ຫວຽດນາມຈະປະຕິບັດທັງສອງບົດບາດເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ໃນປີນີ້ເປັນຢ່າງດີ

16:21 | 22/01/2020

ຍສໝ - ເມື່ອຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ ສຸຣີຢາ ຈິນດາວົງ ຫົວໜ້າກົມອາຊຽນສັງກັດ ກະຊວງການຕ່າງປະເທດໄທ, ໄດ້ເນັ້ນໜັກວ່າ: ໄທເຊື່ອໝັ້ນວ່າ ຫວຽດນາມ ຈະ ປະຕິບັດບົດບາດເປັນປະທານອາຊຽນ 2020 ເປັນຢ່າງດີ ແລະ ສະໜັບສະໜູນຫົວຂໍ້ ປີ ອາຊຽນຂອງ ຫວຽດນາມແມ່ນ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.

ຫວຽດນາມຈະປະຕິບັດທັງສອງບົດບາດເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ໃນປີນີ້ເປັນຢ່າງດີ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ 18 ສະພາບໍລິຫານ ສະຖາບັນສັນຕິພາບ ແລະ ໄກ່ເກ່ຍ ອາຊຽນ (ພາບ: PDVN)

ເມື່ອຖືກຖາມວ່າ ທ່ານຕີລາຄາຄືແນວໃດກ່ຽວກັບ 2 ບົດບາດຄວາມຮັບຜິດຊອບທີ່ ຫວຽດນາມ ຮັບດຳລົງໃນປີ 2020, ນັ້ນ ແມ່ນ ປະທານ ອາຊຽນ ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ, ທ່ານ ສຸຣີຢາ ຈິນດາວົງ ຖືວ່າ ນີ້ແມ່ນ ກາລະໂອກາດທີ່ດີເພື່ອໃຫ້ຫວຽດນາມ ສຳຜັດ ແລະ ແກ້ໄຂບັນດາບັນຫາທົ່ວໂລກ, ກໍ່ຄືຊ່ວຍໃຫ້ບັນດາປະເທດໃນພາກພື້ນ ອາຊຽນ ຫັນບັນດາເປົ້າໝາຍຂອງຕົນໃຫ້ປະກົດຜົນເປັນຈິງ, ພ້ອມທັງເພີ່ມທະວີ ແລະ ປັບປຸງພາບພົດຂອງ ອາຊຽນຢູ່ ສປຊ.

ວັນທີ 21 ມັງກອນ, ໄດ້ດຳເນີນກອງປະຊຸມຄັ້ງທີ 18 ຂອງ ສະພາບໍລິຫານ ສະຖາບັນສັນຕິພາບ ແລະ ໄກ່ເກ່ຍ ອາຊຽນ (ອາຊຽນ - IPR) ຢູ່ Jakarta, ປະເທດ ອິນໂດເນເຊຍ. ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງ ສະພາບໍລິຫານອາຊຽນ - IPR ໃນປີ ຫວຽດນາມ ເປັນປະທານອາຊຽນ 2020. ທ່ານ ເຈິ່ນດຶກບິ່ງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ອາຊຽນ, ປະທານສະພາບໍລິຫານ ອາຊຽນ - IPR ເປັນປະທານກອງປະຊຸມ. ໂດຍແບ່ງປັນກ່ຽວກັບຄວາມໝາຍຂອງ ຫົວຂໍ້ ແລະ ບັນດາບຸລິມະສິດ ຂອງ ຫວຽດນາມ ໃນປີ ປະທານ ອາຊຽນ 2020, ທ່ານ ເຈິ່ນດຶກບິ່ງ ເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໜຶ່ງໃນ ບັນດາບຸລິມະສິດ ຂອງ ຫວຽດນາມ ແມ່ນ ຊຸກຍູ້ບັນດາໂຄງການ, ການເຄື່ອນໄຫວກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ໃນອາຊຽນ ໃນສະພາບການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດສຸມຂອງ ສະມາຄົມ ອາຊຽນ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.