນເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດເພື່ອຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດອີກດ້ວຍ.
ທີ່ງານດັ່ງກ່າວ, ບັນດາແຂກຖືກເຊີນໄດ້ຊິມລົດຊາດອາຫານທີ່ເປັນເອກະລັກຫຼາຍເຍື່ອງ ເຊັ່ນ: ເຝີງົວ, ຢໍ່ຈືນ, ຍຳໄກ່ຈີກ, ເຂົ້າໜົມຖົ່ວຂຽວ; ຢ້ຽມຊົມງານວາງສະແດງຮູບພາບ, ພາບປັກແສ່ວທິວທັດທຳມະຊາດ ແລະ ເຄື່ອງດົນຕີພື້ນເມືອງຂອງຫວຽດນາມ. ນອກຈາກນັ້ນ, ສະຖານເອກອັກຄະລັດຖະທູດ ຍັງໄດ້ສົມທົບກັບວິສາຫະກິດປະເທດເຈົ້າພາບ ວາງສະແດງເຄື່ອງເທດຫຼາຍຊະນິດທີ່ນຳເຂົ້າໂດຍກົງຈາກຫວຽດນາມ ເຊິ່ງພວມໄດ້ຮັບການຈຳໜ່າຍຢ່າງກວ້າງຂວາງຢູ່ໃນລະບົບຊຸບເປີມາເກັດຂອງ ເວເນຊູເອລາ.
ຍສໝ - ກອງປະຊຸມສຳມະນາມີແຂກຖືກເຊີນ ເກືອບ 60 ຄົນ ແລະ ບັນດານັກວິສາຫະກິດ, ນັກທຸລະກິດ ຫວຽດນາມ ແລະ ເວເນຊູເອລາເຂົ້າຮ່ວມ. |
ຍສໝ - ຜ່ານປະຫວັດສາດນັບຫຼາຍພັນປີ, ຫວຽດນາມ ສ້າງໄດ້ພື້ນຖານວັນນະຄະດີທີ່ອຸດົມສົມບູນ. |
ແທັງຮັ່ງ
